ລັດຖະບານ ເລັ່ງສຸມໃສ່ບັນຫາເຄັ່ງຮ້ອນ ທີ່ນອນຢູ່ໃນແຜນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

    ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2023 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

   ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວວ່າ:ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນໃນປັດຈຸບັນ ເປັນຕົ້ນອັດຕາເງິນເຟີ້ ການອ່ອນຄ່າຂອງເງິນກີບ ການຜັນຜວນຂອງອັດຕາແລກປ່ຽນ ການເພີ່ມສູງຂຶ້ນຂອງລາຄາສິນຄ້າ ແລະ ຄ່າຄອງຊີບຂອງພະນັກງານ ທະຫານ ຕໍາຫຼວດ ແລະ ພໍໍ່ແມ່ປະຊາຊົນ ລັດຖະບານ ໄດ້ຈັດຕັ້ງປະຕິບັດມາດ ຕະການແກ້ໄຂທີ່ໄດ້ກໍານົດໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 100/ ສພຊ ລົງວັນທ 18 ກໍລະກົດ 2023 ຄືແນວໃດ?.

    ອີງໃສ່ມະຕິຂອງສະພາແຫ່ງຊາດ ສະບັບດັ່ງກ່າວ ລັດຖະບານ ໄດ້ຈັດຕັ້ງປະຕິບັດຫຼາຍມາດຕະການຄວບຄູ່ກັນໄປ ເຊິ່ງໄດ້ມີໝາກຜົນສໍາເລັດພົົ້ນເດັ່ນຈໍານວນໜຶ່ງ ຄື:ໄດ້ສຸມໃສ່ຄົົ້ນຄວ້າ ແລະ ຊອກຫາແຫຼ່ງທຶ ນມາແກ້ໄຂໜີ້ສິນ ໂດຍສະເພາະໜີ້ສິນຕ່າງປະເທດ ເຊິ່ງສາມາດຊໍາລະໜີ້ສິນທີ່ຄົບກໍານົດໄດ້ທັນຕາມກໍານົດເວລາ ເຮັດໃຫ້ປະເທດເຮົາ ບໍໍ່ຕົກເປັນປະເທດທີ່ບໍໍ່ສາມາດຊໍາລະໜີ້ສິນໄດ້ ໄດ້ສຸມໃສ່ຄົົ້ນຄວ້າມາດຕະ ການຄົບຊຸດ ໃນການຄຸ້ມຄອງເງິນຕາຕ່າງປະເທດ ໂດຍໄດ້ອອກຄໍາສັ່ງເລກທີ 10/ນຍ ເຊິ່ງຜ່ານການຈັດຕັ້ງປະຕິບັດຄໍາສັ່ງງດັ່ງກ່າວ ກໍໄດ້ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດຫັນເຂົ້າສູ່ລະບົບກວ່າເກົ່າ ໃນນັ້ນ: ໄດ້ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ຂະຫຍາຍຕາໜ່າງການບໍລິການ ຫຼາຍຮູບແບບ ຂອງທະນາຄານທຸລະກິດໄດ້ຫຼາຍຂຶ້ນ (ປັດຈຸບັນກໍພວມຂະຫຍາຍອອກຕື່ມເລື້ອຍໆ) ເພື່ອໃຫ້ຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ.

   ໄດ້ສຸມໃສ່ຄຸ້ມຄອງບັນດາບໍລິສັດນໍາເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະລາຍຮັບລາຍຈ່າຍຈາກການນໍາເຂົ້າ ແລະ ສົ່ງອອກສິນຄ້າຜ່ານບັນຊີທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ໄດ້ຫຼາຍຂຶ້ນ (ຈາກອັດຕາສ່ວນ 34% ໃນປີ 2022 ມາເປັນ 41,32% ໃນ 9 ເດືອນ ປີ 2023 ແລະ ຄາດວ່າໝົດປີ ຈະບັນລຸໄດ້ 50% ຕາມມະຕິກອງປະຊຸມສະພາແຫ່ງຊາດ ເທື່ອທີ 5 ໃນກາງປີ 2023 ໄດ້ຕິດຕາມບັນດາເປົ້າໝາຍທີ່ປັ່ນປ່ວນ ແລະ ເກງກໍາໄລ ທີ່ຜິດກົດໝາຍຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ ແລະ ໄດ້ດໍາເນີນມາດຕະການລົງໂທດຕາມກົດໝາຍ ຕໍໍ່ຜູ້ກະທໍາຜິດໄດ້ຫຼາຍກໍລະນີສົມຄວນ ໄດ້ສຸມໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງ ໂດຍສະເພາະສິນຄ້າປະເພດໜວດສະບຽງອາຫານ ໂດຍສະເພາະ ເຂົ້າ ຊີ້ນ ປາ ແລະ ໄຂ່ ໂດຍໄດ້ມີການແຊກແຊງລາຄາເຂົ້າ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈໍານວນໜຶ່ງ.

