ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເອົາໃຈໃສ່ປະຕິບັດໜ້າທີ່ ຜູ້ຂັບຂີ່ຕ້ອງເປັນເຈົ້າການປະຕິບັດລະບຽບ

ສະ­ພາບ​ການ​ສັນ­ຈອນ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ປັດ­ຈຸ­ບັນ​ເຫັນ​ວ່າ​ມີ​ຄວາມ​ຫຍຸ້ງ­ຍາກ​ສົມ­ຄວນ ໂດຍ​ສະ­ເພາະ​ແມ່ນ​ໃນ​ໂມງ​ຮີບ​ດ່ວນ ສາ­ເຫດ​ກໍ​ຍ້ອນ​ຈຳ­ນວນ​ພາ­ຫະ­ນະ​ເພີ່ມ​ຂຶ້ນ ບວກ​ກັບ​ການ​ເປັນ​ເຈົ້າ​ການ​ຕໍ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບຽບ​ການ​ສັນ­ຈອນ​ຂອງ​ນັກ​ຂັບ​ຂີ່ ນອກ­ຈາກ​ສົ່ງ​ຜົນ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ຫຍຸ້ງ­ຍາກ​ແລ້ວ ຍັງ​ກໍ່­ໃຫ້­ເກີດ​ອຸ­ບັດ­ເຫດ​ຕາມ​ມາ ຈາກ​ສະ­ພາບ​ການ​ດັ່ງ­ກ່າວ ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ແກ້​ໄຂ ໂດຍ​ຈະ​ໄດ້​ສຸມ​ໃສ່​ປະ­ຕິ­ບັດ​ບັນ­ດາ​ໜ້າ​ວຽກ​ຕ່າງໆ ເພື່ອ​ແກ້​ໄຂ​ບັນ­ຫາ​ທີ່​ເກີດ​ຂຶ້ນ.

ຕາມ​ຂໍ້​ມູນ​ຈາກ​ໜັງ­ສື­ພິມ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເຫັນ​ວ່າ: ທ່ານ ພັທ ສັງ­ຄົມ ພົມ​ມະ​ລາດ ຮອງ​ຫົວ­ໜ້າ​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ​ທີ່​ຜ່ານ​ມາ ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ສຸມ​ໃສ່​ຫຼາຍ​ວຽກ​ງານ ເພື່ອ​ຫຼຸດ­ຜ່ອນ​ອຸ­ບັດ­ເຫດ ແລະ ແກ້​ໄຂ​ສະ­ພາບ​ການ​ຈະ­ລາ­ຈອນ​ແອ​ອັດ ໂດຍ​ເລີ່ມ​ຈາກ​ວຽກ​ງານ​ຈັດ​ລະ­ບຽບ​ຕົວ​ເມືອງ: ເອົາ­ໃຈ­ໃສ່​ລົງ​ລະ­ບາຍ​ການ​ສັນ­ຈອນ​ຕາມ 3 ແຍກ 4 ແຍກ ຈັດ​ລະ­ບຽບ​ການ​ສັນ­ຈອນ​ຕາມ​ສາຍ​ທາງ​ຕ່າງໆ​ທີ່​ມີ​ຄວາມ​ສັບ­ສົນ ຈັດ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕາມ​ຕະ­ຫຼາດ​ຄິວ​ລົດ ສະ­ຖານ­ທີ່​ຊຸມ­ນຸມ​ຊົນ ເອົາ­ໃຈ­ໃສ່​ສຶກ​ສາ​ອົບ­ຮົມ​ກ່າວ​ເຕືອນ​ຜູ້​ລ່ວງ​ລະ­ເມີດ​ກົດ​ລະ­ບຽບ​ການ​ສັນ­ຈອນ ເພື່ອ​ໃຫ້​ຫັນ​ເຂົ້າ​ສູ່​ລະ­ບຽບ​ຫຼັກ­ການ​ຕາມ​ກົດ­ໝາຍ ແຈ້ງ​ການ ແລະ ລະ­ບຽບ​ການ​ຕ່າງໆ ຫັນ​ເຂົ້າ​ສູ່​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ໂດຍ​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ ຍທຂ ແລະ ຄບຕ.

