ບຸນນະມັດສະການພະທາດຫຼວງປີນີ້ເນັ້ນອະນຸຮັກວັດທະນະທຳ ສົ່ງເສີມການຜະລິດເປັນສິນຄ້າ

   ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ຈັດຂຶ້ນເພື່ອສືບຕໍ່ສົ່ງເສີມ ອະນຸຮັກຮັກສາວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ ຮັກສາມູນເຊື້ອຄວາມສາມັກຄີ ເຊິ່ງອົງການປົກຄອງນະຄອນຫຼວງວຽງຈັນ ໂດຍໄດ້ຮັບການເຫັນດີ ຈາກສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ພ້ອມກັນຫ້າງຫາກະກຽມຈັດງານບຸນຄັ້ງນີ້ຂຶ້ນ ເຊິ່ງເນື້ອໃນຈິດໃຈກໍແມ່ນການຄໍ້າບຸນປາງໃຫຍ່ຮັບແຂກບ້ານແຂກເມືອງ ເປັນການສືບສານປະເພນີ ແລະ ຄວາມເຊື່ອຖືຂອງຊຸມຊົນຊາວລາວ ໃນການໃຫ້ທານ ການຮ່ວມກັນ ສ້າງສາວັດວາອາຮາມ ສ້າງຄວາມຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ບ້ານເມືອງ ພ້ອມກັນນໍາເອົາໝາກຜົນການເພີ່ມພູນຜະລິດຜົນໃຕຫຼອດປີມາແລກປ່ຽນຊື້ຂາຍນໍາກັນ.

 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໃຫ້ສຳພາດໃນໂອກາດເຂົ້າຮ່ວມພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ຕິດພັນກັບພິທີເປີດປີທ່ອງທ່ຽວລາວ 2024 ວ່າ: ໃນການຈັດງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ທາງອົງການປົກຄອງນະຄອນຫຼວງວຽງຈັນໄດ້ຖອດຖອນບົດຮຽນໃນການຈັດງານບຸນໃນໄລຍະປີຜ່ານມາເປັນປີທີ່ຜ່ານການເກີດພະຍາດໂຄວິດ-19 ເຮັດໃຫ້ການກະກຽມງານບຸນແມ່ນມີເວລາໜ້ອຍ ອີງໃສ່ການຖອດຖອນບົດຮຽນໃນປີຜ່ານມາ ປີນີ້ຈຶ່ງໄດ້ມີການກະກຽມ ແລະ ອອກແບບ ວາງແຜນຈັດງານບຸນໂດຍເນັ້ນໃສ່ສົ່ງເສີມໃນການອະນຸຮັກວັດທະນະທຳ ຮີດຄອງປະເພນີ ສົ່ງເສີມຜະລິດຕະພັນລາວ ສີມືແຮງງານລາວ ເພື່ອເປັນການຊຸກຍູ້ສົ່ງເສີມ ການຜະລິດ ກໍຄື ການຊົມໃຊ້ສິນຄ້າຜະລິດຕະພັນພາຍໃນຂອງພວກເຮົາເປັນຕົ້ນຕໍ ພ້ອມທັງໄດ້ມີງານອອກແບບປະດັບປະດາເອຍ້ອງ ຮ້ານວາງສະແດງສິນຄ້າ ແລະ ຈັດໃຫ້ມີຈຸດຖ່າຍຮູບ ແລະ ສະຖານທີ່ອື່ນໃຫ້ອອກມາໃນຮູບແບບທີ່ງົດງາມຮັກສາໄດ້ເອກະລັກຂອງລາວເຮົາ ແລະ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍເພື່ອບໍ່ໃຫ້ມີຄວາມແອອັດ ແນໃສ່ໃຫ້ມວນຊົນທີ່ເຂົ້າມາທ່ຽວງານບຸນມີຄວາມສະດວກສະບາຍ.

ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ກ່າວຕື່ມວ່າ: ສຳລັບກິດຈະກຳການຊື້ຂາຍແມ່ນມີຫຼາກຫຼາຍ ມີບັນຍາກາດການຊື້-ຂາຍ ສິນຄ້າທີ່ຟົດຟື້ນຄາດວ່າທຶນໝູນວຽນການຊື້-ຂາຍມີຫຼາຍສິບຕື້ກີບ ໂດຍການຈັດງານວາງສະແດງ ແລະ ຂາຍສິນຄ້າປີນີ້ແມ່ນໄດ້ຈັດຢູ່ 2 ຈຸດຄື: 1.ຈຸດບໍລິເວນເດີນສະໜາມຫຼວງແມ່ນວາງສະແດງ ແລະ ຂາຍສິນຄ້າຜະລິດຕະພັນລາວເຊິ່ງເປັນການສົ່ງເສີມຜະລິດຕະພັນລາວເປັນຫຼັກ ເຊັ່ນ: ສິນຄ້າໂອດ໋ອບຂອງບັນດາເມືອງຕ່າງໆ ພ້ອມນັ້ນກໍຍັງມີສິນຄ້າໂອດ໋ອບທີ່ມາຈາກຕ່າງແຂວງຈຳນວນໜຶ່ງ 2. ຈຸດທີ່ສອງແມ່ນວາງສະແດງ ແລະ ຂາຍສິນຄ້າຢູ່ສູນການຄ້າລາວ-ໄອເຕັກເປັນການຂາຍສິນຄ້າທົ່ວໄປ ແລະ ພິເສດ ໃນປີນີ້ ໄດ້ເຊີນບັນດານະຄອນເພື່ອນມິດ ຕ່າງປະເທດ ເຂົ້າມາຮ່ວມງານ ແລະ ສ້າງເງື່ອນໄຂໃຫ້ມີການນໍາເອົາຜະລິດຕະພັນສິນຄ້າ ມາແລກປ່ຽນວາງສະແດງ ແລະ ຂາຍໃນງານ ນອກຈາກມີງານວາງສະແດງ ແລະ ຂາຍສິນຄ້າແລ້ວ ໃນງານບຸນສະມັດສະການພະທາດຫຼວງຂອງພວກ ຍັງມີ ກິດຈະກຳທີ່ພົ້ນເດັ່ນ ຄື ການສະແດງສິລະປະວັນນະຄະດີ (ຢູ່ເວທີກາງ) ເຊິ່ງຄະນະກຳມະການໄດ້ຈັດສັນກໍານົດໃຫ້ມີເນື້ອໃນ ລາຍການສະແດງທີ່ຫຼາກຫຼາຍ ຈາກຫຼາຍພາກສ່ວນ ມີການຟ້ອນ ຂັບລຳຈາກກອງ ສິລະປະກອນສູນກາງ ສິລະປະກອນກອງທັບ ສິລະປະຈາກບັນດາເມືອງ ສູນວັດທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເປັນໂອກາດໃຫ້ຊາວໜຸ່ມໄວໜຸ່ມ ນັກສິລະປິນ ນັກປະດິດຄິດແຕ່ງ ໄດ້ມີໂອກາດສະແດງອອກ ແລະ ໄດ້ໂຄສະນາເຜີຍແຜ່ວັດທະນະທໍາລາວອັນດີງາມຂອງຊາດລາວ ສູ່ແຂກຕ່າງດ້າວທ້າວຕ່າງເມືອງທີ່ມາທ່ຽວຊົມງານໄດ້ສຳຜັດ ແລະ ຮ່ວມເບີກບານມ່ວນຊື່ນ ແລະ ສິ່ງສຳຄັນ ແລະ ພົ້ນເດັ່ນອີກຢ່າງໜຶ່ງໃນການຈັດງານປີນີ້.

