ທ່ານນາຍົກລັດຖະມົນຕີ ຊີ້ນຳການນຳແຂວງອັດຕະປື ຕໍ່ການແກ້ໄຂບັນຫາເສດຖະກິດ-ການເງິນ

    ວັນທີ 9 ພະຈິກ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະ ກິດ-ການເງິນ ບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາລາຄາສິນ ຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ຊີ້ນໍາ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ຕໍ່ການນຳຫຼັກແຫຼ່ງແຂວງອັດຕະປື ທີ່ນຳໂດຍທ່ານ ພົນຕີ ວັນທອງ ກອງມະນີ, ວ່າການເຈົ້າແຂວງໆອັດຕະປື ເຂົ້າຮ່ວມການຮັບຟັງໂອ້ລົມ.

    ໂອກາດນີ້ ທ່ານ ວ່າການເຈົ້າແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂບັນ ຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ບັນຫາເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນຕ່າງໆພາຍໃນແຂວງ ເຊິ່ງອັນພົ້ນເດັ່ນເຫັນວ່າ: ແຂວງສາມາດຂະຫຍາຍຫົວໜ່ວຍທຸລະກິດເຂົ້າ ດ້ວຍລະບົບແທັກຣິສ (TaxRis)  ໄດ້ 625 ຫົວໜ່ວຍ ເທົ່າກັບ 100% ການຄຸ້ມຄອງຫົວໜ່ວຍເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແມ່ນໄດ້ສ້າງບົດບັນທຶກຮັບຮອງ ເຂົ້າລະບົບອາກອນມູນຄ່າເພີ່ມສໍາເລັດແລ້ວ 100% ຂອງຫົວໜ່ວຍທັງໝົດ ການຈັດເກັບລາຍຮັບ ປະຕິບັດໄດ້ 620 ກວ່າຕື້ກີບ ເທົ່າກັບ112,85% ຂອງແຜນການປີ; ປະຕິບັດແຜນລາຍຈ່າຍໄດ້ເກືອບ 350 ຕື້ກີບ ເທົ່າກັບ 77% ຂອງແຜນການ; ໄດ້ປະຕິບັດມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍສະເພາະ ການຄຸ້ມຄອງ, ການຖອນ ແລະ ປະກອບລົດບໍລິຫານຂອງລັດ ແມ່ນມີຄວາມຄືບໜ້າດີ ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2023; ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ສໍາເລັດ 76% ຂອງແຜນການປີ; ການຂົນຂວາຍການລົງທຶນ ໄດ້ອະນຸມັດ 9 ໂຄງການ (ແຂວງອະນຸມັດ 7 ໂຄງການ ແລະ ສູນກາງອະນຸມັດ 2 ໂຄງການ) ມູນຄ່າການລົງທຶນ 555.000 ໂດລາສະຫະລັດ ແລະ 43,72 ຕື້ກີບ ຂະແໜງການກ່ຽວຂ້ອງ ໄດ້ລົງກວດກາຄຸ້ມຄອງລາຄາສິນຄ້າ ທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຕາມທ້ອງຕະຫຼາດ ຢ່າງເປັນປົກກະຕິ ເຊິ່ງໂດຍລວມ ແມ່ນສາມາດຄຸ້ມຄອງໄດ້ໂດຍພື້ນຖານ; ໄດ້ເອົາໃຈໃສ່ຄຸ້ມຄອງຮ້ານແລກປ່ຽນເງິນຕາ ໂດຍລົງເກັບກໍາບັນດາຕົວແທນຮ້ານຮັບ-ໂອນ ເງິນດ່ວນ, ຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອະນຸຍາດຈາກທະນາຄານທຸລະກິດ ລວມ 7 ຮ້ານ  ໄດ້ເຊັນບົດບັນທຶກ ແລະ ສຶກສາອົບຮົມຮ້ານບໍລິການຝາກ, ໂອນ, ຖອນ ຫ້າມບໍ່ໃຫ້ເຄື່ອນໄຫວແລກປ່ຽນເງິນຕາ ຈຳນວນ 10 ຮ້ານ.

