ການແກ້ໄຂບັນຫາສິ່ງທ້າທາຍຕໍ່ວຽກງານສາທາລະນະສຸກມີຫຼາຍໜ້າວຽກທີ່ຈະສຸມໃສ່ແກ້ໄຂ

    ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສິ້ນສຸດການລົງໄປເຄື່ອນໄຫວ ຕິດຕາມການຈັດຕັ້ງປະຕິບັດວຽກງານການໃຫ້ບໍລິການດ້ານສາທາລະນະສຸກ ຢູ່ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນ ທີ່ແຂວງບໍ່ແກ້ວ ການຢ້ຽມຢາມນີ້ແມ່ນໄດ້ ດໍາເນີນໄປເປັນເວລາ 5 ວັນ ໂດຍມີການເຂົ້າຮ່ວມຂອງ ທ່ານອຸປະທູດແຫ່ງລຸກຊໍາບວກ ທ່ານ Thomas Lammar ແລະ ຜູ້ຕາງໜ້າຈາກອົງການ UNFPA UNICEF ແລະ WHO.

    ໃນລະຫວ່າງວັນທີ 1 ຫາ 5 ພະຈິກ ທ່ານລັດຖະມົນຕີ ໄດ້ກວດກາ ແລະ ປະເມີນຄຸນນະພາບຂອງການໃຫ້ ບໍລິການດ້ານດ້ານສາທລະນະສຸກ ເຊັ່ນ ວຽກງານການໃຫ້ບໍລິການຮັກສາ ສຸຂະພາບແມ່ ແລະ ເດັກ ການຄວບຄຸມ ພະຍາດຕິດຕໍ່ ວຽກງານທາງດ້ານສຸຂະພາບທາງເພດ ແລະ ໄວຈະເລີນພັນ ແລະ ວຽກການບໍລິການດ້ານອື່ນໆ ສໍາລັບ ຊຸມຊົນໃນທ້ອງຖິ່ນ ແລະ ຜູ້ທີ່ເຂົ້າມາອອກແຮງງານຢູ່ໃນແຂວງ ໃນການລົງເຄື່ອນໄຫວຄັ້ງນີ້ ທ່ານລັດຖະມົນ ພ້ອມດ້ວຍຄະນະຕິດຕາມ ຍັງໄດ້ ໄປຢ້ຽມຢາມ ໂຮງໝໍຊຸມຊົນ ຢູ່ແຂວງໄຊຍະບູລີ ເພື່ອປະເມີນຄຸນນະພາບ ການດູແລສຸຂະພາບ ແລະ ບຸກຄະລາກອນທາງການແພດ.

    ທ່ານລັດຖະມົນຕີ ໄດ້ກ່າວວ່າ: ພວກເຮົາໄດ້ເຫັນຄວາມຄືບໜ້າຢ່າງຫຼວງຫຼາຍ ໃນການແກ້ໄຂບັນຫາສິ່ງທ້າທາຍ ຕ່າງໆ ໃນ ທົ່ວແຂວງບໍ່ແກ້ວ ໂດຍສະເພາະ ແມ່ນການເອົາໃຈໃສ່ ໃນວຽກງານດ້ານການ ເບິ່ງແຍງສຸຂະພາບ ຂອງແມ່ ເດັກນ້ອຍ ແລະ ໄວໜຸ່ມ ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງການປັບປຸງວຽກງານດັ່ງກ່າວ ໃນຂອບເຂດ ທົ່ວປະເທດ ຜົນສໍາເລັດເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຕະຫຼອດຫຼາຍປີທີ່ຜ່ານມາ ຂອງບຸກຄະລາກອນ ສາທາະລະນະສຸກ ພະນັກງານຂັ້ນແຂວງຊຸມຊົນ ໂດຍມີການຮ່ວມມືກັບບັນດາຄູ່ຮ່ວມ ພັດທະນາ ເຊິ່ງພວກເຮົາຂໍສະແດງຄວາມ ຂອບໃຈສໍາລັບການສະໜັບສະໜູນຂອງພວກເຂົາເຈົ້າ ແຕ່ເຖິງຢ່າງໃດ ກໍຕາມ ພວກເຮົາຍັງມີວຽກຄົງຄ້າງທີ່ຈະຍັງຕ້ອງສືບຕໍ່ປະຕິບັດ–ໂດຍສະເພາະ ການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ການປັບປຸງ ຄຸນນະພາບຂອງການບໍລິການ.

