ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານເສດຖະກິດ ແລະ ຊຸກຍູ້ການຜະລິດ ຢູ່ແຂວງຫຼວງພະບາງ

ພາຍຫຼັງສຳເລັດການເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳວຽກງານ ຢູ່ແຂວງໄຊຍະບູລີ ໃນວັນທີ 17 ພະຈິກ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ ບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງຫຼວງພະບາງ ແລະ ເຄື່ອນໄຫວຊຸກຍູ້ການຜະລິດ ຢູ່ພື້ນທີ່ຕົວຈິງ ພາຍໃນແຂວງ ມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ນຳພາຄະນະໃຫ້ການຕ້ອນຮັບ ເຂົ້າຮ່ວມຟັງການໂອ້ລົມ ແລະ ຮ່ວມເຄື່ອນໄຫວຊຸກຍູ້ວຽກງານ.

ໂອກາດນີ້ ທ່ານເຈົ້າແຂວງຫຼວງພະບາງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2023 ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ເຊິ່ງອັນພົ້ນເດັ່ນ ເຫັນວ່າ: ໄລຍະ 9 ເດືອນຜ່ານມາ ເສດຖະກິດຂອງແຂວງຂະຫຍາຍຕົວ ໃນລະດັບ 4% ລວມຍອດມູນຄ່າຜະລິດຕະພັນພາຍໃນ ປະຕິບັດໄດ້ 12.766 ຕື້ກີບ ເທົ່າກັບ 80,12% ຂອງແຜນການ ສະເລ່ຍໃສ່ຫົວຄົນໄດ້ 26,72 ລ້ານກີບ ເທົ່າກັບ 80,12% ຂອງແຜນການ ຍາດແຍ່ງ​ທຶນເຂົ້າໃນການພັດທະນາໄດ້ 3.281 ຕື້ກີບ ເທົ່າກັບ 99% ຂອງແຜນການ ການຈັດເກັບລາຍຮັບ ຮອດວັນທີ 13 ພະຈິກ 2023 ປະຕິບັດໄດ້ 601,02 ຕື້ກີບ ເທົ່າກັບ 107,92% ຂອງແຜນການ ແຜນລາຍຈ່າຍ ປະຕິບັດໄດ້ 579,08 ຕື້ກີບ ເທົ່າກັບ 75,54% ຂອງແຜນການ ໄດ້ເອົາໃຈໃສ່ຕິດຕັ້ງລະບົບແທັກລິສ (TaxRIS)ເຂົ້າໃນການເກັບລາຍຮັບເຂົ້າງົບປະມານສໍາເລັດແລ້ວ 11ເມືອງ ແລະ 1 ນະຄອນ ລວມທັງໝົດມີ 10.187ຫົວໜ່ວຍ ໃນນີ້ ນຳໃຊ້ແລ້ວ 9.969ຫົວໜ່ວຍ ກວມ 97,11% ໄດ້ຕິດຕັ້ງໂປແກຼມບັນຊີ ເອພີໄອເອັສ (APIS)ໃຫ້ຫົວໜ່ວຍທຸລະກິດ ແລະ ອອກອະນຸຍາດນຳໃຊ້ລະບົບເກັບເງິນ ອາກອນມູນຄ່າເພີ່ມຜ່ານໂປແກຼມເອພີແທັກ (APTax)ໄດ້ຕື່ມ 102 ຫົວໜ່ວຍ ລວມທັງໝົດມີ 379ຫົວໜ່ວຍ ໄດ້ຫັນເອົາຫົວໜ່ວຍທຸລະກິດເຂົ້າລະບົບອາກອນມູນຄ່າເພີ່ມໄດ້ 3.065 ຫົວໜ່ວຍ ໄດ້ຕິດຕັ້ງເຄື່ອງສະແກນຄີວອາໂຄດ ຢູ່ແຫຼ່ງທ່ອງທ່ຽວ 3 ແຫ່ງ (ຕາດກວາງຊີ ຫໍພິພິດຕະພັນ ພະທາດພູສີ) ແລະ ນໍາໃຊ້ລະບົບບາໂຄດຢູ່ແຫຼ່ງທ່ອງທ່ຽວ 3 ແຫ່ງ (ວັດຊຽງທອງ ວັດຖໍ້າ ແລະ ຖໍ້າຕິ່ງ) ແລະ ໄດ້ນໍາໃຊ້ລະບົບເກັບຄ່າທໍານຽມທາງດ້ວຍລະບົບອາທີເອັມເອັສ (RTMS) ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ດໍາລັດ ວ່າດ້ວຍລົດຂອງລັດ ໄດ້ເອົາໃຈໃສ່ຕິດຕາມ ຄຸ້ມຄອງ ສະພາບການເຄື່ອນໄຫວຂອງເງິນຕາຕ່າງປະເທດ ເປັນປົກກະຕິ ສາມາດລະດົມເງິນຝາກໄດ້ທັງໝົດ 7.011 ຕື້ກີບ (ລື່ນແຜນ 1,2 ເທົ່າຕົວ) ແລະ ສະໜອງສິນເຊື່ອໄດ້ທັງໝົດ 3.754 ຕື້ກີບ (ລື່ນແຜນ 1 ເທົ່າຕົວ) ໄດ້ສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ກວມ 71,68% ຂອງຍອດສິນເຊື່ອທັງໝົດ ການຜະລິດພືດຜັກສະບຽງອາຫານ ໄດ້ 22.621 ເຮັກຕາ (ລື່ນແຜນ 11,65 %) ການປູກພືດອຸດສາຫະກຳເປັນສິນຄ້າ ໄດ້ 21.818,49 ເຮັກຕາ ເທົ່າກັບ 82,99% ຂອງແຜນການ ຄາດຄະເນຜົນຜະລິດ ໄດ້ 78.299,26 ໂຕນ ເທົ່າກັບ 82,19% ຂອງແຜນການ ປັດຈຸບັນ ທົ່ວແຂວງມີຟາມລ້ຽງສັດ ທັງໝົດ 204 ຟາມ ໃນນັ້ນ ຟາມງົວ ແລະ ຄວາຍ 83 ຟາມ ຟາມໝູພັນຊີ້ນ 45 ຟາມ (ເພີ່ມຂຶ້ນ 3 ຟາມ) ຟາມແບ້ 4 ຟາມ ຟາມໄກ່ໄຂ່ 27 ຟາມ (ເພີ່ມຂຶ້ນ 5 ຟາມ) ຟາມໄກ່ພັນຊີ້ນ 22 ຟາມ ຟາມເປັດໄຂ່ 9 ຟາມ ຟາມເປັດຊີ້ນ 1 ຟາມ ຟາມຜະລິດລູກເປັດ 4 ຟາມ ຟາມປາກະຊັງ 7 ຟາມ ຟາມລ້ຽງກຸ້ງ 2 ຟາມ.

