ກອງປະຊຸມສ່ອງແສງຄະນະພັກອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ

    ກອງປະຊຸມສ່ອງແສງຄະນະພັກ ບັນດາກະຊວງ-ອົງການ ນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອລາຍງານຕໍ່ຄະນະເລຂາທິການສູນກາງພັກ ໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບວິດີໂອທາງໄກ ຈັດຂຶ້ນໃນວັນທີ 23 ພະຈິກ 2023 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໂດຍມີບັນດາສະຫາຍເລຂາ, ຮອງເລຂາຄະນະພັກ ເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ສ່ອງແສງກ່ຽວກັບບັນຫາສໍາຄັນ ແລະ ເຄັ່ງຮ້ອນ ຄື : ການຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ ວ່າດ້ວຍການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ການແກ້ໄຂສະພາບການຄຸ້ມຄອງອັດຕາແລກປ່ຽນ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າຄອງຊີບ ສະພາບການເກັບກ່ຽວຜົນລະປູກໃນລະດູຜ່ານມາ ແລະ ການກະກຽມການຜະລິດລະດູແລ້ງ; ການສ້ອມແປງເສັ້ນທາງຄົມມະນາຄົມໃນຂອບເຂດທົ່ວປະເທດ ແລະ ບາງວຽກທີ່ເຄັ່ງຮ້ອນຈຳນວນໜຶ່ງ. ຜ່ານການສ່ອງແສງລາຍງານ ໂດຍລວມຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານຂອງພັກທີ່ວາງອອກ ຢ່າງກວ້າງຂວາງ ໄປພ້ອມກັບການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ຕາມເງື່ອນໄຂ ແລະ ຄວາມອາດສາມາດຂອງຕົນ ໂດຍໄດ້ສຸມໃສ່ການເກັບກູ້ການຜະລິດລະດູຝົນ ສົ່ງເສີມການຜະລິດເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ ແລະ ປັບປຸງປົວແປງເສັ້ນທາງທີ່ເປ່ເພ ເຮັດໃຫ້ສະພາບທົ່ວໄປມີຄວາມສະຫງົບໂດຍພື້ນຖານ ແນວໃດກໍຕາມ ປະເທດເຮົາຍັງມີພື້ນຖານເສດຖະກິດທີ່ອ່ອນນ້ອຍ ບໍ່ທັນກຸ້ມຕົນເອງໃນຫລາຍດ້ານ, ການກະທົບຈາກສະພາບເສດຖະກິດໂລກຈຶ່ງສູງຫຼາຍ.

    ໂອກາດນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ມີທິດຊີ້ນຳ ບາງວຽກຈຸດສຸມ ຄື: ໃຫ້ຄະນະພັກກະຊວງ-ອົງການ ແລະ ທ້ອງຖິ່ນແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ນໍາພາເຮັດ​ວຽກງານການເມືອງ-ແນວ​ຄິດໃຫ້ເລິກເຊິ່ງ ແລະ ແທດເຖິງຕົວຈິງ ພ້ອມທັງເຮັດຢ່າງຕໍ່ເນື່ອງ ແລະ ແຂງແຮງ ໃນສະພາບທີ່ມີຄວາມຫຍຸ້ງຍາກຄືປັຈຸບັນ ໃຫ້ແກ່ສະມາຊິກພັກ ພະນັກງານ ທະຫານ-ຕຳຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າ ເພື່ອປຸກລະດົມນໍ້າໃຈແຂ່ງຂັນ, ນໍ້າໃຈເສຍສະຫລະ, ຄວາມບຸກໜ້າບືນຕົວປະຕິບັດໜ້າທີ່ວຽກງານໃຫ້ດີ ບໍ່ທໍ້ຖອຍ ຍົກສູງຄວາມເປັນເຈົ້າໃນການພັດທະນາຕົນເອງ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃຫ້ໄດ້ ພ້ອມກັນຈັດຕັ້ງເຜີຍແຜ່ມູນເຊື້ອຄຸນສົມບັດສິນທໍາປະຕິວັດຂອງການນໍາຮຸ່ນກໍ່ຕັ້ງໃນໂອກາດວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນແມ່ນການສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ; ການແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ອັດຕາແລກປ່ຽນ ບັນຫາໄພເງິນເຟີ້ ແລະ ຄ່າຄອງຊີບສູງ ແມ່ນໃຫ້ສືບຕໍ່ພ້ອມກັນຈັດຕັ້ງປະຕິບັດຕາມມາດຕະການທີ່ລັດຖະບານ, ສະພາແຫ່ງຊາດ, ຄະນະສະເພາະກິດ ກໍຄື ບັນດາມາດຕະການທີ່ກະຊວງ ອົງການ ແລະ ທ້ອງຖິ່ນ ໄດ້ວາງອອກ ໃຫ້ເຂັ້ມງວດ ແລະ ເກີດຜົນຕົວຈິງ ຖ້າຫາກເຫັນຈຸດໃດທີ່ຍັງຄົງຄ້າງ ແລະ ຫຍຸ້ງຍາກ ໃຫ້ພ້ອມກັນສຸມໃສ່ແກ້ໃຫ້ມີການຫັນປ່ຽນດີຂຶ້ນ ເຊິ່ງບັນຫາທີ່ຕ້ອງໄດ້ສຸມໃສ່ ແມ່ນການສົ່ງເສີມການຜະລິດເປັນສິນຄ້າອັນໃດຕື່ມ ເພື່ອທົດແທນການນໍາເຂົ້າ ໃຫ້ໄລ່ລຽງຄັກແນ່ອັນທີ່ເຮົາສາມາດເຮັດໄດ້ພາຍໃນ ໂດຍໃຫ້ກໍານົດນະໂຍບາຍກະຕຸກຊຸກຍູ້ເຮັດຢ່າງແຂງແຮງ ແລະ ຕ້ອງນໍາໃຊ້ມາດຕະການທາງເສດຖະກິດເປັນຕົ້ນຕໍ.

