ສ້າງຄວາມເຂັ້ມແຂງ ໃຫ້ຊຸມຊົນອາຊຽນ ໂດຍຜ່ານການຮູ້ທັນສື່ດີຈີຕອນ

       ວັນທີ 14 ພະຈິກ 2023 ທີ່ ບາຫຼີ ໃນງານ ສື່ສາກົນ ແລະ ສັບດາຮູ້ທັນຂໍ້ມູນຂ່າວສານ ມູນນິທິ ອາຊຽນ ໂດຍໄດ້ຮັບການສະໜັບສະໜູນຈາກ Google.org ໄດ້ຈັດງານ ກອງປະຊຸມ ຜົນໄດ້ຮັບຈາກໂຄງການ ຮູ້ທັນສື່ດີຈີຕອນ ອາຊຽນ ຂຶ້ນ ທີ່ບາຫຼີ ອິນໂດເນເຊຍ ແຕ່ວັນທີ 14-16 ພະຈິກ 2023 ພາຍໃຕ້ຫົວຂໍ້: “ບົນເສັ້ນທາງ ເພື່ອຄວາມທົນທານ ຕໍ່ສື່ດີຈີຕອນ: ສ້າງຄວາມເຂັ້ມແຂງ ໃຫ້ຊຸມຊົນອາຊຽນ ໂດຍຜ່ານການຮູ້ທັນສື່ດີຈີຕອນ” ກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ແລະ ຜົນໄດ້ຮັບ ຕະຫຼອດໄລຍະເວລາ 2 ປີ ໃນການຈັດຕັ້ງປະຕິບັດໂຄງການຢູ່ໃນ 10 ປະເທດອາຊຽນ.

ພາລະກິດຫຼັກ ຂອງໂຄງການຮູ້ທັນສື່ດີຈີຕອນ ອາຊຽນ  ແມ່ນເພື່ອ ຕໍ່ສູ້ກັບ ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ຂໍ້ມູນທີ່ບິດເບືອນ ໂດຍການໃຫ້ການເຝິກອົບຮົມ ທາງດ້ານການຮູ້ທັນສື່ດີຈີຕອນ ໃນບັນດາປະເທດອາຊຽນ. 

     ພາຍຫຼັງການຈັດຕັ້ງປະຕິບັດມາ ເປັນເວລາເກືອບ 2 ປີ ກັບ 15 ຄູ່ຮ່ວມຈັດຕັ້ງປະຕິບັດ ໂຄງການຮູ້ທັນສື່ດີຈີຕອນ ອາຊຽນ ໄດ້ສໍາເລັດການ ຈັດເຝິກອົບຮົມ ຄູເຝິກ ທັງໝົດ ຈໍານວນ 61 ຄັ້ງ ໂດຍມີບັນດາຜູ້ທີ່ເປັນຄູເຝິກຈໍານວນ 1.451 ຄົນ ໃນທົ່ວພາກພື້ນ ຮອດເດືອນ ພະຈິກ 2023 ໂຄງການ ໄດ້ສ້າງປະໂຫຍດ ໃຫ້ 193.955 ຄົນ ຈາກການເຝິກອົບຮົມທັງໝົດ 2.647 ຄັ້ງ ຕົວເລກນີ້ ແມ່ນເກີນເປົ້າໝາຍທີ່ຕັ້ງໄວ້ ຂອງໂຄງການ ຮູ້ທັນສື່ດີຈີຕອນ ຂອງອາຊຽນ ທີ່ເບື້ອງຕົ້ນ ຕັ້ງໄວ້ທີ່ 100.000 ຄົນ ໃນໄລຍະເວລາ 2 ປີ.  

       ສະເພາະຢູ່ ສປປ ລາວ ໂຄງການໄດ້ສ້າງ ຄູເຝິກຫຼັກ ຈໍານວນ 154 ຄົນ ແລະ ມີຜູ້ເຂົ້າຮ່ວມເຝິກອົບຮົມທັງໝົດ 8.333 ຄົນ ໂດຍການເຮັດວຽກຮ່ວມກັບ ຄູ່ຮ່ວມງານ ສະຖານີວິທະຍຸຊາວໜຸ່ມລາວ ສິນໄຊຍຸກໃໝ່ ແລະ ຊຽງໝ້ຽງ ເທັກໂນເວເຕີ້.

