ນວ-ໄຊສົມບູນ ທົບທວນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື

    ກອງປະຊຸມທົບທວນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ຄັ້ງທີ 2 ລະຫວ່າງ ນະຄອນຫຼວງວຽງຈັນ (ນວ) ແລະ ແຂວງໄຊສົມບູນ ຈັດຂຶ້ນວັນທີ 10 ພະຈິກ 2023 ຢູ່ອົງການປົກຄອງ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຜູ້ແທນຈາກ ນວ ແລະ ຜູ້ແທນຈາກແຂວງໄຊສົມບູນ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ລາຍງານສະພາບເສດຖະກິດ-ສັງຄົມ ຂອງ ນວ ທີ່ພົ້ນເດັ່ນໃນໄລຍະຜ່ານມາ ວ່າ:ສໍາລັບ ນວ ພວກເຮົາມີປະຊາກອນທັງທີ່ເປັນຄົນລາວ ແລະ ຄົນຕ່າງປະເທດ ບໍ່ເກີນ 1,3 ລ້ານຄົນ ເສດຖະກິດຂອງ ນວ ແມ່ນສືບຕໍ່ຂະຫຍາຍຕົວ ທົ່ວສັງຄົມມີຄວາມສະຫງົບໂດຍພື້ນຖານ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ຕິດພັນກັບການຈັດຕັ້ງປະຕິບັດແຜນຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ພາກທຸລະກິດ ການຜະລິດ ແລະ ການທ່ອງທ່ຽວ ໄດ້ເກີດຂຶ້ນຢ່າງເປັນຂະບວນຟົດຟື້ນ ເສດຖະກິດຂອງ ນວ ຂະຫຍາຍຕົວໃນລະດັບ 4,83 % ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍຕໍໍ່ຫົວຄົນ 62,91 ລ້ານກີບ ໃນນັ້ນ ຂະແໜງກະສິກໍາ ກວມເອົາ 13,77% ຂອງ GDP ຂະແໜງອຸດສາຫະກໍາ-ການຄ້າ 19,05% ຂອງ GDP ແລະ ການບໍລິການ 36,36% ຂອງ GDP ດ້ານລາຍຮັບກໍສາມາດປະຕິບັດໄດ້ລື່ນແຜນການທີ່ວາງໄວ້.

    ຂະນະທີ່ ທ່ານ ພອຍຄໍາ ຮຸ່ງບຸນຍວງ ກ່າວວ່າ:ຕະຫຼອດໄລຍະ 9 ເດືອນຜ່ານມາ ຄະນະພັກ ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຜັນຂະ ຫຍາຍຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II ຂອງແຂວງໄຊສົມບູນ (2021-2025) ຕິດພັນກັບກັບດໍາລັດ 414/ລບ 2 ວາລະແຫ່ງຊາດ ຢ່າງຕັ້ງໜ້າ ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໝັ້ນທ່ຽງ ຢູ່ໃນລະດັບ 7,4%, ມີມູນຄ່າລາຄາໃນປີປັດຈຸບັນ 1.057,96 ຕື້ກີບ ສະເລ່ຍໃສ່ຫົວຄົນບັນລຸໄດ້ 10,47 ລ້ານກີບ ຫຼື ເທົ່າກັບ 635 ໂດລາ ໃນນີ້ ລາຍຮັບງົບປະມານ ບັນລຸໄດ້ 965,85 ຕື້ກີບ ເທົ່າກັບ 210,30% ຂອງແຜນປີ ທຽບໃສ່ໄລຍະດຽວກັບຂອງປີຜ່ານມາ ເພີ່ມຂຶ້ນ 83,84% ລາຍຈ່າຍງົບປະມານ ປະຕິບັດໄດ້ 330,98 ຕື້ກີບ ເທົ່າກັບ 86,54% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8,8%.

    ສໍາລັບທິດທາງແຜນວຽກຈຸດສຸມ 3 ເດືອນທ້າຍປີ 2023 ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ປະຈໍາປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ແລະ ດໍາລັດ 414/ລບ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໃນນີ້ ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 7% ຂຶ້ນໄປ ມູນຄ່າຕາມລາຄາປີ ໃຫ້ບັນລຸ 2.335,93 ຕື້ກີບ ສະເລ່ຍໃສ່ຫົວຄົນໃຫ້ບັນລຸໄດ້ 23,12 ລ້ານກີບ ຫຼື ເທົ່າກັບ 1.414 ໂດລາ ຈັດເກັບລາຍຮັບງົບປະມານໃຫ້ບັນລຸໄດ້ 74,15 ຕື້ກີບ ລວມໝົດປີໃຫ້ບັນລຸ 1.040 ຕື້ກີບ ແລະ ເອົາໃຈໃສ່ຄຸ້ມຄອງການປະຕິບັດລາຍຈ່າຍງົບປະມານ ໃຫ້ໄດ້ 211,37 ຕື້ກີບ ລວມລາຍຈ່າຍໝົດປີ ໃຫ້ຢູ່ໃນລະດັບ 542,36 ຕື້ກີບ (ບໍ່ລວມລາຍຈ່າຍລົງທຶນລັດ).

    ໃນຕອນທ້າຍ ຍັງໄດ້ມີການເຊັນບົດບັນທຶກການຮ່ວມມື ລະຫວ່າງ ນວ ແລະ ແຂວງໄຊສົມບູນ ໃນການສືບຕໍ່ເພີ່ມການຈັດຕັ້ງປະຕິບັດວຽກງານ ໃນ 3 ຂົງເຂດ ຄື:ຂົງເຂດແຜນການ ແລະ ການລົງທຶນ ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂົງເຂດການຮ່ວມມືລະຫວ່າງເມືອງຕໍ່ເມືອງ.

error: Content is protected !!