ອີງຕາມປະຫວັດ ການສ້າງພະເຈດີ ໂລກະຈຸນລະມະນີ ຫຼື ພະທາດຫຼວງວຽງຈັນ (ສີິລາ ວີລະວົງ) ໄດ້ກ່າວໄວ້ວ່າ: ພະທາດຫຼວງໄດ້ຖືກສ້າງຂຶ້ນພ້ອມກັບການສ້າງເມືອງວຽງຈັນ ສ້າງຂຶ້ນເປັນຄັ້ງທຳອິດສະຕະວັດທີ 3 ປະມານ ພ ສ 236 ກົງກັບສະໄໝທີ່ພະເຈົ້າອະໂສກມະຫາລາດ ໄດ້ສົ່ງພະສະມະນະທູດອອກໄປເຜີຍແຜ່ສາສະໜາ ໃນດິນແດນຕ່າງໆ ເຖິງເກົ້າສາຍ ຕໍ່ມາເຖິງປະມານ ຄສ ທີ 347 ພະຍາບຸລີຈັນ ປະສິດທິສັກ ໄດ້ຖືກສະຖາປະນາເປັນພໍ່ເມືອງວຽງຈັນ ແລະ ກໍຂຶ້ນກັບມະລຸກຂະນະຄອນ ຈຶ່ງໄດ້ພ້ອມກັບພະມະຫາພຸດທະວົງສາ ພະມະຫາສັດສະດີ ນໍາເອົາພະອັດຖິຫົວເນົ່າຂອງພະພຸດທະເຈົ້າ ມາປະດິດສະຖານຢູ່ພູເຂົາຫຼວງວຽງຈັນ ຫຼື ສ້າງພະທາດຫຼວງໄລຍະສອງ.

ຕໍ່ມາໃນປີ ຄສ 1556 ພະທາດຫຼວງໄດ້ຖືກສ້າງຂຶ້ນໂດຍ ພະເຈົ້າໄຊຍະເຊດຖາທິລາດ ເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນບ່ອນເຄົາລົບສັກກາລະບູຊາຂອງປວງຊົນ.

ນັບແຕ່ປີ ພສ 2103 (ຄ.ສ 1560) ພະເຈົ້າໄຊຍະເຊດຖາທິລາດ ໄດ້ຍ້າຍນະຄອນຫຼວງຂອງປະເທດມາເມືອງວຽງຈັນ ແລະ ໃສ່ຊື່ໃຫ້ວ່າ “ນະຄອນຈັນທະບູລີ ສີສັດຕະນາ ຄະຫຸດອຸດຕະມາລາຊະນີ” ຂຶ້ນເປັນນະຄອນຫຼວງເມື່ອປີຈຸນລະສັກກະຫຼາດ 992 ກົງກັບ ພສ 2813 ຄສ 1568 ແລ້ວເຖິງປີ ພສ 2189 ( ຄສ 1556 ) ພະອົງໄດ້ສ້າງທາດຫຼວງຂຶ້ນ ໂດຍກໍ່ກວມເອົາພະທາດລູກເກົ່າທີ່ມີມາແຕ່ບູຮານ ເມື່ອສ້າງສຳເລັດແລ້ວພະອົງໄດ້ໃສ່ຊື່ພະທາດ ຫຼື ພະເຈດີລູກນີ້ວ່າ “ເຈດີໂລກະຈຸຸນລະມະນີ” ແຕ່ທຸກວັນນີ້ ຄົນສ່ວນຫຼາຍຮຽກວ່າ “ພະທາດຫຼວງ” ຄຳວ່າ ທາດຫຼວງນັ້ນຄົງຈະໝາຍຄວາມວ່າ ທາດໃຫຍ່ນັ້ນເອງ.