      ຍິ່ງໄປກ່ວານັ້ນ ກຸ່ມໃຫ້ຄໍາປຶກສາ ໄວໜຸ່ມ ອາຊຽນ ໄດ້ດໍາເນີນການເຝິກອົບຮົມ ທັງໃນຮູບແບບ ອອນລາຍ ແລະ ແບບເຊິ່ງໜ້າ ກ່ຽວກັບ ແຄມເປນ ຮູ້ທັນສື່ດີຈີຕອນ  ໃນບັນດາປະເທດອາຊຽນ ມີຜູ້ໄດ້ຮັບປະໂຫຍດ ຈາກກິດຈະກໍານີ້ ຈໍານວນ 3.881 ຄົນ ແລະ ມີຍອດຜູ້ເຂົ້າເຖິງ ຜ່ານທາງອອນລາຍ ລວມຍອດ ຫຼາຍກ່ວາ 930.000 ເທື່ອ.

     ໜຶ່ງໃນແຄມເປນນີ້ ແມ່ນ ດໍາເນີນການໂດຍ ທ້າວ ພັດທະນາ ຫອຍມູນ ເປັນສະມາຊິກຄົນລາວ ກຸ່ມໃຫ້ຄໍາປຶກສາ ໄວໜຸ່ມ ອາຊຽນ ຜູ້ທີ່ເປັນຄົນລິເລີ່ມ Diginovator ແຄມເປນນີ້ ມີຈຸດປະສົງ ເພື່ອໃຫ້ໄວໜຸ່ມ ໄດ້ມີຄວາມຮູ້ທີ່ສໍາຄັນ ດ້ານຮູ້ທັນ ສື່ດີຈີຕອນ ເພື່ອໃຫ້ເຂົາເຈົ້າ ກາຍເປັນປະຊາກອນ ທີ່ມີຄວາມຮັບຜິດຊອບ ໃນການໃຊ້ດິຈິຕອນ ແລະ ສາມາດໄຈ້ແຍກ ຂໍ້ມູນທີ່ບໍ່ຖືກຕ້ອງ ໂດຍແຄມເປນນີ້ ສາມາດຝຶກອົບຮົມ ຊາວໜຸ່ມໄດ້ທັງໝົດ 1.265 ຄົນ ແລະ ສາມາດ ເຂົ້າເຖິງ 133.000 ຄົນ ຜ່ານທາງ ສື່ສັງຄົມອອນລາຍ.  

    ກອງປະຊຸມ ຜົນໄດ້ຮັບຈາກການຈັດ ໂຄງການຮູ້ທັນສື່ດິຈິຕອນ ອາຊຽນ ໄດ້ນໍາເອົາ ຄູ່ຮ່ວມຜູ້ຈັດຕັ້ງປະຕິບັດ ຄູເຝິກ ຜູ້ນໍາພາດ ແລະ ກຸ່ມໃຫ້ຄໍາປຶກສາ ໄວໜຸ່ມ 

ຕົວແທນຈາກ Google.org ກອງເລຂາທິການ ອາຊຽນ ແລະ ສະມາຊິກ ໃນຄະນະບໍລິຫານ ຂອງມູນນິທິ ອາຊຽນ ເພື່ອຮ່ວມສະເຫຼີມສະຫຼອງ ຜົນສໍາເລັດອັນໂດດເດັ່ນນີ້ ໂດຍການມາລວມໂຕ ເຮັດກອງປະຊຸມສົນທະນາ ແບບລົງເລິກ ການຈັດກອງປຸມຍ່ອຍ ປິ່ນອ້ອມຫຼາກຫຼາຍຫົວຂໍ້ ທີ່ກ່ຽວກັບ ການຮູ້ທັນສື່ດີຈີຕອນ ໂດຍກອງປະຊຸມນີ້ ມີຈຸດປະສົງ ເພື່ອ ສ້າງຄວາມຮັບຮູ້ ກ່ຽວກັບ ສື່ດີຈີຕອນ ສົ່ງເສີມການຮ່ວມມື ກັບຫຼາຍອົງກອນ ແລະ ໃຫ້ເຄື່ອງມື ທີ່ຈໍາເປັນ ແລະ ຍຸດທະສາດ ທີ່ຈໍາເປັນ ເພື່ອສົ່ງເສີມ ສັງຄົມດິຈິຕອນ ທີ່ທຸກຄົນມີສ່ວນຮ່ວມ ແລະ ເນັ້ນໃຫ້ເຫັນເຖິງ ສິ່ງທ້າທາຍ ໃນທົ່ວອາຊຽນ.

