ສື່ມວນຊົນສອງປະເທດທັດສະນະສຶກສາສະຖານທີ່ທ່ອງທ່ຽວແຂວງສຸມາດຕາຕາເວັນຕົກ

    ໃນລະຫວ່າງວັນທີ 5-11 ພະຈິກ 2023 ອຳນາດການປົກຄອງແຂວງ ສຸມາດຕາຕາເວັນຕົກ ຮ່ວມກັບ ສະຖານທູດອິນໂດເນເຊຍປະຈຳລາວ ແລະ ກຳປູເຈຍ ໄດ້ນຳພາສື່ມວນຊົນຈາກປະເທດລາວ ປະກອບມີ  ໜັງສືພິມວຽງຈັນໃໝ່ ໜັງສືພິມວຽງຈັນທາມ ແລະ ວາລະສານຈຳປາ ແລະ ສື່ມວນຊົນກຳປູເຈຍມາທັດສະນະສຶກສາສະຖານທີ່ທ່ອງທ່ຽວຢູ່ແຂວງສຸມາດຕາຕາເວັນຕົກ ໂດຍການຕ້ອນຮັບຂອງ ທ່ານ Asril ຫົວໜ້າການຕະຫຼາດ ພະແນກທ່ອງທ່ຽວແຂວງສຸມາດຕາຕາເວັນຕົກ ພ້ອມຄະນະໃຫ້ການຕ້ອນຮັບ.

    ການເດີນທາງມາທັດສະນະສຶກສາສະຖານທີ່ທ່ອງທ່ຽວໃນຄັ້ງນີ້ ສື່ມວນຊົນທັງສອງປະເທດ ໄດ້ເດີນ ທາງທັດສະນະສຶກສາຫຼາຍສະຖານທີ່ທ່ອງທ່ຽວທີ່ສຳຄັນທາງດ້ານວັດທະນະທຳ ປະຫວັດສາດ ແລະ ທຳມະຊາດຢູ່ ເມືອງປາດັງ (PADANG) ເມືອງ ສະວາລຸນໂຕ (SAWAHLUNTO) ແລະ ເມືອງບັກກິດຕິງຈີ (BUKITTINGGI) ນັ້ນກໍເພື່ອເປັນການແລກປ່ຽນທາງດ້ານວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວນຳມາເຜີຍແຜ່ໃຫ້ປະຊາຊົນທັງສອງປະເທດໄດ້ຮັບຮູ້ ແລະ ໄດ້ເຫັນເຖິງຄວາມອຸດົມສົມບູນທາງດ້ານວັດທະນະທຳໂດຍສະເພາະແມ່ນວັດທະນະທຳຂອງຊົນເຜົ່າມີນັງກາບາວເຊີ່ງເປັນຊົນເຜົ່າເກົ່າແກ່ຂອງແຂວງແຫ່ງນີ້ ແລະ ເອກະລັກສະເພາະຂອງເຮືອນທີ່ມີຫຼັງຄາເປັນຮູບຄາຍຄືເຂົາຄວາຍ ແລະ ມຸງດ້ວຍໄຍໝາກພ້າວ ແລະ ການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ ແລະ ທີ່ສຳຄັນປະຊາຊົນທ້ອງຖິ່ນແຂວງດັ່ງກ່າວແມ່ນມີຄວາມຍີ້ມແຈ່ມແຈ່ມໃສໃຫ້ການຕ້ອນຮັບໃຫ້ທ່ອງທ່ຽວເປັນຢ່າງດີ ແລະ ມີວັດທະນະທຳທີ່ເປັນເອກະລັກ ພ້ອມນັ້ນຍັງມີອາຫານພື້ນເມືອງທີ່ມີລົດຊາດແຊບໂດຍສະເພາະແມ່ນ ເຣນດັງ ທີ່ຖືກຈັດອັນດັບໃຫ້ເປັນອາຫານທີ່ດີທີ່ສຸດຂອງໂລກ ແລະ ຍັງມີສະຖານທີ່ທ່ອງທ່ຽວທຳມະຊາດອັນງົດງາມ ແລະ ສະຖານທີ່ທ່ອງທ່ຽວທາງປະຫວັດສາດລໍຄອຍຖ້າທຸກທ່ານເດີນທາງມາຢ້ຽມຊົມ .

    ສຳລັບນັກທ່ອງທ່ຽວ ສປປ ລາວ ເຮົາຖ້າຕ້ອງການເດີນທາງມາແຂວງແຫ່ງນີ້ ກໍສາມາດເດີນທາງມາໄດ້ຜ່ານສອງເສັ້ນທາງບິນ ຄື: 1 ສາມາດນັ່ງເຮືອບິນຈາກນະຄອນຫຼວງວຽງຈັນ ມາລົງ ບາງກອກ ຕໍ່ຍົນຈາກ ບາງກອກມາລົງສະໜາມບິນສາກົນ ຈາກາຕ້າ ແລ້ວຕໍ່ຍົນມາລົງສະໜາມບິນສາກົນມີນັງກາບາວ ຢູ່ ເມືອງປາດັງ ແລະ ອີກເສັ້ນທາງໜຶ່ງສາມາດນັ່ງເຮືອບິນຈາກນະຄອນຫຼວງວຽງຈັນມາລົງ ກົວລາລຳເປີ ແລ້ວຕໍ່ເຮືອບິນມາ ປາດັງໄດ້ເລີຍ ເມື່ອເດີນທາງມາຮອດກໍຈະມີລົດໂດຍສານບໍລິການ ພາໄປຍັງສະຖານທີ່ຕ່າງໆໄດ້ຢ່າງສະດວກສະບາຍ ພ້ອມນັ້ນກໍຍັງມີ ໂຮງແຮມໃນທຸກລະດັບ ລວມທັງຮ້ານອາຫານຕ່າງໆຄ່ອຍບໍລິການ.

error: Content is protected !!