ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ສະວິດ ຄົບຮອບ 60ປີ

     ວັນທີ 2 ພະຈິກ 2023 ໄດ້ມີພິທີສະເຫຼີມສະຫຼອງວັນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ ຂຶ້ນຢ່າງເປັນທາງການ ທີ່ ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ເປໂດຣ ຊະວາເລັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ ມີບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ເຈົ້າໜ້າທີ່ຂັ້ນສູງຂອງລາວ ບັນດາທູຕານຸທູດ ປະຈໍາ ສປປ ລາວບັນດາອົງການຈັດຕັ້ງສາກົນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ທູດ ເປໂດຣ ຊະວາເລັນ ໄດ້ຂຶ້ນກ່າວຄຳເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດ ສະວິດ ຕະຫຼອດໄລຍະ 60 ປີ (4 ກັນຍາ 1963-2023) ເຊິ່ງການພົວພັນຮ່ວມມືສອງຝ່າຍ ແມ່ນສືບຕໍ່ໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດອັນດີ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ເຄົາລົບນັບຖື ແລະ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ບັນດາຄະນະຜູ້ແທນຂັ້ນສູງ ລາວ-ສະວິດ ໄດ້ມີການແລກປ່ຽນການພົບປະຢ້ຽມຢາມຢ່າງເປັນປົກກະຕິ ນັບແຕ່ຊຸມປີ 2000 ເປັນຕົ້ນມາ ໄດ້ມີກົນໄກຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ລາວ ແລະ ສະວິດ ໂດຍໄດ້ມີການຜັດປ່ຽນກັນໃນການເປັນເຈົ້າພາບ ໄດ້ມີການລົງນາມການຮ່ວມມືຫຼາຍດ້ານ ແລະ ພິເສດ ໃນປີ 2021 ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ອິນາຊີໂອ ກາດສິສ ຮອງປະທານທິບໍດີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ສະວິດ ໄດ້ມີການລົງນາມການຊ່ວຍເຫຼືອສອງຝ່າຍ ໃນສັນຍາວ່າດ້ວຍ ການຮ່ວມມືດ້ານເຕັກນິກ ວັດທະນະທຳ ເສດຖະກິດ-ການເງິນ ແລະ ຊ່ວຍເຫຼືອທາງດ້ານມະນຸດສະທຳ ລະຫວ່າງ ລາວ-ສະວິດ ນັບແຕ່ປີ 1963 ເປັນຕົ້ນມາ ສະວິດ ຍັງສືບຕໍ່ເປັນໜຶ່ງໃນຄູ່ຮ່ວມມືເພື່ອການພັດທະນາທີ່ສຳຄັນຂອງ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການເງິນ ແກ່ ສປປ ລາວ ລັດຖະບານ ສະວິດ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ທັງໃນຮູບແບບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ປະກອບສ່ວນເຂົ້າໃນບຸລິມະສິດຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລະຍະໂດຍໄດ້ສຸມໃສ່ 3 ຂົງເຂດຫຼັກຄື: 1) ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະເມືອງ 2) ການພັດທະນາເສດຖະກິດໃຫ້ທົ່ວເຖິງໝົດທຸກຄົນ ແລະ 3) ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ໃຫ້ຍືນຍົງ ພ້ອມນີ້ ສອງຝ່າຍ ໄດ້ໃຫ້ການສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອາຊຽນ ອາເຊັມ ອົງການສະຫະປະຊາຊາດ ແລະ ອື່ນໆ.

ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງ ແລະ ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຈາກ ລັດຖະບານ ແຫ່ງ ສະມາພັນທະລັດ ສະວິດ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຢ່າງດີ ຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ນັບມື້ນັບດີຂຶ້ນ ສປປ ລາວ ຍິນດີສືບຕໍ່ເຮັດວຽກກັບຝ່າຍ ສະວິດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາ ລາວ-ສະວິດ ໃນຕໍ່ໜ້າ ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ທີ່ມີໝາກຜົນຕົວຈິງ ລາວ-ສະວິດ ຈົ່ງກ້າວຂຶ້ນສູ່ລະດັບໃໝ່ໃນອະນາຄົດ.

ໃນໂອກາດສະເຫຼີມສະຫຼອງວັນສຳຄັນດັ່ງກ່າວນີ້ ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຊິ່ງກັນ ແລະ ກັນ ພິເສດ ສອງຝ່າຍ ໄດ້ສຳເລັດ ການລົງນາມຮ່ວມກັນ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ອົງການ Helvitas  ໂຄງການ ການໃຫ້ບໍລິການຂໍ້ມູນຂ່າວສານສາທາະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ  ແລະ ຈະໄດ້ຮ່ວມກັນລົງນາມໃນສັນຍາ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ຫ້ອງການຮ່ວມມື ເພື່ອການພັດທະນາ ແລະ ກົງສຸນ ສະວິດ ປະຈຳ ລາວ ເພື່ອຈັດຕັ້ງປະຕິບັດໂຄງການຄຸ້ມຄອງ ແລະ ການລົງທຶນແບບຍືນຍົງໃນການດຳລົງຊີວິດ ຕໍ່ການປ່ຽນແປງຂອງດິນຟ້າອາກາດ Sustainable Land Management and Investments for Climate-Resilient Live hoods) ຈັດຕັ້ງປະຕິບັດໂດຍສູນພັດທະນາ ແລະ ສິ່ງແວດລ້ອມ (CDE).

error: Content is protected !!