ສສຊ ພິຈາລະນາຮ່າງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ (ສະບັບສ້າງໃໝ່)

    ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX  ວັນທີ 16 ພະຈິກ 2023 ທີ່ຫໍສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ພິຈາລະນາຮ່າງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ (ສະບັບສ້າງໃໝ່) ທີ່ສະເໜີໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.   

        ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ໄລຍະຜ່ານມາຂະແໜງການສາທາລະນະສຸກ ໄດ້ນໍາໃຊ້ນະໂຍບາຍຮັກສາສຸຂະພາບຂັ້ນຕົ້ນ ແລະ ມີການປັບປຸງ ໃນປີ 2019 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ເຊິ່ງນະໂຍບາຍດັ່ງກ່າວ ໄດ້ກໍານົດກ່ຽວກັບ ກິດຈະກຳ ແລະ ວຽກງານປິ່ນອ້ອມ ການຮັກສາສຸຂະພາບຂັ້ນຕົ້ນ ຄະນະກຳມະການ ອົງການຄຸ້ມຄອງ ທີມງານດ້ານວິຊາການ ແລະ ບຸກຄົນທີ່ຮັບຜິດຊອບກ່ຽວກັບ ວຽກງານຮັກສາສຸຂະພາບຂັ້ນຕົ້ນ ພ້ອມກັນນັ້ນ ຍັງມີກົດໝາຍວ່າດ້ວຍການອະນາໄມ ແລະ ສົ່ງເສີມສຸຂະພາບ ມາດຕາ 47 ໄດ້ກໍານົດກ່ຽວກັບ ການສົ່ງເສີມການຮັກສາສຸຂະພາບຂັ້ນຕົ້ນ ຄຳແນະນໍາ ກ່ຽວກັບອາສາສະໝັກ ສາທາລະນະສຸກບ້ານ ຄູ່ມື ການສ້າງບ້ານສາທາລະນະສຸກແບບຢ່າງ ທັງໝົດເຫຼົ່ານັ້ນ ໄດ້ເປັນແນວທາງ ແລະ ບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ວຽກງານຮັກສາສຸຂະພາບຂັ້ນຕົ້ນ ຍັງມີບັນຫາ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍ ໃນວຽກງານດັ່ງກ່າວ ເປັນຕົ້ນ ເງື່ອນໄຂໃນການເຂົ້າເຖິງການບໍລິການ ດ້ານສຸຂະພາບຂອງປະຊາຊົນ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ຍັງບໍ່ມີຄວາມສະດວກ ຄວາມຮັບຮູ້ ແລະ ການເປັນເຈົ້າການຂອງປະຊາຊົນ ຕໍ່ການຮັກສາສຸຂະພາບ ຍັງບໍ່ສູງ ພະນັກງານທີ່ເຮັດວຽກ ຮັກສາສຸຂະພາບຂັ້ນຕົ້ນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ຄວາມຮັບຜິດຊອບຂອງ ຄະນະກຳມະການຮັກສາສຸຂະພາບຂັ້ນບ້ານ ຍັງບໍ່ທັນຈະແຈ້ງ ແລະ ການເຮັດວຽກຍັງມີລັກຊະນະຊໍ້າຊ້ອນກັນ ລວມທັງ ຈຳນວນ ອສບ ກໍຍັງບໍ່ພຽງພໍ ແລະ ບໍ່ລວມສູນ ເຊິ່ງຍັງຂຶ້ນກັບວິຊາການສາຍຕັ້ງ ພ້ອມນີ້ ການຕິດຕາມ ກວດກາ ການປະເມີນຜົນ ແລະ ໃຫ້ບໍລິການວຽກງານປິ່ນອ້ອມ ຍັງບໍ່ເປັນລະບົບ ຕໍ່ເນື່ອງ ການຊຸກຍູ້ສົ່ງເສີມ ແລະ ການຮ່ວມມືຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຮັກສາສຸຂະພາບຂັ້ນຕົ້ນ ຍັງມີຂອບເຂດຈຳກັດ.