ຫຼັງຈາກການສ້າງພະທາດສຳເລັດແລ້ວ ພະເຈົ້າໄຊຍະເຊດຖາທິລາດ ໄດ້ນຳພາປວງຊົນຈັດງານບຸນສະເຫຼີມສະ ຫຼອງພະທາດເຈດີໂລກະຈຸນລະມະນີ ຫຼື ພະທາດຫຼວງນີ້ຂຶ້ນເພື່ອສະຫຼອງເປັນທີ່ສັກກາລະບູຊາ
ດັ່ງນັ້ນໃນທຸກໆປີ ວັນເພັງ 15 ຄໍ່າ ເດືອນ 12 ຂອງລາວ ຈຶ່ງມີພິທີກຳການເຮັດບຸນນະມັດສະການພະທາດຫຼວງນີ້ຂຶ້ນ ຈຶ່ງກາຍເປັນປະເພນີ ທີ່ບັນພະບຸລຸດໄດ້ພາກັນເຮັດ ແລະ ສືບທອດກັນມາຮອດປັດຈຸບັນນີ້ດັ່ງປາກົດອອກໃນຄອງສິບສີ່ຂອງ ພຣະເຈົ້າມະຫາຊີວິດວ່າ

ເດືອນ 12 ເພັງ ເສນາອາມາດ ແລະສັງຂະເຈົ້າພ້ອມລາດສະດອນ ແຫ່ພະເຈົ້າມາຫາຊີວີດ ແລະ ເຈົ້່າຍິງໝ່ອມນາງທັງ 5 ໄປນະມັດສະການພຣະສີທໍາມະໂສກະລາດ (ທາດຫຼວງ) ພ້ອມທັງເຄື່ອງ ມີຕົ້ນທຽນ ດອກໄມ້ບັ້ງໄຟດອກ ໄຟຫາງກະຫວ່າຍກອງປີດກອງຍາວຮູບຫຸ່ນລະຄອນ ສິງໂຂນ ແລະເຄື່ອງຫຼິ້ນມະໂຫລະສົບຕ່າງໆ ໄປຫຼິ້ນຢູ່ພະລານເດີ່ນພະທາດ ຖ້ວນ 3 ວັນ 3 ຄືນ ແລ້ວຈຶ່ງສະເດັດກັບຄືນ ເພື່ອໃຫ້ເປັນທີ່ຊົມຊື່ນຍິນດີເຊິ່ງກັນ ແລະ ກັນ ຂ້າລາວຊາວດອຍທັງຫຼາຍ ກໍຈະໄດ້ເຫັນກັນ ແລະ ກັນ ແລະ ຈະໄດ້ເວົ້າລົມກັນເປັນມິດສະຫາຍ ຈຶ່ງຈະເປັນກຽດຕິຍົດລືຊາປະກົດແກ່ ບ້ານ ເມືອງ ອັນຢູ່ໄກ້ຄຽງ.

