ອາຊີ-ໂປຕາສ ສາກົນ ປະກອບສ່ວນການກຸສົນ ເພື່ອຊິວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍ.

“ງານການກຸສົນ ເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຈົນ ທີ່ຢູ່ຫ່າງໄກສອກຫຼີກ” ຈັດຂຶ້ນວັນທີ 12 ພະຈິກ 2023 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍບັນດາຄອບຄົວການນໍາ ບັນດາທູດ ທູຕານຸທູດ ອົງການຈັດຕັ້ງສາກົນ ພ້ອມບໍລິສັດຫ້າງຮ້ານ ແລະ ຜູ້ໃຫ້ການສະໜັບສະໜູນ ໃນງານການກຸສົນຄັ້ງນີ້ ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ປະກອບສ່ວນເປັນເງິນ 300 ລ້ານກີບ ເຊິ່ງເປັນການຊ່ວຍເຫຼືອຊີວິດການເປັນຢູ່ໃຫ້ດີຂື້ນ ສໍາລັບແມ່ຍິງ ແລະ ເດັກນ້ອຍຜູ້ທຸກຈົນທີ່ຢູ່ຫ່າງໄກສອກຫຼີກໃນລາວ.

ທ່ານ ປ້າ ນາລີ ສີສຸລິດ ໄດ້ຕີລາຄາສູງເຖິງຄວາມໝາຍຄວາມສໍາຄັນຂອງງານຫັດຖະກໍາ-ເດີນແບບເພື່ອການກຸສົນໃນຄັ້ງນີ້ ແລະ ທ່ານຍັງໄດ້ຊົມເຊີຍຕໍ່ທຸກຝ່າຍທີ່ສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້ ທ່ານໄດ້ກ່າວອີກວ່າ: ການນໍາຂອງລາວຍາມໃດກໍເອົາໃຈໃສ່ຕໍ່ກັບແມ່ຍິງ ແລະ ເດັກນ້ອຍທີ່ທຸກຈົນ ກິດຈະກໍາເພື່ອການກຸສົນຄັ້ງນີ້ ສອດຄ່ອງກັບທິດທາງການຊີ້ນໍາຂອງພັກ ແລະ ລັດ ຊ່ວຍໃຫ້ປະເທດກ້າວສູ່ຄວາມສີວິໄລ ຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຜູ້ຮັບຜິດຊອງໂຄງການ ແລະ ຜູ້ໃຈບຸນ ທີ່ປະ ກອບສ່ວນເພື່ອການກຸສົນໃນຄັ້ງນີ້ ໄດ້ເປີດຊ່ອງທາງທີ່ໝັ້ນຄົງ ແລະ ໂປ່ງໃສ ເຊິ່ງໝາກຜົນທີ່ໄດ້ຮັບແມ່ນທັນເວລາ ແລະ ມີຄວາມກະຈ່າງແຈ້ງ ເຊິ່ງຈະນໍາໄປເຖິງການໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ກ້າວໄປສູ່ຄວາມຮັ່ງມີ ແລະ ສົ່ງເສີມປະຊາຊົນບັນດາເຜົ່າໃຫ້ມີການພັດທະນາ.

ທ່ານ ຖຸງ ຢຸງເຫີງ (Tong Yongheng) ຮອງອໍານວຍການບໍລິສັດ ອາຊີ-ໂປຕາສ ສາກົນ ກ່າວວ່າ: ກິດຈະກໍາການກຸສົນເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ທຸກຈົນໃນຄັ້ງນີ້ ອາຊີ-ໂປຕາສ ສາກົນ ໃນນາມເປັນວິສາຫະກິດທີ່ພັດທະນາຢູ່ ສປປ ລາວ ໄດ້ປູກຝັງຄວາມຮັກອັນຍິ່ງໃຫຍ່ມາໂດຍຕະຫຼອດ ພາຍໃຕ້ທິດນໍາຂອງແນວຄິດການພັດທະນາ “ການເຄົາລົບ ການເຊື່ອມໂຍງ ການປະຕິບັດຕົວຈິງ ແລະ ການຊະນະທັງຄູ່” ໄດ້ຕັ້ງໜ້າປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຕອບແທນຄືນໃຫ້ແກ່ສັງຄົມລາວ ບົນເສັ້ນທາງການສະແຫວງຫາຄວາມສຸກຜາສຸກໃຫ້ແກ່ປະຊາຊົນ ແລະ ການອຸທິດຕົນເພື່ອສັງຄົມ

ທາງບໍລິສັດຍິນດີທີ່ຈະຈັບມືຖືແຂນກັບທຸກວົງຄະນະຍາດໃນສັງຄົມ ເພື່ອສົ່ງເສີມວຽກງານສາທາລະນະປະໂຫຍດ ແລະ ພາລະກິດສັງຄົມຕ່າງໆໃຫ້ມີການພັດທະນາຢ່າງມີປະສິດທິຜົນຍາວນານ ໃນອະນາຄົດ ບໍລິສັດຈະຍືດໝັ້ນໃນທາງປະຕິບັດ ພ້ອມທີ່ໃຫ້ຄວາມຮັກຄວາມເມດຕາ ຈະຖືການປະຕິບັດໃຫ້ຫຼາຍຂຶ້ນ ແລະ ຂະຫຍາຍຜົນປະໂຫຍດໃຫ້ກວ້າງຂື້ນເປັນເປົ້າໝາຍ ໃນຖານະເປັນຜູ້ຊ່ວຍແຮງໜຶ່ງ ປະກອບສ່ວນກໍາລັງແຮງຢ່າງຕັ້ງໜ້າຄວາມຈະເລີນຮຸ່ງ ເຮືອງຂອງສັງຄົມລາວ.

#VientianeMai

# P

ดูข้อมูลเชิงลึก

โปรโมทโพสต์

ความรู้สึกทั้งหมด

1212

error: Content is protected !!