ກອງປະຊຸມສະໄໝສາມັນ ເທື່ອທີ6 ຂອງສະພາແຫ່ງຊາດຊຸດທີ IX ສໍາເລັດຢ່າງຈົບງາມ

    ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ດໍາເນີນມາ ແຕ່ວັນທີ 31 ຕຸລາ-21 ພະຈິກ 2023 ທີ່ສະພາແຫ່ງຊາດ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມ ໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີອະດີດພະນັກງານການນໍາຂັ້ນສູງພັກ-ລັດ ພ້ອມດ້ວຍບັນດາແຂກຖືກເຊີນ.

    ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້ ໄດ້ພິຈາລະນາ-ຮັບຮອງເອົາເອກະສານສໍາຄັນ ຄື: ບົດລາຍງານການຈັດຕັງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021- 2023) ແລະ ທິດທາງແຜນການທ້າຍສະໄໝ (2023 -2025) ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການປະຈໍາປີ 2024 ຂອງລັດຖະບານ ເຊິ່ງເຮັດໃຫ້ເສດຖະກິດສາມາດຂະຫຍາຍຕົວໃນປີ 2023 ລະດັບ 4,02% ໄດ້ເອົາໃຈໃສ່ປຶກສາ ແລະ ຕົກລົງເປັນເອກະພາບ ໃນການສ້າງແຜນການລົງທຶນຂອງລັດ ປີ 2024 ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ໃນເດືອນມັງກອນ 2024  ພ້ອມດຽວກັນນັ້ນ ກອງປະຊຸມ ສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາທີ່ສັງຄົມເປັນຫ່ວງຫຼາຍ ເຊັ່ນ: ການແກ້ໄຂບັນຫາເງິນເຟີ້ທີ່ສູງ ອັດຕາແລກປ່ຽນເໜັງຕີງແຮງ ຄ່າຄອງຊີບສູງ ເຊິ່ງຍັງ ສືບຕໍ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ ທະຫານ ຕຳຫຼວດ ກໍຄື ປະຊາຊົນບັນດາເຜົ່າການແກ້ໄຂບັນຫາຂອງຄູ ແພດອາສາສະໝັກ ບັນຫາຄຸນນະພາບການສຶກສາ ສາທາລະນະສຸກ ບັນຫາສະຫວັດດີການ ສັງຄົມ ບັນຫາແຮງງານ ການເລັ່ງທວງເກັບກູ້ຄືນໜີ້ສິນຂອງລັດ ການຊຸກຍູ້ສົ່ງເສີມ ການພັດທະນາການທ່ອງທ່ຽວ ໂດຍສະເພາະການກະກຽມເປີດປີທ່ອງທ່ຽວ ບັນຫາການຂຸດຄົ້ນແຮ່ທາດແບບທົດລອງ ໃຫ້ຕິດພັນກັບການປຸງແຕ່ງ ຕາມແຜນຍຸດທະສາດ ການຄຸ້ມຄອງແຮ່ທາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ອື່ນໆ ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023) ເຊິ່ງສາມາດຕີລາຄາເຫັນວ່າ ດ້ວຍຄວາມບຸກບືນ, ສູ້ຊົນຂອງລັດຖະບານ ເຮັດໃຫ້ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນສຳເລັດຫລາຍດ້ານ ແລະ ມີໜໍ່ແໜງຫັນປ່ຽນທີ່ດີຂຶ້ນຈຳນວນໜຶ່ງ; ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ກາງສະໄໝ ( 2021-2023), ທິດທາງແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດ ແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2021 ບົດລາຍງານການຈັດຕັ້ງປະຕິບັດແຜນການການເຄື່ອນໄຫວ ວຽກງານ ກາງສະໄໝ (2021-2023) ແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດ ແຜນການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ ບົດລາຍງານຜົນການກວດສອບບົດ ສະຫລູບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານ ກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດ ແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ ແລະ ຂອງອົງການໄອຍະການປະຊາຊົນສູງສຸດ ເຊິ່ງກອງປະຊຸມໄດ້ຕີລາຄາສູງຕໍ່ສອງອົງການ ໄດ້ມີຄວາມພະຍາຍາມ ປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໄດ້ຍົກສູງຄຸນນະພາບ ໃນການດຳເນີນຄະດີ ຕາມຂະບວນຍຸຕິທໍາ ນັບມື້ມີຄຸນນະພາບສູງຂຶ້ນ ເອົາໃຈໃສ່ການຜັນຂະຫຍາຍມະຕິ ຄໍາສັ່ງຂອງສູນກາງພັກ ເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ ນິຕິກຳໃຕ້ກົດໝາຍຫລາຍຂຶ້ນ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື: ກົດໝາຍວ່າດ້ວຍ ການປ້ອງກັນຊາດ, ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ເຊິ່ງໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕາມແຜນການທີ່ວາງໄວ້, ສາມາດຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 3 ສະບັບ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານ ກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນ ການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງສະພາແຫ່ງຊາດ ກອງປະຊຸມ ຕີລາຄາວ່າ ໃນໄລຍະກາງ ສະໄໝ (2021-2023) ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ຄວາມເປັນເຈົ້າການຂອງ ກົງຈັກເສນາທິການຂອງ ສະພາແຫ່ງຊາດ ກໍຄືບັນດາສະມາຊິກສະພາແຫ່ງຊາດ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ເຮັດໃຫ້ການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ລັດຖະທຳມະນູນ, ກົດໝາຍ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ໄດ້ຮັບຜົນສຳເລັດຫລາຍດ້ານ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ ສາມາດບັນລຸໄດ້ 54,16% ຂອງແຜນການ 5 ປີ; ໄດ້ດຳເນີນກອງປະຊຸມວິສາມັນ ຂອງສະພາແຫ່ງຊາດ, ຕົກລົງບັນຫາສໍາຄັນຂອງປະເທດຊາດ ຮັບຮອງເອົາ 2 ວາລະແຫ່ງຊາດ ແລະ ປະຕິບັດ ພາລະບົດບາດຕິດຕາມ ກວດກາ ຕາມຄວາມສາມາດດ້ານງົບປະມານ, ປະເມີນຜົນການປະຕິບັດກົດໝາຍຂົງເຂດຕ່າງໆ ຈຳນວນ 15 ສະບັບ.

    ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 7 ສະບັບ ເຊິ່ງປະກອບມີກົດໝາຍ ສ້າງໃໝ່ 1 ສະບັບ ຄື: ກົດໝາຍວ່າດ້ວຍ ການຮັກສາສຸຂະພາບ ຂັ້ນຕົ້ນ ແລະ ກົດໝາຍສະບັບປັບປຸງຈຳນວນ 6 ສະບັບ ຄື: ກົດໝາຍ ວ່າດ້ວຍການປິ່ນປົວ, ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ກົດໝາຍ ວ່າດ້ວຍການບັນຊີ, ກົດໝາຍ ວ່າດ້ວຍລະບົບການຊຳລະ ກົດໝາຍ ວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍການຕິດຕາມ ກວດກາ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ອັນເປັນການສືບຕໍ່ປັບປຸງ ແລະ ເພີ່ມທະວີເຄື່ອງມືຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ຮັບປະກັນໃຫ້ແກ່ລັດປະຊາທິປະໄຕປະຊາຊົນ, ເປັນລັດທີ່ປົກຄອງດ້ວຍກົດໝາຍ ເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ ສ່ວນກົດໝາຍວ່າດ້ວຍ ເຂດເສດຖະກິດພິເສດ ທີ່ເປັນກົດໝາຍໃໝ່ນັ້ນ ຜ່ານການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ປັບປຸງບາງເນື້ອໃນຄືນໃໝ່ ເພື່ອໃຫ້ຮັດກຸມ ຈະແຈ້ງ ແລະ ສະ ເໜີ ໃຫ້ນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ໃນເວລາຈະມີການປັບປຸງກົດໝາຍ ວ່າ ດ້ວຍການສົ່ງເສີມການລົງທຶນ; ກອງປະຊຸມ ໄດ້ດຳເນີນການປະເມີນ ຜົນຄວາມໄວ້ວາງໃຈ ຕໍ່ການປະຕິບັດໜ້າທີ່ວຽກງານ ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຈຳນວນ 67 ທ່ານ ຕາມກົດໝາຍທີ່ໄດ້ກຳນົດໄວ້ ເຊິ່ງຜົນຂອງການປະເມີນດັ່ງກ່າວ ເຫັນວ່າບັນດາບຸກຄະລາກອນ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງ ເອົາການແຕ່ງຕັ້ງ ຍັງໄດ້ຮັບຄວາມໄວ້ວາງໃຈ ໃນລະດັບດີ ເປັນຈຳນວນສ່ວນໃຫຍ່ ແລະ ຫວັງວ່າບັນດາທ່ານຈະສືບຕໍ່ ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສົມກັບຄວາມໄວ້ວາງໃຈຂອງຕົວແທນ ສິດຜົນປະໂຫຍດຂອງປະຊາຊົນ.

    ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ປີ 2024 ທີ່ຈະມາເຖິງນີ້ ເປັນປີໜຶ່ງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ຈະໄດ້ສືບຕໍ່ເພິ່ມທະວີຄວາມສາມັກຄີ ເປັນປຶກແຜ່ນພາຍໃນຊາດ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ຈັດຕັ້ງປະຕິບັດບັນດາ ຕົວເລກຄາດໝາຍທີ່ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ ຄັ້ງທີ IX ໃຫ້ບັນລຸຜົນຕາມທີ່ກຳນົດໄວ້ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃຫ້ມີຜົນຫລາຍຂຶ້ນ, ເດັດດ່ຽວປົກປັກ ຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ສ້າງເສດຖະກິດ-ສັງຄົມ ກ້າວເດີນໄປຕາມການປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫລັກການທີ່ພັກເຮົາວາງໄວ້.

error: Content is protected !!