      ທ່ານ Piti Srisangnamຜູ້ບໍລິຫານ ຂອງມູນນິທິອາຊຽນ ໄດ້ແບ່ງປັນໃຫ້ຮູ້ວ່າ:​ “ຜົນສໍາເລັດ ຂອງໂຄງການ ຮູ້ທັນສື່ດີຈີຕອນ ອາຊຽນ ເປັນຄວາມສໍາເລັດສະສົມ ທີ່ກ່ຽວພັນກັບ ການເຂົ້າຮ່ວມ ແລະ ການປະກອບສ່ວນຢ່າງຕັ້ງໃຈ ຂອງທຸກໆຄູ່ຮ່ວມງານ ໃນໂຄງການ ໂດຍຈຸດປະສົງລວມຂອງໂຄງການ ແມ່ນເພື່ອສ້າງ ພື້ນທີ່ ການໃຊ້ສື່ດີຈີຕອນ ທີ່ມີຄວາມປອດໄພ ເຊິ່ງຊ່ວຍໃຫ້ພວກເຮົາ ຍັບໃກ້ ເຂົ້າສູ່ວິໄສທັດ ໃນການສ້າງໃຫ້ ອາຊີຕາເວັນອອກສ່ຽງໃຕ້ ເປັນສັງຄົມດິຈິຕອນ ໃນຮູບແບບ ທຸກຄົນມີສ່ວນຮ່ວມ ແລະ ມີຄວາມຮູ້ທັນ ແລະ ມີທັກສະ ດ້ານສື່ດິຈິຕອນ ແລະ ຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການຮູ້ທັນສຶ່ດິຈິຕອນ ອາຊຽນ ຈະກາຍເປັນຕົວປ່ຽນທີ່ສໍາຄັນ ໃນການຕໍ່ສູ້ ກັບຂໍ້ມູນອອນລາຍ ທີ່ຜິດພາດ ແລະ ບິດເບືອນ ໃນແຕ່ລະຊຸມຊົນ ທີ່ພວກເຂົາເຈົ້າຢູ່.

      ທ່ານ Marija Ralic ຜູ້ນໍາຂອງ Google.org APAC ສະແດງຄວາມພາກພູມໃຈ ໃນການສະໜັບສະໜູນ ໂຄງການຮູ້ທັນສື່ດິຈິຕອນ ອາຊຽນ, ໂດຍທ່ານກ່າວວ່າ: ໂຄງການຮູ້ທັນສື່ດິຈິຕອນ ອາຊຽນ ໄດ້ຮັບຜົນສໍາເລັດຢ່າງໜ້າປະທັບໃຈ ແລະ ຍັງໄດ້ມີຜົນຕໍ່ຊີວິດ, ກໍ່ໃຫ້ເກີດການປ່ຽນແປງ ໃນທາງບວກ ໃນທົ່ວ ຂົງເຂດ ອາຊີຕາເວັນອອກສຽງໃຕ້ ຄໍາໝັ້ນສັນຍາ ຄວາມຕັ້ງໃຈ ແລະ ຄວາມຫຼົງໄຫຼຂອງຜູ້ເຂົ້າຮ່ວມ ຄູເຝິກ ແລະ ອົງກອນທີ່ຮ່ວມໂຄງການທຸກໆພາກສ່ວນ ເປັນແຮງບັນດາໃຈ ທີ່ດີເລີດ ແລະ ພວກເຮົາ ມີຄວາມພາກພູມໃຈຫຼາຍ ໃນການສະໜັບສະໜູນ ແນວຄວາມຄິດນີ້ ໂດຍຜ່ານ Google.org.  ໃນລະຫວ່າງທີ່ພວກເຮົາ ກໍາລັງສືບຕໍ່ ເສັ້ນທາງ ເພື່ອຄວາມປອດໄພ ໃນການໃຊ້ອິນເຕີເນັດ ພວກເຮົາຈົ່ງນໍາເອົາ ແຮງບັນດາໃຈ ຈາກເລື່ອງລາວ ເຫຼົ່ານີ້ ເພື່ອກາຍເປັນຕົວປ່ຽນ ແລະ ເປັນພະລັງໃຫ້ກັບພວກເຮົາ. ໃນໄລຍະຜ່ານມາ Google.org ໄດ້ໃຫ້ການສະໜັບສະໜູນ ໂຄງການ ຮູ້ທັນສື່ດິຈິຕອນ ອາຊຽນ ເປັນມູນຄ່າ 1,5 ລ້ານໂດລາ ເພື່ອດໍາເນີນການຊ່ວຍເຫຼືອ ໃນການຈັດຕັ້ງປະຕິບັດ ໂຄງການຮູ້ທັນສື່ດິຈິຕອນ ອາຊຽນ ແຕ່ປີ 2022-2024.