    ນອກນັ້ນ ກໍໄດ້ຄຸ້ມຄອງໝວດສິນຄ້າ ທີ່ເປັນປັດໄຈການຜະລິດກະສິກໍາ (ຝຸ່ນ ອາຫານສັດ ແນວພັນ) ແລະ ມີບາງແຂວງ ໂດຍສະເພາະ ແຂວງໄຊຍະບູລີ ໄດ້ຈໍາກັດການນໍາເຂົ້າສິນຄ້າ ທີ່ເຮົາຜະລິດໄດ້ ແລະ ມີພຽງພໍ ຈໍານວນ 10 ກວ່າລາຍການ ໄດ້ຄົົ້ນຄວ້າມາດຕະການຕົວຈິງ ໃນການຈໍາກັດການນໍາເຂົ້າສິນຄ້າຟຸ່ມເຟືອຍ ໂດຍໄດ້ສະເໜີຄະນະປະຈໍາສະພາແຫ່ງຊາດ ເພື່ອສະເໜີປະທານປະເທດ ປັບປຸງອາກອນຊົມ ໃຊ້ບາງປະເພດສິນຄ້າເພີ່ມຂຶ້ນ (ໃນລັດຖະບັນຍັດ 003/ປປທ) ເຊິ່ງເປັນການປະຢັດເງິນຕາຕ່າງປະເທດ ພ້ອມກັນ 3 ນັ້ນ ກໍໄດ້ເພີ່ມການຄຸ້ມຄອງ ແລະ ສະກັດກັ້ນ ການລັກລອບນໍາເຂົ້າສິນຄ້າທີ່ບໍໍ່ຖືກຕ້ອງທຸກຮູບແບບ ລວມທັງຄຸ້ມຄອງກວດກາການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ໃນດ່ານ ແລະ ນອກດ່ານ ເພື່ອແກ້ໄຂສະພາບການຄ້າຂາຍແບບເສລີ ຊະຊາຍແບບ (ການຄ້ານອກລະບົບ) ຜ່ານມາ ໄປຄຽງຄູ່ກັບການສົ່ງເສີມການສົ່ງອອກສິນຄ້າ ແລະ ປູກຈິດສໍານຶກ ແລະ ປຸກລະດົມສ້າງຂະບວນການໃຫ້ພົນລະເມືອງລາວເຮົາ ນິຍົມ ແລະ ຫັນມານໍາໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດເຮົາໃຫ້ຫຼາຍຂຶ້ນ ທັງເປັນການຈໍາກັດ ການນໍາເຂົ້າສິນຄ້າ ແລະ ຈໍາກັດການນໍາໃຊ້ເງິນຕາຕ່າງປະເທດໄປພ້ອມ.

