ບຸນນະມັດສະການພະທາດຫຼວງວຽງຈັນຈະສະອາດຫຼາຍຂຶ້ນ ເລີ່ມຈາກຕົວເຮົາເອງ

    ດ້ວຍຄວາມພະຍາຍາມ ຢ່າງເປັນເອກະພາບ ຂອງບັນດາຜູ້ນຳຈາກພາກສ່ວນຕ່າງໆ ອົງການລັດຖະ ບານ ອົງການຈັດຕັ້ງທາງສັງຄົມ ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ໄດ້ຮ່ວມມືກັນແກ້ໄຂບັນຫາດ້ານການບໍລິຫານຈັດການຂີ້ເຫຍື້ອ ໃນບຸນນະມັດສະການພະທາດຫຼວງວຽງຈັນ ທີ່ຈະມາເຖິງນີ້.

    ໃນປີທີ່ຜ່ານມາ ພວກເຮົາທຸກຄົນຄົງເຄີຍໄດ້ພົບເຫັນ ຫຼື ເຫັນພາບ ຂອງຂີ້ເຫຍື້ອຊະຊາຍຢູ່ຕາມຖະ  ໜົນຫົນທາງໃນນະຄອນຫຼວງວຽງຈັນ ຫຼັງຈາກງານບຸນນະມັດສະການພະທາດຫຼວງໄດ້ໜຶ່ງອາທິດ ງານບຸນຊ່ວງເຮືອປະເພນີ ທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ ໄດ້ເຮັດໃຫ້ບັນຫາຂີ້ເຫຍື້ອໜັກໜ່ວງຂຶ້ນກວ່າເກົ່າ ເນື່ອງຈາກມີ ປຣາສຕິກ ທີ່ໃຊ້ໄດ້ຄັ້ງດຽວເປັນຈຳນວນຫຼວງຫຼາຍ ຖືກຖິ້ມຊະຊາຍຕາມແຄມແມ່ນ້ຳຂອງ ໃນຂະນະທີ່ຍັງບໍ່ທັນມີຕົວເລກທີ່ຊັດເຈນ ກ່ຽວກັບປະລິມານຂີ້ເຫຍື້ອທີ່ເກີດຂຶ້ນ ໃນໄລຍະງານບຸນດັ່ງກ່າວ ແຕ່ເຮົາສາມາດເວົ້າໄດ້ວ່ ມີຂີ້ເຫຍື້ອຈຳນວນບໍ່ໜ້ອຍເພີ່ມຂຶ້ນໃນໄລຍະດັ່ງກ່າວ ທີ່ໄປສົມທົບກັບ ຂີ້ເຫຍື້ອຈຳນວນ 600 ໂຕນ ທີ່ຖືກສ້າງຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນແຕ່ລະວັນ  ທີ່ທຽບເທົ່າເຖິງ 20 ສະໜາມກີລາບານເຕະ ເຊິ່ງຖືກນຳໄປຖິ້ມຢູ່ຫ່າງຈາກໃຈກາງນະຄອນຫຼວງວຽງຈັນ ພຽງ 32 ກິໂລແມັດ.

    ເຖິງແມ່ນວ່າ ຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການຈັດການບັນຫາດັ່ງກ່າວ ເປັນເລື່ອງໜ້າຍົກຍ້ອງ ເປັນຕົ້ນແມ່ນ ແຜນປະຕິບັດງານແຫ່ງຊາດ ກ່ຽວກັບການຄຸ້ມຄອງຂີ້ເຫຍື້ອ ປຣາສຕິກ ສະບັບທຳອິດ ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຮ່າງສົນທິສັນຍາ ປຣາສຕິກ ສະຫະປະຊາຊາດ ແຕ່ວ່າ ຍັງມີຫຼາຍຢ່າງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອໃຫ້ປະເທດລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ດັ່ງເຊັ່ນ ເປົ້າໝາຍທີ 11 (ສ້າງຕົວເມືອງ ແລະ ຊຸມຊົນ ໃຫ້ມີຄວາມຍືນຍົງ) ເປົ້າໝາຍທີ 12 (ສົ່ງເສີມການອຸປະໂພກ ບໍລິໂພກ ແລະ ການຜະລິດຢ່າງມີຄວາມຮັບຜິດຊອບ) ແລະ ເປົ້າໝາຍທີ 14 (ອະນຸລັກ ແລະ ນຳໃຊ້ສິ່ງທີ່ມີຊີວິດໃນນ້ຳແບບຍືນຍົງ) ໃຫ້ໄດ້ພາຍໃນປີ 2030.

