ສາເຫດພາໃຫ້ເປືອງ

ຈາກ​ການ​ແນະ­ນຳ​ຂອງ​ແພດ​ປະ­ຈຳ­ເມືອງ ໃຫ້​ທຸກ​ຄົນ​ໃຊ້​ເຈວ ໃຊ້​ນ້ຳ​ຢາ​ລ້າງ​ມື​ທີ່​ມີ​ເຫຼົ້າ​ເດັດໆ​ປະ­ສົມ ຄື: ເຫຼົ້າ​ແຮງ 70 ອົງ­ສາ​ຂຶ້ນ​ໄປ ເພື່ອ​ຈະ​ສາ­ມາດ​ຂ້າ​ເຊື້ອ​ໂຄ​ວິດ-19 ໄດ້ ດັ່ງ­ນັ້ນ ອາ​ແຈ່ມ ຈຶ່ງ​ເລືອກ​ຊື້​ນ້ຳ​ຢາ​ທີ່​ມີ​ທາດ​ເຫຼົ້າ​ເດັດໆ​ປະ­ສົມ ເພື່ອ​ໄວ້​ໃຊ້​ປະ­ຈຳ​ເຮືອນ ແຕ່​ປາ­ກົດ​ວ່າ​ມັນ​ໃຊ້​ເປືອງ​ຈົນ​ຊິ​ຊື້​ນຳ​ບໍ່​ທັນ… ກວດ​ບັກ​ໃຫຍ່ໆ ແຕ່​ໃຊ້​ມື້​ດຽວ​ກໍ​ໝົດ ເປັນ​ແບບ​ນີ້​ມາ​ໄດ້​ເປັນ​ເດືອນ​ເຕັມໆ ອາ​ແຈ່ມ ເລີຍ​ບໍ່​ມີ​ປັນ­ຍາ​ຊື້​ມາ​ໃຊ້​ອີກ ສຸດ​ທ້າຍ​ລາວ​ກໍ​ພົບ​ຄວາມ​ຈິງ​ວ່າ ຝ່າຍ​ຜົວ​ຊື່​ຊຽງ​ເລີຍ ເປັນ​ນັກ​ດື່ມ​ລະ­ດັບ​ຄໍ​ທອງ­ແດງ​ຫັ້ນ​ລະ ລັກ​ນ້ຳ​ຢາ​ເຈວ​ປະ­ສົມ​ເຫຼົ້າ​ໄປ​ກ໋ອກ ເຊົ້າ ສວາຍ ບ່າຍ ແລງ ຈົນ​ໝົດ ເພາະ​ລາວ​ບໍ່​ມີ​ໂອ­ກາດ​ອອກ​ໄປ​ຊຸມ​ແຊວ​ທາງ​ນອກ​ຄື­ເກົ່າ.

error: Content is protected !!