ພິທີສະເຫຼີມສະຫຼອງ 50 ປີ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ (ສປຊ) ສຳລັບເດັກ ຈັດຂຶ້ນວັນທີ 22 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ນາງ ດຣ ເພຍ ເຣເບີໂລ ບຣິດໂຕ ຫົວໜ້າອົງການ ອຸຍນີເຊັບ ປະຈຳ ສປປ ລາວ ພ້ອມດ້ວຍບັນດາລັດຖະມົນຕີ ຮອງລັດຖະມົນຕີ ຮອງເຈົ້າແຂວງ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ແລະ ຕົວແທນເດັກຈາກ 18 ແຂວງທົ່ວປະເທດເຂົ້າຮ່ວມ.


ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ການຈັດຕັ້ງປະຕິບັດ ຂອບການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະອົງການ ອຸຍນີເຊັບ ໃນໄລຍະຫຼາຍປີຜ່ານມາ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ຂອງ ສປປ ລາວ ໃນນັ້ນ ການລິເລີ່ມໂຄງການປົກປ້ອງເດັກ ໄດ້ຍົກລະດັບຄວາມເຂົ້າໃຈ ກ່ຽວກັບບັນຫາການປົກປ້ອງເດັກເພີ່ມຂຶ້ນ ແລະ ເຮັດໃຫ້ການແກ້ໄຂບັນຫາທີ່ສໍາຄັນມີຄວາມຄືບໜ້າດີຂຶ້ນເຊັ່ນ: ການໃຊ້ຄວາມຮຸນແຮງຕໍ່ເດັກ ໄດ້ມີການສໍາຫຼວດການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ລະດັບຊາດ ແລະໄດ້ອອກນິຕິກໍາ ເພື່ອກຳນົດຂອບກົດຫມາຍທີ່ເຂັ້ມແຂງເພື່ອປົກປ້ອງເດັກ ການເປີດໂຕ ແຜນຈັດຕັ້ງປະຕິບັດແຫ່ງຊາດຄັ້ງທຳອິດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກ ໃນເດືອນມັງກອນ ປີ 2023 ໄດ້ເຮັດໃຫ້ ສປປ ລາວ ກາຍເປັນປະເທດໜຶ່ງໃນພາກພື້ນ ທີ່ມີການວາງແຜນປົກປ້ອງເດັກຢ່າງຮອບດ້ານ ມາຮອດປັດຈຸບັນ ເຄືອຂ່າຍກ່ຽວກັບການປົກປ້ອງເດັກໄດ້ຖືກສ້າງຕັ້ງຂຶ້ນ 3004 ເຄືອຄ່າຍ ຄະນະກໍາມະການປະສານງານ ດ້ານຄວາມຍຸຕິທໍາຂອງເດັກນ້ອຍໄດ້ຖືກສ້າງຕັ້ງຂຶ້ນ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍ ແລະການບໍລິການຄວາມຫຼາກຫຼາຍຂອງຊຸມຊົນໄດ້ຮັບການຂະຫຍາຍກວ້າງຂວາງອອກ ຄວາມພະຍາຍາມເຫຼົ່ານີ້ ບໍ່ພຽງແຕ່ເປັນຕົວເລກເທົ່ານັ້ນ ແຕ່ເປັນການຊີ້ໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຍືນຍົງ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍໃນການປົກປ້ອງເດັກທຸກໆຄົນ ໃນສປປ ລາວ ການຮ່ວມມືກັບອົງການ ອຸຍນີເຊັບ ແລະບັນດາຄູ່ຮ່ວມພັດທະນາ ແມ່ນເປັນໂອກາດທີ່ລ້ຳຄ່າ ໃນການຊຸກຍູ້ການລິເລີ່ມເຫຼົ່ານີ້ ເຊິ່ງສະແດງໃຫ້ເຫັນວ່າການຈັດຕັ້ງປະຕິບັດການຮ່ວມມືກັນໃນໄລຍະ 50 ປີ ຜ່ານມາແມ່ນໄດ້ຮັບໝາກຜົນຢ່າງຮອບດ້ານ.


