ລັດຖະບານ ຈະສຸມໃສ່ສ້າງແຜນການລົງທຶນຂອງລັດ ໃຫ້ຈະແຈ້ງ ແລະ ສຳເລັດໂດຍໄວ

    ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ສະໄໝທີ IX ໃນວັນທີ 2 ພະຈິກ 2023 ນີ້ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ແລະ ຄຳຖາມເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ ໃນຫລາຍບັນຫາສຳຄັນ ເປັນຕົ້ນ, ການກໍານົດແຜນການລົງທຶນຂອງລັດ ປະຈຳປີ 2024 ໂຄງການຕ້ານຕາຝັ່ງເຈື່ອນ ແລະ ອື່ນໆ.

    ຕໍ່ກັບບັນຫາດັ່ງກ່າວ ເພື່ອຮັບປະກັນໃຫ້ແກ່ການກຳນົດ ແຜນຈັດສັນງົບປະມານການລົງທຶນຂອງລັດ ສຳລັບປີ 2024 ລັດຖະບານ ຈະສຸມໃສ່ສ້າງແຜນການລົງທຶນຂອງລັດ ໃຫ້ຈະແຈ້ງ ແລະ ສຳເລັດໂດຍໄວ ໂດຍການກໍານົດໂຄງການລົງທຶນຂອງລັດ ທີ່ເປັນໂຄງການປົກກະຕິ ສ່ວນໂຄງການລົງທຶນລະດັບຊາດ ແມ່ນຍັງບໍ່ທັນມີ ຍ້ອນວ່າ ຖ້າອີງຕາມນິຕິກຳກ່ຽວຂ້ອງກຳນົດໄວ້ ແມ່ນຍັງບໍ່ມີໂຄງການໃດທີ່ຖືກຕ້ອງຕາມເງື່ອນໄຂທີ່ກຳນົດ ເຊັ່ນ: ຕ້ອງເປັນໂຄງການທີ່ມີຄວາມໝາຍກວມລວມທົ່ວປະເທດ ພົວພັນເຖິງຫລາຍຂະແໜງການ ແລະ ທ້ອງຖິ່ນ ເປັນໂຄງການທີ່ມີລັກສະນະຍຸດທະສາດ ມີຜົນຕອບແທນສູງ ສາມາດຂັບເຄື່ອນໃຫ້ແກ່ການພັດທະນາ ແລະ ມີຄວາມຍືນຍົງ ທີ່ສໍາຄັນແມ່ນນໍາໃຊ້ແຫລ່ງທຶນອື່ນ ທີ່ບໍ່ແມ່ນພາກລາຍຈ່າຍການລົງທຶນຂອງລັດປະຈຳປີ (ຕາມການຕົກລົງຂອງລັດຖະບານ) ດັ່ງນັ້ນ ໃນປີ 2024 ຈຶ່ງຍັງບໍ່ທັນມີໂຄງການລະດັບຊາດ.

     ເຖິງຢ່າງໃດກໍຕາມ ເພື່ອປະຕິບັດຕາມມະຕິ 100/ສພຊ ຂະແໜງການຕ່າງໆ ຈະໄດ້ມີການປະສານສົມທົບກັນຕື່ມ ລວມທັງສົມທົບກັບທ້ອງຖິ່ນກ່ຽວຂ້ອງ ເພື່ອຄົ້ນຄວ້າສະເໜີລັດຖະບານອະນຸມັດໂຄງການລະດັບຊາດ ເພື່ອສະເໜີສະພາແຫ່ງຊາດ ພິຈາລະນາຮັບຮອງໃນແຜນ ການປີຕໍ່ໜ້າ; ສຳລັບທາງຫລວງແຫ່ງຊາດທີ່ເປ່ເພ ແມ່ນໄດ້ມີກົນໄກການສະໜອງທຶນສະເພາະ ເພື່ອບູລະນະສ້ອມແປງໃນແຕ່ລະປີ ຄື: ກອງທຶນທາງ ເຊິ່ງໄດ້ຮັບທຶນປີລະ ປະມານ 700 ຕື້ກີບ ສໍາລັບໂຄງ ການຕ້ານເຈືອນແມ່ນເປັນບຸລິມະສິດຂອງລັດຖະບານ ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ເພື່ອປ້ອງກັນການເຊາະເຈື່ອນຕາມແມ່ນໍ້າຕ່າງໆ ໂດຍສະ ເພາະແມ່ນແມ່ນໍ້າທີ່ເປັນຊາຍແດນຂອງປະເທດ ເຊິ່ງໃນຮ່າງແຜນ ການລົງທຶນຂອງລັດ ປີ 2024 ຄາດວ່າຈະມີປະມານ 150 ຕື້ກີບ (ປີ2023 ມີທຶນປະມານ 85 ຕື້ກີບ).

