ຖະແຫຼງຜົນສຳເລັດໃນການພິຈາລະນາວຽກງານຂອງ ສານ ແລະ ອົງການໄອຍະການ

    ໃນຕອນແລງວັນທີ 9 ພະຈິກ 2023 ທີ່ສະພາແຫ່ງຊາດ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ໃນການພິຈາລະນາວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ວ່າ:

     ໃນວັນທີ 8 – 9 ພະຈິກ 2023 ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຟັງ ແລະ ພິຈາລະນາເນື້ອໃນສຳຄັນຕ່າງໆ ຄື: ບົດລາຍງານ ຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສານປະຊາຊົນສູງສຸດ ກາງສະໄໝ ແລະ ປະຕິບັດແຜນການ ປະຈໍາປີ 2023 ທິດທາງແຜນການທ້າຍສະໄໝ (2023-2025) ແລະ ແຜນປະຈໍາປີ 2024  ສະເໜີໂດຍທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ບົດລາຍງານ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງອົງການໄອຍະການປະຊາຊົນສູງສຸດ ກາງສະໄໝ ແລະ ປະຕິບັດແຜນການ ປະຈໍາປີ 2023 ທິດທາງແຜນການທ້າຍສະໄໝ (2023-2025) ແລະ ແຜນປະຈໍາປີ 2024 ສະເໜີໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ບົດປະກອບຄວາມເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ສອງບົດລາຍງານດັ່ງກ່າວ ສະເໜີໂດຍທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ ເປັນເວລາ 1 ວັນເຄິ່ງ ທີ່ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດ ແລະ ການປະກອບຄໍາເຫັນ ຂອງຕາງ  ໜ້າຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານ ຂອງສອງອົງການ.

    ຜ່ານການປະກອບຄໍາເຫັນ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ຈໍານວນ 30 ກວ່າທ່ານ ເຫັນວ່າບັນດາສະມາຊິກສະພາແຫ່ງຊາດ ໄດ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າຢ່າງກົງໄປກົງມາ ແລະ ມີຈຸດສຸມ ຕໍ່ບົດລາຍງານ ຂອງທັງ 2 ອົງການ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍ ແລະ ເປັນເອກະພາບ ຕໍ່ບັນດາຜົນງານ, ຜົນສໍາເລັດດ້ານຕ່າງໆ ທີ່ທັງ 2 ອົງການຍາດມາໄດ້ ໃນໄລຍະຜ່ານມາ. ແຕ່ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ສອງອົງການ ໄດ້ຮັບການຈັດຕັ້ງປະຕິບັດ ບັນລຸຕາມແຜນການ ແລະ ມີຜົນສໍາເລັດ ຕາມລະດັບຄາດໝາຍ ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ ສອງອົງການ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ໃຫ້ດີຂຶ້ນຕື່ມດັ່ງນີ້:

     ຕໍ່ກັບສານປະຊາຊົນສູງສຸດ: 1 ສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍ 6 ຄາດໝາຍສູ້ຊົນ ແລະ 10 ແຜນງານຈຸດສຸມ ປີ 2024 ໂດຍມີມາດຕະການ ວິທີການຈັດຕັ້ງປະຕິບັດ ໃຫ້ລະອຽດ ຈະແຈ້ງ ເຂັ້ມງວດ ເພື່ອປະຕິບັດບັນດາແຜນວຽກຈຸດສຸມ ໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ໄດ້ວາງໄວ້ 2 ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ເໝາະສົມຕາມຄວາມຮຽກຮ້ອງຕ້ອງການ ຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ຜູ້ພິພາກສາ ພະນັກງານສານ ໃຫ້ມີຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ຈັນຍາບັນ-ຈັນຍາທຳ ໜັກແໜ້ນ ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ເພື່ອບໍລິຫານ ແກ້ໄຂຄະດີ ໃຫ້ມີຄຸນນະພາບ ສ້າງເງື່ອນໄຂໃຫ້ຜູ້ພິພາກສາ ໄດ້ຮັບການຕີລາຄາປະເມີນ ໃນຂອບເຂດທົ່ວປະເທດ ແລະ ເລືອກໄດ້ຜູ້ພິພາກສາດີ-ເກ່ງ ໃຫ້ໄດ້ຫຼາຍກວ່າ 25% ຂອງຜູ້ພິພາກສາທັງ   ໝົດ 3 ເອົາໃຈໃສ່ຄົ້ນຄວ້າ ສ້າງ ປັບປຸງ ແລະ ປະເມີນຄືນ ບັນດານິຕິກໍາທີ່ນອນໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນບັນດານິຕິກໍາທີ່ພົວພັນກັບການດໍາເນີນຄະດີແພ່ງ ເພື່ອສ້າງຄວາມເປັນເອກກະພາບ ໃນການປະຕິບັດໜ້າທີ່ວຽກງານ ຂອງສານປະຊາຊົນແຕ່ລະຂັ້ນ 4 ເອົາໃຈໃສ່ວຽກງານຄຸ້ມຄອງ ນຳພາ-ຊີ້ນຳ ແລະ ກວດກາ ສານປະຊາຊົນຂັ້ນລຸ່ມ ແນະນໍາ ກວດກາຄວາມຖືກຕ້ອງ ແລະ ຄວາມເປັນເອກະພາບໃນການດຳເນີນຄະດີຂອງສານປະຊາຊົນແຕ່ລະຂັ້ນ ຮັບປະກັນການດຳເນີນຄະດີຂອງສານປະຊາຊົນ ມີຄວາມຮອບດ້ານ ຄົບຖ້ວນ ພາວະວິໄສ ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງແຕ່ຫົວທີ ເພື່ອຫຼຸດຜ່ອນການຂໍອຸທອນ ຂໍລົບລ້າງ ແລະ ຂໍຮື້ຟື້ນຄະດີຄືນໃໝ່ຫຼົບໄປຫຼົບມາຫຼາຍເທື່ອ ແລະ ສູ້ຊົນແກ້ໄຂຄະດີ ທີ່ເຂົ້າມາສານແຕ່ລະຂັ້ນ ໃຫ້ບັນລຸ 85% ຕາມຄາດໝາຍທີ່ວາງໄວ້ 5 ຍູ້ແຮງກົນໄກການບໍລິຫານສານ ເພື່ອຮັບປະກັນເຮັດໃຫ້ປະຊາຊົນ ໄດ້ເຂົ້າເຖິງຂະບວນຍຸຕິທຳ ມີຄວາມວ່ອງໄວ ແລະ ໂປ່ງໃສ ຕາມກົດໝາຍ ເອົາໃຈໃສ່ສ້າງເງື່ອນໄຂໃຫ້ໂຈດ ຈຳເລີຍ ບຸກຄົນທີສາມ ແລະ ທະນາຍ ຄວາມ ເຂົ້າຮ່ວມໃນການ ໂຕ້ແຍ້ງ ໂຕ້ຖຽງ ຊີ້ແຈງ ແລະ ອະທິບາຍຂໍ້ມູນຫຼັກຖານໃນທີ່ປະຊຸມສານ ແຕ່ຫົວທີ 6 ເອົາໃຈໃສ່ຄົ້ນຄວ້າ ສ້າງ ແລະ ປັບປຸງ ກົນໄກການປະສານສົມທົບ ລະຫວ່າງ ສານປະຊາຊົນ ກັບພາກສ່ວນທີ່ກ່ຽວຂ້ອງ ແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານການດໍາເນີນຄະດີໃຫ້ຖືກຕ້ອງ ຕາມພາລະບົດບາດ ຂອບເຂດສິດ ແລະ ໜ້າທີ່ ຕາມກົດໝາຍໄດ້ກໍານົດໄວ້.