    ໄດ້ອອກນະໂຍບາຍສົ່່ງເສີມການຜະລິດພາຍໃນໃຫ້ແຂງແຮງ ເພື່ອທົດແທນການນໍາເຂົ້າສິນຄ້າຈາກຕ່າງປະເທດ ໂດຍໄດ້ອອກນະໂຍບາຍສິນເຊື່ອດອກເບ້ຍຜ່ອນຜັນ ແລະ ນະໂຍບາຍຖົມຂຸມດອກເບ້ຍ ສໍາລັບການຜະລິດກະສິກໍາເປັນສິນຄ້າ ແລະ ການປຸງແຕ່ງຜະລິດຕະພັນສໍາເລັດຮູບ ເພື່ອສົໍ່ງອອກ (ຕາມຂໍ້ຕົກລົງ 93/ນຍ 14/7/2023) ໄດ້ຕົກລົງນະໂຍບາຍເພີ່ມຄ່າແຮງຂັ້ນຕໍາ ໃຫ້ແຮງງານໃນພາກທຸລະກິດ ຈາກ 1.300.000 ກີບ/ເດືອນ ຂຶ້ນເປັນ 1.600.000 ກີບ/ເດືອນ ແລະ ໄດ້ເພີ່ມເງິນອຸນໜູນຄ່າຄອງຊີບ 150.000 ກີບ/ຄົນ/ເດືອນ ເລີ່ມແຕ່ຕົົ້ນປີ 2023 ເປັນຕົົ້ນມາ; ໄດ້ເພີ່ມໃຫ້ພະນັກງານລັດຖະກອນ ພະນັກ ງານບໍານານ ຜູ້ເສຍອົງຄະ ທີ່ມີເງິນເດືອນຕໍ່າກວ່າ 1.700.000 ກີບ ແລະ ເພີ່ມເງິນອຸດໜູນອັດຕາກິນເຮືອນຄົວລວມໃຫ້ສອງກໍາລັງ ໂດຍເລີ່ມປະຕິບັດງວດ 4 ປີ 2023 ເປັນຕົົ້ນໄປໂດຍບໍໍ່ໄດ້ຄິດໄລ່ພັນທະອາກອນໃນສ່ວນທີ່ອຸດໜູນເພີ່ມ.

    ສໍາລັບປີ 2024 ກໍຈະໄດ້ຄົົ້ນຄ້ວາເພີ່ມອຸດໜູນ ຫຼື ເພີ່ມດັດຊະນີເງິນເດືອນຕື່ມອີກ ຕາມຄວາມອາດສາມາດຕົວຈິງຂອງງົບປະມານດັ່ງທີ່ໄດ້ສະເໜີຕໍໍ່ກອງປະຊຸມສະພາແຫ່ງຊາດ ໃນຄັ້ງນີ້ມາແລ້ວ ນອກຈາກ ນັ້ນ ຍັງໄດ້ຄົົ້ນຄ້ວາປະຕິບັດນະໂຍບາຍເງິນເດືອນ ໃຫ້ແກ່ຄູອາສາສະໝັກ ຕາມຊັ້ນຂັ້ນເງິນເດືອນທີ່ລະດັບການສຶກສາຜູ້ກ່ຽວໄດ້ຮຽນມາ ແລະ ອຸດໜູນເງິນຊົ່ວໂມງສອນ ຄືກັນກັບລັດຖະກອນຄູທົ່ວໄປ (ຕາມມະຕິຕົກລົງ 09/ລບ 17/7/2023).

    ເພື່ອຮັບປະກັນການກໍານົດແຜນຈັດສັນງົບປະມານລົງທຶນຂອງລັດ ສໍາລັບ ປີ 2024 ລັດຖະບານ ໄດ້ຈັດຕັ້ງປະຕິບັດມາດຕະການທີ່ໄດ້ກໍານົດໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທ 100/ສພຊ ລົງວັນທີ 18 ກໍລະກົດ 2023 ຄືແນວໃດ?.

    ໂດຍຖອດຖອນບົດຮຽນຜົນການຈັດຕັ້ງປະຕິບັດວຽກງານໃນສອງປີຜ່ານມາ ແລະ ຕາມການຕົກລົງເປັນເອກະພາບລະຫວ່າງລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບກົນໄກການປະສານກັນແຕ່ຫົວທີ ລັດຖະບານໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການ ສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດມະຕິ ທີ່ສະພາວາງອອກ ແລະ ໃຫ້ຮີບຮ້ອນຈັດສັນງົບປະມານການລົງທຶນຂອງລັດ ໃຫ້ທັນກອງປະຊຸມສະພາແຫ່ງຊາດ ເທື່ອທີ 6 ເຊິງປີນີ້ ລັດຖະບານ ກໍໄດ້ສະເໜີບັນຊີໂຄງການລົງທຶນ ແລະ ການຈັດສັນລະອຽດ ມາໃຫ້ສະພາແຫ່ງຊາດ ແລ້ວ ຂ້າພະເຈົ້າມີຄວາມເຊື່ອໝັ້ນສູງວ່າ ດ້ວຍຄວາມເອົາໃຈໃສ່ໃນການຕິດຕາມ ແລະ ຊຸກຍູ້ຂອງສະພາແຫ່ງຊາດ ຈະເຮັດໃຫ້ແຜນ ການລົງທຶນຂອງລັດ ປີ 2024 ໄດ້ຖືກຮັບຮອງ ແລະ ເລີ່ມປະຕິບັດ ທັນຕາມກົດໝາຍວ່າດ້ວຍ ການລົງທຶນຂອງລັດ ແລະ ກົດໝາຍວ່າດ້ວຍງົບປະມານກໍານົດ ເພື່ອສາມາດຈັດຕັ້ງປະຕິບັດບັນດາໂຄງການລົງທ ນຂອງລັດ ແຕ່ຕົ້ນປີ 2024.