    ໃນໄລຍະເຄິ່ງສະໄໝຜ່ານມາ ເຫັນວ່າເສດຖະກິດມີການເຕີບໂຕ ໃນລະດັບ 4,03% ( ປີ 2021 ຂະຫຍາຍຕົວ 3,5%, ປີ 2022 ບັນລຸໄດ້ 4,4% ແລະ ປີ 2023 ຄາດວ່າຈະບັນລຸໄດ້ 4,2%) ເຊິ່ງການປະເມີນຂອງສາກົນ ເຫັນວ່າການເຕີບໂຕ ເສດຖະກິດຂອງລາວ ໃນປີ 2023 ຄື: IMF ຢູ່ໃນລະດັບ 4%, ທະນາຄານໂລກ: 3,9% ທະນາຄານພັດທະນາອາຊີ 3,7% ສາເຫດຂອງຄວາມແຕກຕ່າງກັນ ລະຫວ່າງການຄິດໄລ່ ຂອງສູນສະຖິຕິແຫ່ງຊາດກັບສາກົນແມ່ນ ສູນສະຖິຕິແຫ່ງຊາດ ນຳໃຊ້ລະບົບການຄາດຄະເນ ລວມຍອດຜະລິດຕະພັນພາຍໃນ ໂດຍອີງໃສ່ການຜະລິດຂອງຂະແໜງການ ເປັນຕົ້ນຕໍ ໂດຍອີງໃສ່ການຂະຫຍາຍຕົວຈິງຂອງຂະແໜງການຜະລິດ ສຳລັບການຕີລາຄາຂອງສາກົນ ແມ່ນຄາດຄະເນເສດຖະກິດລາວ ໂດຍອີງໃສ່ສະພາບເສດຖະກິດໂລກ ແລະ ປະເທດໃກ້ຄຽງ ພ້ອມນັ້ນ ກໍຕີລາຄາໂດຍອີງໃສ່ການສະໜອງ ແລະ ຄວາມຕ້ອງການທາງດ້ານການເງິນ ການລົງທຶນ ແລະ ຕະຫຼາດໂລກ ດຸນການຊໍາລະລະຫວ່າງປະເທດ ດຸນບັນຊີງົບປະມານ ແລະ ສົມມຸດຕິຖານ ການນຳໃຊ້ນະໂຍບາຍເງິນຕາ ແລະ ການເງິນ ຈຶ່ງເຮັດໃຫ້ຕົວເລກມີຄວາມແຕກຕ່າງກັນ. ເຖິງແມ່ນວ່າເສດຖະກິດຈະມີການເຕີບໂຕ ແຕ່ເຫັນວ່າຄຸນນະພາບຍັງບໍ່ທັນສູງເທົ່າທີ່ຄວນ ເນື່ອງຈາກການອ່ອນຄ່າຂອງເງິນກີບ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນ ມີທ່າອ່ຽງຫລຸດລົງຈາກປີ 2021 GDP ຕໍ່ຫົວຄົນເທົ່າກັບ 2.595 ໂດລາສະຫະລັດ ມາເປັນ 1.824 ໂດລາສະຫະລັດ ໃນປີ 2023 (ແຜນການ 5 ປີ ໃຫ້ໄດ້ 2.880 ໂດລາສະຫະລັດ) ເຊິ່ງການອ່ອນຄ່າຂອງເງິນກີບມີຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ກະທົບຕໍ່ຄ່າຄອງຊີບຂອງສັງຄົມ ສະນັ້ນ ໃນຕໍ່ໜ້າລັດຖະບານ ຈະໄດ້ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກງານທີ່ເຄັ່ງຮ້ອນ ຕາມມະຕິ 19/ກມສພ.

    ສຳລັບການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ຜ່ານມາລັດຖະບານກໍມີຄວາມພະຍາຍາມ ຢ່າງຕັ້ງໜ້າໃນການຍົກສູງຄຸນນະພາບ ຂອງການບໍລິການຂອງລັດ ສົ່ງເສີມການສ້າງວຽກເຮັດງານທຳ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ຕາມເຂດຈຸດສຸມບູລິມະສິດຕ່າງໆ ດ້ວຍການສະໜອງເງື່ອນໄຂ ແລະ ໂຄງລ່າງພື້ນຖານທີ່ຈຳເປັນຕາມຄວາມສາມາດຕົວຈິງ ເພື່ອສົ່ງເສີມການຜະລິດ ແລະ ການສ້າງລາຍຮັບໃຫ້ກັບປະຊາຊົນ ເຊິ່ງໄດ້ເຮັດໃຫ້ຄອບຄົວ ແລະ ເມືອງທຸກຍາກຫລຸດລົງເທື່ອລະກ້າວ.

    ທ່ານ ຄຳເຈນ ວົງໂພສີ ໃຫ້ຮູ້ອີກວ່າ: ໃນໂຄງປະກອບເສດຖະກິດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມຫຼັກແລ້ວ ຂະແໜງກະສິກຳຕ້ອງຫລຸດລົງ ສ່ວນຂະແໜງອຸດສາຫະກຳ ແລະ ຂະ ແໜງບໍລິການຕ້ອງເພີ່ມຂຶ້ນ ແຕ່ເນື່ອງຈາກໃນປີ 2021-2022 ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດ-19 ເຮັດໃຫ້ຫຼາຍປະເທດອອກມາດຕະການລ໋ອກດາວ ຈຳກັດການເດີນທາງເຂົ້າ ແລະ ອອກປະເທດ ຈາກມາດຕະການດັ່ງກ່າວ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຂະແໜງການບໍລິການ ໂດຍສະເພາະການທ່ອງທ່ຽວການຂົນສົ່ງ ຫຼາຍໂຮງງານໄດ້ມີການຢຸດເຊົາ ເນື່ອງຈາກຈຳກັດໄລຍະຫ່າງ ສະນັ້ນ ເຮັດໃຫ້ທີ່ພັກອາໄສ ການຂາຍຍົກຂາຍຍ່ອຍ ແລະ ຂະແໜງອຸດສາຫະກຳປຸງແຕ່ງ ມີການຂະຫຍາຍຕົວຊ້າລົງ ເຊິ່ງໄດ້ເຮັດໃຫ້ສັດສ່ວນຂະແໜງບໍລິການ ແລະ ຂະແໜງອຸດສາຫະກໍາບໍ່ເພີ່ມຂຶ້ນ ດັ່ງນັ້ນ ເພື່ອຮັບປະກັນໃຫ້ໂຄງປະກອບເສດຖະກິດ ໄປຕາມແຜນກຳນົດໄວ້ ໃນທ້າຍສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແມ່ນຕ້ອງໄດ້ສຸມໃສ່ບັນທ່າແຮງຕ່າງໆ ໃນແຕ່ລະບໍລິເວນເຂດແຄ້ວນ ແລະ ທ້ອງຖິ່ນ, ການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ, ການປັບປຸງທ່າບົກລະບົບໂລຈິດສະຕິກ ການພັດທະນາດ່ານສາກົນຕ່າງໆ ໃຫ້ມີຄວາມສະດວກ ເພື່ອເອື້ອອຳນວຍການຜະລິດ ແລະ ການບໍລິການ ໃຫ້ຂະຫຍາຍຕົວ ຊຸກຍູ້ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ດຶງດູດການທ່ອງທ່ຽວໃຫ້ເພີ່ມຂຶ້ນ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ດ້ວຍການສະໜອງສິນເຊື່ອ ສົ່ງເສີມການຜະລິດ ກະຈາຍແຫຼ່ງທຶນ ແລະ ອື່ນໆ.

ຂ່າວ: ກິດ​ຕາ ພາບ: ໄອ່ຄຳ                     

error: Content is protected !!