ຫາລືວຽກງານການຄຸ້ມຄອງການລົງທຶນຂອງລັດ ຄັ້ງທີ  V

    ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະຊີ້ນໍາປັບປຸງການຄຸ້ມຄອງການລົງທຶນຂອງລັດ ຄັ້ງທີ V ຂຶ້ນໃນວັນທີ 21 ພະຈິກ 2023 ທີ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ບັນດາທ່ານຫົວໜ້າກົມ ຮອງກົມ ຄະນະພະແນກ ມີ ທ່ານ ໂນຣິຢູກິ ອິໂຕ ຮອງຫົວໜ້າຜູ້ຕາງໜ້າອົງການໄຈກາ ປະຈຳລາວ ແລະ ຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

      ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ ລາຍງານຜົນການຕິດຕາມການຈັດຕັ້ງປະຕິບັດແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ (2022 – 2030) ເຊິ່ງເປັນໄລຍະຕົ້ນ ທີ່ຕ້ອງຕິດຕາມກວດກາການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ໃຫ້ໄປຕາມແຜນທີ່ວາງໄວ້ ເພື່ອຮັບປະກັນໃຫ້ການປະຕິບັດແຜນໄລຍະຕໍ່ໄປໃຫ້ເກີດໝາກຜົນສູງສຸດ ແລະ ສໍາເລັດຕາມຈຸດປະສົງທີ່ວາງໄວ້ ພ້ອມທັງ ເພື່ອປຶກສາຫາລືກ່ຽວກັບແຜນງານເຝິກອົບຮົມ ພາຍໃຕ້ແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ.

    ພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນໄຈກາ (JICA) ຄະນະຊີ້ນໍາປັບປຸງການຄຸ້ມຄອງການລົງທຶນຂອງລັດ ຈະໄດ້ຈັດຕັ້ງປະຕິບັດແຜນງານເຝິກອົບຮົມການຄຸ້ມຄອງການລົງທຶນຂອງລັດໃນຂອບເຂດທົ່ວປະເທດ ເລີ່ມແຕ່ເດືອນກຸມພາ 2024 ເປັນຕົ້ນໄປ ເຊິ່ງເປົ້າໝາຍຜູ້ເຂົ້າຮ່ວມແມ່ນບຸກຄະລາກອນທີ່ຮັບຜິດຊອບວຽກງານແຜນການ ແລະ ວຽກງານປະເມີນຜົນ ຈາກບັນດາຂະແໜງການ ແລະ ທ້ອງຖິ່ນ, ໂດຍແນໃສ່ສ້າງຂີດຄວາມສາມາດໃນການສ້າງແຜນການລົງທຶນຂອງລັດ ແລະ ວິທີປະເມີນໂຄງການກ່ອນສະເໜີພິຈາລະນາເຂົ້າແຜນປະຈໍາປີ ແລະ ການນຳໃຊ້ແຜນການລົງທຶນຂອງລັດ ໄລຍະກາງ (3 ປີ).

    ໃນກອງປະຊຸມ ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: ໃນຊຸມປີຕໍ່ໜ້າພວກເຮົາ ຈະໄດ້ສືບຕໍ່ສຸມໃສ່ການພັດທະນາປະເທດ ຕາມທິດມີຄຸນນະພາບ ມີຈຸດສຸມ ຍຶນຍົງ ແລະ ສີຂຽວ ສະນັ້ນ ການປັບປຸງການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແມ່ນໜຶ່ງໃນເປົ້າໝາຍຂອງລັດຖະ ບານ ເພື່ອເຮັດໃຫ້ການລົງທຶນມີລັກສະນະວິທະຍາສາດ ມີຄຸນນະພາບ ປະສິດທິຜົນຂຶ້ນກວ່າເກົ່າ ແລະ ສາມາດກວດສອບໄດ້ ເພື່ອຊຸກຍູ້ການເຕີບໂຕຢ່າງມີຄຸນນະພາບ ນອກຈາກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ເຫັນວ່າ ແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ (2022–2030) ເປັນແຜນງານທີ່ລັດຖະບານໃຫ້ຄວາມສໍາຄັນ ເພື່ອເປັນເຄື່ອງມືໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ສາມາດນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ.

    ສໍາລັບຂອບການຕິດຕາມການຈັດຕັ້ງປະຕິບັດ ຈະຊ່ວຍໃນການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາ ຢ່າງມີປະສິດທິຜົນ ແລະ ແຜນງານເຝິກອົບຮົມ ກໍເປັນພື້ນຖານໃຫ້ແກ່ການພັດທະນາຂີດຄວາມສາມາດໃຫ້ພະນັກງານ-ລັດຖະກອນໃນວຽກງານທີ່ຕິດພັນກັບການລົງທຶນຂອງລັດ.

    ໃນໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ໃນນາມປະທານກອງປະຊຸມໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານຍີ່ປຸ່ນ ແລະ ອົງການຮ່ວມມືສາກົນໄຈກາ (JICA) ທີ່ໄດ້ໃຫ້ການສະໜັບສະໜູນໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ມາຫຼາຍກວ່າໜຶ່ງທົດສະວັດ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ທາງດ້ານນີ້ ແລະ ດ້ານອື່ນໆໃນໄລຍະຕໍ່ໜ້າ ແລະ ຍາວນານ.

error: Content is protected !!