ກອງປະຊຸມສຸດຍອດຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນຊາຍ)

    ໃນວັນທີ 1-3 ພະຈິກ 2023 ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 7 ຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນຊາຍ) (The 7th ASEANSAI Summit) ທີ່ ນະຄອນຫຼວງ ມານິລາ ປະເທດ ຟິລິບປິນ.

    ໃນກອງປະຊຸມຄັ້ງນີ້ມີຜູ້ແທນຂັ້ນສູງ ຂອງ 10 ສະຖາບັນກວດສອບສູງສຸດ ທີ່ເປັນສະມາຊິກຂອງອາຊຽນຊາຍ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 68 ທ່ານ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄິນ ນາຍ ໂອ (Prof Dr Khin Naing Oo) ປະທານສະຖາບັນກວດສອບສູງສຸດ ສະຫະພາບມຽນມາ ໃນນາມ ປະທານ ອາຊຽນຊາຍ ແລະ ໃຫ້ກຽມຂຶ້ນກ່າວຕ້ອນຮັບ ໂດຍ ທ່ານ ກໍາມະລຽນ ອາຊິດກອນໂດບະ (Gamaliel Cordonba) ປະທານອົງການກວດສອບແຫ່ງລັດ ປະເທດຟິລິບປີນ.

    ກອງປະຊຸມສຸດຍອດອາຊຽນຊາຍ ແມ່ນກອງປະຊຸມ ທີ່ຈັດຂຶ້ນທຸກໆ 2 ປີ ກອງປະຊຸມຄັ້ງນີ້ໄດ້ມີການຄົ້ນຄວ້າປຶກສາຫາລື ແລະ ຕົກລົງຮັບຮອງບັນຫາຕ່າງໆທີ່ມີຄວາມສໍາຄັນເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການເຄື່ອນໄຫວວຽກງານຕ່າງໆຂອງສະຖາບັນກວດສອບສູງສຸດບັນດາປະເທດອາຊີຕາເວັນອອກ ສ່ຽງໃຕ້ ຫຼື ອາຊຽນຊາຍດັ່ງນີ້: 1 ຮັບຮອງບົດລາຍງານຄວາມຄືບໜ້າຂອງບັນດາຄະນະກໍາມະການ ແລະ ກອງເລຂາ ຂອງອາຊຽນຊາຍ (Approval of the Progress Reports of ASEANSAI’s Committees and Secretariat) 2 ຮັບຮອງການປັບປຸງ ລະບຽບ ແລະ ຂັ້ນຕອນການປະຕິບັດ ຂອງ ອາຊຽນຊາຍ ຄັ້ງທີ 4 (Approval of the 4th revision ASEANSAI Rules and Procedures) 3 ຮັບຟັງການນໍາສະເໜີກ່ຽວກັບ ການຮ່ວມມືຄົ້ນຄວ້າຄວາມເປັນເອກະລາດຂອງ ສະຖາບັນກວດສອບສູງສຸດສະມາຊິກອາຊຽນຊາຍ ການນໍາໃຊ້ເຄື່ອງມືຄາດການລ່ວງໜ້າເພື່ອອະນາຄົດທີ່ເໝາະສົມ ໂດຍອົງການກວດສອບສູງສຸດປະເທດໄທ ໃນນາມ ຜູ້ຊ່ຽວຊານການແລກປ່ຽນຄວາມຮູ້ (Presentation on Cooperative Research SAI Independence in ASEAN Countries: Implementing Foresight Tools for Preferable Future) 4 ຮັບຟັງການນໍາສະເໜີກ່ຽວກັບ ການສ້າງບົດແນະນໍາການກວດສອບການກໍ່ສ້າງ ໂດຍ ອົງການກວດສອບສູງສຸດປະເທດ ບຣູໄນ (Presentation on Fundamental Guideline in Construction Audit) 5 ຮັບຮອງເອົາປະທານ ແລະ ຮອງປະທານ ອາຊຽນຊາຍຄົນໃໝ່ ປະຈໍາສົກປີ 2024-2025 (Appointment of New Chairman and Vice Chairman of ASEANSAI/ Handover of Chairmanship of ASEANSAI) ເຊິ່ງແມ່ນ ອົງການກວດສອບສູງສຸດ ຟິລິບປິນ ເປັນປະທານ ແລະ ອົງການກວດສອບສູງສຸດສິງກະໂປ ເປັນຮອງປະທານ 6 ແຕ່ງຕັ້ງ ແລະ ຮັບຮອງ ອົງການກວດສອບສູງສຸດ ປະເທດໄທ ເປັນຜູ້ກວດສອບເອກະສານລາຍງານການເງິນ ສໍາລັບທ້າຍປີ 31 ທັນວາ 2022 ແລະ 31 ທັນວາ 2023 (Appointment and Approval of ASEANSAI Auditor for Financial Statements for Year Ended 2022 and 2023) ແລະ 7 ຮັບຮອງປະທານບັນດາຄະນະກໍາມະການອາຊຽນຊາຍ ປະຈໍາສົກປີ 2024-2025 (Appointment and Approval of ASEANSAI Committee’s Chair 2024 – 2025) ຄື SAI Singapore ສືບຕໍ່ເປັນປະທານ ຄະນະກໍາມະການ ລະບຽບ ແລະ ຂັ້ນຕອນການປະຕິບັດ (RPC) SAI Vietnam ສືບຕໍ່ເປັນປະທານ ຄະນະກໍາມະການ ແຜນຍຸດທະສາດ (SPC) SAI Malaysia ສືບຕໍ່ເປັນປະທານ ຄະນະກໍາມະການ ແລກປ່ຽນຄວາມຮູ້ (KSC) SAI Philippines ສືບຕໍ່ເປັນປະທານ ຄະນະກໍາມະການ ຝຶກອົບຮົມ (TC) ແຕ່ງຕັ້ງ ອົງການກວດສອບສູງສຸດ ອິນໂດເນເຊຍ ສືບຕໍ່ເປັນກອງເລຂາອາຊຽນຊາຍ ໄລຍະຍາວ ສົກປີ 2024-2029 (Appointment of the longer-term ASEANSAI Secretariat 2024-2029); ນໍາສະເໜີ ແລະ ຮັບຮອງແຜນການເຄື່ອນໄຫວວຽກງານຂອງບັນດາຄະນະກໍາມະການໃນອາຊຽນຊາຍ ປະຈໍາປີ 2024-2025 (Presentation and Approval of ASEANSAI Committees’ Work Plans 2024-2025) ລາຍງານສະຖານະບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ອົງການກວດສອບສະວີເດັນ (Status of the MoU with Swedish National Audit Office) 11 ຮັບຮອງງົບປະມານ ສໍາລັບບັນດາກິດຈະກໍາຂອງອາຊຽນຊາຍ ໃນສົກປີ 2024-2025 (Approval for ASEANSAI Activities Budget 2024-2025).

