ອາຫານໃນຖົງປຼັສຕິກ ບໍ່ຄວນເກັບໄວ້ໃນຕູ້ເຢັນ

ເມື່ອ​ພວກ​ເຮົາ​ໄປ​ຊື້​ເຄື່ອງ​ຕາມ​ຮ້ານ ຫຼື ຕາມ​ຕະ­ຫຼາດ​ທົ່ວໆ​ໄປ ພໍ່­ຄ້າ​ແມ່​ຄ້າ​ກໍ​ຈະ​ໃສ່​ຖົງ​ປຼັສ​ຕິກ​ໃຫ້​ພວກ​ເຮົາ ແລະ ກໍ​ເມື່ອ​ກັບ​ມາ​ເຖິງ​ເຮືອນ ສິ່ງ​ທີ່​ຜູ້​ຄົນ​ຈຳ­ນວນ​ຫຼາຍ​ເຮັດ ກໍ​ຄື ເກັບ​ອາ­ຫານ​ພວກ​ນັ້ນ ບໍ່​ວ່າ​ຈະ​ເປັນ​ຜັກ​ສົດ ໝາກ​ໄມ້ ແລະ ຊີ້ນ​ສັດ​ຕ່າງໆ​ເຂົ້າ​ໃສ່​ຕູ້­ເຢັນ ທັງ​ທີ່​ຍັງ​ຢູ່​ໃນ​ຖົງ​ປຼັສ​ຕິກ​ຢູ່ ເຊິ່ງ​ການ​ເຮັດ​ແບບ​ນີ້ ເປັນ​ສິ່ງ​ທີ່​ບໍ່​ຄວນ​ກະ­ທຳ ເພາະ​ເຫດ​ວ່າ​ເປັນ​ອັນ­ຕະ­ລາຍ ແລ້ວ​ກໍ​ມີ​ຜົນ​ຕໍ່​ສຸ­ຂະ­ພາບ​ຂອງ​ພວກ​ເຮົາ.

ການ​ເກັບ​ຮັກ­ສາ​ອາ­ຫານ​ໃນ​ຖົງ​ປຼັສ​ຕິກ ຈະ​ມີ​ຄວາມ​ຊຸ່ມ​ສູງ ເຮັດ​ໃຫ້​ອາ­ຫານ​ເສຍ​ຄຸນ​ນະ​ພາບ ເພາະ​ເຫດ​ວ່າ​ຕອນ​ທີ່​ພວກ​ເຮົາ​ນຳ​ຜັກ​ໃສ່​ເຂົ້າ​ໄປ​ໃນ​ຖົງ ຈະ​ມີ​ຜົນ​ໃຫ້​ຜັກ​ມີ​ຄວາມ​ຊຸ່ມ​ຊື່ນ​ສູງ ແລະ ກໍ​ຍິ່ງ​ນຳ​ເຂົ້າ​ຕູ້­ເຢັນ ຍິ່ງ​ເຮັດ​ໃຫ້​ມີ​ຄວາມ​ຊຸ່ມ​ສູງ​ຫຼາຍ ລວມ​ທັງ​ງ່າຍ​ຕໍ່​ການ​ຟັກ​ຕົວ​ຂອງ​ແບກ​ທີ​ເຣຍ ເຊິ່ງ​ຈະ​ນຳ​ມາ​ເຊິ່ງ​ການ​ເຮັດ​ໃຫ້​ປະ­ສິດ­ທິ­ພາບ​ຂອງ​ຜັກ ແລະ ໝາກ​ໄມ້​ຕ່າງໆ​ນັ້ນ​ຫຼຸດ​ລົງ.