ວຽກ​ງານ​ຈັດ­ການ-ປະ­ຈຳ​ປ້ອມ: ພະ­ນັກ­ງານ​ນັກ­ຮົບ​ແຕ່​ລະ​ສະ­ຫາຍ​ໄດ້​ເອົາ­ໃຈ­ໃສ່​ຕາມ​ໜ້າ­ທີ່ ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ປະ­ຈຳ​ຈຸດ-ປະ­ຈຳ​ປ້ອມ​ຊົ່ວ­ຄາວ ແລະ ຖາ­ວອນ ເພື່ອ​ຕິດ­ຕາມ​ການ​ກວດ­ກາ​ພາ­ຫະ­ນະ​ຂອງ​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ ອອກ​ລະ­ບາຍ​ລົດ​ໃນ​ໂມງ​ເຂົ້າ​ການ-ເລີກ​ການ ເພື່ອ​ເຮັດ​ໃຫ້­ການ​ສັນ­ຈອນ​ສະ­ດວກ​ຄ່ອງ​ຕົວ ເຮັດ​ໃຫ້​ມີ​ຄວາມ​ປອດ​ໄພ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ສາ­ມາດ​ກັກ​ເອ­ກະ­ສານ​ລົດ​ທີ່​ລ່ວງ​ລະ­ເມີດ​ລະ­ບຽບ​ການ​ສັນ­ຈອນ.

ວຽກ​ງານ​ຄຸ້ມ​ຄອງ​ພາ­ຫະ­ນະ ແລະ ການ​ຂັບ​ຂີ່: ສົມ­ທົບ​ກັບ​ພາກ­ສ່ວນ​ກວດ­ກາ​ເຕັກ­ນິກ​ຢູ່ 3 ຈຸດ ສູນ​ກວດ­ກາ​ເຕັກ­ນິກ​ທົ່ງ​ສ້າງ​ນາງ ກວດ­ກາ​ເຕັກ­ນິກ​ທົ່ງ​ປົ່ງ ແລະ ກວດ­ກາ​ເຕັກ­ນິກ​ປານ​ມໍ​ເຕີ້ ນອກ​ນັ້ນ​ຍັງ​ໄດ້​ສົ່ງ​ພະ­ນັກ­ງານ​ເຂົ້າ​ຮ່ວມ ເປັນ​ຄະ­ນະ​ກຳ­ມະ­ການ​ສອບ­ເສັງ​ໃບ​ຂັບ​ຂີ່ ຢູ່​ກອງ​ຄຸ້ມ​ຄອງ​ພາ­ຫະ­ນະ​ຢູ່​ທົ່ງ​ປົ່ງ ເຂົ້າ​ຮ່ວມ​ເປັນ​ຄະ­ນະ​ກຳ­ມະ­ການ​ແກ້​ໄຂ​ຄະ­ດີ.

ວຽກ​ງານ​ໂຄ­ສະ­ນາ: ຖື​ວ່າ​ເປັນ​ປາຍ​ແຫຼມ​ຂອງ​ວຽກ​ງານ​ຈະ­ລາ­ຈອນ ເພື່ອ​ໂຄ­ສະ­ນາ ສຶກ​ສາ​ອົບ­ຮົມ ແລະ ກ່າວ​ເຕືອນ​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ ຮັບ​ຮູ້​ເຖິງ​ລະ­ບຽບ​ການ​ຈະ­ລາ­ຈອນ ກົດ­ໝາຍ​ຂົນ­ສົ່ງ ແລະ ແຈ້ງ​ການ​ຕ່າງໆ ໂດຍ​ມີ​ການ­ເຄື່ອນ­ໄຫວ​ໂຄ­ສະ­ນາ​ຕາມ​ໄຟ​ອຳ­ນາດ 3 ແຍກ 4 ແຍກ ກຸ່ມ​ບ້ານ ສຳ­ນັກ­ງານ ອົງ­ການ ໂຮງ­ຮຽນ ໂຮງ​ຈັກ ໂຮງ­ງານ ເພື່ອ​ຍົກ​ໃຫ້​ເຫັນ​ແຈ້ງ​ເຖິງ​ຜົນ​ເສຍ​ຫາຍ​ຈາກ​ການ​ເກີດ​ອຸ­ບັດ­ເຫດ ນອກ​ນັ້ນ​ຍັງ​ໄດ້​ໂຄ­ສະ­ນາ​ຜ່ານ​ສື່​ມວນ​ຊົນ ໜັງ­ສື­ພິມ ວິ­ທະ­ຍຸ ແລະ ໂທລະ­ພາບ ເພື່ອ​ແຊກ​ຊ້ອນ​ໄປ​ໃນ​ທຸກ​ພື້ນ​ທີ່.

