ຄະນະປະຈໍາສະພາແຫ່ງຊາດ ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງລັດ ມີ 6 ຜົນສຳເລັດພົ້ນເດັ່ນ

    ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານເສດ ຖະກິດ ໄດ້ຕາງໜ້າ ຄະນະປະຈໍາສະພາແຫ່ງ ຊາດ ຂຶ້ນມີຄໍາເຫັນຕໍ່ບົດລາຍງານການສະຫຼຸບຜົນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະ ກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ກາງສະໄໝ 5 ປີ (2021-2025), ທິດທາງແຜນການທ້າຍສະໄໝ ຮອດປີ 2025 ການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລາ ນີ້ວ່າ:

    ຄະນະປະຈໍາສະພາແຫ່ງຊາດ ເຫັນດີຕໍ່ບົດລາຍງານຂອງລັດຖະບານ ຊຶ່ງສະແດງເຖິງຄວາມພະຍາຍາມສູ້ຊົນ ຈັດຕັ້ງປະ ຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະ ກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແຜນເງິນຕາ ໃນເຄິ່ງສະໄໝ ຂອງແຜນ 5 ປີ ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ສາກົນ ພວມມີຄວາມຜັນແປຢ່າງສັບສົນ ໂດຍສະເພາະບັນຫາ ເງິນເຟີ້ ລາຄານໍ້າມັນ ອັດຕາແລກປ່ຽນ ແລະ ຂໍ້ຂັດແຍ່ງທາງດ້ານເສດຖະກິດ ການທະຫານ-ການເມືອງການແຜ່ລະບາດຂອງພະຍາດໂຄວິດ-19 ບວກກັບຂໍ້ຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ປະກົດການຫຍໍ້ທໍ້ຂອງສັງຄົມ ແຕ່ລັດຖະບານກໍຍັງໄດ້ນໍາພາຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ເຄິ່ງສະໄໝ ຊຶ່ງສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນບາງດ້ານ ດັ່ງນີ້:

 1. ການເຕີບໂຕເສດຖະກິດ ໃນ 2 ປີ ເຄິ່ງຜ່ານມາ ສະເລ່ຍ ໃນລະດັບ 4,03% (ມະຕິສະພາ 4%), ການເຕີບໂຕຂອງຂະແໜງການ ແລະ ການຫັນປ່ຽນໂຄງປະກອບເສດຖະກິດ ສາມາດປະຕິບັດໄດ້ລື່ນຄາດໝາຍທີ່ກໍານົດໃນມະຕິກອງ ປະຊຸມສະພາແຫ່ງຊາດ.

 2. ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດໃນຫຼາຍຂົງເຂດການຜະລິດ ແລະ ບໍລິການ ທີ່ເປັນພື້ນຖານສໍາຄັນໃຫ້ແກ່ການເຕີບໂຕເສດຖະກິດໃນໄລຍະກາງ ແລະ ໄລຍະຍາວ

3. ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ລື່ນຄາດໝາຍ ລາຍຮັບພາຍໃນສາມາດກຸ້ມລາຍຈ່າຍປົກກະຕິ ແລະ ມີສ່ວນເຫຼືອເພື່ອຊໍາລະໜີ້ສິນ ປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸ່ມເຟືອຍ

4. ການປະຕິບັດນະໂຍບາຍເງິນຕາມີຄວາມຄືບໜ້າ ເປັນຕົ້ນການສ້າງຄວາມເຂັ້ມແຂງຄັງແຮສໍາຮອງເງິນຕາ ການລະດົມເງິນຝາກ ການປ່ອຍສິນເຊື່ອ ແລະ ການຄຸ້ມຄອງໜີ້ສິນທີ່ບໍ່ເກີດດອກອອກຜົນ ກໍມີຄວາມຄືບໜ້າດີພໍສົມຄວນ;

5. ການຈັດຕັ້ງປະຕິບັດ 45 ຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ມີ 21 ຄາດໝາຍສາມາດບັນລຸອັນພົ້ນເດັ່ນ ແມ່ນອັດຕາການຈົບຊັ້ນປະຖົມສຶກສາ, ການຝຶກອົບຮົມຄູຊັ້ນປະຖົມ ມັດທະຍົມ ການສ້າງບ້ານສາທາລະນະສຸກແບບຢ່າງເພີ່ມຂຶ້ນ ອັດຕາການຕາຍຂອງເດັກ ລຸ່ມ 1 ປີ 5 ປີ ແລະ ອັດຕາການຕາຍຂອງແມ່ຫຼຸດລົງ; ການຝຶກອົບຮົມ ແລະ ພັດທະນາສີມືແຮງງານຕາມສາຂາວິຊາຊີບຕ່າງໆ; ການຂະຫຍາຍລະບົບໂທລະໂຄງຢູ່ຂັ້ນບ້ານ ເພີ່ມຂຶ້ນ.

6. ການປະຕິບັດຄາດໝາຍໃນຂົງເຂດຊັບພະຍາກອນທໍາມະຊາດ ສິ່ງແວດລ້ອມ ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ການຄຸ້ມຄອງບໍລິຫານລັດ ກໍໄດ້ມີຄວາມຄືບໜ້າຫຼາຍດ້ານ.

    ນອກຈາກນີ້ ຄະນະປະຈໍາສະພາແຫ່ງຊາດ ກໍຍັງໄດ້ເຫັນວ່າມີຫຼາຍຄາດໝາຍ ທີ່ມີຄວາມສ່ຽງ ທີ່ຈະບໍ່ບັນລຸໄດ້ຕາມແຜນການ; ພ້ອມນີ້, ກໍເຫັນດີຕໍ່ທິດທາງແຜນການທ້າຍສະໄໝ ຮອດປີ 2025 ແລະ ແຜນການປະຈໍາປີ 2024 ຂອງລັດຖະບານ ແຕ່ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດດັ່ງກ່າວ ກໍຍັງໄດ້ສະເໜີບາງມາດຕະການເພີ່ມຕື່ມ ເປັນຕົ້ນແມ່ນສືບຕໍ່ປະຕິບັດທິດທາງລວມ ເປົ້າໝາຍລວມ ແລະ ແຜນວຽກຈຸດສຸມຂອງລັດຖະບານ ຕາມທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ປະກົດຜົນເປັນຈິງ ມີປະສິດທິພາບ ແລະ ປະສິດທິຜົນ ປະຕິບັດຕາມຈິດໃຈຂອງກອງປະຊຸມສູນກາງພັກ ກໍຄືກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI.

(ຂ່າວ-ພາບ: ສຸກສະຫວັນ)

error: Content is protected !!