ກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນສະເໜີປັບປຸງ ມີ 34 ມາດຕາ

   ທ່ານ ພົຕ ຄຳກິ່ງ ຜຸນຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

  ທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ລາຍງານວ່າ: ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຖືກຮັບຮອງໂດຍສະພາແຫ່ງຊາດ ສະບັບເລກທີ 03/ ສພຊ ລົງວັນທີ 2 ກໍລະກົດ 2007 ແລະ ມີການປັບປຸງໜຶ່ງຄັ້ງ ໃນປີ 2017 ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງ ປີ 2017 ໄດ້ກຳນົດໃຫ້ຜັນຂະຫຍາຍ ເປັນນິຕິກຳໃຕ້ກົດໝາຍ ມີ 5 ມາດຕາຄື: ມາດຕາ 16 ມາດຕາ 20 ມາດຕາ 22 ມາດຕາ 50 ແລະ ມາດຕາ 52 ຜ່ານການຈັດຕັ້ງປະເມີນຜົນກົດໝາຍສະບັບດັ່ງກ່າວ ຕາມແຜນການຂອງສະພາແຫ່ງຊາດ ໄດ້ກຳນົດ ເຫັນວ່າມາດຕາທີ່ຄວນປັບປຸງ ມີ 34 ມາດຕາ ເປັນຕົ້ນບັນຫາກ່ຽວກັບ ຊື່ຂອງກົດໝາຍສະບັບດັ່ງກ່າວ ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ຂອບເຂດສິດ ແລະ ໜ້າທີ່ ຂອງກຳລັງປ້ອງກັນຄວາມສະຫງົບອາຊີບ ໂຄງປະກອບການຈັດຕັ້ງ ແລະ ໂຄງປະກອບບຸຄະລາກອນນໍາພາບັນຊາແຕ່ລະຂັ້ນ ມາດຕະຖານຂອງນາຍ ແລະ ພົນຕຳຫຼວດ ຂັ້ນ ແລະ ຊັ້ນຂອງນາຍຕຳຫຼວດ, ກຳນົດເວລາການເລື່ອນຊັ້ນ ເງື່ອນໄຂການເລື່ອນຊັ້ນນາຍ ແລະ ພົນຕຳຫຼວດ ການກຳນົດຊັ້ນໃສ່ຕຳແໜ່ງຜູ້ບັນຊາແຕ່ລະຂັ້ນ ການທຽບຂັ້ນຕໍາແໜ່ງຂອງນາຍຕໍາຫຼວດ ລວມທັງ ການແຕ່ງຕັ້ງ ຍົກຍ້າຍ ຫຼື ປົດຕໍາແໜ່ງຂອງນາຍຕຳຫຼວດ ແລະ ການແຕ່ງຕັ້ງນາຍຕຳຫຼວດໄປປະຕິບັດໜ້າທີ່ຢູ່ຂະແໜງການອື່ນ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງ ກໍຄືການລົງປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນຂອບເຂດທົ່ວປະເທດເຫັນມີຂໍ້ສະດວກ ຂໍ້ຫຍຸ້ງຍາກ ດ້ານດີ ແລະ ຖອດຖອນໄດ້ ດັ່ງນີ້: ສາເຫດທີ່ພາໃຫ້ດີໄດ້ຮັບການນຳພາ-ຊີ້ນຳຂອງສູນກາງພັກ ການຕິດຕາມຊຸກຍູ້ຂອງສະພາແຫ່ງຊາດ ສະພາປະຊາຊົນແຂວງນະຄອນຫຼວງ ລັດຖະບານ ອົງການປົກຄອງທ້ອງຖິ່ນ ການສະໜັບສະໜູນຂອງຂະແໜງການທີ່ກ່ຽວຂ້ອງ ແລະ ທົ່ວສັງຄົມ ຄະນະພັກ-ຄະນະບັນຊາ ກະຊວງປ້ອງກັນຄວາມສະຫງົບ ບັນດາກົມກອງອ້ອມຂ້າງກະຊວງ ແລະ ກອງບັການ ປກສ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ບັນຊາ ຄຸ້ມຄອງ ຕິດຕາມ ກວດກາເຂົ້າສູ່ກົດໝາຍລະບຽບການຢ່າງເຂັ້ມງວດ  ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວໜ້າທີ່ວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ໃນການຮັບປະກັນການປົກປັັກຮັກສາຄວາມສະຫງົບທາງດ້ານການເມືອງ ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ ແລະ ສັງຄົມ ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການເຄົາລົບຈັດຕັ້ງປະຕິບັດຄຸ້ມຄອງ ຕິິຕາມກວດກາ ຕາມກົດໝາຍຢ່າງເປັນລະບົບ ຄ່ອງຕົວ ມີປະສິດທິພາບ ປະສິດທິຜົນ ໃນຂອບເຂດທົ່ວກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ສອດຄ່ອງກັບພັນທະສາກົນ, ຍ້ອນນາຍ ແລະ ພົນຕຳຫຼວດ ທີ່ເຂົ້າຮ່ວມຮັບຟັງການໂຄສະນາເຜີຍແຜເຊື່ອມຊຶມກຳແໜ້ນກົດໝາຍດັ່ງກ່າວ ສ່ວນຫຼາຍມີຄວາມຮັບຮູ້ ເຂົ້າໃຈຕໍ່ກັບຂໍ້ກຳນົດ ກົດລະບຽບ ແລະ ຂໍ້ຫ້າມຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ຍ້ອນພະນັກງານ ການຈັດຕັ້ງທຸກຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນແມ່ນໃຫ້ການຮ່ວມມືເປັນຢ່າງດີ.

