ສຳຫຼວດ-ອອກແບບ ແລະ ກໍ່ສ້າງເສັ້ນທາງຕັດຕາຜ້າຈຸດສຸມຜາລະແວກ ເມືອງຮົ່ມ

   ພິທີເຊັນສັນຍາໂຄງການສໍາຫຼວດ-ອອກແບບ ແລະ ກໍ່ສ້າງເສັ້ນທາງຕັດຕາຜ້າຈຸດສຸມຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນໄລຍະ 2 ມູນຄ່າກໍ່ສ້າງ 60.099.448.877 ກີບ ລະຫວ່າງອົງການຄຸ້ມຄອງຈັດຕັ້ງປະຕິບັດໂຄງການພະແນກໂຍທາທິການແລະ ຂົນສົ່ງ (ຍທຂ) ແຂວງໄຊສົມບູນ ກັບ ຜູ້ຮັບເໝົາກໍ່ສ້າງບໍລິສັດດວງພະສຸກກໍ່ສ້າງສ້ອມແປງຂົວທາງເຄຫາສະຖານ ແລະຊົນລະປະທານ ຈຳກັດຈັດຂຶ້ນວັນທີ 15 ພະຈິກ 2023 ທີ່ແຂວງໄຊສົມບູນຮ່ວມລົງນາມລະຫວ່າງທ່ານ ໄຊສົມພັນ ລີເຕັງເບຼຍຈື່ ຫົວໜ້າພະແນກ ຍທຂ ແຂວງໄຊສົມບູນແລະ ທ່ານ ຄຳຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກກໍ່ສ້າງສ້ອມແປງຂົວທາງເຄຫາສະຖານແລະ ຊົນລະປະທານຈຳກັດ ເຊັນເປັນພະຍານໂດຍທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງໄຊສົມບູນ ແລະ ທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງຮົ່ມ ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ບັນດາຮອງເຈົ້າແຂວງ ການນໍາແຂວງ ເຈົ້າເມືອງ ຫົວໜ້າພະແນກແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

   ທ່ານຫົວໜ້າພະແນກ ຍທຂ ແຂວງໄຊສົມບູນໄດ້ຂຶ້ນລາຍງານຄວາມເປັນມາຂອງໂຄງການວ່າ:ໂຄງການດັ່ງກ່າວເປັນໂຄງການໜຶ່ງທີ່ໄດ້ຮັບງົບປະມານນັບແຕ່ສົກປີ 2013-2014 ເປັນຕົ້ນມາ ເຊິ່ງໃນເບື້ອງຕົ້ນໄດ້ອອກແບບແລະ ຄິດໄລ່ເປັນໜ້າທາງປູເບຕົງເສີມເຫຼັກ ໜ້າທາງກວ້າງ 14 ແມັດ ແລະຍາວ 4,05 ກິໂລແມັດ ຮັບເໝົາກໍ່ສ້າງໂດຍບໍລິສັດ ຄຳສົນພັດທະນາກໍ່ສ້າງ ຈຳກັດ ມູນຄ່າກໍ່ສ້າງ 133 ຕື້ກີບ ເລີ່ມຈັດຕັ້ງປະຕິບັດວັນທີ 11 ກັນຍາ 2014 ຄວາມຄືບໜ້າຂອງໂຄງການຮອດເດືອນມິຖຸນາ 2015 ປະຕິບັດໄດ້ 19,17% ຄິດເປັນເງິນ 25,62 ຕື້ກີບ.