ການເຮັດບຸນນະມັດສະການພະທາດຫຼວງ ເພື່ອສັກກາລະບູຊາພະພຸດທະເຈົ້າ ແລະ ອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວ ພ້ອມນັ້ນ ຍັງລະນຶກເຖິງຄຸນງາມຄວາມດີຂອງບັນພະບຸລຸດທີ່ໄດ້ເສຍສະຫຼະຫຍາດເຫື່ອແຮງກາຍສະຕິປັນຍາເຂົ້າໃນການສ້າງພະທາດຫຼວງ ເຊິ່ງກົງກັບວັນແຫ່ພຣະຂ້ຽວແກ້ວອັນເປັນພຣະອັຕຖິຂອງພຮະພຸດທະເຈົ້າ ຢູ່ທີ່ສາລະນາດ (ສະຖານທີ່ປະຖົມເທສະໜາໂຜດພຣະປັນຈະວັກຄີ) ເມືອງພາລານະສີເເຄວ້ນອຸຕະລະປະເທດ (ປະເທດອີນເດຍ) ສ່ວນປະເທດໄທ ກໍມີການລອຍກະໂທງໃນວັນນີ້ອັນເປັນນການບູຊາຮອຍພະບາດ ທີ່ພະພຸດທະອົງປະທັບໄວ້ທີ່ແມ່ນ້ຳນໍາມະທາ ປະເທດອິນເດຍ ຊາວລາວຈຶ່ງໄດ້ຖືເອົາວັນນີ້ ເປັນວັນນະມັດການພະທາດຫຼວງວຽງຈັນສືບຕໍ່ກັນມາ ແລະ ເຊື່ອວ່າພິທີນີ້ຈະຕ້ອງດຳລົງຄົງຢູ່ຕະຫຼອດຊິວີດຈິດໃຈຂອງຊາວລາວເຮົາ ຕາບເທົ່າຊົ່ວຟ້າດິນສະຫຼາຍຕະຫຼອດນິລັນການ.
ພິທີບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາແຕ່ລະປີ ຕົ້ນແຕ່ເຈົ້າໄຊຍະເຊຕຖາ ເປັນຕົ້ນມາ ຕ້ອງໄດ້ຈັດພິທີເປັນທາງການ ແລະ ຖືວ່າເປັນຄອງໜຶ່ງຂອງເຈົ້າຊີວິດທີ່ຈະຕ້ອງໄດ້ພາປະຊາລາດສະດອນເຮັດບຸນນ້ອມນະມັັັດສະການ ພະທາດຫຼວງດັ່ງປາກົດໃນຄອງສິບສີ່ ສໍາລັບພະລາຊາວ່າ: “ ເດືອນ 12 ເພັງ ເສນາອາມາດ ແລະ ສັງຂະເຈົ້າພ້ອມລາດສະດອນ ແຫ່ພະເຈົ້າມາຫາຊີວີດ ແລະ ເຈົ້່າຍິງໝ່ອມນາງທັງ 5 ໄປນະມັດສະການພະສີທໍາມາໂສກະລາດ (ທາດຫຼວງ) ພ້ອມທັງເຄື່ອງ ມີຕົ້ນທຽນ ດອກໄມ້ບັ້ງໄຟດອກ ໄຟຫາງກະຫວ່າຍກ້ອງປີດກ້ອງດາວຮູບຫຸ່ນລະຄອນ ສິງໂຂນ ແລະ ເຄື່ອງຫຼິ້ນມະໂຫຼະສົບຕ່າງໆ ໄປຫຼິ້ນຢູ່ພະລານເດີ່ນພຣະທາດຖ້ວນ 3 ວັນ 3 ຄືນ ແລ້ວຈຶ່ງສະເດັດກັບຄືນ ເພື່ອໃຫ້ເປັນທີ່ຊົມຊື່ນຍິນດີເຊິ່ງກັນ ແລະກັນ ຂ້າລາວຊາວດອຍທັງຫຼາຍ ກໍຈະໄດ້ເຫັນ ພົບປະ ໂອ້ລົມເຊິ່ງກັນ ແລະ ກັນ.

ຈາກຈຸດນີ້ສັງເກດໄດ້ວ່າ: ຄອງສິບທີ່ຂໍ້ນີ້ຄົງກໍາເນີດຂຶ້ນໃນສະໄໝເຈົ້າໄຊຍະເຊດຖາທິລາດ ເພື່ອຢາກໃຫ້ບຸນນະມັດ ສະການພະທາດຫຼວງເປັນບຸນທີ່ສໍາຄັນ ແລະ ຄວນໄດ້ຮັບການສືບທອດກັນມາ ພະອົງຈຶ່ງໄດ້ນໍາໄປບັນຍັດເປັນຄອງສິບສີ່ ສໍາລັບພະລາຊາເປັນແນ່ແທ້ ຈາກນັ້ນມາຈຶ່ງມີການປະຕິບັດສືບທອດກັນມາ ພໍຕົກສະໄໝລະບອບຣາຊາທີປະໄຕ ແມ່ນເຈົ້າເເຜ່ນດິນເປັນຜູ້ນຳພາໄພ່ພົນ ມີນາຍົກລັດຖະມົນຕີຂ້າລາຊະການໃຫຍ່-ນ້ອຍ ແລະ ປະຊາຊົນກະທຳກັນເປັນ 1 ອາທິດ ຫຼື 2 ອາທິດ ແລ້ວຕໍ່ໃສ່ບຸນວັດອົງຕື້ – ອິນແປງໃນເເຮມ 1 ຄໍ່າເດືອນ 12 ຂອງທຸກປີ ຕົກມາໃນລະບອບສັງຄົມນິຍົມ ກໍຈັດພີທີເປັນທາງການໂດຍມີປະທານປະເທດ ນາຍົກລັດຖະມົນຕີ ຄະນະລັດຖະມົນຕີ ຂ້າລັດຖະການ ປະຊາຊົນກະທໍາຕາມຮີດຄອງປະເພນີດັ່ງເດີມທຸກຢ່າງ.