     ສຳລັບ ຂໍ້ຫຍຸ້ງຍາກ  ການໂຄສະນາເຜີຍແຜ່ກົດໝາຍ ແລະ ການຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ການຍົກລະດັບຄວາມຮັບຮູ້ທາງດ້ານກົດໝາຍ ໃຫ້ນາຍ ແລະ ພົນຕຳຫຼວດ ຍັງມີລັກສະນະຈຳກັດ ຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ ຊຶ່ງສະແດງອອກຄື: ຍັງບໍ່ທັນໄດ້ລົງໂຄສະນາ ໂດຍກົງຢູ່ຂັ້ນກອງບັນຊາການ ປກສ ເມືອງ ນະຄອນ ແລະ ອີງໃສ່ການປະເມີນຜົນ ແລະ ປະສານສົມທົບຢູ່ທ້ອງຖິ່ນຈຳນວນໜຶ່ງ ຄວາມຮັບຮູ້ຕໍ່ກົດໝາຍ ກໍຄືພາລະບົດບາດ ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ຍັງຈຳກັດ ການສ້າງນິຕິກໍາໃຕ້ກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ປະສານສົມທົບ ເຫັນວ່າມີຫຼາຍສະບັບ ແຕ່ຂອດການຈັດຕັ້ງປະຕິບັດຕົວຈິງ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນນາຍ ແລະ ພົນຕຳຫຼວດ ຈຳນວນໜຶ່ງ ຍັງບໍ່ທັນກຳແໜ້ນເນື້ອໃນຂອງກົດໝາຍ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ອັນເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ໃນກຳລັງ ແລະ ເປັນຫາງສຽງຂອງສັງຄົມ ຄວາມຮັບຮູ້ຄວາມເຂົ້າໃຈຂອງ ນາຍ ແລະ ພົນຕໍາຫຼວດ ຈຳນວນໜຶ່ງ ຍັງບໍ່ທັນກຳແໜ້ນຕໍ່ກັບເນື້ອໃນກົດໝາຍ ເປັນຕົ້ນກຳແໜ້ນແຕ່ມາດຕາ 28 ກຳນົດເວລາການເລື່ອນຊັ້ນນາຍ ແລະ ພົນຕຳຫຼວດ ແຕ່ພັດບໍ່ເບິ່ງມາດຕາ 29 ແລະ ມາດຕາ 32 ຫຼື ຈຳນວນໜຶ່ງກໍກຳແໜ້ນສະເພາະແຕ່ບັນຫາເລື່ອງນະໂຍ ບາຍເຊັ່ນ ເລື່ອນຊັ້ນ, ເລື່ອນຕຳແໜ່ງ, ຍົກຂັ້ນເງິນເດືອນ ແລະ ອື່ນໆ.

ຂ່າວ: ບຸນຕອມ ພາບ: ສຸກສະຫວັນ

error: Content is protected !!