ພະແນກ ຖວທ ນວ ຈັດຫຼາຍກິດຈະກຳສຳຄັນໃນງານບຸນພະທາດຫຼວງ

   ພະແນກຖະແຫຼງຂ່່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ)ໄດ້ນຳເອົາຫຼາຍກິດຈະກຳມາຈັດໃນງານບຸນນະມັດສະການພະທາດຫຼວງເພື່ອເຜີຍແຜ່ວັດທະນະທຳ ຮີດຄອງປະເພນີ  ແລະ ສ້າງບັນຍາກາດເບີກບານມ່ວນຊື່ນ ທັງເປັນການໂຄສະນາການທ່ອງທ່ຽວໃນ ນວ.

      ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ໄດ້ໃຫ້ສຳພາດໃນວັນທີ 27 ພະຈິກ 2023 ວ່າ: ໃນບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2023 ທາງພະແນກ ຖວທ ນວ ໄດ້ມີສ່ວນຮ່ວມຈັດຫຼາຍກິດຈະກຳເຂົ້າໃນການສະເຫຼີມສະຫຼອງໃນງານບຸນດັ່ງກ່າວ ເຊິ່ງກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດໃນງານບຸນນະມັດສະການພະທາດຫຼວງປີນີ້ ທາງພະແນກ ຖວທ ນວ ໄດ້ມີສ່ວນຮ່ວມໃນການສ້າງເວທີກາງເປັນເວທີການສະແດງສິລະປະໃນແຕ່ລະຄໍ່າຄືນເພື່ອເປັນການໂຄສະນາສົ່ງເສີມສິລະປະວັນນະຄະດີ ເລີ່ມການສະແດງມາຕັ້ງແຕ່ມື້ເປີດເປັນຕົ້ນມາ ເຊິ່ງໄດ້ມີການສະແດງສິລະປະຈາກພາກສ່ວນຕ່າງໆມາເຂົ້າຮ່ວມການສະແດງໃນແຕ່ລະຄໍ່າຄືນ ມີຫຼາຍລາຍການໃຫ້ມວນຊົນທີ່ເຂົ້າມາທ່ຽວງານບຸນໄດ້ເບິ່ງໄດ້ຊົມ ໄດ້ຮັບຄວາມເບີກບານມ່ວນຊື່ນ ແລະ ໄດ້ມີຫ້ອງວາງສະແດງຜະລິດຕະພັນການທ່ອງທ່ຽວ ແລະ ໄດ້ຕົບແຕ່ງສຸມປະຕູທາງເຂົ້າທີ່ມີຮູບພະຍານາກປະດັບປະດາ ປະດັບປະດາສວນ ແລະ ປະດັບເອດອກບົວດ້ວຍດອກໄມ້ໄຟ ນອກຈາກນີ້ພວກເຮົາກໍໄດ້ນຳເອົາຂະບວນສິລະປະທັ້ງບັ້ງເຂົ້າຮ່ວມໃນຂະບວນແຫ່ຜາສາດເຜິ້ງເຊິ່ງນີ້ກໍແມ່ນກິດຈະກຳສຳຄັນຈຳນວນໜຶ່ງທີ່ໄດ້ນຳມາປະກອບສ່ວນໃຫ້ງານບຸນນະມັດສະການພະທາດຫຼວງ.

      ນອກຈາກນັ້ນກໍໄດ້ເຮັດໜ້າທີ່ໂຄສະນາປະຊາສຳພັນຢູ່ໃນງານໂດຍສະເພາະ ແລະ ໄດ້ນຳເອົາທີມສື່ມວນຊົນຈັດຕັ້ງການຖ່າຍທອດສົດຜ່ານທາງໂທລະພາບ ໃນສີ່ສະຖານີປະກອບມີ ສະຖານີໂທລະພາບແຫ່ງຊາດ ສະຖານີໂທລະພາບ ປກສ ສະຖານີໂທລະພາບປ້ອງກັນຊາດ ແລະ ສະຖານີໂທລະພາບ ນວ  ນອກຈາກນັ້ນຍັງມີທີມງານສື່ມວນຊົນຈາກໜັງສືພິມວຽງຈັນໃໝ່ ແລະ ອື່ນໆ ເພື່ອເຮັດໜ້າທີ່ໃນການໂຄສະນາປະຊາສຳພັນໃນງານບຸນດັ່ງກ່າວນີ້.

