ຮັບຮອງເອົາມາດຕະຖານການສອນຊັ້ນປະຖົມສຶກສາສະບັບປັບປຸງໃໝ່ 

    ພາຍຫຼັງການປະຕິຮູບຫຼັກສູດການຮຽນການສອນຊັ້ນປະຖົມສຶກສາ ແລະ ການສຳເລັດການທົບທວນປັບປຸງຫຼັກສູດຊັ້ນປະຖົມສຶກສາສຳເລັດນັບແຕ່ຂັ້ນ ປ1-ປ5 ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ສາຫະລັດອາເມລິການ (USAID) ໂດຍຜ່ານ ແຜນງານບີຄວາ ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ຮັບການອະນຸມັດໂດຍ ທ່ານ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງ ສສກ ໃນຕົ້ນເດືອນພະຈີກ 2023.

    ປັດຈຸບັນ ກົມສ້າງຄູ ກຳລັງກະກຽມວາງແຜນຈັດກອງປະຊຸມເຜີຍແຜ່ມາດຕະຖານດັ່ງກ່າວ ຄາດວ່າໃນລະຫວ່າງເດືອນມັງກອນ 2024  ເຊິ່ງຈະມີຄະນະນຳຂັ້ນສູງຈາກບັນດາກົມກ່ຽວຂ້ອງຂອງກະຊວງ ສສກ ພ້ອມດ້ວຍ ຜູ້ຕາງໜ້າຂັ້ນແຂວງ ເພື່ອເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບການເຜີຍແຜ່ ແລະ ການຈັດຕັ້ງປະຕິບັດມາດຕະຖານດັ່ງກ່າວ.

    ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ກໍານົດພື້ນຖານທີ່ຊັດເຈນຂອງຄວາມຄາດຫວັງສໍາລັບການປະຕິບັດການພັດທະນາວິຊາຊີບ ແລະ ການສອນຂອງຄູສອນຊັ້ນປະຖົມ ການປະຕິບັດທີ່ດີທີ່ສຸດຂອງສາກົນຊີ້ໃຫ້ເຫັນວ່າ ຄູສອນຊັ້ນປະຖົມຕ້ອງການມາດຕະຖານການສິດສອນທີ່ຊັດເຈນ ທີ່ເຊື່ອມຕໍ່ໂດຍກົງກັບຫຼັກສູດທີ່ເຂົາເຈົ້າຈະສອນ ມາດຕະຖານສະບັບປັບປຸງນີ້ ແມ່ນມີຄວາມເຊື່ອມໂຍງຢ່າງກັນລະຫວ່າງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ຄວາມຮູ້ ທັກສະ ແລະ ຄຸນຄ່າທີ່ຄູຕ້ອງການເພື່ອສອນຫຼັກສູດສະບັບນີ້ໃຫ້ແກ່ນັກຮຽນໃຫ້ແກ່ນັກຮຽນທຸກຄົນໄດ້ຢ່າງມີປະສິດທິພາບ.

    ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ດ້ວຍຫຼັກສູດປະຖົມສຶກສາສະບັບປຸງໃໝ່ທີ່ມີຢູ່ ປັດຈຸບັນ ໄດ້ມີການສຸມໃສ່ການສະໜັບສະໜູນນະໂຍບາຍ ແລະ ລະບົບການສ້າງຄວາມເຂັ້ມແຂງສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ການປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ແມ່ນນໍາພາໂດຍກົມສ້າງຄູ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການຈາກ ລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ ແຜນງານນີ້ແມນເປັນແບບຢ່າງທີ່ດີຂອງການຮ່ວມມືລະຫວ່າງບັນດາກົມທີ່ກ່ຽວຂ້ອງຂອງ ສສກ ຄະນະປະຕິບັດງານດ້ານວິຊາການມາດຕະຖານການສອນຊັ້ນປະຖົມສຶກສາ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2022 ແມ່ນລວມມີຜູ້ຕາງໜ້າຈາກ ກົມສ້າງຄູ ກົມສາມັນສຶກສາ ກົມປະກັນຄຸນະພາບການສຶກສາ ກົມຈັດຕັ້ງ ແລະ ພະນັກງານ ແລະ ວິທະຍາໄລຄູ 8 ແຫ່ງ.