ໂອກາດດຽວກັນ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີຂະແໜງການກ່ຽວຂ້ອງ ຂອງແຂວງ ແລະ ສູນກາງ ປະກອບຄຳຄິດເຫັນ ເພີ່ມເຕີມບາງວຽກ. ຫຼັງຈາກນັ້ນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຄົ້ນຄວ້າ ແລະ ນຳໃຊ້ທ່າແຮງຂອງທ້ອງຖິ່ນຕ່າງໆ ເຂົ້າໃນການພັດທະນາ ໃຫ້ແທດເໝາະ ແລະ ເກີດດອກອອກຜົນ ສືບຕໍ່ສ້ອມແປງ ແລະ ກໍ່ສ້າງເສັ້ນທາງ ໃຫ້ສາມາດໄປມາໄດ້ສະດວກ ໂດຍສະເພາະ ເສັ້ນທາງຮັບໃຊ້ການທ່ອງທ່ຽວ ຮັບໃຊ້ການຜະລິດ ຂົນສົ່ງສິນຄ້າ ແລະ ດຳລົງຊີວິດປະຈຳວັນ ໂດຍປຸກລະດົມການມີສ່ວນຮ່ວມດ້ານທຶນຮອນ ແລະ ແຮງງານ ຂອງສັງຄົມ ແລະ ປະຊາຊົນທ້ອງຖິ່ນ ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ ໃນຂົງເຂດວຽກງານ ແຮງງານ ການສຶກສາ ການນຳໃຊ້ສື່ສັງຄົມອອນລາຍ ລວມທັງ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ສືບຕໍ່ສົ່ງເສີມ ດຶງດູດ ແລະ ກະກຽມຄວາມພ້ອມຮອບດ້ານ ຕ້ອນຮັບນັກທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2024 ໃຫ້ດີ ແລະ ມີປະສິດທິຜົນສູງ ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ (ການປູກ-ການລ້ຽງ ຫັດ ຖະກຳ ເຄື່ອງລະນຶກ ແລະ ອື່ນໆ) ເພື່ອຮັບໃຊ້ ແລະ ຈຳໜ່າຍພາຍໃນແຂວງ ໃຫ້ພຽງພໍ, ທັງເປັນສິນຄ້າສົ່ງອອກ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2023 ໃຫ້ບັນລຸ ຫຼື ລື່ນຄາດໝາຍທີ່ກຳນົດໄວ້ ໄປຄຽງຄູ່ກັບການປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການຕ່າງໆ ໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນຕົນ ພ້ອມກັນກະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ; ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິຂອງສູນກາງພັກ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ຊຶ່ງຕົ້ນຕໍແມ່ນດ້ານກົນໄກ ການຈັດຕັ້ງ ບຸກຄະລາກອນ ແລະ ກົງຈັກ ໃຫ້ກະທັດຮັດ ເຂັ້ມແຂງ ແລະ ໜັກ  ແໜ້ນ ຫັນການບໍລິຫານລັດໄປສູ່ທັນສະໄໝ ຫັນການບໍລິການໄປສູ່ຮາກຖານ ແລະ ຫັນຫົວໜ່ວຍວິຊາການເປັນພາລະກອນ ຕາມທິດທີ່ກໍານົດໄວ້ ສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ກວດກາຄືນບັນດາໂຄງການລົງທຶນ ຢູ່ແຂວງຫຼວງພະບາງ ທີ່ໄດ້ອະນຸມັດຜ່ານມາ ໂດຍມີການລາຍງານ ແລະ ສະເໜີມາດຕະການ ຕໍ່ໂຄງການທີ່ບໍ່ມີການ ເຄື່ອນໄຫວ ຫຼື ເຄື່ອນໄຫວແຕ່ບໍ່ມີປະສິດທິຜົນ; ອຳນວຍຄວາມສະດວກ ແລະ ລະດົມທົ່ວສັງຄົມ ໃຊ້ບໍລິການ ການຊໍາລະສະສາງຕ່າງໆ ຜ່ານລະບົບບັນຊີ ເພື່ອດຶງດູດເງິນ ເຂົ້າຢູ່ໃນລະບົບການຄຸ້ມຄອງຂອງທະນາຄານ ຫຼາຍຂຶ້ນ ກະກຽມຈັດກິດຈະກຳສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ ໃຫ້ມີບັນຍາກາດ ມີເນື້ອໃນ ມີຄວາມສະຫງົບປອດໄພ, ຫຼຸດຜ່ອນຮູບການ ບົນຈິດໃຈປະຢັດມັດທະຍັດ.