     ໃນນາມເປັນຄູ່ຮ່ວມງານ ໃນການຈັດຕັ້ງປະຕິບັດ ບໍລິສັດ XM Technovator ໄດ້ບັນທຶກ ຜົນສໍາເລັດ ໃນການສ້າງຄວາມຮັບຮູ້ ໃຫ້ສັງຄົມລາວ ໃນການປະກອບສ່ວນເຂົ້າໃນການຕໍ່ສູ້ ກັບຂໍ້ມູນຂ່າວສານ ທີ່ຜິດພາດ ແລະ ບິດເບືອນ ໂດຍທ່ານ ໂອພາກອນ ກຸໂພຄໍາ ຫົວໜ້າບໍລິສັດ XM Technovator ໄດ້ກ່າວວ່າ: “ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ຮ່ວມງານ ກັບ ມູນນິທິ ອາຊຽນ ແລະ Google.org ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ ຜູ້ໄດ້ຮັບຜົນປະໂຫຍດ 5.173 ຄົນ ໃນທຸກໆຊຸມຊົນ ໃນລາວ ເພື່ອໃຫ້ເຂົາເຈົ້າໄດ້ຮັບທັກສະ ໃນການຮູ້ທັນສຶ່ດິຈິຕອນ ເພື່ອຊ່ວຍໃຫ້ເຂົາເຈົ້າ ປອດໄພ ຈາກຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະ ຂ່າວສານ ທີ່ບິດເບືອນວິໄສທັດຂອງພວກເຮົາ ແມ່ນຢາກສ້າງສັງຄົມທີ່ປອດໄພ ໃຫ້ແກ່ ສປປ ລາວ ແລະ ອາຊຽນມາຮ່ວມມືກັບພວກເຮົາ ເພື່ອສ້າງສັງຄົມທີ່ຮູ້ທັນສຶດິຈິຕອນ.

DigitalClassASEAN.org ເວັບໄຊ ແຫ່ງຄວາມພະຍາຍາມ ໃນການສ້າງຄວາມຮັບຮູ້ ດ້ານສື່ດິຈິຕອນ ທົ່ວອາຊຽນ

     ສ່ວນໜຶ່ງຂອງຄໍາໝັ້ນສັນຍາ ໃນການສ້າງຄວາມເຂັ້ມແຂງ ທາງດ້ານຮູ້ທັນສຶ່ດິຈິຕອນ ໃນທົ່ວຂົງເຂດດ ໂຄງການ ຮູ້ທັນສຶ່ດິຈິຕອນ ອາຊຽນ ໄດ້ເລີມເຮັດ ແພລັດຟອມ ຮຽນອອນລາຍ ທາງດ້ານຮູ້ທັນສຶ່ດິຈິຕອນ ໃນຊື່ວ່າ DigitalClassASEAN.org. ແພລັດຟອມນີ້ ບໍ່ແມ່ນສະເພາະ ແພລັດຟອມໃຫ້ຊາວໜຸ່ມ ເທົ່ານັ້ນ ແຕ່ຍັງລວມໄປຮອດ ອາຈານ ຜູ້ນໍາຊຸມຊົນ ພະນັກງານລັດຖະກອນ ຄົນສູງອາຍຸ ແລະ ຜູ້ມີຄວາມພິການ ໂດຍເນັ້ນໃຫ້ຄວາມສໍາຄັນ ໃນການມີສ່ວນຮ່ວມຂອງທຸກຝ່າຍ ແລະ ສາມາດເຂົ້າເຖິງໄດ້ທຸກຄົນ ສະໜອງບັນດາເຄື່ອງມື ເພື່ອຊ່ວຍໃຫ້ແຕ່ລະຄົນ ທີ່ບໍ່ມີຄວາມສາມາດເຂົ້າເຖິງ ເສັ້ນທາງການຮຽນຮູ້ ຂອງພວກເຂົາເຈົ້າໄດ້.

     DigitalClassASEAN.org ສະໜອງໂມດູນ 5 ໂມດູນ ທີ່ລວມມີ ຫົວຂໍ້ທີ່ສໍາຄັນ ແລະ ກ່ຽວຂ້ອງ ໃນດ້ານຮູ້ທັນສື່ດິຈິຕອນ ເຊັ່ນ: ປະຊາກອນດີຈີຕອນ ຮູ້ທັນສື່ ແລະ ຂໍ້ມູນຂ່າວສານຂ່າວບໍ່ຖືກຕ້ອງ ແລະ ຂ່າວບິດເບືອນ ການມີສ່ວນຮ່ວມທາງອອນລາຍ ທີ່ເປັນທາງບວກ ແລະ ຫົວຂໍ້ພິເສດອື່ນໆ ເຊັ່ນ: ມາລະຍາດ ໃນການໃຊ້ສື່ສັງຄົມອອນລາຍ ການເປັນພໍ່ແມ່ ໃນຍຸກດີຈີຕອນການຫຼີກລ່ຽງ ການຕົກເປັນເຫຍື້ອ ໃນທາງອອນລາຍ.

error: Content is protected !!