ເປີດໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ

    ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫຼີ ຈັດສຳມະນາເປີດໂຄງການ ທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ວັນທີ 2 ພະຈິກ 2023 ທີ່ໂຮງແຮມລາວພລາຊາໂດຍການເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ເຊ ຊູຮອນ ທີ່ປຶກສາອາວຸໂສ ຈາກ ສະຖາບັນການພັດທະນາເກົາຫຼີ (KDI) ມີຊ່ຽວຊານຈາກ ສ ເກົາຫຼີ ຕາງໜ້າຈາກບັນດາກົມ ພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກະຊວງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ຈຸດປະສົງໃນການຈັດສຳມະນາໃນຄັ້ງນີ້ ແມ່ນເພື່ອ ເປີດໂຕໂຄງການທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ເຊິ່ງເປັນໂຄງການຊ່ວຍເຫຼືອຫຼ້າ (ODA) ໃນນາມຂອງລັດຖະບານເກົາຫຼີ ໃນແຄັມເປນ 2023/24 Knowledge Sharing Program (KSP) ທີ່ທາງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນແຜນໂຄງການສະເໜີຂໍການຊ່ວຍເຫຼືອໄປ ໃນປີ 2021 ປັດຈຸບັນ ໄດ້ຖືກອະນຸມັດ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນສົກປີ 2023-2024 ໃນນີ້ ສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແມ່ນເປັນຜູ້ຄຸ້ມຄອງລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ເປັນຫຼັກໃນການຈັດຕັ້ງປະຕິບັດໂຄງການໃນຝ່າຍ ສປປ ລາວ ສະຖາບັນພັດທະນາເກົາຫຼີ (KDI) ກະຊວງເສດຖະກິດ ແລະ ການເງິນ ສ ເກົາຫຼີ ແມ່ນເປັນຜູ້ຮັບຜິດຊອບໂຄງການ ຝ່າຍ ສ ເກົາຫຼີ ຮ່ວມກັບ ບໍລິສັດ IGB&Company ແລະ ສູນຮັບຮອງຂໍ້ມູນຂ່າວສານເກົາຫຼີ (KICA) ເຊິ່ງຈະເປັນຜູ້ຄົ້ນຄວ້າສ້າງແຜນໃນການຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ.

​    ໃນງານສຳມະນາດັ່ງກ່າວ ທ່ານ ແກ້ວວິສຸກ ໂສລະພົມ  ແລະ ທ່ານ ເຊ ຊູຮອນ  ໄດ້ມີຄຳເຫັນຕໍ່ກັບສຳມະນາ ເຮັດໃຫ້ນັກສຳມະນາກອນ ໄດ້ຮັບຮູ້ກ່ຽວກັບ ທີ່ມາ ຈຸດປະສົງ ແລະ ຄວາມໝາຍຄວາມສຳຄັນຂອງໂຄງການ ພ້ອມນີ້ ນັກສຳມະນາກອນຍັງໄດ້ຮັບຟັງການນຳສະເໜີກ່ຽວກັບ ສູນຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ຈາກ ສູນອິນເຕີເນັດ ແຫ່ງຊາດ ພ້ອມທັງຮັບຟັງ ແນວທາງແຜນການຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະ 1ປີ (2023-2024) ຈາກຊ່ຽວຊານເກົາຫຼີ.

ອີງໃສ່ ວິໄສທັດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ 20 ປີ(2021-2040) ຍຸດທະສາດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ 5 ປີ(2021-2025) ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ສະແດງອອກໃນການຄົ້ນຄວ້າສ້າງນິຕິກຳຄຸ້ມຄອງ ສ້າງພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາລະບົບເອເລັກໂຕຣນິກ ທັງພາກລັດ ແລະ ເອກະຊົນ ການສ້າງສູນອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ ເຊິ່ງຄຸ້ມຄອງໂດຍສູນອິນເຕີເນັດ ແຫ່ງຊາດ ກໍ່ເປັນອີກວຽກງານໜຶ່ງທີ່ຕິດພັນ ແລະ ນອນຢູ່ໃນແຜນການຫັນເປັນດີຈີຕອນ ທີ່ຈະສົ່ງເສີມໃຫ້ສັງຄົມລາວ ມີຄວາມຮັບຮູ້ກ່ຽວກັບໜ້າທີ່ ແລະ ຄວາມສຳຄັນ ຂອງລາຍເຊັນດິຈິຕ໋ອນ ໃນຍຸກເສດຖະກິດດີຈີຕອນ,ການນຳໃຊ້ ການຢັ້ງຢືນຕົວຕົນທາງເລັກໂຕຣນິກ ເຂົ້າໃນການເຮັດທຸລະກຳທາງເອເລັກໂຕຣນິກ ໃນຂົງເຂດຕ່າງໆປີ່ນອ້ອມ ລວມໄປເຖິງຮັບຮູ້ເຖິງຄວາມສຳຄັນ ແລະ ຄວາມປອດໄພຂອງການຢັ້ງຢືນຂໍ້ມູນຜ່ານອິນເຕີເນັດ.

ໂຄງການປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ນີ້ ຈິ່ງປຽບສະເໝືອນເປັນໂຕປະເມີນຄືນຄວາມອາດສາມາດຂອງລະບົບຂອງເຮົາທີ່ມີໃນປັດຈຸບັນ ວິເຄາະຫາຄວາມຕ້ອງການໃນການປັບປຸງລະບົບ ປຽບທຽບໃສ່ແນວທາງການພັດທະນາເສດຖະກິດໃນປັດຈຸບັນ ສ້າງເປັນແຜນເພີ່ມຂີດຄວາມສາມາດ ທັງໃນດ້ານເຕັກນິກ ແລະ ດ້ານບຸລະຄາກອນ ເພື່ອໃຫ້ຮັບປະກັນການຮັບໃຊ້ແກ່ສັງຄົມ.

error: Content is protected !!