ສໍາລັບການຜະລິດລະດູແລ້ງ ໃຫ້ເນັ້ນໃສ່ການເຮັດນາແຊງ ແລະ ການປູກພືດທັນຍາຫານຕ່າງໆເຊິ່ງກະຊວງກະສິກໍາ ແລະ ປ່າໄມ້ ຕ້ອງຄົ້ນຄວ້າສະໜອງປັດໄຈການຜະລິດເປັນຕົ້ນ ແນວພັນ ຝຸ່ນ ລະບົບຊົນ ລະປະທານ ຕະຫຼອດຮອດເຕັກນິກວິທີການໃໝ່ໆ ໃຫ້ແກ່ກະສິກອນ ແນໃສ່ຮັບປະກັນຄຸນນະພາບ ແລະ ຍົກລະດັບສະມັດຕະພາບການຜະລິດໃຫ້ສູງຂຶ້ນ ດ້ານການລ້ຽງກໍເຊັ່ນດຽວກັນ ນອກນັ້ນ ໃຫ້ເອົາໃຈໃສ່ດັດສົມການຜະລິດກະສິກໍາທີ່ເປັນຂະບວນຟົດຟື້ນຂອງປະຊາຊົນ ໃຫ້ຖືກຕ້ອງຕາມລະບຽບ ແລະ ກົດໝາຍ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຂະແໜງເສດຖະກິດອື່ນ ໃນໄລຍະຍາວ ເປັນຕົ້ນແມ່ນ ການຈັດສັນທີ່ດິນ ຕິດພັນກັບການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ໂດຍໃຫ້ກະຊວງກະສິກໍາ-ປ່າໄມ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ້ອງຖິ່ນ ສົມທົບກັນແໜ້ນໃນການຄຸ້ມຄອງ 3 ປະເພດປ່າ ໃຫ້ປະຕິບັດຕາມຄຳສັ່ງ ເລກທີ 11/ນຍ ວ່າດ້ວຍການເພິ່ມທະວິຄວາມເຂັ້ມງວດໃນການນຳໃຊ້ ແລະ ປົກປັກຮັກສາປ່າໄມ້ ຢ່າງເຂັ້ມງວດ.