ວຽກ​ງານ​ທາງ​ຫຼວງ: ໄດ້​ລົງ​ເຮັດ​ໜ້າ­ທີ່ ລົງ​ລະ­ບາຍ​ການ​ສັນ­ຈອນ​ຕາມ​ສາຍ​ທາງ ທີ່​ມີ​ຄວາມ​ສັບ­ສົນ​ຕາມ​ສາຍ​ທາງ​ຕ່າງໆ ອອກ​ກວດ­ກາ​ພາ­ຫະ­ນະ​ຕາມ​ຈຸດ​ສຳ­ຄັນ ອອກ​ທິດ​ຈະ­ລາ­ຈອນ ອອກ​ກວດ­ກາ​ຄວາມ​ໄວ​ທາດ​ເຫຼົ້າ ການ​ຮັດ​ສາຍ​ນິ­ລະ​ໄພ ປ້ອງ​ກັນ​ເປີດ​ທາງ​ໃຫ້​ແຂກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ສຶກ​ສາ​ອົບ­ຮົມ​ຜູ້​ທີ່​ໃຊ້​ລົດ-ໃຊ້​ຖະ­ໜົນ​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ.

ວຽກ​ງານ​ແກ້​ໄຂ​ຄະ­ດີ​ອຸ­ບັດ­ເຫດ: ເປັນ​ວຽກ​ງານ​ທີ່​ມີ​ຄວາມ​ຫຍຸ້ງ­ຍາກ​ສັບ­ສົນ ດັ່ງ­ນັ້ນ ຈຶ່ງ​ໄດ້​ເນັ້ນ​ໃຫ້​ພະ­ນັກ­ງານ-ນັກ­ຮົບ​ແຕ່​ລະ​ສະ­ຫາຍ​ຕ້ອງ​ເອົາ­ໃຈ­ໃສ່​ຕໍ່­ໜ້າ​ທີ່​ວິ­ຊາ​ສະ­ເພາະ​ຢ່າງ​ເຂັ້ມ​ງວດ ໂດຍ​ສະ­ເພາະ ແມ່ນ​ປະ­ຈຳ­ການ​ຄອຍ​ເຫດ 24 ຊົ່ວ­ໂມງ ເພື່ອ​ແກ້​ໄຂ​ອຸ­ບັດ­ເຫດ​ທີ່​ເກີດ​ຂຶ້ນ​ໃຫ້​ທັນ​ເວ­ລາ ສະ­ພາບ​ການ​ລົງ​ວັດ­ແທກ​ສະ­ຖານ­ທີ່​ເກີດ​ເຫດ​ວ່ອງ­ໄວ ແລະ ຊັດ​ເຈນ ການ​ດຳ­ເນີນ​ຄະ­ດີ​ອຸ­ບັດ­ເຫດ ແມ່ນ​ດຳ­ເນີນ​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ກົດ­ໝາຍ ຖືກ­ຕ້ອງ​ຕາມ​ຫຼັກ­ການ​ວິ­ຊາ​ສະ­ເພາະ​ເພື່ອ​ຫຼີກ​ລ້ຽງ​ຫາງ​ສຽງ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ເພື່ອ​ເຮັດ​ໃຫ້­ການ​ສັນ­ຈອນ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ ອຸ­ບັດ­ເຫດ​ຫຼຸດ​ລົງ ນອກ­ຈາກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໜ້າ­ທີ່​ວິ­ຊາ​ສະ­ເພາະ​ຢ່າງ​ຕັ້ງ­ໜ້າ​ແລ້ວ ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ​ເອງ​ກໍ​ຕ້ອງ​ເປັນ​ເຈົ້າ​ການ ໃນ​ການ​ປະ­ຕິ­ບັດ​ລະ­ບຽບ​ການ​ສັນ­ຈອນ​ຢ່າງ​ເຂັ້ມ​ງວດ ຈຶ່ງ​ຈະ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ວັດ​ວຽກ​ງານ​ດັ່ງ­ກ່າວ​ໄດ້​ຮັບ​ປະ​ສິດ­ທິ​ຜົນ.

error: Content is protected !!