ພິທີກຳການເຮັດບຸນນະມັດສະການພະທາດຫຼວງນີ້ ຍັງຄົງປະຕິບັດຕາມທີ່ເຄີຍໄດ້ປະຕິບັດກັນມາຕັ້ງແຕ່ເດີມນັ້ນກໍຄື ພໍຮອດມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວຂອງທຸກໆປີ ຈະຕ້ອງໄດ້ມີການຫ້າງຫາກະກຽມ ແລະ ເຕົ້າໂຮມຫ້າງຫາຕົກແຕ່ງຜາສາດເຜິ້ງແຫ່ໄປວັດສີເມືອງ ຄົບງັນຢູ່ທີ່ນັ້ນຄືນໜຶ່ງ ເພື່ອສະແດງຄວາມສາມັກຄີ ແລະ ສະແດງຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ ຕໍ່ຕົນເອງອີກດ້ວຍ. ຫຼັງຈາກນັ້ນ ໃນມື້ຂຶ້ນ 14 ຄໍ່າ ກໍຈະມີພິທີການແຫ່ຜາສາດເຜິ້ງຈາກ 4 ຕົວເມືອງຄື ເມືອງໄຊເຊດຖາ ເມືອງຈັນທະບູລີ ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ ແລະ ຈາກພາກສ່ວນຕ່າງໆ ການແຫ່ຜາສາດເຜິ້ງຈາກ 4 ຕົວເມືອງນັ້ນ ແມ່ນມາເຕົ້າໂຮມກັນຢູ່ວັດໜອງບອນ ແລ້ວຈຶ່ງມີການແຫ່ຜາສາດເຜິ້ງອອກຈາກວັດໜອງບອນມາທາດຫຼວງ ແລະ ຄົບງັນຢູ່ບໍລິເວນທາດຫຼວງ ມື້ຂຶ້ນ 15 ຄໍ່າ ມີການຕັກບາດຢູ່ໃນກົມມະລຽນ ແລະບໍລິເວນເດີ່ນດ້ານນອກ ຕອນບ່າຍມີການຕີຄີເຊິ່ງເປັນກິລາພື້ນເມືອງປະເພດໜຶ່ງທີ່ສືບທອດກັນມາຕັ້ງແຕ່ອະດີດຈົນຮອດປັດຈຸບັນ ຕອນຄໍ່າ ມີການວຽນທຽນອ້ອມພຣະທາດ ແລະ ຈູດບັ້ງໄຟດອກເຊິ່ງໃນງານບຸນນະມັດສະການພະທາດຫຼວງນີ້ປະກອບມີຫຼາຍໆກິດຈະກຳໃຊ້ເວລາຢູ່ 7 ມື້ 7 ຄືນ ມື້ຕໍ່ມາຄືວັນແຮມ 1 ຄໍ່າ ເດືອນ 12 ເພິ່ນກໍ່ມີພິທີແຫ່ຜາສາດເຜິ້ງມາວັດອົງຕື້ ຈາກນັ້ນກໍແຫ່ໄປວັດອິນແປງ ວຽນທຽນ 3 ຮອບແລ້ວແຫ່ກັບມາວຽນທຽນທີ່ວັດອົງຕື້ ສ່ວນອີກຂະບວນໜຶ່ງກໍຈະມີການແຫ່ຜາສາດເຜິ້ງຈາກພະທາດຫຼວງໄປວັດໄຕໃຫຍ່ ເຊັ່ນດຽວກັນກັບວັດອົງຕື້ ສະຫຼຸບແລ້ວ ບຸນນະມັດສະການພະທາດຫຼວງແມ່ນເລີ່ມຈາກວັດສີເມືອງ (ຫາງເມືອງ) ໄປຈຸດໃຈກາງ ກໍຄືພະທາດຫຼວງ ຈາກນັ້ນກໍຈະແຫ່ໄປທາງວັດອົງຕື້ ອິນແປງ ແລະວັດໄຕໃຫຍ່ (ເຊິ່ງເປັນວັດທາງຫົວເມືອງ) ຈຶ່ງເປັນອັນຈົບພິທີ ບຸນນະມັດສະການພະທາດຫຼວງຢ່າງເປັນທາງການ.