    ກອງປະຊຸມສຸດຍອດຄັ້ງນີ້ ແມ່ນຖືກກັບລະບຽບ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກງານທັງສອດ ຄ່ອງກັບສະພາບແວດລ້ອມໃນປັດຈຸບັນ ແລະ ອານາຄົດອັນໃກ້ຂອງວຽກງານກວດສອບໃນພາກພື້ນອາຊີຕາ ເວັນອອກສ່ຽງໃຕ້ ຊຶ່ງບັນດາຄະນະຜູ້ແທນຂັ້ນສູງຂອງອົງການກວດສອບສູງສຸດຂອງ 10 ປະເທດ ແມ່ນໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຊາຍ ຄັ້ງທີ 7 ທີ່ໄດ້ຕົກລົງຮັບຮອງເອົາບັນຫາສໍາຄັນຕ່າງໆ ທີ່ຈະເປັນທິດທາງແຜນການໃນຕໍ່ໜ້າ ສໍາລັບປີ 2024-2025 ແລະ ເປັນການຮັບປະກັນຄວາມເປັນເອກະພາບພາຍໃນສະຫະພັນສະຖາບັນກວດສອບສູງສຸດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃຫ້ນັບມື້ນັບເຂັ້ມແຂງຂຶ້ນຢ່າງມີສະຖຽນລະພາບ.

    ນອກຈາກນັ້ນ ສປປ ລາວ ໃນນາມສະມາຊິກ ຍັງໄດ້ປະກອບຄໍາເຫັນໃນແຕ່ລະບັນຫາ ທີ່ເຫັນວ່າມີຄວາມສໍາຄັນຢ່າງກົງໄປກົງມາ ເພື່ອປະກອບສ່ວນປັບປຸງແບບວິທີການເຮັດວຽກ ແລະ ໂຄງປະກອບການ ຈັດຕັ້ງຂອງອາຊຽນໄຊໃຫ້ມີຄວາມອຸດົມສົມບູນຂຶ້ນເທື່ອລະກ້າວ. ສໍາລັບອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕັ້ງໜ້າປະກອບສ່ວນໃນຫຼາຍດ້ານ ເປັນຕົ້ນ: ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຊາຍ ຄັ້ງທີ 4 ພ້ອມເປັນປະທານອາຊຽນໄຊໃນສົກປີ 2017-2019 ແລະ ເປັນເຈົ້າພາບຈັດ ແລະ ເຂົ້າຮ່ວມບັນດາກອງປະຊຸມເຝິກອົບຮົມ ສໍາມະນາແລກປ່ຽນຄວາມຮູ້ ແລະ ອື່ນໆ ເພື່ອຍົກສູງພາລະບົດບາດຂອງອົງການກວດສອບແຫ່ງລັດ ໃນເວທີສາກົນກໍຄືການສ້າງຂີດຄວາມສາມາດໃຫ້ແກ່ບັນດາພະນັກງານອົງ ການກວດສອບແຫ່ງລັດ ສປປ ລາວ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ.

(ຂ່າວ: ອົງການກວດສອບ)

error: Content is protected !!