    ຈຸດປະສົງຫຼັກອີກອັນນຶ່ງທີ່ສຳຄັນຂອງການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບໜ້າຂອງວຽກງານ ສຸຂະພາບຈະເລີນພັນ ແມ່ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ພາຍໃຕ້ແຜນງານຮ່ວມຂອງອົງການສະຫະປະຊາຊາດ (UNJP) ເຊິ່ງເປັນແຜນງານ ທີ່ໄດ້ຮັບການສະໜັບສະໜູນຈາກ ຣາຊອະນາຈັກ ແຫ່ງລຸກຊໍາບວກ ໂດຍການຮ່ວມມືລະຫວ່າງ ອົງການ UNFPA UNICEF ແລະ WHO ທີ່ໄດ້ຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ ນັບແຕ່ປີ 2011 ເປັນຕົ້ນມາ ໂດຍໄດ້ໃຫ້ການສະ ໜັບສະໜູນທາງດ້ານງົບປະມານ ມູນຄ່າຫຼາຍກວ່າ 25 ລ້ານຢູໂຣ.

    ທ່ານອຸປະທູດແຫ່ງລຸກຊໍາບວກ ທ່ານ Thomas Lammar ໄດ້ກ່າວວ່າ: ເຊັ່ນດຽວກັນກັບແຂວງອື່ນໆ ແຂວງບໍ່ແກ້ວ  ໄດ້ບັນລຸຜົນສໍາເລັດຢ່າງຫຼວງຫຼາຍ ທາງດ້ານການບໍລິການສຸຂະພາບຂອງແມ່  ເດັກນ້ອຍ ແລະ ເດັກ ໄວໜຸ່ມ ເຊິ່ງເຫັນໄດ້ຈາກ ຕົວເລກການເສຍຊີວິດທີ່ຫຼຸດລົງ ການປັບປຸງເຫຼົ່ານີ້ ແມ່ນເຫັນໄດ້ຊັດເຈນໃນຊຸມຊົນ ແລະ ສະຖານທີ່ບໍລິການສາທາລະນະສຸກ ແຕ່ວຽກຂອງພວກເຮົາ ແມ່ນຍັງບໍ່ທັນແລ້ວ ການສະໜັບສະໜູນຂອງພວກເຮົາໃນ ສປປ ລາວ ມີຈຸດປະສົງ ເພື່ອຢາກເຫັນແມ່ຍິງຖືພາທຸກຄົນເກີດລູກຢ່າງປອດໄພ ໂດຍມີການຊ່ວຍເກີດຂອງແພດທີ່ຊໍານານ ແລະ ເດັກນ້ອຍທຸກຄົນມີສຸຂະພາບແຂງແຮງ ກະຊວງ ສາທາລະນະສຸກ ພ້ອມດ້ວຍ ບຸກຄະລາກອນທາງການແພດ ແລະ ບັນດາຄູ່ຮ່ວມງານຂອງອົງການສະຫະປະຊາຊາດ ໄດ້ມີຄວາມພະຍາຍາມຮ່ວມກັນ ໃນການເຮັດໃຫ້ວຽກດັ່ງກ່າວນີ້ ບັນລຸຄາດໝາຍຕາມວິໃສທັດ ພວກເຮົາ ຮູ້ສຶກຍິນດີເປັນຢ່າງຍິ່ງ ທີ່ພະລັງຂອງການຮ່ວມມື ລະຫວ່າງ ບັນດາຄູ່ຮ່ວມງານຕ່າງໆ ເຮັດໃຫ້ໝາກຜົນໄດ້ຮັບທາງດ້ານສຸຂະພາບຂອງແມ່ ແລະ ເດັກ, ສຸຂະພາບທາງເພດ ແລະ ໄວຈະເລີນພັນ ສູງຂື້ນ.