    ໂອກາດດຽວກັນ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນເຈາະຈີ້ມ ແລະ ໃຫ້ຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນ ພ້ອມທັງ ໂອ້ລົມຕໍ່ຜູ້ເຂົ້າກອງປະຊຸມຄັ້ງນີ້, ເຊິ່ງໄດ້ຍົກເຫັນເຫັນສະ ພາບການພົ້ນເດັ່ນ ໃນການເຄື່ອນ ໄຫວວຽກງານ ຂອງສູນກາງພັກ ແລະ ລັດຖະບານ ກໍ່ຄືອົງການປົກຄອງທຸກຂັ້ນ ທີ່ໄດ້ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ໃນໄລຍະຜ່ານມາ ກໍ່ຄືປັດຈຸບັນ ລວມທັງ ບົດຮຽນ ແລະ ມູນເຊື້ອປະຫວັດສາດອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນສຳຄັນ ທ່ານ ໄດ້ໃຫ້ທິດຊີ້ນຳ ຕໍ່ການນຳຫຼັກແຫຼ່ງຂອງແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ສຶກສາອົບຮົມ ວຽກງານການເມືອງແນວຄິດ ໃຫ້ທຸກຊັ້ນຄົນໃນສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ລວມທັງ ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ; ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ; ສືບຕໍ່ປະຕິບັດບັນດາມາດຕະການ ທີ່ລັດຖະບານ ກໍ່ຄືຄະນະສະເພາະກິດ 19/ກມສພ ວາງອອກ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ກໍ່ຄືວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ສືບຕໍ່ເກັບລາຍຮັບເຂົ້າງົບປະມານ ໂດຍສະເພາະ ພູດຂອງສູນກາງ ໃຫ້ບັນລຸຕາມແຜນ ຫຼື ລື່ນແຜນທີ່ກຳນົດໄວ້ ເຄັ່ງຄັດຄຸ້ມຄອງບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ, ລວມທັງ ການຊໍາລະສະສາງສິນຄ້າທີ່ສົ່ງອອກ ໃຫ້ຜ່ານລະບົບທະນາຄານ; ຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ໂດຍສະເພາະ ສິນຄ້າຟູມເຟືອຍ ສິນຄ້າທີ່ສາມາດຜະລິດເອງໄດ້ ໄປຄຽງຄູ່ກັບສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ຫຼາຍຂຶ້ນ ແລະ ກາຍເປັນຄ່ານິຍົມໃໝ່ເທື່ອລະກ້າວ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ (ການປູກ-ການລ້ຽງ) ເພື່ອສະໜອງຮັບໃຊ້ພາຍໃນ ແລະ ສົ່ງອອກ ໃຫ້ເປັນຂະບວນການກວ້າງຂວາງ ນຳໃຊ້ເຕັກນິກວິທະຍາສາດ ຍົກສະມັດຖະພາບ ແລະ ມີຕະຫຼາດຮອງຮັບຄັກແນ່; ເຄັ່ງຄັດການຄຸ້ມຄອງ ແລະ ຕິດຕາມກວດກາ ການແລກປ່ຽນເງິນຕາ ທີ່ຜິດຕໍ່ລະບຽບກົດໝາຍ; ຕິດຕາມກວດກາ ການປະຕິບັດພັນທະ ແລະ ການພັດທະນາ ຂອງບັນດາໂຄງການລົງທຶນ ແລະ ຫົວໜ່ວຍທຸລະກິດຕ່າງໆ ໂດຍມີການລາຍງານ ແລະ ສະເໜີມາດຕະການ ຕໍ່ໂຄງການທີ່ບໍ່ມີການເຄື່ອນໄຫວ ຫຼື ເຄື່ອນໄຫວ ແຕ່ບໍ່ມີປະສິດທິຜົນ; ກຳນົດແຈ້ງ ກ່ຽວກັບແຜນໂຄງການລົງທຶນຂອງລັດ ປີ 2024 ເຊິ່ງການກໍານົດໂຄງການ ແມ່ນໃຫ້ມີການຈັດລຽງບູລິມະສິດ ບົນພື້ນຖານຄວາມສາມາດ ທາງດ້ານງົບປະມານຕົວຈິງ; ເອົາໃຈໃສ່ພັດທະນາ, ສົ່ງເສີມ ແລະ ດຶງດູດການທ່ອງທ່ຽວພາຍໃນແຂວງໃຫ້ຫຼາຍຂຶ້ນ ມີສະຖານທີ່ ແລະ ກິດຈະກຳທີ່ຫຼາກຫຼາຍ ມີການບໍລິການທີ່ດີ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ; ສືບຕໍ່ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ ໄປຄຽງຄູ່ກັບການສົ່ງເສີມວຽກງານການຮຽນ-ການສອນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ສືບຕໍ່ພົວພັນຮ່ວມມືກັບປະເທດໃກ້ຄຽງ ໂດຍສະເພາະ ບັນດາແຂວງຊາຍແດນ ແລະ ແຂວງທີ່ມີທ່າແຮງ ເພື່ອຍາດແຍ່ງເອົາການຮ່ວມມື ແລະ ຊ່ວຍເຫຼືອ ມາພັດທະນາທ້ອງຖິ່ນຂອງຕົນໃຫ້ຫຼາຍຂຶ້ນ. ນອກນັ້ນ ໃຫ້ພ້ອມກັນກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໂດຍສະເພາະ ການກະກຽມດ້ານເນື້ອໃນ ບຸກຄະລາກອນ ຂະບວນການ ແລະ ອື່ນໆ ໃຫ້ຄົບຖ້ວນສົມບູນ ເປັນຂະບວນການ ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

error: Content is protected !!