ການປະກອບສ່ວນຢ່າງຕັ້ງໜ້າ ແລະຕໍ່ເນື່ອງດັ່ງກ່າວໄດ້ເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສຳເລັດ ສືບຕໍ່ພັດທະນາ ແລະ ມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນຂົງເຂດສັງຄົມ ດ້ານຂະແໜງການສຶກສາ ໄດ້ມີບາດກ້າວຂະຫຍາຍ ເຮັດໃຫ້ອັດຕາເຂົ້າຮຽນສຸດທິ ໃນຊັ້ນປະຖົມສຶກສາຈາກ 40% ໃນປີ 1973 ແລະ ໄດ້ເພີ່ມຂຶ້ນຫຼາຍກວ່າ 95% ໃນປັດຈຸບັນ ໄປຄຽງຄູ່ກັບການເພີ່ມຂຶ້ນຂອງຈຳນວນໂຮງຮຽນປະຖົມຂອງລັດຈາກ 3.600 ແຫ່ງ ເພີ່ມມາເປັນ 9.000 ກວ່າແຫ່ງ ພ້ອມດ້ວຍກໍາລັງການສິດສອນໄດ້ເພີ່ມຂຶ້ນຈາກ 8000 ຄົນ ມາເປັນ 33.799 ຄົນ ດ້ານຂະແໜງສາທາລະນະສຸກ ໄດ້ຂະຫຍາຍຕົວຈາກທີ່ມີໂຮງໝໍພຽງ 16 ແຫ່ງ ໂຮງໝໍນ້ອຍ 6 ແຫ່ງ ແລະ ຈຸດຈຳໜ່າຍຢາ 148 ແຫ່ງ ໃນປີ 1973 ມາຮອດປັດຈຸບັນ ມີໂຮງໝໍແຂວງ 18 ແຫ່ງ ແລະ ໂຮງໝໍນ້ອຍ 1.075 ແຫ່ງ ແລະ ອື່ນໆໄດ້ເພີ່ມຂຶ້ນ ເຮັດໃຫ້ຂະແໜງສາທາລະນະສຸກ ໄດ້ຂະຫບາຍຕົວດີຂຶ້ນເປັນກ້າວໆ.
ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈມາຍັງ ອົງການ ອຸຍນີເຊັບ ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາຕ່າງໆ ແລະ ອົງການຈັດຕັ້ງທຸກພາກສ່ວນໃນສັງຄົມ ທີີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດມາ ຫວັງຢ່າງຍິ່ງຈະສືບຕໍ່ຈະສະໜັບສະໜູນ ເພື່ອພັດທະນາຊັບສິນດ້ານມະນຸດ ໂດຍສະເພາະ ໄວໜຸ່ມ ແລະ ເຍົາວະຊົນລາວ ໃນຂອບເຂດທົ່ວປະເທດລາວໃຫ້ຄຸນນະພາບ ແລະ ຍືນຍົງ.


ທ່ານ ນາງ ດຣ ເພຍ ເຣເບລໂລ ບຣິດໂຕ ໄດ້ກ່າວຕື່ມວ່າ: ຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາພວກເຮົາໄດ້ສ້າງຄວາມຄືບໜ້າຢ່າງໂດດເດັ່ນ ໃນການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ໄວ ໜຸ່ມ ລາວ ເຖີງວ່າຍັງມີສີ່ງທ້າທາຍຫຼົງເຫຼືອຢູ່ ຄວາມພະຍາຍາມຮ່ວມຂອງພວກເຮົານັ້ນກໍໄດ້ນຳໄປສູ່ຄວາມກ້າວໜ້າອັນສຳຄັນໃນວຽກງານການປົກປ້ອງ ແລະ ສົ່ງເສີມສິດທິເດັກ ບໍ່ວ່າຈະເປັນສິດທິຕໍ່ສຸຂະພາບທີ່ດີ ການເຂົ້າເຖີງການສຶກສາ ຄວາມສຸກ ສິດໃນການຮັບການປົກປ້ອງ ໂພຊະນາການທີ່ດີ ສິດໃນການເຂົ້າເຖີງນ້ຳສະອາດ ແລະ ສຸຂາພິບານ ແລະ ສິດທິໃນການມີສ່ວນຮ່ວມ ການສະເຫຼີມສະຫຼອງຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຜົນສຳເລັດໃນອະດີດເທົ່ານັ້ນ ແຕ່ຍັງເປັນການຢັ້ງຢືນຄືນເຖີງຄຳໝັ້ນສັນຍາຂອງພວກເຮົາທີ່ມີຕໍ່ລູກຫຼານຂອງ ສປປ ລາວ ທຸກຄົນ ດ້ວຍເຫດນີ້ມັນຈື່ງເປັນສິ່ງສຳຄັນທີ່ພວກເຮົາຕ້ອງເອົາໃຈໃສ່ຈັດເອົາ ເເລະ ໄວໜຸ່ມເປັນຈຸດໃຈກາງຂອງນະໂຍບາຍ ເເລະ ການລົງທຶນໃນປະເທດ ເພາະການລົງທຶນໃນເດັກ ແມ່ນມີຄວາມສຳຄັນທີ່ສຸດເພື່ອບັນລຸເປົ້າໝາຍພັດທະນາຂອງພວກເຮົາໃຫ້ສຳເລັດ.

ໃນພິທີສະເຫຼີມສະຫຼອງໄດ້ມີຕົວແທນຈາກພາກສ່ວນຕ່າງຂຶ້ນນຳສະເໜີບັນດາຫົວຂໍ້ທີ່ກ່ຽວຂ້ອງກຳການພັດທະນາໄວໜຸ່ມ ມີການວາງສະແດງຮູບພາບ ແລະ ອື່ນໆເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວໃຫ້ມີບັນຍາກາດຟົດຟື້ນ.