ຮັບຮອງເອົາ 3 ປະເພດກີລາ ກຽມສ້າງເປັນຄູ່ມືການຮຽນ-ການສອນ

ກອງ​ປະ­ຊຸມ​ກວດ​ຜ່ານ​ເນື້ອ​ໃນ ແລະ ຮັບ­ຮອງ​ເອົາ 3 ປະ­ເພດ​ກີ­ລາ ຄື: ປິ່ງ​ປ່ອງ ເປ​ຕັງ ແລະ ກະ­ຕໍ້ ກຽມ​ສ້າງ​ເປັນ​ປື້ມ​ຄູ່​ມື​ການ​ຮຽນ-ການ​ສອນ ແລະ ການ­ເຝິກ­ແອບ​ໃຫ້​ນັກ­ກີ­ລາ​ຮຸ່ນ​ສືບ​ທອດ ຈັດ​ຂຶ້ນ​ວັນ​ທີ 29 ມິ­ຖຸ­ນາ-3 ກໍ­ລະ­ກົດ 2020 ຢູ່​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ​ສະ­ຫວັນ​ນະ​ເຂດ ມີ​ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ​ຄະ­ນະ​ກຳ­ມະ­ການ​ໂອ­ແລັມ­ປິກ​ແຫ່ງ​ຊາດ​ລາວ ທ່ານ ແສງ​ພອນ ພົນ​ອາ­ມາດ ຫົວ­ໜ້າ​ກົມ​ກີ­ລາ​ລະ­ດັບ​ສູງ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ​ນາງ ຄຳ​ຫຼ້າ ເພັງ​ສີ­ດາ​ລາ ຫົວ­ໜ້າ​ພະ​ແນກ​ກວດ­ກາ ຕິດ­ຕາມ ປະ​ເມີນ ແລະ ປະ­ກັນ​ຄຸນ​ນະ​ພາບ ສະ​ຖາ​ບັນ​ກີ­ລາ-ກາຍ­ຍະ­ກຳ ກ່າວ​ວ່າ: ໂຮງ­ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາຍ­ຍະ­ກຳ (ຮພກ) ເປັນ​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ປະ­ສົມ​ວິ­ຊາ​ຊີບ​ດ້ານ​ການ​ສຶກ​ສາ ເປັນ​ໂຮງ­ຮຽນ​ກິນ-ນອນ ສ້າງ­ຕັ້ງ​ປີ 2013 ພາຍ​ໃຕ້​ການ​ຊີ້​ນຳ​ດ້ານ​ວິ­ຊາ​ການ ແລະ ສາຍ​ສາ­ມັນ​ສຶກ​ສາ​ຂຶ້ນ​ກັບ​ພະ​ແນກ ສສກ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ດ້ານ​ສາຍ​ກີ­ລາ​ຂຶ້ນ​ກັບ​ກົມ​ກີ­ລາ​ລະ­ດັບ​ສູງ ປັດ­ຈຸ­ບັນ​ຂຶ້ນ​ກັບ​ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ ມີ​ຈຸດ­ປະ­ສົງ​ເພື່ອ​ສ້າງ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໃຫ້​ໄປ​ຕາມ 3 ລັກ­ສະ­ນະ 5 ຫຼັກ​ມູນ​ການ​ສຶກ​ສາ ສ້າງ​ນັກ­ກີ­ລາ​ຮຸ່ນ​ສືບ​ທອດ​ໃຫ້​ມີ​ຄວາມ​ຮູ້-ຄວາມ​ສາ­ມາດ ແລະ ມີ​ຄຸນ​ນະ​ທຳ ກາຍ­ເປັນ​ນັກ­ກີ­ລາ​ທີມ​ຊາດ ແລະ ນັກ­ກີ­ລາ​ອາ­ຊີບ​ໃນ​ອະ­ນາ­ຄົດ.

ຮພກ ໄດ້​ຈັດ­ການ​ຮຽນ-ການ​ສອນ ຊັ້ນ ມ5-ມ7 ຕາມ​ຫຼັກ­ສູດ ທີ່​ກະ­ຊວງ ສສກ ວາງ​ອອກ 60% ແມ່ນ​ສາຍ​ສາ­ມັນ​ສຶກ​ສາ 40% ແມ່ນ​ສາຍ​ກີ­ລາ ສົກ­ຮຽນ 2017-2018 ມີ 9 ປະ­ເພດ​ກີ­ລາ ສົກ​ປີ 2018-2019 ໄດ້​ເພີ່ມ​ອີກ 2 ປະ­ເພດ​ກີ­ລາ ກ່ອນ​ສົກ­ຮຽນ 2019-2020 ໄດ້​ເພີ່ມ​ມາ​ຕື່ມ​ອີກ 1 ປະ­ເພດ​ກີ­ລາ ລວມ 13 ປະ­ເພດ​ກີ­ລາ ໄລ­ຍະ​ສົກ­ຮຽນ 2014-2015 ໄດ້​ສ້າງ​ປື້ມ​ຄູ່​ມື 8 ປະ­ເພດ​ກີ­ລາ ແລະ ຖືກ​ຮັບ­ຮອງ​ໃຫ້​ນຳ​ໃຊ້​ພາຍ​ໃນ​ໂຮງ­ຮຽນ​ໄດ້​ຮັບ​ຜົນ​ເປັນ​ຢ່າງ​ດີ ມາ​ຮອດ​ສົກ­ຮຽນ 2018-2019 ວິ­ຊາ​ການ ຮພກ ຮ່ວມ​ກັບ​ສະ­ຫະ­ພັນ​ກ່ຽວ­ຂ້ອງ​ໄດ້​ສ້າງ​ປຶ້ມ​ຄູ່​ມື​ອີກ 3 ປະ­ເພດ​ກີ­ລາ​ດັ່ງ­ກ່າວ ໂດຍ​ໄດ້​ຮອງ​ຮັບ​ດ້ານ​ໂຄງ​ສ້າງ​ຂອງ​ປື້ມ​ແຕ່​ສົກ­ຮຽນ 2014-2015 ສ່ວນ​ດ້ານ​ເນື້ອ​ໃນ​ໄດ້​ຮັບ​ການ​ເປັນ​ເອ­ກະ​ພາບ​ຕາມ​ແຜນ­ການ​ກຳ­ນົດ​ໄວ້ ໃນ​ຫຼັກ­ສູດ​ວິ­ຊາ​ຊີບ ປັດ­ຈຸ­ບັນ ຮພກ ຈຶ່ງ​ໄດ້​ເຊີນ​ພາກ­ສ່ວນໆ​ກ່ຽວ­ຂ້ອງ ກວດ­ກາ​ຄວາມ​ຖືກ­ຕ້ອງ​ຄືນ ແລະ ຮັບ­ຮອງ ເພື່ອ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ຮຽນ-ການ​ສອນ.

error: Content is protected !!