ນວ ມີສິນຄ້າທີ່ຜະລິດໄດ້ 800 ກວ່າລາຍການ

      ຫ້ອງວາງສະແດງສິນຄ້າຕົວແບບ ນະຄອນຫຼວງວຽງຈັນ( ນວ) ຫຼື ບູດພາວິລຽນ ໄດ້ນຳເອົາຜະລິດຜະລິດຕົວແບບນະຄອນຫຼວງວຽງຈັນມາວາງສະແດງເພື່ອເປັນການສົ່ງເສີມຜະລິດຕະພັນລາວ ກໍຄື ສົ່ງເສີມໃຫ້ຄົນລາວເຮົາຫັນມາຊົມໃຊ້ສິນຄ້າພາຍໃນ ກໍເປັນສິນຄ້າທີ່ມີຄຸນນະພາບທຽບເທົ່າສາກົນ.

ທ່່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າອຸດສາຫະກຳແຫ່ງຊາດລາວ ທັງເປັນປະທານສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດ ວັນທີ 23 ພະຈິກ 2023 ວ່າ: ໃນນາມຕາງໜ້າໃຫ້ພາກທຸລະກິດ ຕາງໜ້າໃນອົງການປົກຄອງນະຄອນຫຼວງວຽງຈັນ ແລະ ຕາງໜ້າໃຫ້ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຈັດຕັ້ງບູດພາວິລຽນ ຢູ່ ໃນງານບຸນພະທາດຫຼວງວຽງຈັນ ເພື່ອເປັນການສົ່ງເສີມພາກທຸລະກິດ ເຊິ່ງພາກທຸລະກິດຂອງພວກເຮົາໄດ້ນຳເອົາສິນຄ້າທີ່ເປັນຕົວແບບມາວາງສະແດງຢູ່ໃນຫ້ອງວາງສະແດງສິນຄ້າພາວິລຽນນີ້ໂດຍມີ 26 ລາຍສິນຄ້ານຳມາວາງສະແດງເປັນສິນຄ້າຕົວແບບ ເຊິ່ງປັດຈຸບັນນະຄອນຫຼວງວຽງຈັນເຮົາມີສິນຄ້າທີ່ຜະລິດໄດ້ 844 ລາຍການ ແລະ ມີສະມາຊິກທັງໝົດ 200 ກວ່າຫົວໜ່ວຍ.

      ໃນການສ້າງຕັ້ງຫ້ອງວາງສະແດງສິນຄ້າຕົວແບບ ນວ ແມ່ນໄດ້ຮັບການສະໜັບສະໜູນຈາກໂຮງງານອຸດສາຫະກຳທໍ່ໂຕໂຍລາວໂດຍໄດ້ອອກເງິນ ອອກທຶນຮອນສ້າງບູດດັ່ງກ່າວໃຫ້ແກ່ຫົວໜ່ວຍທຸລະກິດໄດ້ນຳເອົາຜະລິດຕະພັນຕົວແບບມາວາງສະແດງ ນອກຈາກໂຮງງານດັ່ງກ່າວແລ້ວພວກເຮົາຍັງໄດ້ຮັບການສະໜັບສະໜູນຈາກຫັດຖະກຳໄຜ່ເອກະລັກ ແລະ ກາເຟດາວເຮືອງ.       ດັ່ງນັ້ນຈິ່ງຂໍເຊີນຊວນຜູ້ທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນເຂົ້າມາທ່ຽວຊົມເບີ່ງຜະລິດຕະພັນລາວໃນບູດຂອງພວກເຮົາ ແລະ ສົ່ງເສີມຜູ້ປະກອບການໂດຍການຫັນມາຊົມໃຊ້ຜະລິດຕະພັນພາຍໃນ ເຊິ່ງຈະມີຜູ້ປະກອບການ ກໍຄື ສະມາຊິກຂອງພວກເຮົາໄດ້ນຳເອົາຜະລິດຕະພັນຂອງຕົນມາວາງຈຳໜ່າຍຢູ່ອ້ອມຮອບຫ້ອງວາງສະແດງຂອງພວກເຮົາ ເຊິ່ງຈະສືບຕໍ່ວາງສະແດງ ແລະ ຂາຍສິນຄ້າຕັ້ງແຕ່ມື້ເປີດງານ ຫາ ວັນທີ 27 ພະຈິກນີ້.

error: Content is protected !!