    ນອກຈາກນີ້ ຜົນໄດ້ຮັບຈາກການປະເມີນຢູ່ແຂວງຫວ່າງບໍ່ດົນມານີ້ ໄດ້ສະທ້ອນໃຫ້ພວກເຮົາໄດ້ເຫັນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ເຊິ່ງພົບວ່າ ແມ່ຍິງສ່ວນຫຼາຍ ໄດ້ຮັບການກວດສຸຂະພາບ ແລະ ການດູແລກ່ອນເກີດ ທີ່ພຽງພໍ ແລະ ມີແພດຜູ້ຊໍານານຊ່ວຍເກີດ ແຕ່ອັດຕາການປົກຄຸມຍັງຕໍ່າ ໃນກຸ່ມທີ່ມີລາຍຮັບຕໍ່າ.

    ນາງນາມູ ເຊິ່ງເປັນແມ່ໃໝ່ ທີ່ອາໃສຢູ່ຫ່າງຈາກໂຮງໝໍຊຸມຊົນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫຼາຍກວ່າ 2 ຊົ່ວໂມງ ໄດ້ກ່າວວ່າ: ຂ້ອຍໄດ້ມາເກີດລູກຢູ່ໂຮງໝໍເມືອງ ແຫ່ງນີ້ ເພາະວ່າ ຂ້ອຍຖືພາລູກຄົນທໍາອິດ ແລະ  ຂ້ອຍເປັນຫ່ວງວ່າ  ຈະມີບັນຫາໃນລະຫວ່າງເກີດລູກ ແລະ ຜົວຂອງຂ້ອຍກໍ່ບໍ່ຢູ່ ລາວໄປ ເຮັດວຽກຢູ່ໄຮ່ນາ ຄໍາກ່າວນີ້ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງຄວາມເຊືື່ອໝັ້ນ ໃນການໃຫ້ບໍລິການ ແລະ ຄຸນນະພາບຂອງການດູແລແມ່ຍິງຖືພາ ແລະ ການເກີດລູກທີ່ປອດໄພ.  

    ທ່ານ ດຣ Ying Ru Lo ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: ພວກເຮົາມີຄວາມຕື່ນເຕັ້ນ ທີ່ໄດ້ເຫັນ ໝາກຜົນ ຂອງການລົງທຶນດ້ານສຸຂະພາບ ຢູ່ໃນແຂວງບໍ່ແກ້ວ ໂດຍສະເພາະຢ່າງຍິ່ງ ການສະໜັບສະໜູນ ຈາກອົງການອະນາໄມໂລກ ໃຫ້ແກ່ບຸກຄະລາກອນທາງການແພດ ເພື່ອຊ່ວຍເຫຼືອແມ່ຍິງຖືພາ ການປັບປຸງທັກສະ ຂອງການດູແລທີ່ຈໍາເປັນສຳລັບ ເດັກເກີດໃໝ່ໃນໄລຍະທຳອິດຫຼັງເກີດ ການຊ່ວຍເຫຼືອໃນພາວະສຸກເສີນໃນໄລຍະ ການຖືພາ ເກີດລູກ ແລະ ຫຼັງເກີດລູກ ແລະ ການປັບປຸງ ຄຸນນະພາບຂອງການບໍລິການ ຄຽງຄູ່ກັບການມີ ສ່ວນຮ່ວມຂອງຊຸມຊົນຢ່າງກວ້າງຂວາງ ແລະ ການເສີມສ້າງຄວາມເຂັ້ມ ແຂງ ທາງດ້ານການປົກຄອງໃນທ້ອງຖິ່ນ ໃນທົ່ວແຂວງ.