    ເຖິງວ່າ ບັນຫາມົນລະພິດຈາກປຣາສະຕິກ ຈະເບິ່ງຄືວ່າ ເປັນບັນຫາທີ່ໃຫຍ່ເກີນກວ່າຈະແກ້ໄຂໃນລະດັບບຸກຄົນ ແຕ່ວ່າທຸກການກະທຳເລັກໆນ້ອຍໆ ທີ່ເລີ່ມຈາກຕົວເຮົາເອງ ເມື່ອປະສານສົມທົບຂອງຫຼາຍໆຄົນເຂົ້າກັນແລ້ວ ກໍ່ສາມາດສ້າງຜົນກະທົບອັນໃຫຍ່ຫຼວງໄດ້.

    ກິດຈະກຳ ເລີ່ມຈາກຕົວເຮົາເອງ ຫຼື It Starts With Me ທີ່ເລີ່ມຂຶ້ນໃນເດືອນມິຖຸນາທີ່ຜ່ານມາ ໂດຍ ອົງການ ສຸພະນິມິດສາກົນ ປະຈໍາ ສປປ ລາວ (World Vision) ຖືວ່າ ເປັນຕົວຢ່າງທີ່ດີຂອງການຮ່ວມມືກັນຫຼາຍພາກສ່ວນ ກິດຈະກຳດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊັ່ນ: ກຳມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ແລະ ໂຄງການເມດຕາທັມ ອົງການຈັດຕັ້ງທ້ອງຖິ່ນ Zero Waste Laos ແລະ ສູນການສຶກສາ ແລະ ວັດທະນະທຳເດັກ (CECC) Green Vientiane ອົງການລັດຖະບານ (ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ) ອົງການສາກົນບໍ່ສັງກັດລັດຖະບານ (ອົງການ WWF) ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາລາວ ສປປ ລາວ. 

    ພາຍຫຼັງທີ່ສຳເລັດການສະໜັບສະໜູນ ການປູກຕົ້ນໄມ້ 20.000 ຕົ້ນ ໃນທົ່ວປະເທດລາວ ຮ່ວມກັບ Zero Waste ອົງການຊ່ວຍເຫຼືອດັ່ງກ່າວ ໄດ້ສືບຕໍ່ປະຕິບັດຕາມຄຳໝັ້ນສັນຍາຂອງຕົນທີ່ມີຕໍ່ເດັກນ້ອຍລາວ ແລະ ຮັບປະກັນວ່າ ສຽງຂອງເຂົາເຈົ້າຖືກຮັບຟັງ ໂດຍສະເພາະ ໃນການຮັກສາສິ່ງແວດລ້ອມ ກໍຄື ການຮັກສາສິດທິໃນການມີຊີວິດທີ່ອຸດົມສົມບູນຂອງເດັກ ຜ່ານກິດຈະກຳດັ່ງກ່າວ ໃນງານບຸນໃຫຍ່ຂອງປະເທດໃນຄັ້ງນີ້.

