ລັດວິສາຫະກິດລົດເມ ນວ ແລະ ກ໋ອກໆສີສົ້ມໃຫ້ບໍລິການບໍ່ເສຍຄ່າຮັບ-ສົ່ງມວນຊົນໃນໄລຍະງານບຸນພະທາດຫຼວງ

   ໃນໄລຍະງານບຸນນະມັດສະການພະທາດຫຼວງວຽງຈັນ ວັນທີ 23 – 27 ພະຈິກ 2023 ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດລາວສະມາດໂມບິລິຕິຈຳກັດ(ລົດກ໋ອກໆສີສົ້ມ) ໄດ້ນຳລົດມາຮັບ-ສົ່ງບໍລິການມວນຊົນໃນໄລຍະງານບຸນນະມັດສະການພະທາດຫຼວງໂດຍບໍ່ເສຍຄ່າ ເຊິ່ງຈະເລີ່ມໃຫ້ບໍລິການໃນເວາ 17:00 ໂມງ ຫາ 22:30 .

      ທ່ານ ສົມສະນິດ ລວດທອງຄຳ ຮອງຂະແໜງຂົນສົ່ງ ພະແນກ ຍທຂ ນວ ພ້ອມດ້ວຍຄະນະ ໄດ້ ຖະແຫຼງຂ່າວການບໍລິການລົດສາທາລະນະໂດຍບໍ່ເສຍຄ່າໃນງານບຸນນະມັດສະການພະທາດຫຼວງ ໃນວັນທີ 20 ພະຈິກ 2023 ທີ່ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ(ຍທຂ ນວ) ວ່າ: ເພື່ອເປັນການຫຼຸດຜ່ອນການຈະລະຈອນແອອັດໃນໄລຍະງານບຸນນະມັດສະການພະທາດຫຼວງວຽງຈັນ ທາງພະແນກ ຍທຂ ນວ ຮ່ວມກັບ ລັດວິສາຫະກິດລົດເມ ນວ ແລະ ບໍລິສັດລາວສະມາດໂມບິລິຕິຈຳກັດ(ລົດກ໋ອກໆສີສົ້ມ) ໄດ້ຮ່ວມກັນໃຫ້ບໍລິການລົດສາທາລະນະໂດຍບໍ່ເສຍຄ່າໃນໄລຍະບຸນນະມັດສະການພະທາດຫຼວງ ສຳລັບລັດວິສາຫະກິດລົດເມນະຄອນຫຼວງແມ່ນຈະນຳໃຊ້ລົດເມ 45 ບ່ອນນັ່ງຈຳນວນ 9 ຄັນ ລົດ 25 ບ່ອນນັ່ງ ມີ 16 ຄັນ ແລະ ບໍລິສັດລາວສະມາດໂມບິລິຕິຈຳກັດ ໃຫ້ບໍລິການລົດກ໋ອກໆສີສົ້ມ ຈຳນວນ 50 ຄັນ ປະເພດ 4-6 ບ່ອນນັ່ງ ມາບໍລິການຮັບ-ສົ່ງມວນຊົນໃນໄລຍະບຸນພະທາດຫຼວງວຽງຈັນ.

ສຳລັບຜູ້ທີ່ໃຊ້ລົດສ່ວນຕົວທີ່ມີຈຸດປະສົງຈະເດີນທາງມາງານບຸນນະມັດສະການພະທາດຫຼວງສາມາດໄປຈອດລົດໄວ້ໃນ 3 ຈຸດ ຄື:  1.ຜູ້ທີ່ຂັບລົດມາທາງຖະໜົນສຸພານຸວົງ ຖະໜົນສີທອງ ຖະໜົນຫ້ວຍຫົງ ຖະໜົນທ່າເດືອດ ຖະໜົນແຄມຂອງ ສາມາດຈອດລົດຢູ່ລານຈອດລົດຕະຫຼາດເຊົ້າ ຮອງຮັບ ບ່ອນຈອດລົດໄດ້ 400 ກວ່າຄັນ 2.ຜູ້ທີ່ມາທາງຖະໜົນໄກສອນພົມວິຫານ ຖະໜົນວັງຊາຍ ສາມາດຈອດລົດໄດ້ຢູ່ເດີ່ນຈອດລົດຕະຫຼາດທາດຫຼວງເກົ່າ ຮອງຮັບບ່ອນຈອດລົດໄດ້ 300 ກວ່າຄັນ ແລະ 3.ຜູ້ທີ່ເດີນທາງມາທາງຖະໜົນນາຄວາຍ ດົງຄຳຊ້າງ ຖະໜົນກຳແພງເມືອງສາມາດຈອດລົດຢູ່ເດີ່ນຕະຫຼາດບຶງທາດຫຼວງ ຮອງຮັບບ່ອນຈອດລົດໄດ້ 200 ກວ່າຄັນ ເຊິ່ງໃນ 3 ຈຸດດັ່ງກ່າວຈະມີບໍລິການລົດສາທາລະນະໂດຍບໍ່ເສຍຄ່ານຳພາທ່ານມາສົ່ງໃນງານບຸນພະທາດຫຼວງ.

ພ້ອມນັ້ນ ທາງລັດວິສາຫະກິດລົດເມ ນວ ຍັງໃຫ້ບໍລິການລົດເມບໍ່ເສຍຄ່າ 9 ສາຍທາງ ຄື: 1.ສາຍທາງທ່າເດື່ອ-ຂົວມິດຕະພາບ-ຊຽງຄວນ 2.ສາຍທາງທ່າງ່ອນ-ທາດຫຼວງ 3.ສາຍທາງດົງໂດກ-ທາດຫຼວງ 4.ສາຍທາງໂພນຕ້ອງ-ທາດຫຼວງ 5.ສາຍທາງ-ດົງຄຳຊ້າງ-ທາດຫຼວງ-ໄອເຕັກ 6.ສາຍທາງ  ໜອງໄຮ-ໄອເຕັກ-ທາດຫຼວງ 7.ສາຍທາງດອນປ່າໃໝ່-ໄອເຕັກ-ທາດຫຼວງ 8.ສາຍທາງບ້ານຫ້ອມ-ທາດຫຼວງ 9.ສາຍທາງ ສີໄຄ-ທາດຫຼວງ ໂດຍຈະມາສົ່ງຜູ້ໂດຍສານຢູ່ຈຸດຄ່ຽນຖ່າຍທີ່ກຳນົດໄວ້ເພື່ອນຳມວນຊົນເຂົ້າມາງານບຸນ.

ເພື່ອເປັນການຫຼຸດຜ່ອນການສັນຈອນທີ່ແອອັດຜູ້ທີ່ມີຈຸດປະສົງເຂົ້າມາທ່ຽວງານບຸນກໍສາມາດໃຊ້ບໍລິການລົດສາທາລະນະໂດຍບໍ່ເສຍຄ່າໄດ້ ຫຼື ຖ້າຕ້ອງການຂັບລົດສ່ວນຕົວມາເອງກໍສາມາດນຳລົດໄປຈອດໄວ້ໃນ 3 ຈຸດທີ່ກຳນົດໃຫ້ແລ້ວໃຊ້ບໍລິການລົດຂົນສົ່ງສາທາລະນະບໍ່ເສຍຄ່າຂອງພວກເຮົາເຂົ້າມາທ່ຽວຊົມງານບຸນໄດ້.

error: Content is protected !!