    ປະຕິບັດການເຫຼົ່ານີ້ ແມ່ນປະຕິບັດການທີ່ສາມາດຊ່ວຍຊີວິດໄດ້ ແລະ ໄດ້ສະແດງໃຫ້ເຫັນວ່າ ການລົງທຶນ ທີ່ສະຫລາດ ຄຽງຄູ່ກັບ ຄວາມມຸ່ງໝັ້ນຈາກຂະແໜງການສາທາລະນະສຸກ ລວມເຖິງບຸກຄະລາກອນທາງການແແພດ ສາມາດປ່ຽນແປງ ຊີວິດຂອງຄອບຄົວ ແລະ ຊຸມຊົນໄດ້ ພວກເຮົາ ຂໍສະແດງຄວາມຂອບໃຈມາຍັງກະຊວງ ສາທາລະນະສຸກ ແລະ ລັດຖະບານ ປະເທດລຸກຊໍາບວກ ທີ່ໄດ້ທຸ້ມເທຄວາມພະຍາຍາມເຂົ້າໃສ່ການປັບປຸງສຸຂະພາບຂອງປະຊາຊົນໃຫ້ດີຂື້ນ ພ້ອມກັນນັ້ນ ພວກເຮົາ ຕ້ອງຈື່ໄວ້ວ່າ ຊ່ອງຫວ່າງທີ່ຍັງມີຢູ່ນັ້ນ ຈະບໍ່ສາມາດແກ້ໄຂໄດ້ ຖ້າປາດສະຈາກການລົງທຶນຂອງ ລັດຖະບານລາວ ໃສ່ໃນວຽກງານການດູແລສຸຂະພາບ ເພື່ອຮັບປະກັນການ ຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາ ກອນທີ່ເພີ່ມຂື້ນ ເຊິ່ງໝາຍເຖິງ ການລົງທຶນ ໃນພື້ນຖານໂຄງລ່າງອັນໃໝ່ ການຮັບເອົາບຸກຄະລາກອນທາງການແພດ ໃຫ້ຫຼາຍກ່ວາເກົ່າ ແລະ ການຂະຫຍາຍການເຂົ້າເຖິງ ບໍລິການດ້ານການດູແລສຸຂະພາບ.

    ທ່ານ ດຣ Bakhtyor Kadirov, ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: ການຫຼຸດຜ່ອນການຕາຍ ການເຈັບປ່ວຍ ຂອງ ແມ່ ແລະ ຄວາມຕ້ອງການໃນການວາງແຜນຄອບຄົວ ແຕ່ບໍ່ໄດ້ຮັບການຕອບສະໜອງ ແມ່ນ ວຽກງານທີ່ຖືເປັນ ບູລິມະສິດທີ່ສໍາຄັນຂອງພວກເຮົາ ໂດຍການຮັບປະກັນໃຫ້ມີການບໍລິການດ້ານການດູແລ ກ່ອນເກີດ ຢາ ອຸປະກອນ ແລະ ຜະລິດຕະພັນສໍາລັບການບໍລິການວາງແຜນຄອບຄົວ ຜະດຸງຄັນທີ່ໄດ້ຮັບການ ຝຶກອົບຮົມ ແລະ ການຄຸ້ມຄອງທີ່ດີ ແລະ ການນໍາສົ່ງຄົນເຈັບທີ່ມີອາການສົນໃນເວລາເກີດລູກໃຫ້ທັນເວລາ ການລົງຢ້ຽມຢາມໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາຈະຕ້ອງໄດ້ສຸມໃສ່ວຽກງານດ້ານພະລາທິການ ເພື່ອຫຼຸດຜ່ອນບັນຫາການຂາດຢາທີ່ຈໍາເປັນສຳລັບຊ່ວຍຊີວິດຄົນເຈັບ ພວກເຮົາ ຈໍາເປັນຕ້ອງສະໜອງການ ບໍລິການໃຫ້ແກ່ແມ່ຍິງ ແລະ ເດັກຍິງໃຫ້ຫຼາຍຂື້ນ ໂດຍຜ່ານການບໍລິການເຄື່ອນທີ່ໃນເຂດເປົ້າໝາຍ, ພວກເຮົາ ຈໍາເປັນຕ້ອງໄດ້ສ້າງນະວັດຕະກໍາໃໝ່ ເຊັ່ນ: ລະບົບການບໍລິການສຸຂະພາບທາງໂທລະສັບ ເຊິ່ງໄດ້ເລີ່ມຕົ້ນ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມີການລົງທຶນໃນການຝຶກອົບຮົມ ສໍາລັບແພດຜູ້ໃຫ້ ບໍລິການ ແລະ ຜູ້ບໍລິຫານຄຸ້ມຄອງສາທາລະນະສຸກ.  