    ການປົກປັກຮັກສາ ແລະ ສ້ອມແປງຖະໜົນຫົນທາງ ໃຫ້ຂະແໜງການໂຍທາທິການ ແລະ ຂົນສົ່ງແຕ່ລະຂັ້ນ ຕ້ອງເລັ່ງແກ້ໄຂ ໃຫ້ມີຈຸດສຸມຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ບ່ອນໃດມັກເປ່ເພເລື້ອຍໆ ຄວນຊອກຫາສາເຫດແລ້ວແກ້ໄຂບັນຫາໃຫ້ຕົກໄປ ໂດຍສະເພາະ ເສັ້ນທາງທີ່ມີຄວາມສ່ຽງສູງຕໍ່ການເກີດອຸບັດເຫດ ເກີດໄພພິບັດ ດິນເຊາະເຈື່ອນ ແລະ ອື່ນໆ, ຄວນຂຶ້ນແຜນໄລຍະຍາວ ໃຫ້ເປັນລະບົບຄົບຊຸດ ແລະ ມາດຕະການເຕັກນິກອອກແບບເສັ້ນທາງ ຮັບປະກັນທາງດ້ານຄຸນນະພາບ ໃຫ້ມີປະສິດທີ່ພາບສູງ. ພ້ອມທັງ ເອົາໃຈໃສ່ກວດກາ ແລະ ຄວບຄຸມນໍ້າໜັກລົດຂົນສົ່ງສິນຄ້າທຸກປະເພດ ບໍ່ໃຫ້ບັນຈຸນໍ້າໜັກເກີນມາດຕະຖານກໍານົດໄວ້ ລວມທັງຕິດຕາມ ກວດກາ ການກໍ່ສ້າງ ຫລື ສ້ອມແປງເສັ້ນທາງ ຢ່າງເປັນເຈົ້າການ ແລະ ຕ້ອງຮັບປະກັນດ້ານເຕັກນິກ ໃຫ້ໄດ້ມາດຕະຖານສາກົນ ແລະ ສາມາດເຊື່ອຖືໄດ້.

    ພ້ອມນີ້ ໃຫ້ສືບຕໍ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ບັນດາເອກະສານທີ່ກ່ຽວຂ້ອງກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຖ້າມີບັນຫາຕັ້ງຂຶ້ນ ໃຫ້ຖືເອົາກົດລະບຽບພັກເປັນຕົ້ນຕໍ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກທິດ, ດໍາເນີນຕາມວິທີການແຕ່ລະຂັ້ນຕອນ ໃຫ້ມີປະສິດທິຜົນສູງສຸດ ເປັນຕົ້ນແມ່ນ ຄໍາສັ່ງ ສະບັບ ເລກທີ 411/ຄລສພ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມ 3 ຂັ້ນຂອງພັກ ຄໍາແນະນໍາ ສະບັບເລກທີ 211/ຄຈສພ ການຈັດຕັ້ງປະຕິບັດຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມ 3 ຂັ້ນ ຂອງພັກ ບົດແນະນໍາ ສະບັບເລກທີ 05/ຫສພ, ກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ ຄໍາແນະນໍາ ສະບັບເລກທີ 285/ຄກສພ, ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ນອກນັ້ນ ໃຫ້ຄະນະພັກຂັ້ນທ້ອງຖິ່ນ ເອົາໃຈໃສ່ຕື່ມການປັບປຸງຄະນະພັກຮາກຖານກຸ່ມບ້ານ ຄວນມີການປັບປຸງ ແລະ ສ້າງຕື່ມແນວໃດ ຈັດວາງ ແລະ ບໍາລຸງສ້າງພະນັກງານແນວໃດຕື່ມ ໂດຍໃຫ້ຕິດພັນກັບຂໍ້ກໍານົດຂອງຄະນະເລຂາທິການສູນກາງພັກ ເລກທີ 416/ຄລສພ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ແລະ ບ້ານໃຫຍ່ ເພື່ອກຽມຄວາມພ້ອມໃນການສ້າງຕັ້ງຕາແສງຄືນໃໝ່ໃນອະນາຄົດ. ເຊິ່ງບັນຫາເຫຼົ່ານີ້ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 7 ກໍໄດ້ເນັ້ນໜັກ ການນໍາພາເຊື່ອມຊຶມ ເຜີຍແຜ່ ແລະ ນໍາພາຈັດຕັ້ງປະຕິບັດ ແມ່ນຄວາມຮັບຜິດຊອບ ໂດຍກົງຂອງເລຂາຄະນະພັກ ແລະ ຄະນະປະຈໍາພັກ ຢູ່ແຕ່ລະບ່ອນ ຕ້ອງໄດ້ເປັນເຈົ້າການ ຮັບປະກັນຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ຂັ້ນຂອງຕົນ ໃຫ້ດີທີ່ສຸດ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

error: Content is protected !!