ແມ່ນໄດ້ເອົາໃຈໃສ່ວຽກງານການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຄວາມສະອາດຈົບງາມ ໂດຍສະເພາະໄດ້ເອົາໃຈໃສ່ຮັກສາສິ່ງແວດລ້ອມໂດຍໄດ້ຊຸຸກຍູ້ສົ່ງເສີມທຸກພາກສ່ວນ ແລະ ປຸກລະດົມມວນຊົນຊາວນະຄອນຫຼວງວຽງຈັນ ຮ່ວມກັນໃນການເປັນເຈົ້າພາບຕ້ອນຮັບແຂກພາຍໃນ ແລະ ຊາວຕ່າງປະເທດ ທີ່ຈະມາທ່ຽວຊົມໃນງານບຸນ ດ້ວຍຄວາມເປັນເຈົ້າການຮ່ວມກັນ ໃນການຕ້ອນຮັບແຂກ ເພື່ອຮ່ວມກັນເປັນເຈົ້າພາບທີ່ດີ ແລະ ຮ່ວມກັນຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍພາຍໃນງານບຸນດັ່ງກ່າວ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນໄດ້ກ່າວວ່າ: ສະເພາະການຈັດງານບຸນນະມັດສະການພະທາດຫຼວງປີນີ້ເນັ້ນໃສ່ ຄວາມສະຫງົບ ຄວາມສະອາດ ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໜຶ່ງໃນນັ້ນວຽກງານດັ່ງກ່າວແມ່ນວຽກງານຄວບຄຸມສຽງເນື່ອງນັ່ນຢູ່ໃນງານບຸນຖືວ່າໄດ້ປະຕິບັດຕາມລະບຽບຂອງການຄວບຄຸມສຽງດັ່ງເນື່ອງນັ່ນຕາມຂໍ້ຕົກລົງຂອງເຈົ້າຄອງ ສະບັບເລກທີ 0620 ມາປະຕິບັດນຳໃຊ້ເຂົ້າຢູ່ໃນງານບຸນນະມັດສະການພະທາດຫຫຼວງ ສະເພາະໃນງານບຸນມີລະບຽບການນຳໃຊ້ເຄື່ອງສຽງແມ່ນມີການກຳນົດ ແລະ ໄດ້ຖະແຫຼງຂ່າວໃຫ້ຜູ້ປະກອບການ ແລະ ຜູ້ທີ່ເຂົ້າມາຮ່ວມງານໄດ້ຮັບຮູ້ຕໍ່ການນຳໃຊ້ເຄື່ອງສຽງ ເຊິ່ງໄດ້ອະນຸຍາດໃຫ້ນຳໃຊ້ ໄມເນັບແອວ ລຳໂພງໜ່ວຍດຽວ ແລະ ປັກເລີ ສ່ວນເຄື່ອງຂະຫຍາຍສຽງທີ່ມີສຽງດັງເກີນ 1 ພັນຊີຊີ ຖືວ່າຕ້ອງມາລົງທະບຽນນຳຄະນະກຳມະການເພື່ອຄຸ້ມຄອງ ກວດກາ ໃນການຈັດຕັ້ງປະຕິບັດການຄວບຄຸ້ມສຽງເນື່ອງນັ້ນແມ່ນໄດ້ຖອດຖອນບົດຮຽນຈາກຫາງສຽງສັງຄົມທີ່ມາທ່ຽວງານໃນປີຜ່ານໆມາໄດ້ສົ່ງຂ່າວວ່າມີສຽງດັງເກີນກຳນົດ ເພື່ອຮັກສາຄວາມສະຫງົບຈຶ່ງໄດ້ຈັດຕັ້ງປະຕິບັດໃນການຄວບຄຸມ ໂດຍໄດ້ອະນຸຍາດໃຫ້ສະເພາະຜູ້ປະກອບການ ກໍຄື ຮ້ານທີ່ຕ້ອງໄດ້ໂຄສະນາສິນຄ້າເຊິ່ງມີ 10 ກວ່າຮ້ານທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ແຕ່ໃຫ້ເປີດໄດ້ຕາມທີ່ທາງກຳມະການກຳນົດ.

error: Content is protected !!