    ສໍາລັບການຈັດສັນບ້ວງທຶນຮັບ-ຈົດຈ່າຍ ກອງທຶນທາງ ອວ່າຍໜີ້ 3 ແຈ ຕາມມະຕິ 100/ສພຊ ນັ້ນ ລັດຖະບານ ໄດ້ຈັດສັນສໍາເລັດ ແລະ ໄດ້ດໍາເນີນການປະຕິບັດເກືອບສໍາເລັດ 100% ແລ້ວ ສໍາລັບປີ 2024 ລັດຖະບານ ໄດ້ຈັດສັນງົບປະມານລົງທຶນຂອງລັດ ທັງໝົດ:4.750 ຕື້ກີບ ໃນນັ້ນ: ການລົງທຶນທົ່ວໄປ 2.900 ຕື້ກີບ (ຂະແໜງແຜນການຮັບຜິດຊອບ) ແລະ ຈົດຮັບ-ຈົດຈ່າຍ 1.850 ຕື້ກີບ (ຂະແໜງການເງິນຮັບຜິດຊອບ) ການລົງທຶນທົໍ່ວໄປ (2.900 ຕື້ກີບ) ການລົງທຶນປົກກະຕິ ແລະ ສະເພາະ ປະກອບມີ: ກຸ່ມໂຄງການປົກກະຕິ 4.062 ໂຄງການເປັນທຶນ 988 ຕື້ກີບ ກຸ່ມໂຄງການເປົ້າໝາຍສະເພາະ 452 ໂຄງການ ເປັນທຶນ 931,82 ຕື້ກີບ ການລົງທຶນໃສ່ໂຄງການບູລິມະສິດ ມີ 6 ຂົງເຂດ ຄືຶບັນດາໂຄງການປ້ອງກັນຕາຝັ່ງເຈື່ອນຕາມຊາຍແດນທົ່ວປະເທດ 150 ຕື້ກີບ ບັນດາໂຄງການທຶນສົມທົບ ODA ມີ 265 ໂຄງການ ເປັນທຶນ 100 ຕື້ກີບ ບັນດາໂຄງການຟື້ນຟູພື້ນຖານໂຄງລ່າງ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ 683 ໂຄງການ ເປັນທຶນ 300 ຕື້ກີບ ບັນດາໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 536 ໂຄງການ ເປັນທຶນ 160 ຕື້ກີບ ວຽກງານສຶກສາ ສາທາລະນະສຸກ 171 ໂຄງການ ເປັນທຶນ 168 ຕື້ກີບ ສ້າງເມືອງໃໝ່ ທຶນພັດທະນາໄຊສົມບູນ ທາງຊາຍແດນ ແລະ ວຽກອາຊຽນ 149 ໂຄງການ ເປັນທຶນ 92,18 ຕື້ກີບ.

    ບ້ວງທຶນຈົດຮັບ-ຈົດຈ່າຍ (1.850 ຕື້ກີບ) ປະກອບມີ: ກອງທຶນທາງ 720 ຕື້ກີບ ພັດທະນາໂຄງລ່າງໄປສະນີ 20 ຕື້ກີບ ໂຄງການອື່ນໆ 100 ຕື້ກີບ (ລວມ 840 ຕື້ກີບ) ຊົດເຊີຍເວນຄືນທີ່ດິນປະຊາຊົນ 80 ຕື້ກີບ ລົງທຶນອື່ນໆ 710 ຕື່ກີບ ຫັນຊັບສິນເປັນທຶນ ແລະ ທຶນປະກອບ SME 220 ຕື້ກີບ.