   ຕໍ່ກັບບັນຫາດັ່ງກ່າວກະຊວງສາທາລະນະສຸກ ຈຶ່ງໄດ້ສະເໜີສ້າງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ເຂົ້າໃນ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ເພື່ອເປັນເຄື່ອງມືຕົ້ນຕໍ ໃນການຈັດຕັ້ງປະຕິບັດວຽກງານຮັກສາສຸຂະພາບຂັ້ນຕົ້ນ ໃຫ້ບັນລຸບັນດາຕົວຊີ້ບອກ ທີ່ສະພາແຫ່ງຊາດຮັບຮອງ ບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ໃນປີ 2025 ແລະ ເປົ້າ ໝາຍການພັດທະນາແບບຍືນຍົງ ໃນປີ 2030 ໂດຍບໍ່ປະປ່ອຍໃຜຜູ້ໜຶ່ງໄວ້ເບື້ອງຫຼັງ.

    ຮ່າງກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ສະບັບສ້າງໃໝ່ ປະກອບ ມີ XI ພາກ 6 ໝວດ 78 ມາດຕາ ພາຍຫຼັງຖືກຮັບຮອງ ແລະ ມີຜົນບັງຄັບໃຊ້ ຈະເປັນບ່ອນອີງອັນສຳຄັນ ໃນການເຄື່ອນໄຫວວຽກງານດັ່ງກ່າວໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍ ກົດໝາຍ ມີຄວາມເປັນລະບົບ ຄ່ອງຕົວ ທັງເຮັດໃຫ້ລະບົບສາທາລະນະສຸກ ຂັ້ນຮາກຖານ ມີຄວາມເຂັ້ມແຂງ ກົນໄກໃນການຄຸ້ມຄອງ ຕິດຕາມ ກວດກາ ແລະ ພັດທະນາ ໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ມີຄຸນນະພາບດີຂຶ້ນ ພ້ອມນັ້ນ ຍັງເຮັດໃຫ້ໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າເຖິງການບໍລິການ ດ້ານສາທາລະນະສຸກ ໄດ້ຢ່າງທົ່ວເຖິງ ສ້າງເງື່ອນໄຂໃຫ້ທຸກຄົນ ເປັນເຈົ້າການໃນການເບິ່ງແຍງ ດູແລ ແລະ ຮັກສາສຸຂະພາບດ້ວຍຕົນເອງ ໃຫ້ມີສຸຂະພາບດີ ມີອາຍຸຍືນ ຫຼຸດຜ່ອນການເຈັບເປັນ ແລະ ການເສຍຊີວິດ ເຮັດໃຫ້ ຊຸມຊົນມີຄວາມເຊື່ອໝັ້ນ ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນ ໃນການຮັກສາສຸຂະພາບຂັ້ນຕົ້ນ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ໃນຂອບເຂດທົ່ວປະເທດ ໂດຍບໍ່ປະປ່ອຍ ໃຜຜູ້ໜຶ່ງໄວ້ເບື້ອງຫຼັງ ເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ແລະ ການພັດທະນາແບບຍືນຍົງ.

    ຫຼັງຈາກນັ້ນ ສສຊ ຈາກນັ້ນສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ພິຈາລະນາປະກອບຄຳເຫັນຕາມທິດຊີ້ນຳຂອງປະທານກອງປະຊຸມ ເປັນຕົ້ນດ້ານໂຄງສ້າງ ການກຳນົດເນື້ອໃນການຮັກສາສຸຂະພາບຂັ້ນຕົ້ນ ຜົນປະໂຫຍດຂອງອາສາສະໝັກສາທາລະນະສຸກ ມາດຕະຖານຂອງບ້ານສາທາລະນະສຸກ ການກຳນົດສິດຫນ້າທີ່ຂອງຄະນະກຳມະການຮັກສາສຸຂະພາບຂັ້ນຕົ້ນ ແຕ່ລະຂັ້ນ ແລະອື່ນໆ ເພື່ອແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສ້າງໃໝ່ ຄົບຖ້ວນ ສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິຜົນ.

   ສ່ວນໃນພາກບ່າຍບັນດາ ສສຊ ໄດ້ສືບຕໍ່ພິຈາລະນາປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ທີ່ສະເໜີໂດຍທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພື່ອໃຫ້ຮ່າງກົດໝາຍສະບັບດັ່ງກ່າວ ມີເນື້ອໃນຄົບຖ້ວນ ສົມບູນ ຖືກຕ້ອງ ແລະ ສອດຄ່ອງ ກ້າວສູ່ການຈະພິຈາລະນາ ຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວຕື່ມອີກ.

error: Content is protected !!