ງານພົບປະສິດເກົ່າ ອຸດົມວຽງຈັນ ຮຸ່ນ 1975-1981

   ພາຍຫຼັງທີ່ມີພິທີເປີດໂຄງການປັນນໍ້າໃຈສິດເກົ່າ ມັດທະຍົມສຶກສາສົມບູນ ວຽງຈັນ (ມສ ວຽງຈັນ) ເພື່ອ ສົມທົບທຶນກໍ່ສ້າງອາຄານຮຽນຫຼັງໃໝ່ໂຮງຮຽນ ມສ ວຽງຈັນ ເມື່ອບໍ່ດົນຜ່ານມາ ແລະ ໃນ ວັນທີ 25 ພະຈິກ 2023 ໄດ້ຈັດງານພົບປະຄະນະສິດເກົ່າ ອຸດົມວຽງຈັນ ຮຸ່ນ ສົກຮຽນ 1975-1981 ນຳໂດຍທ່ານ ທະນົງສິນ ກົນລະຍາ ແລະ ທ່ານ ນໍລະກາ ຕັນເສລີ ພ້ອມດ້ວຍຄະນະ ໂດຍມີ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍ ການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ ມີອະດີດອຳນວຍການ ຄະນະອຳນວຍການ ຄູອາຈານ ມສ ວຽງຈັນ ບັນດາສິດເກົ່າ ແລະ ນັກຮຽນເຂົ້າຮ່ວມ.

    ໂອການີ້ ທ່ານ ທອງພັນ ອຸໄລພອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໄດ້ຂຶ້ນລາຍງານລາຍ ປະຫວັດຄວາມເປັນມາຂອງໂຮງຮຽນ ມສ ວຽງຈັນ ປັດຈຸບັນມີ ອາຄານຮຽນ 16 ຫຼັງ ໃນນັນມີອາຄານ 11 ຫຼັງແມ່ນໃຊ້ ການຮຽນ-ການສອນ ແລະ ອີກ 5 ຫຼັງ ແມ່ນອາຄານຫ້ອງການ ຫ້ອງສະໝຸດ ຫ້ອງທົດລອງ ມີຄູ-ອາຈານທັງໝົດ 125 ຄົນ ຍິງ 89 ຄົນ ຄູອາສາສະໝັກ 10 ຄົນ ຍິງ 9 ຄົນ ຄູຮັບເຊິນ 13 ຄົນ ຍິງ 6 ຄົນ ມີຂັ້ນຮຽນ ມ1-ມ7 ມີນັກຮຽນທັງໝົດ 3.745 ຄົນ ຍິງ 2.100 ຄົນ ເຊິ່ງມາຈາກພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໃນນັ້ນມີນັກຮຽນກິນນອນໃນຫໍພັກໂຮງຮຽນມີທັງໝົດ 55 ຄົນ ຍິງ22 (ເປັນນັກຮຽນທີຮຽນດີຮຽນເກ່ງແຕ່ຄອບຄົວທຸກຍາກ) ອີງໃສ່ສະພາບໂຮງຮຽນ ທີ່ເກົ່າແກ່ ແລະ ການ ຮອງຮັບນັກຮຽນ ຈື່ງຈຳເປັນຕ້ອງມີການປັບປຸງ ກໍ່ສ້າງອາຄານຮຽນ ເຮັດໃຫ້ຍັງຂາດທຶນຮອນເປັນຈຳນວນ ຫຼາຍ ຈຳເປັນຕ້ອງຂໍການປະກອບສ່ວນສົມທົບທຶນ ຈາກສິດເກົ່າ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງ ໝູ່ເພື່ອນຂອງສິດເກົ່າ ແລະ ສັງຄົມ.

    ໃນພິທີດັ່ງກ່າວ ໄດ້ມີການພັດປຽນກັນຂຶ້ນປະກອບຄຳຄີດຄຳເຫັນ ລະຫວ່າງ ອະດີດທ່ານຜູ້ອຳນວຍ ການໂຮງຮຽນ ແລະ ສິດເກົ່າ ດ້ວຍບັນຍາກາດອັນອົບອຸ່ນ ເປັນກັນເອງ ພ້ອມດຽວກັນທາງຄະນະ ສິດເກົ່າ ຮຸ່ນສົກຮຽນ 1975-1981 ຍັງໄດ້ມອບທຶນສົມໃຫ້ກັບໂຮງຮຽນ ຈຳນວນ 70 ລ້ານກີບ.

    ທ່ານ ທະນົງສິນ ກົນລະຍາ ແລະ ທ່ານ ນໍລະກາ ຕັນເສລີ ໃນນາມຕາງໜ້າຄະນະ ກໍໄດ້ກ່າວສະແດງ ຄວາມຍິນທີ່ທີ່ໄດ້ເປັນສ່ວນຮ່ວມໃນການປະກອບສ່ວນໃນຄັ້ງນີ້ ເຊິ່ງທຶນຮອນເປັນການປະກອບສ່ວນຄັ້ງນີ້ ແມ່ນໄດ້ມາຈາກການລະດົມຈາກ ບັນດາສິດເກົ່າ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳມາປະກອບສ່ວນ ໃນຄັ້ງນີ້.     ໂອກາດດຽວກັນ ທ່ານຜູ້ອຳນວຍການໂຮງຮຽນ ຕາງໜ້າໃຫ້ຄະນະນໍາ ກໍຄຶຄູ-ອາຈານ ແລະ ນັກຮຽນ ມສ ວຽງຈັນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງອະດີດຜູ້ອໍານວຍການ ຄະນະອໍານວຍການ ແລະ ຄູ-ອາຈານບໍານານຕະລອດ ເຖີງບັນດາທ່ານສິດເກົ່າ ອຸດົມວຽງຈັນ ສົກຮຽນ 1975-1981 ແລະ ຂໍອວຍພອນໄຊໃຫ້ແກ່ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງແຂງແຮງ ມີພະລານາໄມສົມບູນ ແລະ ມີຄວາມຜາສຸກໃນຊິວິດສ່ວນຕົວຄອບຄົວ ແລະ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງທ່ານ ແລະ ຫວັງວ່າ ການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ຄົງບໍ່ເປັນຄັ້ງສຸດທ້າຍ ຄົງຈະໄດ້ຮັບຄວາມກາລຸນາຈາກບັນດາທ່ານອີກ ໃນໂອກາດໜ້າ.

error: Content is protected !!