ໃຫ້ຄວາມຮູ້ກຳມະການຕັດສິນບານເຕະ ກຽມ ລາວລີກ 1

ຊຸດ​ເຝິກ­ອົບ­ຮົມ​ກຳ­ມະ­ການ​ຕັດ­ສິນ ເພື່ອ​ກຽມ​ຄວາມ​ພ້ອມ​ຕັດ­ສິນ​ການ​ແຂ່ງ­ຂັນ​ບານ­ເຕະ ເປບ​ຊີ ລາວ​ລີກ 1 ປະ­ຈຳ​ປີ 2020 ຈັດ​ຂຶ້ນ​ວັນ​ທີ 1 ກໍ­ລະ­ກົດ 2020 ຢູ່​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ໂດຍ​ມີ​ທ່ານ ຄຳ​ແພງ ວົງ​ຂັນ­ຕີ ຮອງ​ປະ­ທານ ສຕລ ຫົວ­ໜ້າ​ອະ­ນຸ​ກຳ­ມະ­ການ​ຕັດ­ສິນ ສຕລ ທ່ານ ທອງ​ປະ­ເສີດ ພອນ​ສິ​ຣິ​ຍະ​ວົງ ຫົວ­ໜ້າ​ຄູ​ເຝິກ​ສອນ​ກຳ­ມະ­ການ​ຕັດ­ສິນ ທ່ານ ໄຊ​ປະ­ເສີດ ພົງ​ຊະ­ນິດ ຫົວ­ໜ້າ​ພະ​ແນກ​ກຳ­ມະ­ການ​ຕັດ­ສິນ ຜູ້​ປະ​ເມີນ​ກຳ­ມະ­ການ​ຕັດ­ສິນ ພ້ອມ​ດ້ວຍ​ສຳ​ມະ​ນາ​ກອນ 36 ຄົນ ທີ່​ມາ​ຈາກ​ພາກ­ສ່ວນ​ຕ່າງໆ​ເຂົ້າ​ຮ່ວມ.

ທ່ານ ຄຳ​ແພງ ວົງ​ຂັນ­ຕີ ກ່າວ​ວ່າ: ການ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ເພື່ອ​ກະ­ກຽມ​ການ​ແຂ່ງ­ຂັນ​ບານ­ເຕະ ເປບ​ຊີ ລາວ​ລີກ 1 ປະ­ຈຳ​ປີ 2020 ຂໍ​ຮຽກ­ຮ້ອງ​ໃຫ້​ກຳ­ມະ­ການ​ຕັດ­ສິນ ໃຫ້​ເອົາ­ໃຈ­ໃສ່​ໃນ​ການ​ເຝິກ­ອົບ­ຮົມ ສຶກ​ສາ​ກົດ​ລະ­ບຽບ​ທີ່​ຟີ​ຟາ​ປັບ­ປຸງ​ໃໝ່​ໃຫ້​ລະ­ອຽດ ພາຍ­ຫຼັງ​ສຳ­ເລັດ​ການ​ເຝິກ­ອົບ­ຮົມ​ແລ້ວ ຂໍ​ໃຫ້​ຕັດ­ສິນ​ໃຫ້​ມີ​ຄວາມ​ເປັນ​ທຳ​ໃນ​ທຸກໆ​ນັດ ການ​ເຝິກ​ອົບ​ຄັ້ງ​ນີ້​ດຳ­ເນີນ​ແຕ່​ວັນ​ທີ 1-3 ກໍ­ລະ­ກົດ 2020 ໂດຍ​ຈະ​ລົງ​ເລິກ​ທັງ​ທິດ​ສະ​ດີ ແລະ ການ​ປະ­ຕິ­ບັດ​ຕົວ​ຈິງ.

ການ​ແຂ່ງ­ຂັນ​ລາຍ­ການ ເປບ​ຊີ ລາວ​ລີກ 1 ລະ­ດູ​ການ 2020 ມີ 7 ສະ­ໂມ­ສອນ​ເຂົ້າ​ຮ່ວມ ເຊິ່ງ​ຈະ​ເປີດ​ແຂ່ງ­ຂັນ​ວັນ​ທີ 11 ກໍ­ລະ­ກົດ-3 ຕຸ­ລາ 2020 ນອກ​ນີ້ ຍັງ​ມີ​ອີກ 1 ລາຍ­ການ​ໃຫຍ່ ກໍ​ຄື ການ​ແຂ່ງ­ຂັນ​ບານ­ເຕະ​ຊີງ​ຂັນ ສຕລ ປະ­ຈຳ​ປີ 2020 ກຳ­ນົດ​ເອົາ​ທີມ​ຈາກ​ລາວ​ລີກ 1 ແລະ ລາວ​ລີກ 2 ລວມ 21 ທີມ ມາ​ຈັບ​ສະ­ຫຼາກ​ແຂ່ງ­ຂັນ ທີມ​ໃດ​ເສຍ​ຕົກ​ຮອບ ລາຍ­ການ​ດັ່ງ­ກ່າວ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ເດືອນ​ສິງ­ຫາ​ນີ້.

ສ່ວນ​ການ​ແຂ່ງ­ຂັນ​ໃນ​ປີ​ນີ້ ຈະ​ໃຊ້ 2 ສະ­ໜາມ​ຄື: ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ສະ­ໜາມ​ໃນ ແລະ ສະ­ໜາມ​ນອກ ໂດຍ​ນັດ​ທຳ​ອິດ ມີ​ການ​ແຂ່ງ­ຂັນ 2 ຄູ່ ເວ­ລາ 16:00 ໂມງ ສະ­ໂມ­ສອນ ມາ​ສ​ເຕີ້ ເຊ​ເວັ້ນ ເອັຟ​ຊີ ພົບ ສະ­ໂມ­ສອນ ລາວ​ໂຕ​ໂຢ​ຕ້າ ເອັຟ​ຊີ ແຂ່ງ­ຂັນ​ສະ­ໜາມ​ໃນ ສ່ວນ​ສະ­ໂມ­ສອນ ຊ້າງ​ນ້ອຍ ເອັຟ​ຊີ ພົບ ສະ­ໂມ­ສອນ ເອ​ສະ​ຣາ ເອັຟ​ຊີ ແຂ່ງ­ຂັນ​ຢູ່​ສະ­ໜາມ​ນອກ ສ່ວນ​ວັນ​ທີ 12 ກໍ­ລະ­ກົດ 2020 ເວ­ລາ 16:00 ໂມງ ສະ­ໂມ­ສອນ ປກສ ເອັຟ​ຊີ ພົບ ສະ­ໂມ­ສອນ ວຽງ​ຈັນ ເອັຟ​ຊີ ແຂ່ງ­ຂັນ​ຢູ່​ສະ­ໜາມ​ໃນ.

error: Content is protected !!