ຜູ້​ຊ່ຽວ­ຊານ ຜູ້​ຊ່ວຍ​ສາ​ສະ​ດາ​ຈານ Zhang Qian ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ພະ­ຍາດ​ແຫ່ງ​ຊາດ​ຂອງ ຈີນ ດ້ານ​ໂພ­ຊະ​ນາ​ການ ແລະ ສຸ­ຂະ­ພາບ ໄດ້​ໃຫ້​ຄຳ​ປຶກ­ສາ​ວ່າ ຫາກ​ຕ້ອງ­ການ​ໃຊ້​ຖົງ​ປຼັສ​ຕິກ ຫຼື ຫຼີກ​ລ່ຽງ​ບໍ່​ໄດ້​ແທ້ໆ ຄວນ​ໃຊ້​ສຳ­ລັບ​ໃນ​ການ​ໃສ່­ເຄື່ອງ​ກິນ ໃນ​ໄລ­ຍະ​ເວ­ລາ​ທີ່​ສັ້ນ​ທີ່​ສຸດ ເພື່ອ​ເປັນ​ການ​ໃຫ້​ຖົງ​ປຼັສ​ຕິກ​ສຳ­ຜັດ​ກັບ​ຂອງ​ກິນ​ໄດ້​ໜ້ອຍ​ທີ່​ສຸດ.

ຖ້າ​ໃຊ້​ຖົງ​ດັ່ງ­ກ່າວ ຈະ​ບໍ່​ມີ​ບ່ອນ​ລະ­ບາຍ​ອາ­ກາດ ເຮັດ​ໃຫ້​ສູນ​ເສຍ​ຄຸນ​ປະ­ໂຫຍດ​ທາງ​ໂພ­ຊະ​ນາ​ການ.

ການ​ຄຸມ​ອາ­ຫານ​ດ້ວຍ​ຖົງ ເຮັດ​ໃຫ້​ຜັກ ໝາກ​ໄມ້ ບໍ່​ມີ​ອົກ​ຊິ​ແຊນ ແລ້ວ​ກໍ​ມີ​ການ​ປ່ຽນ​ສານ​ອາ­ຫານ​ເປັນ acetaldehyde ແລະ ແອ​ລ​ກໍ​ຮໍ ທີ່​ມີ​ອັນ­ຕະ­ລາຍ​ຕໍ່​ຮ່າງ­ກາຍ ດັ່ງ­ນັ້ນ ຄວນ​ປ່ຽນ​ຈາກ​ການ​ໃສ່​ຖົງ​ປຼັສ​ຕິກ ຄື​ການ​ໃຊ້​ແຣບ​ຫໍ່​ຂອງ​ກິນ​ແທນ ເພາະ​ເຫດ​ວ່າ​ແຣບ​ຫໍ່​ຂອງ​ກິນ​ຖືກ​ອອກ​ແບບ​ມາ​ສຳ­ລັບ​ຫໍ່​ຂອງ​ກິນ ໂດຍ​ສະ­ເພາະ ຊ່ວຍ​ລະ­ບາຍ​ອາ­ກາດ ແລ້ວ​ກໍ​ຮັກ­ສາ​ຄວາມ​ສົດ​ໃໝ່​ຂອງ​ຂອງ​ກິນ​ໄວ້​ໄດ້​ນານ​ອີກ​ດ້ວຍ.

ຂໍ້​ສະ­ເໜີ​ສຳ­ລັບ​ໃນ​ການ​ຈັດ​ເກັບ​ຂອງ​ກິນ​ໃນ​ຕູ້­ເຢັນ

– ໝາກ​ໄມ້ ໃຫ້​ວາງ​ໃນ​ແນວ​ຊື່ ຖ້າ​ຫາກ​ມີ​ຂວັ້ນ ໃຫ້​ເອົາ​ດ້ານ​ຂວັ້ນ​ຕັ້ງ ເພື່ອ​ເປັນ​ການ​ເກັບ​ກັກ​ວິ­ຕາ­ມິນ​ໄວ້​ໄດ້​ດົນ ແລະ ຫຼັງ​ຈາກ​ນັ້ນ​ກໍ​ຄ່ອຍ​ເອົາ​ເຂົ້າ​ຕູ້​ແຊ່​ເຢັນ.