   ໂດຍອີງໃສ່ສະພາບເສດຖະກິດຂອງແຂວງມີຄວາມໃຫຍຸ້ງຍາກ ສົກປີ 2015-2016 ໂຄງການຈຶ່ງໄດ້ຢຸດໂຈະຊົ່ວຄາວ ມາຮອດປີ 2020 ກົມການເມືອງສູນກາງພັກຈຶ່ງໄດ້ມີທິດຊີ້ນໍາໃຫ້ສືບຕໍ່ການກໍ່ສ້າງເພາະເມືອງຮົ່ມເປັນເມືອງທຸກ ແລະ ເປັນເມືອງວິລະຊົນ ຈາກນັ້ນການນໍາແຂວງຈຶ່ງມີທິດຊີ້ນໍາໃຫ້ປັບປຸງແບບແຕ້ມ ແລະມາດຖານເຕັກນິກຄືນຈາກທາງເບຕົງມາເປັນທາງປູຢາງສອງຊັ້ນຄື:ເສັ້ນທາງສາຍຫຼັກແຕ່ບ້ານນໍ້າຄຽນຫາທາງເຂົ້າສຳນັກປົກຄອງເມືອງໃໝ່ຍາວ 4 ກິໂລແມັດ ກວ້າງ 10 ແມັດ ມູນຄ່າ 49,49 ຕື້ກີບ ເສັ້ນທາງຕາຜ້າພາຍໃນເທດສະບານເມືອງຮົ່ມແຕ່ A1 ຮອດ A12 ຍາວ 11,49 ກິໂລແມັດກວ້າງ 7 ແມັດ ມູນຄ່າ 54,95 ຕື້ກີບ ໂຄງການເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2020 ເປັນຕົ້ນມາ ແຕ່ມາຮອດເດືອນເມສາ 2022 ໂຄງການໄດ້ຖືກຢຸດສະຫງັດ ເນື່ອງຈາກມີຄຳສັ່ງອາຢັດຊັບຂອງຄະນະສານຄອບຄົວຂອງສານປະຊາຊົນນະຄອນຫຼວງວຽງຈັນສະບັບລົງວັນທີ 23 ມີນາ 2022 ໃນນັ້ນລວມມີໂຄງການດັ່ງກ່າວທີ່ຖືກອາຢັດຢູ່ນໍາ ບໍລິສັດຈື່ງບໍ່ຢາກແກ່ຍາວ ແລະ ຖ່ວງດຶງການພັດທະນາໂຄງການ ສະນັ້ນບໍລິສັດຈຶ່ງໄດ້ສະເໜີຂໍຍົກເລີກສັນຍາ ແລະ ສົ່ງມອບຄືນໃຫ້ເຈົ້າຂອງໂຄງການ ໃນເດືອນເມສາ 2023 ຈຶ່ງໄດ້ຮັບອະນຸມັດຈາກທ່ານເຈົ້າແຂວງ ແລະ ມີການເຊັນບົດບັນທຶກມອບ-ຮັບກັນແລ້ວ ໂດຍໜ້າວຽກ ແລະມູນຄ່າທີ່ບໍລິສັດຜູ້ຮັບເໝົາປະຕິບັດໄດ້ 46,23% ຄິດເປັນມູນຄ່າເທົ່າກັບ 51,67 ຕື້ກີບ ສ່ວນມູນຄ່າທີ່ຍັງເຫຼືອບໍ່ທັນໄດ້ຈັດຕັ້ງປະຕິບັດເທົ່າກັບ 64,32 ຕື້ກີບ (ລວມທັງຄ່າຄຸ້ມຄອງໂຄງການ ຄ່າຊົດເຊີຍຍົກຍ້າຍ ແລະ ສິ່ງກີດຂວາງ) ໃນນີ້ສະເພາະມູນຄ່າກໍ່ສ້າງທີ່ຍັງເຫຼືອ ແລະ ສືບຕໍ່ຈັດຕັ້ງປະຕິບັດແມ່ນ 60,09 ຕື້ກີບ.     ພາຍຫຼັງໂຄງການໄດ້ຮັບການມອບຮັບ ແລະ ສົ່ງຄືນໃຫ້ເຈົ້າຂອງໂຄງການແລ້ວທາງແຂວງຈຶ່ງໄດ້ມອບໃຫ້ຄະນະຊີ້ນໍາໂຄງການເປັນຜູ້ດຳເນີນການປະມູນຫຼືທາບທາມເອົາບໍລິສັດຜູ້ຮັບເໝົາກໍ່ສ້າງໃໝ່ເຂົ້າມາຈັດຕັ້ງປະຕິບັດໂຄງການພ້ອມທັງສືບຕໍ່ຄຸ້ມຄອງ ແລະ ຊີ້ນໍາການຈັດຕັ້ງປະຕິບັດໂຄງການໂດຍມອບໃຫ້ພະແນກ ຍທຂ ແຂວງເປັນອົງການຄຸ້ມຄອງຈັດຕັ້ງປະຕິບັດໂຄງການແລະ ເປັນເຈົ້າການໃນການປະມູນຈັດຊື້ຈັດຈ້າງເຊິ່ງໄດ້ມີການຈັດປະມູນແບບເປີດກວ້າງ ແລະສາມາດຄັດເລືອກໄດ້ບໍລິສັດຮັບເໝົາກໍ່ສ້າງແມ່ນບໍລິສັດ ດວງພະສຸກກໍ່ສ້າງ ຈຳກັດ ມູນຄ່າກໍ່ສ້າງ 60,09 ຕື້ກີບ ມູນຄ່າວ່າຈ້າງວິສາວະກອນທີ່ປຶກສາ 1,85 ຕື້ກີບ ຄ່າໃຊ້ຈ່າຍຄະນະຮັບຜິດຊອບໂຄງການ 746,73 ລ້ານກີບ ແລະ ຄ່າຍົກຍ້າຍສິ່ງກີດຂວາງ 5 ຕື້ກີບ ລວມມູນຄ່າທັງໝົດ 67,69 ຕື້ກີບ ແລະ ມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 36 ເດືອນໃຫ້ສຳເລັດ.

error: Content is protected !!