ໃນວັນດຽວກັນ ຄະນະຂອງທ່ານ ນາຍົກລັດຖະມົນຕີ ຍັງໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການຜະລິດ ແລະ ການຈັດເກັບລາຍຮັບ ທີ່ນຳໃຊ້ເຄື່ອງມືທັນສະໄໝ ຢູ່ບາງພື້ນທີ່ຕົວຈິງຕື່ມອີກ ເປັນຕົ້ນ ຟາມລ້ຽງໄກ່ໄຂ່ ຂອງທ່ານ ສ່ານ ຢູ່ບ້ານຊຽງເງິນ ເມືອງຊຽງເງິນ ບ້ານຕົວແບບໃນການຜະລິດຫັດຖະກຳ ຕໍ່າແຜ່ນແພ ແລະ ຜະລິດຕະພັນເຈ້ຍປໍສາ ຢູ່ບ້ານຊ່າງຄ້ອງ ນະຄອນຫຼວງພະບາງ ແລະ ຢ້ຽມຊົມ ການນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການເກັບລາຍຮັບ ຢູ່ແຫຼ່ງທ່ອງທ່ຽວ ຫໍພິພິທະພັນແຫ່ງຊາດ ແຂວງຫຼວງພະບາງ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

error: Content is protected !!