    ຕໍ່ກັບອົງການໄອຍະການປະຊາຊົນສູງສຸດ: 1 ສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍ 5 ຄາດໝາຍສູ້ຊົນ 10 ວຽກຈຸດສຸມປີ 2024 ໃຫ້ເປັນແຜນວຽກ ແລະ ມີມາດຕະການລະອຽດ ໃນການຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້ 2 ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ເພື່ອກ້າວໄປເຖິງການປັບປຸງ ຫຼື ອອກນິຕິກໍາໃຕ້ກົດໝາຍ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ 3 ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ເປັນລະບົບ ແລະ ເໝາະສົມ ກໍ່ສ້າງພະນັກງານໄອຍະການ ທາງດ້ານຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ຈັນຍາບັນ-ຈັນຍາທຳ ຄວາມຮູ້ຄວາມສາມາດ ໃຫ້ມີຄຸນນະພາບ ເພື່ອບັນຈຸ ສັບຊ້ອນ ເຂົ້າໃສ່ກົງຈັກການຈັດຕັ້ງນັບແຕ່ສູນກາງລົງຮອດທ້ອງຖິ່ນເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ 4 ສຸມໃສ່ປັບປຸງກົນໄກ ຮູບການ ແລະ ວິທີການ ໃນການປະຕິບັດພາລະບົດບາດ ຕິດຕາມກວດກາການປະຕິບັດກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ໃຫ້ມີຄວາມຖືກຕ້ອງ ເຂັ້ມງວດກວ່າເກົ່າ ເປັນຕົ້ນ ການຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ແລະ ການປະຕິບັດກົດໝາຍໃນສະຖານທີ່ກັກຕົວ ສະຖານທີ່ກັກຂັງ ສູນດັດສ້າງ ຄ້າຍດັດສ້າງ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃນວຽກງານດັ່ງກ່າວ 5 ສືບຕໍ່ຄົ້ນຄວ້າ ສ້າງ ແລະ ປັບປຸງ ກົນໄກການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການທີ່ກ່ຽວຂ້ອງ ແນໃສ່ຍົກສູງຄວາມຮັບຜິດຊອບການ ເມືອງ ຂອງແຕ່ລະພາກສ່ວນຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ເຮັດໃຫ້ສະຕິເຄົາລົບ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນຖັນແຖວປະຊາຊົນໃຫ້ນັບມື້ດີຂຶ້ນ.

    ພ້ອມນີ້ ກໍໄດ້ກ່າວຖະແຫຼງໃຫ້ຮູ້ວ່າ: ພາຍຫຼັງທີ່ມີການປະກອບຄໍາເຫັນ ຂອງບັນດາສະມາຊິກສະພາແຫ່ງຊາດແລ້ວ ບັນດາທ່ານ ປະທານສານປະຊາຊົນສູງສຸດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ລັດຖະມົນຕີກະຊວງຍຸຕິທໍາ ແລະ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຊີ້ແຈງ ແລະ ຕອບຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ສາມາດສ້າງການຫັນປ່ຽນທີ່ຕັ້ງໜ້າ ໃນຕໍ່ໜ້າ.

 (ຂ່າວ-ພາບ: ສຸກສະຫວັນ)

error: Content is protected !!