ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕຣາລີ

    ໂດຍຕອບສະໜອງຕາມການເຊື້ອເຊີນຂອງກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ຢູ່ ອົດສະຕຣາລີ ໃນລະຫວ່າງວັນທີ 28 ຕຸລາ ເຖິງ 1 ພະຈິກ 2023 ເພື່ອເສີມຂະຫຍາຍສາຍພົວພັນດ້ານການທູດປະຊາຊົນລະຫວ່າງ ລາວ-ອົດສະຕຣາລີ.

    ໃນໂອກາດຢ້ຽມຢາມດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະສອງຝ່າຍກັບການນໍາຂັ້ນສູງຂອງປະເທດອົດສະຕຣາລີ ເປັນຕົ້ນແມ່ນ ໄດ້ພົບປະເຮັດວຽກສອງຝ່າຍກັບ ທ່ານ ນາງ ເພັນນີ ວ່ອງ ສະມາຊິກວຸດທິສະພາ ທັງເປັນລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ໄດ້ພົບປະກັບ ທ່ານ ແພດ ຄອນຣອຍ ສະມາຊິກສະພາແຫ່ງຊາດ ທັງເປັນລັດຖະມົນຕີກະຊວງອຸດສະຫະກໍາປ້ອງກັນປະເທດ ລັດຖະມົນຕີກະຊວງພັດທະນາສາກົນ ແລະ ວຽກງານຂົງເຂດປາຊີຟິກ ແຫ່ງ ອົດສະຕຣາລີ ໃນການພົບປະ ທັງສອງຝ່າຍໄດ້ຕີລາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ລະຫວ່າງ ລາວ ແລະ ອົດສະຕຣາລີ ຕະຫຼອດໄລຍະເວລາຫຼາຍກວ່າ 70 ປີ ແຫ່ງສາຍພົນພັນທາງການທູດນໍາກັນ ເຊິ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ ໂດຍຜ່ານບັນດາໂຄງການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ ການກໍ່ສ້າງພື້ນຖານໂຄງລ່າງ ການຫຼຸດຜ່ອນຄວາມທຸກຍາກ ແລະອື່ນໆ ທັງສອງຝ່າຍໄດ້ແລກປ່ຽນສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນຊາບ ເຫັນດີເປັນເອກະພາບກັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນທາງດ້ານເສກຖະກິດ ການຄ້າ ການລົງທຶນ ການທ່ອງທ່ຽວ ຍິນດີສືບຕໍ່ສະໜັບສະໜູນຍຸດທະສາດການຫັນ ສປປ ລາວ ເປັນປະເທດເຊື່ອມຍົງເຊື່ອມຈອດກັບພາກພື້ນ ແລະ ສາກົນ ພ້ອມທັງຊອກຫາທ່າແຮງບົ່ມຊ້ອນຕ່າງໆໃນການຮ່ວມມືສອງຝ່າຍ ລາວ-ອົດສະຕຣາລີໃຫ້ຫຼາຍຂຶ້ນໄປເລື້ອຍໆ.

    ໃນການພົບປະຄັ້ງນີ້ ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕ່າງໆໃນຂອບສອງຝ່າຍ ແລະ ຫຼາຍຝ່າຍຂອງອົດສະຕຣາລີຕໍ່ ສປປ ລາວ. ພ້ອມນັ້ນ, ໃນໂອກາດທີ່ ສປປ ລາວ ຈະເປັນປະທານໝູນວຽນອາຊຽນ ໃນປີ 2024 ຝ່າຍອົດສະຕຣາລີ ຍັງໄດ້ໃຫ້ຄຳໝາຍໝັ້ນຈະສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນໃຫ້ຮັບຜົນສໍາເລັດຢ່າງຈົບງາມ.

    ພິເສດ ໃນການຢ້ຽມຢາມອົດສະຕຣາລີຄັ້ງປະຫວັດສາດຂອງຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກໃນຄັ້ງນີ້ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮ່ວມກັບ ທ່ານ ນາງ ເພັນນີ ວ່ອງ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ອົດສະຕຣາລີ-ລາວ ເພື່ອສົ່ງເສີມສາຍພົວພັນການທູດລະຫວ່າງປະຊາຊົນກັບປະຊາຊົນ ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືສອງຝ່າຍ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຮ່ວມມືດ້ານລັດໃນຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄື ເພື່ອສົ່ງເສີມສັນຕິ ພາບ ມິດຕະພາບ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

    ໃນໄລຍະເຄື່ອນໄຫວຢ້ຽມຢາມດັ່ງກ່າວ ຄະນະຜູ້ແທນລາວ ຍັງມີໂອກາດໄດ້ພົບປະໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ປະເທດອົດສະຕຣາລີ ດ້ວຍບັນຍາກາດອັນສະໜິດສະໜົມຮັກແພງ ໂດຍຖືສະເໜີວ່າ ພີ່ນ້ອງຄົນເຊື້ອຊາດລາວແມ່ນວົງຄະນາຍາດຂອງຊາດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ພ້ອມທັງຮຽກຮ້ອງໃຫ້ພີ່ນ້ອງເຊື້ອຊາດລາວເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປົກປັກຮັກສາຄຸນຄ່າຂອງວັດທະນະທໍາລາວ ເພື່ອພ້ອມກັນປະກອບສ່ວນເຂົ້າໃນການພົວພັນລະຫວ່າງຕ່າງປະເທດກັບ ສປປ ລາວ ໃຫ້ຈະເລີນຮຸ່ງເຮືອງ ນອກນັ້ນ ຄະນະຍັງໄດ້ ພົບປະໂອ້ລົມ-ຊີ້ນໍາກັບບັນດານັກສຶກສາ ແລະ ນັກຝຶກອົບຮົມລາວທີ່ກໍາລັງຮຽນຢູ່ອົດສະຕຣາລີ ພ້ອມທັງໄດ້ ທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ ວັດທະນະທໍາ ທໍາມະຊາດ ຢູ່ ຊິດນີ ແຄນເບີລາ ແລະ ເມວເບີນ ຈໍານວນໜຶ່ງ.

    ການມາຢ້ຽມຢາມອົດສະຕຣາລີຂອງຫົວຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໃນຄັ້ງນີ້ ປະສົບຜົນສໍາເລັດຕາມຄາດໝາຍ ຖືເປັນບາດກ້າວໃໝ່ທີ່ສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ ແລະ ກະກຽມໃຫ້ແກ່ການຍົກລະດັບສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຂຶ້ນສູ່ການເປັນຄູ່ຮ່ວມມືແບບກວມລວມໃນປີໜ້າ.

ຂ່າວ;ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ

error: Content is protected !!