– ໝາກ​ໄມ້​ປອກ ໃຫ້​ນຳ­ໄປ​ແຊ່​ລົງ​ໄປ​ໃນ​ນ້ຳ​ເຢັນ​ກ່ອນ ເພື່ອ​ເປັນ​ການ​ເກັບ​ຮັກ­ສາ​ການ​ເກີດ​ອົກ​ຊິ​ແຊນ ລວມ​ທັງ​ຮັກ­ສາ​ສີ​ເດີມ​ຂອງ​ໝາກ​ໄມ້​ໄວ້ ແລ້ວ​ກໍ​ໃຫ້​ໝາກ​ໄມ້​ຍັງ​ຄົງ​ຄວາມ​ຜ່ອຍ​ຫວານ​ໄວ້.

– ຜັກ​ຊະ­ນິດ​ຫົວ ຈະ​ບໍ່​ຫຍຸ້ງ­ຍາກ​ຕໍ່​ການ​ເກັບ ແຕ່​ວ່າ­ການ​ເກັບ​ໄວ້​ໂດຍ​ມີ​ດິນ​ຕິດ ຈະ​ຍອດ​ຢ້ຽມ ແລ້ວ​ກໍ​ນຳ­ໄປ​ວາງ​ເອົາ​ໄວ້​ພາຍ​ໃນ​ບ່ອນ​ທີ່​ອາ­ກາດ​ລະ­ບາຍ ແລະ ກໍ​ເຢັນ.

– ຫົວ​ຜັກ​ກາດ ໃຫ້​ນຳ​ໃບ​ອອກ​ກ່ອນ ແລ້ວ​ກໍ​ໃຊ້​ແຣບ​ພັນ​ກ່ອນ​ນຳ­ໄປ​ໄວ້​ໃນ​ຊ່ອງ​ຜັກ ຈະ​ເກັບ​ໄວ້​ໄດ້ 7-10 ວັນ.

– ໝາກ­ເຜັດ ຄວນ​ຈະ​ໃສ່​ເຂົ້າ​ໄປ​ໃນ​ຖົງ​ຊິ​ບລັອກ​ຈະ​ດີ​ທີ່​ສຸດ ເພາະ​ເຫດ​ວ່າ​ເມື່ອ​ຖືກ​ຄວາມ​ເຢັນ ຈະ​ເບົາໆ​ນຸ່ມ​ລົງ​ເລື້ອຍໆ.

– ໝາກ​ເລັ່ນ ໃຫ້​ວາງ​ໂດຍ​ການ​ເອົາ​ດ້ານ​ຂວັ້ນ​ຂວ່ຳ​ລົງ ແລ້ວ​ກໍ​ຄວນ​ຈະ​ວາງ​ຫ່າງໆ​ກັນ​ບໍ່​ຊ້ອນ​ທັບ​ກັນ.

ເມື່ອ​ຮູ້​ແບບ​ນີ້​ແລ້ວ ພວກ​ເຮົາ​ຈຳ­ເປັນ​ຈະ​ຫຼີກ​ລ່ຽງ ການ​ໃຊ້​ຖົງ​ປຼັສ​ຕິກ​ກັບ​ການ​ສຳ­ຜັດ​ຂອງ​ກິນ​ໂດຍ​ກົງ ແຕ່​ວ່າ​ຄວນ​ໃສ່​ໄວ້​ດ້ານ​ໃນ​ພາ­ຊະ­ນະ​ທີ່​ສົມ­ຄວນ ຈະ​ດີ​ທີ່​ສຸດ ຫຼື​ໃຊ້​ຖົງ​ປຼັສ​ຕິກ​ປະ­ເພດ​ປອດ​ສານ­ພິດ ທີ່​ເຮັດ​ມາ​ຈາກ​ພໍ​ລິ​ເອ​ທິ​ລີນ (polyethylene) ພໍ​ລິ​ໂພຣ​ໄພ​ລີນ (polypropylene), ແລ້ວ​ກໍ​ເມ​ລາ​ມີນ (melamine) ທີ່​ຜະ­ລິດ​ມາ​ໃຫ້​ສາ­ມາດ​ໃຊ້​ໃສ່​ຂອງ​ກິນ​ໄດ້ ໂດຍ​ບໍ່​ເປັນ​ອັນ­ຕະ­ລາຍ​ຕໍ່​ຮ່າງ­ກາຍ​ຂອງ​ພວກ​ເຮົາ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!