ມອບ-ຮັບ ໂຄງການກໍ່ສ້າງສະໂມສອນໂຮງຮຽນເຂດຈັດສັນດົງບາກ ມູນຄ່າເກືອບ 4 ຕື້ກີບ

     ໂຄງການກໍ່ສ້າງອາຄານສະໂມສອນ ໂຮງຮຽນສາມັນສຶກສາ ເຂດຈັດສັນດົງບາກ ບ້ານດົງບາກໃໝ່ຫີນຄໍາ ເມືອງ ສະໜາມໄຊ ແຂວງອັດຕະປື ມີມູນຄ່າ 3.989 ລ້ານກວ່າກີບ ໄດ້ສຳເລັດການກໍ່ສ້າງແລ້ວ 100% ແລະ ໄດ້ຈັດພິທີການມອບ-ຮັບແລ້ວຢ່າງເປັນທາງການ ເພື່ອນໍາໃຊ້ເຂົ້າໃນການພັດທະນາວຽກງານການສຶກສາຂອງໂຮງຮຽນ ໃນສົກຮຽນ 2023-20234.

    ພິທີການມອບ-ຮັບໂຄງການກໍ່ສ້າງດັ່ງກ່າວ ໄດ້ມີຂຶ້ນທ້າຍເດືອນຕຸລາ 2023 ຜ່ານມາກ່າວມອບຂອງ ທ່ານ ໂພຄາ ວົງພູທອນ ຜູ້ຕາງໜ້າ ບໍລິສັດ ຄຳພວງ ກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ແລະ ກ່າວຮັບໂດຍ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ມີທ່ານ ລັດໝີ ວັນໄຊ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ທ່ານ ເລີດມະນີ ພົມມະວິໄລ ຮອງຫົວໜ້າຂະແໜງເຄຫາ-ຜັງເມືອງ ແລະ ນໍ້າປະປາ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຄະນະອຳນວຍການໂຮງຮຽນ ພະນັກງານ ຄູອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ໃນພິທີ ທ່ານ ນິລະນາມ ແວວສີ ວິຊາການກໍ່ສ້າງ ພະແນກສຶກສາທິການ ແລະ ກີລາ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານສະໂມສອນໂຮງຮຽນສາມັນເຂດຈັດສັນດົງບາກແຫ່ງນີ້ ໄດ້ສ້າງຂຶ້ນເພື່ອຊຸກຍູ້ສົ່ງເສີມ ເອື້ອອຳນວຍຄວາມສະດວກ ໃຫ້ກັບຄູ ອາຈານ ແລະ ນັກຮຽນ ໃນການຈັດຕັ້ງປະຕິບັດ ຜັນຂະຫຍາຍແນວທາງນະໂຍບາຍ ດ້ານການສຶກສາ ແລະ ກີລາ ທີ່ພັກ ແລະ ລັດຖະບານໄດ້ວາງອອກ ຢູ່ໂຮງຮຽນສາມັນແຫ່ງນີ້ ແນໃສ່ເພື່ອເຮັດໃຫ້ຄຸນນະພາບການສຶກສາ ຢູ່ໂຮງຮຽນແຫ່ງນີ້ ສູງຂຶ້ນ ແລະ ສາມາດບັນລຸຕົວເລກຄາດໝາຍ ທີ່ກະຊວງສຶກສາທິການ ແລະ ກີລາ ໄດ້ວາງອອກ ທັງໄປຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ .

    ໂຄງການກໍ່ສ້າງອາຄານສະໂມສອນຫຼັງນີ້ ແມ່ນໄດ້ຮັບການສະໜອງຮັບທຶນ ຈາກກະຊວງສຶກສາທິການ ແລະ ກີລາ ເປັນໂຄງການລົງທຶນຂອງລັດ ປີ 2021 ໂດຍແມ່ນພະແນກສຶກສາທິການ ແລະ ກີລາແຂວງອັດຕະປື ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ຄໍາພວງກໍ່້ສ້າງ ແລະ ສອບແປງເຄຫະສະຖານ ເປັນຜູ້ຮັບເໝົາກໍ່ສ້າງ, ໄລຍະການກໍ່ສ້າງ 24 ເດືອນເລີ່ມແຕ່ວັນທີ 11 ສິງຫາ 2021 ແລະ ສຳເລັດ ໃນວັນທີ 23 ສິງຫາ 2023 ໂຄງສ້າງອາຄານ ເປັນອາຄານຫ້ອງໂຖງເປີດ ພື້ນຍົກສູງ 1 ແມັດ ອາຄານປະກອບມີ ເວທີ ຫ້ອງນ້ຳຍິງ 4 ຫ້ອງ ຫ້ອງນ້ຳຊາຍ 4 ຫ້ອງ ຫ້ອງນ້ຳສ່ວນຕົວ 1 ຫ້ອງ ໂຖປັດສະວະຊາຍ 6 ໂຖ, ຫ້ອງກະກຽມ 1 ຫ້ອງ ສາງມ້ຽນເຄື່ອງ 1 ຫ້ອງ ອາຄານມີລວງຍາວ 43 ແມັດ ລວງກວ້າງ 18 ແມັດ ໂຄງສ້າງອາຄານ ເປັນອາຄານເບຕົງເສີມເຫຼັກ ພື້ນຫ້ອງໂຖງໃຫຍ່ເປັນພື້ນເບຕົງເສີມເຫຼັກຂັດມັນ ພື້ນຫ້ອງນ້ຳ ພື້ນເວທີ ແລະ ພື້ນມຸກອາຄານ ແມ່ນເບຕົງເສີມເຫຼັກປູດ້ວຍກາໂລ ໂຄງຫຼັງຄາເປັນໂຄງເຫຼັກ ມຸງດ້ວຍສັງກະສີອາລູຊິ້ງ ເພດານດ້ານໃນເຮັດດ້ວຍແຜ່ນຍິບຊຳ, ເພດານດ້ານນອກເຮັດດ້ວຍແຜ່ນລຽບ ຝາກໍ່ດ້ວຍດິນຈີ່ ໂບກດ້ວຍປະທາຍ ພ້ອມນີ້ອາຄານໄດ້ມີການປະກອບເຄື່ອງເຟີນີເຈີ ໂຕະ-ຕັ່ງປະຊຸມ ມີລະບົບໄຟຟ້າໃນອາຄານ ຄື: ດອກໄຟ ພັດລົມ ປັກສຽບ ແລະ ອື່ນໆຄົບຊຸດ ແລະ ລະບົບສະໜອງນ້ຳໃຊ້ຄື: ແທັງສະຕາໂດນ້ຳ ເຈາະນ້ຳບາດານ ສີອາຄານ ສີຂາວ ທາດ້ວຍສີນ້ຳ.

    ພາຍຫຼັງສຳເລັດພິທີມອບ-ຮັບຢ່າງເປັນທາງການແລ້ວ ທ່ານ ອຸດົມສິນ ສີຊານົນ ກໍໄດ້ກ່າວມອບອາຄານສະໂມສອນ ຕໍ່ໃຫ້ຄະນະຜູ້ລິຫານໂຮງຮຽນສາມັນສຶກສາເຂດຈັດສັນດົງບາກ ບ້ານດົງບາກໃໝ່ຫີນຄໍາ ເປັນຜູ້ຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ ໃຫ້ເກີດຜົນປະໂຫຍດສູງສຸດ.

ໂດຍ: ພົມວິຫານ ໄຊຊະນະ. (ຂ. ອັດຕະປື)

error: Content is protected !!