ປຶກສາຫາລືກ່ຽວກັບການປັບປຸງປະຕິສັງຂອນປະຕູໄຊ

ກອງປະຊຸມປືກສາຫາລືກ່ຽວກັບການປະຕິສັງຂອນປະຕູໄຊ (ອານຸສາວະລີ) ຈັດຂຶ້ນວັນທີ 7 ພະຈິກ 2023 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຫົວໜ້າພະແນກການກ່ຽວຂ້ອງ  ແລະ ປະທານບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈຳກັດຜູ້ດຽວເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລື ບັນດາໜ້າວຽກຕ່າງໆທີ່ກ່ຽວຂ້ອງກັບການປະຕິສັງຂອນປະຕູໄຊ ຜ່ານການປຶກສາຫາລືບັນດາໜ້າວຽກແຕ່ລະດ້ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ມີທິດຊີ້ນຳແຕ່ລະໜ້າວຽກເຊັ່ນ ມອບໃຫ້ກອງບັນຊາການ ປກສ ນວ ຂຶ້ນແຜນກຳລັງມາປ້ອງກັນໃນໄລຍະການປັບປຸງປະຕູໄຊຈົນກ່ວາຈະສໍາເລັດພ້ອມທັງຂຶ້ນແຜນງົບປະມານຕ່າງໆໃນໄລຍະປະຕິບັດງານ ມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ ຮັບຜິດຊອບມ້າງປະຕູມ້ວນເຫຼັກທາງຂຶ້ນປະຕູໄຊທັງ 4 ດ້ານ ພ້ອມທັງເຮັດເອກະສານຄ່າບໍລິການເຂົ້າຊົມປະຕູໄຊຈາກ 10.000 ກີບ ມາເປັນ 30.000 ກີບ ເຮັດອອກແຈ້ງການ ພ້ອມທັງກໍານົດວັນທີ່ເປີດເປັນທາງການແມ່ນກໍານົດເອົາ ວັນຊາດທີ່ 2 ທັນວາ ການປະສານງານໃຫ້ປຶກສາກັບພະແນກ ຖວທ ນວ ພະແນກການເງິນ ພະແນກແຜນການ ແລະ ການລົງທຶນ ເພື່ອຈັດລະບຽບການເຂົ້າຊົມສວນປະຕູໄຊ ພ້ອມທັງຄົ້ນຄ້ວາຜູ້ຮັບຜິດຊອບໃນການບໍລິການເປີດຟັງສຽງເປັນພາສາຕ່າງປະເທດແຕ່ລະຊັ້ນ ມອບໃຫ້ພະແນກການເງິນ ນວ ເປັນຜູ້ເຈລະຈາຕໍລອງລາຄາກັບທາງບໍລິສັດ ພ້ອມທັງກວດກາຜົນສຳເລັດແຕ່ລະໜ້າວຽກພ້ອມທັງຊຳລະເງີນຕາມໜ້າວຽກຕົວຈິງ ການອອກແບບລາຍມອບໃຫ້ພະແນກ ຖວທ ນວ ສົມທົບກັບທີ່ປຶກສາສະຖາປະຕິຍະກໍາຕົບແຕ່ງ ປູພົມ ທາສີ ດອກໄຟ ຊັ້ນ 2 ແລະ ຊັ້ນ 3 ໃຫ້ສໍາເລັດ ມອບໃຫ້ພະແນກ ຍທຂ ນວ ແຕ່ງຕັ້ງຄະນະຮັບຜິດຊອບຄຸມງານເພື່ອຕິດຕາມທາງດ້ານເຕັກນິກການປັບປຸງປະຕູໄຊຈົນໂຄງການສໍາເລັດ ພ້ອມທັງປະສານກັບບໍລິສັດຮັບເໝົາປັບປຸງປະຕູໄຊເຮັດປ້າຍວາຍນີວ (ຫ້າມເຂົ້າທາງໃນມີການປັບປຸງເພື່ອຄວາມປອດໄພຂອງຜູ້ມາທ່ຽວຊົມ) ມອບໃຫ້ພະແນກ ຍທຂ ນວ ຄົ້ນຄ້ວາທາງດ້ານເຕັກນິກພ້ອມທັງຢັ້ງຢືນມູນຄ່າການສ້ອມແປງທັງໝົດ ແລະ ອອກອະນຸມັດໃບສັ່ງວຽກໃຫ້ບໍລິສັດດັ່ງກ່າວສາມາດດຳເນີນການໂດຍໄວ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳທາງດ້ານເຕັກນິກປະຈຳປະຕູໄຊໃນໄລຍະການກໍ່ສ້າງຈົນກ່ວາຈະສຳເລັດ.

ນອກຈາກນີ້ກໍໄດ້ຊີ້ນຳໃຫ້ບໍລິສັດບໍລິສັດລິດປັນຍາ ອອກແບບ-ກໍ່ສ້າງ ຈຳກັດຜູ້ດຽວທີ່ເປັນບໍລິສັດ ຮັບເໝົາຕ້ອງມີການກວດກາໜ້າວຽກຕົວຈິງ ຈັດວາງເວລາຢ່າງລະອຽດໃນການເຮັດວຽກເພື່ອບໍ່ໃຫ້ລົບກວນ ແລະ ຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມບໍລິເວນສວນປະຕູໄຊ ຮັບປະກັນການຈັດຕັ້ງປະຕິບັດໜ້າວຽກຕ່າງໆໃຫ້ສຳເລັດຕາມແຜນການທີ່ວາງໄວ້ ຕ້ອງມີການກຳນົດໜ້າວຽກທີ່ເປັນບູລິມະສິດຂອງໂຄງການພ້ອມທັງຮັບປະກັນດ້ານຄຸນນະພາບອີກດ້ວຍ.

error: Content is protected !!