    ຄືດັ່ງຂ້າພະເຈົ້າ ແລະ ບັນດາທ່ານລັດຖະມົນຕີ ໄດ້ລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາ ປີ 2024 ຕໍໍ່ກອງປະຊຸມສະພາແຫ່ງຊາດ ໃນມື້ໄຂກອງປະຊຸມຜ່ານມາແລ້ວນັ້ນ ໃນປີ 2024 ຈົນຮອດທ້າຍປີ 2025 ຄາດຄະເນວ່າ ສະພາບແວດລ້ອມພາກພື້ນ ສາກົນ ແລະ ສະພາບແວດລ້ອມພາຍໃນ ຍັງຈະສືບຕໍໍ່ມີການຜັນແປສັບສົນ ທີ່ຄາດເດົາໄດ້ຍາກ ບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາທີ່ເກີດຂຶ້ນມາແຕ່ຊຸມປີຜ່ານມາ ຈຶ່ງເຫັນວ່າ ການປະຕິບັດແຜນ 2024 ແມ່ນຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍທີ່ສຸດ ທີ່ຈະບໍໍ່ສາມາດບັນລຸໄດ້ ຕາມບັນດາຕົວເລກຄາດໝາຍທີ່ໄດ້ສະເໜີຕໍໍ່ກອງປະຊຸມສະພາແຫ່ງຊາດ ໃນຄັ້ງນີ້ ໃນນັ້ນ ຄາດໝາຍທີ່ຍັງມີຄວາມສ່ຽງ ແລະ ເປັນສິ່ງທ້າທາຍທີ່ສຸດ ສໍາລັບຂົງເຂດເສຖະກິດ ກໍຍັງແມ່ນຄາດໝາຍທາງດ້ານເງິນຕາ ເປັນຕົົ້ນ: ອັດຕາເງິນເຟີ້ (ຄໍາເຫັນສ່ວນຫຼາຍສະເໜີກໍານົດບໍໍ່ໃຫ້ກາຍ 1 ຕົວເລກ ແຕ່ຕົວຈິງປັດຈຸບັນເກືອບ 30%) ຄາດໝາຍອັດຕາແລກປ່ຽນ ແລະ ປະລິມານເງິນ M2 ເຊິ່ງລັດຖະບານ ຈະສືບຕໍໍ່ຊີ້ນໍາຢ່າງໃກ້ຊິດ ເພື່ອແກ້ໄຂໃຫ້ມີຄວາມຕັ້ງໜ້າ ກ້າວເຂົ້າສູ່ສະເຖຍລະພາບ ໃນປີ 2024-2025.

     ສໍາລັບຄາດໝາຍທາງດ້ານສັງຄົມ ແມ່ນບັນດາຄາດໝາຍຂອງຂົງເຂດວຽກງານສຶກສາ ເປັນຕົົ້ນ: ອັດຕາການເຂົ້າຮຽນແຕ່ລະຊັ້ນໃນລະບົບສາມັນສຶກສານັບມື້ຫຼຸດລົງ ລວມທັງການເຂົ້າຮຽນລະບົບອາຊີວະສຶກສາ ວິຊາຊີບ ແລະ ມະຫາວິທະຍາໄລ ບາງຄາດໝາຍທາງດ້ານສາທາລະນະສຸກ ເປັນຕົົ້ນ: ອັດຕາການປົກຄຸມປະກັນສຸຂະພາບ ການແກ້ໄຂບັນຫາແຮງງານ ແລະ ການແກ້ໄຂບັນດາ ປາກົດການຫຍໍ້ທໍ້ຕ່າງໆລວມທັງບັນຫາຢາເສບຕິດ ທີ່ເປັນວາລະແຫ່ງຊາດ ນອກຈາກນັ້ນ ຄາດໝາຍໃນການອອກໃບຕາດິນ ກໍຍັງເປັນອັນທ້າທາຍສົມຄວນ ຈາກຄວາມສ່ຽງ ແລະ ສິ່ງທ້າທາຍດັ່ງກ່າວ ລັດຖະບານ ຈຶ່ໄດ້ກໍານົດຊື່ຂອງແຜນພັດທະນາເສດຖະກິດ-ສັງຄົມ ປີ 2024 ວ່າ:ເປັນແຜນບຸກບືນສູ້ຊົນການປະຕິບັດຄາດໝາຍ ຮອບດ້ານ ສົມທົບກັບການບຸກທະລຸໃນການແກ້ໄຂບັນຫາເຄັ່ງຮ້ອນ ທີ່ນອນຢູ່ໃນແຜນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນບັນຫາເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.

error: Content is protected !!