ເມືອງໄຊຍະບູລີ ມີຫຼາຍຂົງເຂດວຽກງານທີ່ພົ້ນເດັ່ນ

     ວັນທີ 20 ພະຈິກ 2023 ທີ່ຫ້ອງວ່າການ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດພິທີຕ້ອນຮັບຄະນະທີມຄູ-ອາຈານ ແລະ ນັກສືກສາປະລີນຍາໂທ ຮຸ່ນທີ 18 ສາຂາວິຊາ ປັດຊະຍາ ການປົກຄອງ ແລະ ກໍ່ສ້າງພັກ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຳນວນ 70 ກວ່າທ່ານ ທີ່ທັດສະນະສຶກສາ ຢູ່ເມືອງໄຊຍະບູລີ ນໍາພາໂດຍ ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ຫົວໜ້າຄະນະຮັບຜິດຊອບນໍາພາຄະນະ ຕ້ອນຮັບໂດຍ ທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ, ທ່ານ ປອ ສີສອນພັນ ບຸນສີ ກຳມະການພັກແຂວງ ຫົວໜ້າໂຮງຮຽນການ ເມືອງ-ການປົກຄອງແຂວງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງກາານ ພ້ອມດ້ວຍ ຄູ-ອາຈານ ແລະ ນັກສືກສາເຂົ້າຮ່ວມ.

ໃນພິທີ ທ່ານ ເສນ ພັນລັກ ປະທານຄະນະກວດກາພັກເມືອງ ປະທານອົງການກວດກາລັດເມືອງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ ເມືອງໄຊຍະບູລີ ໄດ້ຂື້ນຜ່ານ ສະພາບລວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ໃນ 9 ເດືອນທີ່ຜ່ານມາໂດຍລວມແລ້ວເມືອງໄຊຍະບູລີ ຍັງສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ສ້າງເງື່ອນໄຂໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງຢູ່ໃນລະດັບທີ່ີດີຢູ່ໄດ້ມີຄວາມພະຍາຍາມໃນການປັບປຸງກົນໄກການບໍລິການ ເພື່ອສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກແກ່ການລົງທຶນຂອງລັດ ຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ລວມທັງການຍາດແຍ່ງແຫຼ່ງທຶນຈາກອົງການຈັດຕັ້ງສາກົນເຂົ້າໃນການພັດທະນາພື້ນຖານໂຄງລ່າງພາຍໃນເມືອງ ໃນສົກປີ 2023 ໄດ້ຮັບງົບປະມານຊໍາລະໂຄງການລົງທຶນຂອງລັດ 69 ໂຄງການ; ເສດຖະກິດ ຂອງເມືອງໄຊຍະບູລີຂະຫຍາຍຕົວຢູ່ໃນລະດັບ 7%, ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນແມ່ນ 2,7 ຕື້ກວ່າກີບ, ສະເລ່ຍ 32,8 ລ້ານກີບ/ຄົນ/ປີ ຫຼື 1.726 ໂດລາ/ຄົນ/ປີ, (ອັດຕາແລກປ່ຽນ 19.000 ກີບ/1 ໂດລາ) ໃນນີ້ໂຄງປະກອບເສດຖະກິດມະຫາພາກຂອງເມືອງ: ດ້ານກະສິກໍາກວມເອົາ 1,8 ຕື້ກວ່າກີບ ເທົ່າກັບ 68,27%; ດ້ານອຸດສາຫະກໍາ, ຫັດຖະກຳ 182 ລ້ານກວ່າກີບ ເທົ່າກັບ 6,67%; ດ້ານການບໍລິການກວມເອົາ 675 ລ້ານກວ່າກີບ ເທົ່າກັບ 24,97%. ສໍາເລັດການຈັດລຽງບູລິມະສິດແຜນໂຄງການລົງທຶນຂອງລັດຈຸດສຸມພັດທະນາເຂດນາລວມ-ນໍ້າຕວນ ປະຈໍາປີ 2023 ມີ 5 ໂຄງການ ມູນຄ່າ 6.751,23 ລ້ານກີບ ແລະ ປີ 2024 ມີ 5 ໂຄງການ ມູນຄ່າ 6.905,02 ລ້ານກີບ; ຊຸກຍູ້ບັນດາສາຂາທະນາຄານລະດົມເງິນຟາກຈາກບັນດານັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນໄດ້ທັງໝົດ 3.638,45 ຕື້ກີບ; ປ່ອຍສິນເຊື່ອໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການທຸລະກິດ ໄດ້ທັງໝົດ 459,88 ຕື້ກີບ; ໄດ້ຕິດຕາມຊຸກຍູ້ຫ້ອງການອ້ອມຂ້າງເມືອງທີ່ມີລາຍຮັບບໍລິຫານວິຊາການ ແລະ ບັນດາຫົວໜ່ວຍຈຸນລະວິສາຫະກິດທຸກປະເພດເພື່ອມອບລາຍຮັບເຂົ້າງົບປະມານ ຊຶ່ງປະຕິບັດໄດ້ ດ້ານລາຍຮັບ: ຕົວເລກແຜນ 7.050.34 ລ້ານກີບ ມາຮອດປັດຈຸບັນສາມາດຈັດເກັບໄດ້ 4.618,91 ລ້ານກີບ, ເທົ່າກັບ  65,51% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 33,39%; ດ້ານລາຍຈ່າຍ: ແຜນການປີ 3.803.72 ລ້ານກີບ, ມາຮອດປັດຈຸບັນປະຕິບັດໄດ້ 2.934,93 ລ້ານກີບ, ເທົາກັບ 77,16% ຂອງແຜນປີ ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 3,89%; ພ້ອມນັ້ນກໍ່ຍັງມີຫຼາຍຂົງເຂດທີ່ພົ້ນເດັ່ນໂດຍສະເພາະແມ່ນ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານດ້ານວັດທະນະທໍາ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ວຽກງານບໍລິຫານລັດ ແລະ ຍຸຕິທຳ,  ການປູກພືດລະດູແລ້ງ , ການປູກພືດລະດູຝົນ, ວຽກງານລ້ຽງສັດ ແລະ ການ​ປະ​ມົງ, ວຽກງານປ່າໄມ້ ວຽກງານຊົນລະປະທານ ຄຽງຄູ່ກັນນີ້ກໍ່ຍັງຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ເສີມຂະຫຍາຍ, ປັບປຸງ ເພື່ອພັດທະນາເມືອງໄຊຍະບູລີ ໃຫ້ມີຄວາມຈະເລີນຮຸ່ງເຮືອງກ້າວຂື້ນໄປເລື້ອຍໆ.

 ຈາກນັ້ນທີມງານນັກສືກສາກໍ່ໄດ້ມີຄໍາເຫັນແລກປ່ຽນບົດຮຽນ ກັບເມືອງໄຊຍະບູລີ ໂດຍສະເພາະແມ່ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມເຮົາປັດຈຸບັນ ພ້ອມກັນນັ້ນ ເມືອງໄຊຍະບູລີ ໄດ້ມອບກະຕ່າສີນຄ້າໂອດ໋ອບໃຫ້ທີມງານນັກສືກສາ ໃຫ້ກຽດຂື້ນຮັບໂດຍ ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ ພ້ອມນັ້ນທ່ານເຈົ້າເມືອງໄຊຍະບູລີ ໄດ້ນໍາພາທີມງານຄະນະຄູອາຈານ ພ້ອມນັກສືກສາ ຢ້ຽມຢາມ ບ້ານພັດທະນານາຫຼາ ຕື່ມອີກ.

error: Content is protected !!