ມີຄວາມພ້ອມບໍລິການເກັບມ້ຽນຂີ້ເຫຍື້ອງານບຸນພະທາດຫຼວງໃຫ້ສະອາດງາມຕາ

     ເພື່ອເຮັດໃຫ້ບໍລິເວນຈັດງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2023 ຈັດຂຶ້ນວັນທີ 23-27 ພະຈິກ 2023 ມີຄວາມສະອາດງາມຕາຄືກັບປີຜ່ານໆມານັ້ນ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ແຕ່ງຕັ້ງໜ່ວຍງານອະນາໄມ ແລະ ຮັກສາຄວາມສະອາດງານບຸນນະມັດ ສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2023 ມາຮອດປັດຈຸບັນໄດ້ມີການແຕ່ງຕັ້ງບຸກຄະລາກອນ ແລະ ພາຫະນະອຸປະກອນຮັບໃຊ້ເປັນທີ່ຮຽບຮ້ອຍເປັນຕົ້ນລົດຂົນສົ່ງຂີ້ເຫຍື້ອ ຖັງຂີ້ເຫຍື້ອ ຖົງຢາງດໍາ ແລະ ປ້າຍແຍກຂີ້ເຫຍື້ອເພື່ອວາງໄວ້ແຕ່ລະຈຸດ.

   ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການ ຄບຕ ໄດ້ໃຫ້ສໍາພາດວັນທີ 22 ພະຈິກ 2023 ວ່າ:  ຫ້ອງການ ຄບຕ ໄດ້ວາງແຜນການອະນາໄມສະຖານທີ່ຈັດງານບຸນ ເພື່ອຮັບປະກັນຄວາມສະອາດ ເປັນລະບຽບຮຽບຮ້ອຍ ຕະຫຼອດໄລຍະເວລາການຈັດງານບຸນ ໂດຍໄດ້ກຳນົດພື້ນທີ່ເປັນ 3 ໂຊນໃຫຍ່ຄື: ໂຊນທີ 1 ປະກອບມີເຂດກົມມະລຽນພະທາດຫຼວງ ເຂດວັດທາດຫຼວງເໜືອ ວັດທາດຫຼວງໃຕ້ ເດີ່ນສວນທາດ ຫຼວງ ໜ້າພະເຈົ້າໄຊເສດຖາ ເດີ່ນໜ້າຫໍທໍາມະສະພາ ເຂດເຮືອນຊົງລາວ ແລະ ເຂດບໍລິສັດ ເພັດຖາວອນກໍ່ສ້າງ ໂຊທີ 2 ປະກອບມີ ພື້ນທີ່ສະໜາມຫຼວງ(ແຕ່ເບື້ອງໂພນເຄັງຫາສະຖານີໄຟຟ້າ) ສວນໄຊເສດຖາ ສວນດາວແດງ ແລະ ສວນສະພັງເລນ ໂຊນທີ 3 ແມ່ນບັນດາເສັ້ໜທາງທີ່ຕິດພັນກັບງານບຸນ ເລີ່ມແຕ່ຍີ່ແຍກໄຟອຳນາດໜອງບອນຫາວົງວຽນປ້ອງກັນທີ່ຕັ້ງລ້ຽວຊ້າຍແລ້ວອ້ອມວັດທາດຫຼວງໃຕ້ໄປຫາທາງສີ່ເລນໄປຫາຫຼັງສະພາລ້ຽວໄປອ່າງນໍ້າປະປາໂພນເຄັງກັບມາວົງວຽນ 450 ປີ ກັບໄປຫາໄຟອຳນາດໜອງບອນ ເຊິ່ງຜ່ານ 6 ບ້ານຄື: ບ້ານໜອງບອນ ສີສັງວອນ ທາດຫຼວງກາງ ທາດຫຼວງເໜືອ ທາດຫຼວງໃຕ້ ແລະ ບ້ານໂພນເຄັງ.

     ສ່ວນການກໍານົດໜ້າວຽກໄດ້ວາງຖົງໃສ່ຂີ້ເຫຍື້ອ 200 ຖັງ ແລະ ໂຄງເຫຼັກຫ້ອຍຖົງຢາງດໍາ 110 ໂຄງ ຢາມຢູ່ຈຸດທີ່ເໝາະສົມພາຍໃນພື້ນທີ່ຈັດງານບຸນ ອະນາໄມປັດກວາດດ້ວຍແຮງງານຄົນ 250-300 ຄົນ ນໍາໃຊ້ລົດດູດຝຸ່ນ ລົດນໍ້າ ເພື່ອລ້າງເດີ່ນຈຳນວນໜຶ່ງ ປ່ຽນຖ່າຍຖົງຂີ້ເຫຍື້ອທີ່ເຕັມ ແລະ ຂົນໄປທ້ອນໂຮມຢູ່ຈຸດທີ່ກຳນົດ (ໃນເວລາກາງເວັນ ແລະ ກາງຄືນ) ຂົນສົ່ງຂີ້ເຫຍື້ອໃນແຕ່ລະວັນແຜນນໍາໃຊ້ລົດຂົນສົ່ງຂີ້ເຫຍື້ອວັນລະ 15-20 ຄັນ ສ້າງກິດຈະກຳໂຄສະນາປະຊາສຳພັນ ແນະນໍາການຮັກສາຄວາມສະອາດໃຫ້ທຸກພາກສ່ວນຫ້າງຮ້ານ ແລະ ຜູ້ມາທ່ຽວງານບຸນ.     ທ່ານ ປັນຍາ ມະນີວົງ ຍັງໄດ້ຮຍກຮ້ອງມາຍັງຜູ້ປະກອບການຊາວຄ້າຂ້າ ແລະ ຜູ້ທີ່ມາທ່ຽວງານບຸນຕ້ອງເອົາໃຈໃສ່ ແລະ ເປັນເຈົ້າການນໍາກັນໃນການຮັກສາຄວາມສະອາດ ເປັນຕົ້ນຖີ້ມຂີ້ເຫຍື້ອຕາມຈຸດທີ່ກຳນົດພ້ອມທັງແຍກຂີ້ເຫຍື້ອ ບໍ່ໃຫ້ຖີ້ມຂີ້ເຫຍື້ອຊະຊາຍ ແລະ ຊາວຄ້າຂາຍກໍຕ້ອງປິດຮ້ານຕາມກຳນົດເວລາເພື່ອສ້າງຄວາມສະດວກໃຫ້ແກ່ການເຮັດອະນາໄມ ເນື່ອງຈາກການເຮັດອະນາໄມຕ້ອງໃຫ້ສຳເລັດກ່ອນ 6:30 ໂມງຂອງທຸກວັນ.

error: Content is protected !!