ສຳມະນາວຽກງານ ການກວດດີເອັນເອ ສັດປ່າ ແລະ ການສາທິດ ການນຳໃຊ້ ລະບົບຫ້ອງແລັບເຄື່ອນທີ່

 

    ກອງປະຊຸມສໍາມະນາວຽກງານການກວດດີເອັນເອ ຂອງສັດປ່າ ແລະ ການສາທິດການນໍາໃຊ້ລະບົບຫ້ອງແລັບເຄື່ອນທີ່ ຈັດຂຶ້ນໃນວັນທີ 24 ຕຸລາ 2023 ຢູ່ໂຮງແຮມແລນມາກ ມີທ່ານ ຄໍາຜຸຍ ເທບວົງສາ ຮອງຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ມີບັນດາພາກສ່ວນກ່ຽວຂ້ອງຈາກກົມກວດ ກາປ່າໄມ້ ອົງການຄຸ້ມຄອງໄຊເຕສ ຕໍາຫຼວດ ພາສີ ໄອຍະການ ສານປະຊາຊົນ ອົງການອະນຸລັກສັດປ່າ ອົງການ TRACE ອັງການ UNODC ແລະ ສະທູດສະຫະລັດ ອາເມຣິກາ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ຄໍາຜຸຍ ເທບວົງສາ ກ່າວຂໍສະແດງຄວາມຂອບໃຈ ຕໍ່ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ (WCS) ແລະ ອົງການ ເທຼສ (TRACE) ທີ່ໄດ້ໃຫ້ການສະໜັັບສະໜູນ ທາງດ້ານເຕັກນິກວິຊາການ ຄວາມຮູ້ ປະສົບການ ກ່ຽວກັບການກວດດີເອັນເອ ສັດປ່າ ແລະ ການສາທິດ ການນຳໃຊ້ ລະບົບຫ້ອງແລັບເຄື່ອນທີ່ ໃຫ້ແກ່ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ພວກເຮົາ ໃນຄັ້ງນີ້ ເຊິ່ງໃນອະນາຄົດ ອາດຈະໄດ້ມີການຮ່ວມມືກັນເພີ່ມຕື່ມ ເພື່ອນຳໃຊ້ເຄື່ອງມື ອຸປະກອນອັນຈຳເປັນນີ້ ເຂົ້າໃນການສືບສວນ-ສອບສວນ ແລະ ດຳເນີນຄະດີກ່ຽວກັບສັດປ່າ ແນໃສ່ເຮັດໃຫ້ການວິເຄາະ-ພິສູດຫຼັກຖານ ທາງນິຕິວິທະຍາສາດ ມີຄວາມຮັດກຸມ ແລະ ຮັບປະກັນໃນການດຳເນີນຄະດີ ໃຫ້ໄປຕາມຂະບວນການຍຸຕິທຳ.

    ກອງປະຊຸມສຳມະນາ ໃນຄັ້ງນີ້ ຖືເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ ຮັບຮູ້ ແລະ ເຂົ້າໃຈໃນວຽກງານ ກ່ຽວກັບການກວດດີເອັນເອ ສັດປ່າ ແລະ ການນຳໃຊ້ລະບົບເຄື່ອງມືຫ້ອງແລັບເຄື່ອນທີ່ ລວມທັງການສາທິດເຕັກນິກ ການກວດຕົວຢ່າງດີເອັນເອ ສັດປ່າ (ງາຊ້າງ ຫຼື ດູກ) ນອກນັ້ນ ຍັງຈະໄດ້ມີການສົນທະນາ ປືກສາຫາລື ຄວາມຕ້ອງການຂອງກົມກວດກາປ່າໄມ້ (ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້) ກົມປ່າໄມ້ (ໜ່ວຍງານຄຸ້ມຄອງໄຊເຕສ) ຄະນະວິທະຍາສາດປ່າໄມ້ (ໜ່ວຍວິທະຍາສາດໄຊເຕສ) ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການກວດດີເອັນເອ ສັດປ່າ ໃນ ສປປ ລາວ ເຊັ່ນ:ການດຳເນີນຄະດີ ການປະເມີນສາງເກັບມ້ຽນ ການຈຳແນກງາຊ້າງ ແລະ ການຊ່ວຍເຫຼືອດ້ານການກວດດີເອັນເອ ໃນຕໍ່ໜ້າ.

    ດັ່ງທີ່ພວກເຮົາຮັບຮູ້ນຳກັນວ່າ ໃນລະດັບພາກພື້ນ ແລະ ສາກົນ ໄດ້ຕີລາຄາອາຊະຍາກຳສັດປ່າ ເປັນອາຊະຍາກຳທີ່ຮ້າຍແຮງ ຕິດພັນກັບອາຊະຍາກຳຂ້າມຊາດ ເຊິ່ງ ສປປ ລາວ ຂອງພວກເຮົາກໍເຊັ່ນດຽວກັນ ໃນການໃຫ້ຄວາມສຳຄັນ ແລະ ໄດ້ຖືເອົາວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ ເປັນວຽກງານ ບູລິມະສິດໜຶ່ງ ທີ່ທຸກພວກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດຮ່ວມກັນ ສະນັ້ນ ຈຶ່ງໄດ້ມີການສ້າງຕັ້ງເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍ ປ່າໄມ້ ຂຶ້ນມາ ເພື່ອເປັນກົນໄກໃນການປະສານງານ ການແລກປ່ຽນຂໍ້ມູນຂ່າວສານ ລວມທັງການສືບສວນ-ສອບສວນ ແລະ ດຳເນີນຄະດີກ່ຽວກັບສັດປ່າ ທີ່ໄດ້ປະເມີນວ່າເປັນຄະດີທີ່ມີຄວາມສະຫຼັບສັບຊ້ອນ ພົວພັນກັບຫຼາຍພາກສ່ວນ ໂດຍສະເພາະການສືບສວນ-ສອບສວນ ທີ່ຈຳເປັນຕ້ອງໄດ້ມີການວິເຄາະ-ພິສູດຫຼັກຖານ ທາງນິຕິວິທະຍາສາດ ຈາກຫຼັກຖານທີ່ເກັບມາໄດ້ໃນສະຖານທີ່ເກີດເຫດ ຈາກການຈັບກຸມ ຫຼື ຈາກການວິເຄາະວັດຖຸສິ່ງຂອງ ທີ່ໄດ້ຈາກຜູ້ຖືກສົງໄສ ຫຼາຍຄັ້ງຈຳເປັນຕ້ອງຈຳແນກສີ້ນສ່ວນ ຫຼື ຜະລິດຕະພັນຂອງສັດປ່າ ເພື່ອພິຈາລະນາວ່າການກະທຳຜິດດັ່ງກ່າວ ເປັນອາຊະຍາກຳ ຫຼື ບໍ່? ຕົວຢ່າງເຊັ່ນ: ເພື່ອຢັ້ງຢືນແຫຼ່ງທີ່ມາຂອງຊະນິດຕົວຢ່າງນັ້ນມາຈາກປ່າທຳມະຊາດ ຫຼື ລ້ຽງ ຕົ້ນກຳເນີດຂອງຕົວຢ່າງແຕ່ລະສີ້ນ  ອາຍຸຂອງຕົວຢ່າງ ເຫຼົ່ານັ້ນ ຈຳເປັນຕ້ອງມີຫຼັກຖານທາງນິຕິວິທະຍາສາດ ທີ່ຄົບຖ້ວນ ແລະ ຮັດກຸມ ເພື່ອສະໜັບສະໜູນໃນການດຳເນີນຄະດີ.

error: Content is protected !!