      ເພື່ອຕ້ອນຮັບຕ້ອນປີທ່ອງທ່ຽວລາວ 2024  ແລະ ເປັນການໂຄສະນາສະຖານທີ່ທ່ອງທ່ຽວ ນວ ກໍຄື ທົ່ວປະເທດ ພະແນກ ຖວທ ນວ ຈຶ່ງໄດ້ຮ່ວມກັບຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ໂດຍສະເພາະແມ່ນທຸລະກິດບໍລິການທ່ອງທ່ຽວ ທຸລະກິດສະຖານທີ່ພັກແຮມ ທຸລະກິດສະຖານທີ່ທ່ອງທ່ຽວ ທຸລະກິດບໍລິການອາຫານເຄື່ອງດື່ມ ນອກຈາກນັ້ນກໍຍັງມີບັນດາທຸລະກິດທີ່ສະໜອງການບໍລິການໃຫ້ແກ່ທຸລະກິດການທ່ອງທ່ຽວໄດ້ພ້ອມກັນເຂົ້າຮ່ວມງານວາງສະແດງຜະລິດພັນທ່ອງທ່ຽວໃນງານບຸນພະທາດຫຼວງປີນີ້ ສຳລັບຫ້ອງວາງສະແດງການທ່ອງທ່ຽວ ພະແນກ ຖວທ ນວ ໄດ້ຮ່ວມກັບ ກົມໂຄສະນາການທ່ອງທ່ຽວໄດ້ເຮັດຫ້ອງວາງສະແດງການທ່ອງທ່ຽວຂຶ້ນທີ່ເດີນພະທາດຫຼວງເພື່ອສະແດງໃຫ້ເຫັນເຖິງພື້ນຖານ ກໍຄື ທ່າແຮງດ້ານການທ່ອງທ່ຽວຢູ່ ນວ  ກໍຄື ຢູ່ ສປປ ລາວ ພ້ອມທັງສິ່ງຮອງຮັບດ້ານການທ່ອງທ່ຽວ ນວ ໃນ 9 ເດືອນຜ່ານມາໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ອງທ່ຽວ ນວ ປະມານ 9 ແສນກວ່າເທື່ອຄົນ ເຊິ່ງເຫັນວ່າການທ່ອງທ່ຽວຂອງ ນວ ມີບາດກ້າວຂະຫຍາຍຕົວດີ.

      ສຳລັບກິດຈະກຳທີ່ນຳມາປະກອບສ່ວນຢູ່ໃນຫ້ອງວາງສະແດງໄດ້ຈັດກິດຈະກຳໃນແຕ່ລະວັນ     ໜູນວຽນກັນໂດຍເປີດໂອກາດໃຫ້ຜູ້ທີ່ມາທ່ຽວງານບຸນໄດ້ມີສ່ວນຮ່ວມໃນການຮ່ວມຫຼິ້ນກິດຈະກຳ ສ່ວນລາງວັນທີ່ນຳມາມອບໃຫ້ຜູ້ທີ່ມາຮ່ວມຫຼິ້ນກິດຈະກຳແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ປະກອບການທຸລະກິດທ່ອງທ່ຽວ ການຈັດກິດຈະກຳດັ່ງກ່າວຂຶ້ນກໍເພື່ອເປັນການໂຄສະນາສົ່ງເສີມວຽກງານທ່ອງທ່ຽວໃຫ້ກວ້າງຂວາງທັງພາຍໃນ ແລະ ອອກສູ່ຕ່າງປະເທດ ນອກຈາກນັ້ນ ບໍລິສັດທ່ອງທ່ຽວ ແລະ ສະມາຄົມທຸລະກິດທ່ອງທ່ຽວກໍໄດ້ມີຫ້ອງວາງສະແດງການທ່ອງທ່ຽວເພື່ອຮ່ວມກັນໂຄສະນາການທ່ອງທ່ຽວຫຼາຍຂຶ້ນ ນອກຈາກນີ້ ພະແນກ ຖວທ ນວ ຍັງໄດ້ຮ່ວມກັບກົມຮູບເງົາ ໄດ້ສາຍຮູບເງົາກາງແຈ້ງ ເພື່ອໃຫ້ຜູ້ມາທ່ຽວງານບຸນໄດ້ຮັບຄວາມມ່ວນຊື່ນຫວນຄືນການຊົມຮູບເງົາໃນອາດີດເຊິ່ງນີ້ກໍແມ່ນສ່ວນໜຶ່ງທີ່ໄດ້ປະກອບສ່ວນອັນສຳຄັນໃນງານສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງ.

error: Content is protected !!