ລິດປັນຍາ ບໍລິການທໍາຄວາມສະອາດ ມອບລົດຊ່ວຍເຫຼືອບໍລິການດ້ານສຸຂະພາບແມ່ ແລະ ເດັກ

     ໃນວັນທີ 3 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບລົດຕູ້ 1 ຄັນ ຂຶ້ນລະຫວ່າງບໍລິສັດ ລິດປັນຍາ ບໍລິການທໍາຄວາມສະອາດຈຳກັດຜູ້ດຽວ ແລະ ໂຮງໝໍແມ່ ແລະ ເດັກເກີດໃໝ່ ຕາງໜ້າມອບຂອງທ່ານນາງ ສຸນັດຕາ ລິດປັນຍາ ຜູ້ອໍານວຍການບໍລິສັດລິດປັນຍາ ບໍລິການທໍາຄວາມສະອາດຈໍາກັດ ຜູ້ດຽວ ກ່າວຮັບໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລ້ວມອບຕໍ່ໃຫ້ທ່ານ ພັດ ເກິ່ງຊາເນດ ຜູ້ອໍານວຍການໂຮງໝໍແມ່ ແລະເດັກເກີດໃໝ່ ເພື່ອນໍາໄປໜູນໃຊ້ເຂົ້າໃຫ້ວຽກງານ.

     ທ່ານຜູ້ອໍານວຍການບໍລິສັດລິດປັນຍາ ບໍລິການທໍາຄວາມສະອາດຈໍາກັດຜູ້ດຽວ ໄດ້ກ່າວວ່າ: ການນໍາເອົາລົດຕູ້ 15 ບ່ອນນັ່ງ ຈໍານວນ 1 ຄັນ ມູນຄ່າ 300 ກວ່າລ້ານກີບມາມອບໃຫ້ແກ່ໂຮງໝໍແມ່ ແລະ ເດັກເກີດໃໝ່ໂດຍຜ່ານກະຊວງສາທາລະນະສຸກຄັ້ງນີ້ ເປັນການປະກອບສ່ວນຕອບສະໜອງດ້ານພາຫະນະຮັບໃຊ້ເຂົ້າໃນວຽກງານການບໍລິການດ້ານສຸຂະພາບໃຫ້ແກ່ສັງຄົມ ໂດຍສະເພາະແມ່ນການບໍລິການດ້ານສຸຂະພາບຂອງແມ່ ແລະ ເດັກເກີດໃຫມ່ ພ້ອມທັງຮັບໃຊ້ເຂົ້າໃນວຽກງານອື່ນຂອງໂຮງໝໍແມ່ ແລະ ເດັກເກີດໃໝ່ໃຫ້ມີຄວາມສະດວກສະບາຍຂື້ນເທື່ອລະກ້າວ.

      ໂອກາດນີ້ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການປະກອບສ່ວນຊ່ວຍເຫຼືອພາຫະນະດັ່ງກ່າວເພື່ອຊຸກຍູ້ ສົ່ງເສີມວຽກງານສາທາລະສຸກກໍຄືການບໍລິການດ້ານສຸຂະພາບຢູ່ໂຮງໝໍແມ່ ແລະ ເດັກເກີດໃໝ່ໃຫ້ມີຄວາມສະດວກ ແລະ ສາມາດປະຕິບັດວຽກງານບໍລິການໄດ້ຕາມຄໍາຂັວນ 5 ດີ 1 ພໍໃຈນັບມື້ດີຂື້ນເປັນກ້າວໆ.

error: Content is protected !!