    ທ່ານ Arturo Romboli ຮອງຜູ້ຕາງໜ້າອົງການ UNICEF ປະຈຳລາວ ໄດ້ກ່າວວ່າ: ດ້ວຍຄວາມ ພະຍາຍາມຮ່ວມກັນ ຂອງຄູ່ຮ່ວມງານ UNICEF ມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າໃນການປັບປຸງ ທີ່ໄດ້ຮັບໝາກຜົນທີ່ຊັດເຈນ ຢູ່ໃນແຂວງບໍ່ແກ້ວ ແລະ ໃນທົ່ວ ສປປ ລາວ ໂດຍສຸມໃສ່ປັບປຸງວຽກງານການປິ່ນປົວພະຍາດໃນເດັກເກີດໃໝ່ ແລະ ເດັກນ້ອຍແບບເຊື່ອມສານ ແລະ ການຍົກລະດັບດ້ານການນໍາໃຊ້ຂໍ້ມູນທີ່ສໍາຄັນ ທີ່ໄດ້ມາຈາກການສໍາຫຼວດໃນໄລຍະຜ່ານມາ ພວກເຮົາກໍາລັງຊ່ວຍສ້າງອະນາຄົດທີ່ສົດໃສ ສໍາລັບ ເດັກນ້ອຍ ແລະ ແມ່ ພວກເຮົາຍັງຄົງຮັກສາຄໍາໝັ້ນສັນຍາ ແລະ ພວກເຮົາມຸ່ງໝັ້ນໃນການສືບຕໍ່ເສີມຂະຫຍາຍ ໝາກຜົນທີ່ໄດ້ຮັບໃນວົງກ້ວາງ ໂດຍຜ່ານຄວາມພະຍາຍາມໃນການເຮັດວຽກ ຮ່ວມກັນ ແລະ ການຕິດຕາມຜົນການ ປະຕິບັດງານໃນພາກສະໜາມ, ເພື່ອຮັບປະກັນໃຫ້ ເດັກນ້ອຍ ແລະ ແມ່ ທຸກຄົນ ໃນ ສປປ ລາວ ສາມາດ ເຂົ້າເຖິງການບໍລິການດ້ານການດູແລ ສຸຂະພາບທີ່ມີຄຸນນະພາບ.

    ກະຊວງສາທາລະນະສຸກ ມີແຜນທີ່ຈະທົບທວນຄືນ ກ່ຽວກັບ ຜົນໄດ້ຮັບທີ່ສັງເກດໄດ້ຈາກໄປຢ້ຽມຢາມຄັ້ງນີ້ ແລະ ຊອກຫາວິທີການແກ້ໄຂ ບັນດາຄວາມຕ້ອງການ ແລະ ຊ່ອງຫວ່າງທີ່ຍັງເປັນບັນຫາ ອົງການສະຫະປະຊາຊາດ ທັງ 03 ພາກສ່ວນ ຄື UNFPA UNICEF ແລະ WHO ໄດ້ຢໍ້າຄືນ ເຖິງຄໍາໝັ້ນສັນຍາໃນການສືບຕໍ່ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ແລະ ການເຂົ້າເຖິງການບໍລິການເບິ່ງແຍງ ສຸຂະພາບທີ່ມີຄຸນະພາບ ທີ່ດີຂຶ້ນໃນ ສປປ ລາວ.

error: Content is protected !!