ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 10

    ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸ່ຍ ແທັງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ສສ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 10 ລະຫວ່າງສອງ ກະຊວງນການຕ່າງປະເທດ ລາວ-ຫວຽດນາມ ໃນລະຫວ່າງວັນທີ 21-23 ພະຈິກ 2023 ເຊິ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນຈັດຂຶ້ນໃນທຸກປີ ເພື່ອປຶກ ສາຫາລື ແລະ ແລກປ່ຽນບັນຫາຕ່າງໆ ອັນໄດ້ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

    ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງນີ້ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 22 ພະຈິກ 2023 ທີ່ ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ບຸ່ຍ ແທັງ ເຊີນ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດເຂົ້າຮ່ວມ ໂອກາດນີ້ ສອງຝ່າຍໄດ້ຮ່ວມກັນຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືໃນໄລຍະຜ່ານມາ ແລກປ່ຽນຄໍາຄິດຄໍາເຫັນກົງໄປກົງມາ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆທີ່ສອງຝ່າຍໃຫ້ຄວາມສົນໃຈ, ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອຍົກສູງກົນໄກການຮ່ວມມືລະຫວ່າງສອງກະຊວງ ໃນການເປັນເສນາທິການວຽກງານການຕ່າງປະເທດ, ການຕິດຕາມ ແລະ ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສອງປະເທດໃນການຜັນຂະຫຍາຍທິດຊີ້ນໍາ ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ເພື່ອເຮັດໃຫ້ການພົວພັນຮ່ວມມືນັບມື້ນັບມີປະສິດທິພາບ ປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຫວຽດນາມ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງກະຊວງ, ເຊິ່ງສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ ຢ່າງເປັນປົກກະຕິ ແລະການຮ່ວມມືສືບຕໍ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເຂົ້າສູ່ລວງເລິກ ແລະ ລວງກວ້າງ ໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນດ້ານການເມືອງ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ ການຄ້າ ການລົງທຶນ ການສຶກສາ ວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ ແລະ ການພົວພັນຮ່ວມມືດ້ານອື່ນໆ ນອກຈາກນີ້ ສອງຝ່າຍກໍໄດ້ປຶກສາຫາລືກັນໃນການກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເຊິ່ງຝ່າຍຫວຽດນາມຢືນຢັນຄວາມໝາຍໝັ້ນທີ່ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງເຕັມເມັດເຕັມໜ່ວຍເພື່ອຮັບປະກັນຜົນສຳເລັດອັນຈົບງາມ.

    ທາງດ້ານເສດຖະກິດ ສອງຝ່າຍ ເຫັນດີເປັນເອກະພາບໃນການຮັດແໜ້ນການພົວພັນຮ່ວມມືຮອບດ້ານ ທີ່ເປັນປັດໄຈຕັດສິນແຫ່ງການຂະຫຍາຍຕົວ ແລະ ຄົງຕົວຂອງແຕ່ລະປະເທດ ເຫັນດີຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຮ່ວມມືດ້ານການຄ້າ ການລົງທຶນ, ການຂົນສົ່ງ ລວມເຖິງການໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ ເຊິ່ງມູນຄ່າການຄ້າສອງຝ່າຍ ໃນ 9 ເດືອນຕົ້ນປີ 2023 ບັນລຸ 1,2 ຕື້ ໂດລາສະຫະລັດ ພ້ອມກັນນັ້ນ ຫວຽດນາມ ກໍ່ຈັດຢູ່ໃນອັນດັບແຖວໜ້າຂອງຜູ້ລົງທຶນຕ່າງປະເທດຢູ່ ສປປ ລາວ ລວມມີ 241 ໂຄງການ ມູນຄ່າທຶນຈົດທະບຽນທັງໝົດ 5,47 ຕື້ໂດລາສະຫະລັດ ສອງຝ່າຍ ຍັງໄດ້ປຶກສາຫາລືໃນການຊຸກຍູ້ສົ່ງເສີມພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕີບັດບັນດາໂຄງການຮ່ວມມືທີ່ຍັງຄົງຄ້າ.

    ສະເພາະການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນສືບຕໍ່ມີຄວາມສະໜິດແໜ້ນຕະຫຼອດໄລຍະຜ່ານມາ ໃນຂະນະດຽວກັນບັນດາສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ ກໍ່ໄດ້ມີການພົບປະແລກປ່ຽນກັນຢ່າງເປັນປົກກະຕິ ສອງຝ່າຍ ເຫັນດີໃນການສືບຕໍ່ເພີ່ມທະວີການພົວພັນຮ່ວມມື ໂດຍສະເພາະການເປັນເສນາທິການໃຫ້ແກ່ຂັ້ນເທິງໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ຂອງສອງກະຊວງ ໄລຍະ 2021-2025 ແລະ ແຜນປະຕິບັດງານການທູດເສດຖະກິດ ໄລຍະ 2020-2025 ໃນນັ້ນກໍ່ໄດ້ສໍາເລັດການຈັດຝຶກອົບຮົມການສ້າງນາຍແປພາສາ ຢູ່ສະຖາບັນການຕ່າງປະເທດ.

    ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ບໍ່ວ່າຂັ້ນຮອງລັດຖະມົນຕີ ກໍ່ຄືຂັ້ນລັດຖະມົນຕີ ແມ່ນເປັນກົນໄກທີ່ມີຄວາມສໍາຄັນ ທີ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງຂະແໜງການຕ່າງປະເທດ ລາວ-ຫວຽດນາມ ໃນຖານະເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ພັກ ແລະ ລັດຖະບານ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນ ເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!