    ມາດຕະຖານການສອນຊັ້ນປະຖົມສຶກສາສະບັບປັບປຸງນີ້ ລວມມີ 4 ຂີດຄວາມສາມາດຫຼັກ ທີ່ຄູສອນຄວນສະແດງໃຫ້ເຫັນໃນສາມລະດັບຄວາມຊຳນານ ທ່ານ ເກດ ພັນລັກ ໄດ້ກ່າວຕື່ມວ່າ: “ມາດຕະຖານດັ່ງກ່າວ ແມ່ນເຄື່ອງມືຫຼັກໃນການຮັບປະກັນຄຸນນະພາບຂອງລະບົບການສຶກສາຂອງຄູ ແລະ ເພື່ອຮັບປະກັນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຊັ້ນປະຖົມໃຫ້ມີປະສິດທິພາບ ແລະ ມີຄວາມແທດ ເໝາະກັບຄູສອນຊັ້ນປະຖົມສຶກສາ.

    ມາດຕະຖານການສອນຊັ້ນປະຖົມສຶກສາ ຈະຖຶກນໍາໃຊ້ໃນຫຼາຍດ້ານທີ່ເຊື່ອມຕໍ່ກັບກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD), ຈະຊ່ວຍໃຫ້ຄໍາແນະນໍາທີ່ຊັດເຈນສໍາລັບຜູ້ທີ່ອອກແບບ ແລະ ສະໜອງການສະໜັບສະໜູນ CPD ສໍາລັບຄູສອນເພື່ອໃຫ້ສອດຄ່ອງກັບຄວາມຮູ້ ທັກສະ ແລະ ຄຸນຄ່າທີ່ຄູຕ້ອງການເພື່ອປັບປຸງຜົນການຮຽນຂອງນັກຮຽນ ຄູສອນຈະສາມາດນໍາໃຊ້ມາດຕະຖານດັ່ງກ່າວເພື່ອສະ ໜັບສະໜູນການພັດທະນາວິຊາຊີບຂອງຕົນເອງ ເພາະວ່າເຂົາເຈົ້າມີສ່ວນຮ່ວມໃນການປະເມີນຕົນເອງຢ່າງຕໍ່ເນື່ອງ ແລະ ການກໍານົດເປົ້າໝາຍສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ຂອງເຂົາເຈົ້າ.

    ມາດຕະຖານການສອນຊັ້ນປະຖົມສຶກສາ ຍັງຈະເປັນຊັບພະຍາກອນທີ່ສໍາຄັນສໍາລັບ ການຮັບປະກັນຄຸນນະພາບຂອງຄູທີ່ຮຽນຈົບໃໝ່ ວິທະຍາໄລຄູຈະໄດ້ຮັບການຊຸກຍູ້ໃຫ້ນໍາໃຊ້ມາດຕະຖານດັ່ງກ່າວເພື່ອປະເມີນການປະຕິບັດຂອງນັກຮຽນຂອງພວກເຂົາ ແລະກໍານົດວ່າພວກເຂົາເຈົ້າມີລະດັບຄວາມຊຳນານລະບຸໄວ້ໃນມາດຕະຖານໃນເວລາຮຽນຈົບ ແລະ ກາຍເປັນຄູ ມາດຖະຖານດັ່ງກ່າວ ຍັງສອດຄ່ອງ ໃນຂະບວນການປະເມີນອຶ່ນໆອີກເຊັ່ນ: ການປະເມີນຜົນການປະຕິບັດໜ້າທີ ແລະ ສິ່ງຈູງໃຈຕໍ່ການຂໍຕຳແໜ່ງວິຊາການຄູສອນວິຊາການ.

error: Content is protected !!