   ທ່ານ Nicolas Charlassier ຫົວໜ້າກິດຈະກຳ ຈາກ World Vision ໄດ້ກ່າວ: ພວກເຮົາທຸກຄົນ ມີບົດບາດໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຢູ່ໃນທຸກລະດັບຂັ້ນ ການແກ້ໄຂບັນຫາດັ່ງກ່າວນັ້ນ ອາດເລີ່ມຈາກເລື່ອງງ່າຍໆເຊັ່ນ: ການຖຶຈອກທີ່ໃຊ້ຊ້ຳຂອງຕົນເອງໄດ້ ໄປຊື້ເຄື່ອງດື່ມຕ່າງໆ (ແທນທີ່ຈະເອົາຈອກຢາງໃໝ່) ແຕ່ສຳຄັນກວ່ານັ້ນ ພວກເຮົາທຸກຄົນລ້ວນແຕ່ມີພັນທະຄວາມຮັບຜິດຊອບ ໃນການຮັບປະກັນວ່າ ລູກຫຼານຂອງພວກເຮົາຈະດຳລົງຊີວິດຢູ່ໃນໂລກທີ່ອຸດົມສົມບູນໃນອະນາຄົດ ແລະ ພວກເຮົາດີໃຈທີ່ໄດ້ເຫັນ ບັນດາຄູ່ຮ່ວມມືຂອງພວກເຮົາ ໃຫ້ຄວາມສຳຄັນ ແລະ ຍຶດໝັ້ນ ໃນການແກ້ໄຂບັນຫາດັ່ງກ່າວຮ່ວມກັນ ເພື່ອຮັບປະກັນວ່າ ບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ຈະສະອາດງາມຕາ ໃຫ້ປວງຊົນລາວໄດ້ສະເຫຼີມສະຫຼອງກັນຢ່າງມ່ວນຊື່ນ.

    ທີມງານກິດຈະກຳ It Starts With Me ຈະສະໜັບສະໜູນ ຄະນະຜູ້ຈັດຕັ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ໃຫ້ມີຄວາມພ້ອມດ້ານອຸປະກອນຫຼາຍຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ມີການບໍລິຫານຄຸ້ມຄອງຂີ້ເຫຍື້ອທີ່ເໝາະສົມ ຕະຫຼອດໄລຍະເວລາ ຂອງງານບຸນດັ່ງກ່າວ ພ້ອມທັງລະດົມອາສາສະໝັກຈາກກຸ່ມຊາວໜຸ່ມ ເພື່ອສ້າງຄວາມຮັບຮູ້ໃຫ້ປະຊາຊົນ ກ່ຽວກັບການຈັດການຂີ້ເຫຍື້ອຢ່າງເໝາະສົມ ຫາກແຕ່ວ່າ ຄວາມພະຍາຍາມ ໃນການປົກປັກຮັກສາຄວາມສະອາດຂອງ ງານບຸນອັນສັກສິດນີ້ ຈະບໍ່ສຳເລັດຜົນໄດ້ຢ່າງເຕັມເມັດເຕັມໜ່ວຍ ຫາກປະສະຈາກ ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງທ່ານ ພວກເຮົາຂໍຮຽກຮ້ອງເຊີນຊວນໃຫ້ຜູ້ອ່ານ ຖິ້ມ ແລະ ແຍກຂີ້ເຫຍື້ອໃຫ້ຖືກຖັງ ຖືຖົງ ຫຼື ຈອກທີ່ໃຊ້ຊ້ຳໄດ້ໄປໃຊ້ໃນບຸນນຳ ແທນການໃຊ້ ຈອກຢາງ ຫຼື ຖົງຢາງປຣາສຕິກ ຫຼີກລ່ຽງການນຳໃຊ້ປຣາສຕິກທີ່ໃຊ້ໄດ້ຄັ້ງດຽວ ຢ່າລືມວ່າ ບຸນນະມັດສະການພະທາດຫຼວງວຽງຈັນ ສະອາດຫຼາຍຂຶ້ນໄດ້ ແມ່ນເລີ່ມຈາກຕົວເຮົາເອງ.

error: Content is protected !!