ຮອງປະທານປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄໍາມ່ວນ

    ວັນທີ 21 ຕຸລາ ຜ່ານມານີ້ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໂດຍການຕ້ອນຮັບຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະການນໍາຂອງແຂວງ ໂອກາດດັ່ງກ່າວ ຍັງໄດ້ເປັນກຽດປູກຕົ້ນໄມ້ ເພື່ອເປັນທີ່ລະນຶກ ຢູ່ເດີ່ນຕໍ່ໜ້າເຮືອນຮັບແຂກເລກ 1 ຂອງແຂວງ ຈາກນັ້ນກໍໄດ້ພົບປະກັບຄະນະການນໍາຂອງແຂວງ ທີ່ຫ້ອງປະຊຸມເຮືອນຮັບແຂກດັ່ງກ່າວ.

    ທ່ານ ວັນໄຊ ພອງສະຫວັນ ໄດ້ລາຍງານໂດຍຫຍໍ້ສະພາບເສດຖະກິດ-ສັງຄົມຂອງແຂວງ ຄຳມ່ວນໄດ້ກຳນົດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຕາມ 3 ທ່າແຮງຄື:  ທ່າແຮງທາງດ້ານກະສິກໍາ,  ທ່າແຮງທາງດ້ານອຸດສາຫະກຳພະລັງງານ-ບໍ່ແຮ່ ແລະ  ທ່າແຮງທາງດ້ານການບໍລິການທາງຜ່ານ ແລະ ການທ່ອງທ່ຽວ.  ໃນໄລຍະ  9 ເດືອນຕົ້ນປີ 2023 ເຫັນວ່າເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5,54 % ການລົງທຶນທັງພາຍໃນ ແລະ ຕ່າງປະເທດມີທ່າອຽ່ງເພີ່ມຂຶ້ນ ມູນຄ່າການລົງທຶນບັນລຸ 188 ລ້ານກວ່າໂດລາ ມູນຄ່າຈົດທະບຽນ 182 ລ້ານກວ່າໂດລາ ໃນນີ້ຫຼາຍກວ່າໝູ່ແມ່ນການລົງທຶນຂົງເຂດບໍ່ແຮ່ ລວມເຖິງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງຄຸ້ມຄອງ, ສ່ວນກິດຈະການລົງທຶນໃນຂົງເຂດອື່ນ ຍັງແມ່ນກິດຈະການຂຸດຄົ້ນວັດຖຸດິບເພື່ອສົ່ງອອກເປັນຕົ້ນແຮ່ເຫຼັກ ດ້ານການສົ່ງເສີມການຜະລິດຂອງປະຊາຊົນ ສ່ວນຫຼາຍແມ່ນຂະບວນການປູກຢາງພາລາ, ມັນຕົ້ນ ແລະການຜະລິດສິນຄ້າຫັດຖະກໍາກໍ່ມີທ່າກ້າວ ສໍາລັບບັນຫາການຄຸ້ມຄອງການສົ່ງອອກສິນຄ້າແມ່ນຍັງບໍ່ທັນມີການຄຸ້ມຄອງຢ່າງເຂັ້ມງວດເຮັດໃຫ້ການຕິດຕາມການສົ່ງອອກລວມເຖິງການຄຸ້ມຄອງເມັດເງິນທີ່ຈະເຂົ້າສູ່ລະບົບຍັງພົບບັນຫາຢູ່,  ດ້ານການເກັບລາຍຮັບງົບປະມານ ໂດຍສະເພາະການຈັດເກັບລາຍຮັບຈາກ 23 ຫົວໜ່ວຍພາຍຫຼັງລັດຖະບານມອບໃຫ້; ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 16 ຫົວໜ່ວຍ ແມ່ນລື່ນແຜນ ນອກນີ້ ບັນດາຂະແໜງການທີ່ກ່ຽວຂ້ອງອີກຈໍານວນໜຶ່ງຍັງໄດ້ລາຍງານເພີ່ມເຕີມກ່ຽວກັບການຈັດຕັ້ງປະຕິ ບັດໜ້າທີ່ວຽກງານໃນຜ່ານມາ ຕະຫຼອດເຖິງແຜນວຽກຈຸດສຸມປີ 2024 ທີ່ແຂວງຄໍາມ່ວນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ.

    ໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ມີຄໍາເຫັນ ໃຫ້ຄະນະນໍາຂອງແຂວງ ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງ ຢູ່ໃນຂັ້ນທ້ອງຖິ່ນ ໂດຍສະ ເພາະການປະຕິບັດນະໂຍບາຍ ແລະ ມາດຕະການໃນການແກ້ໄຂໄພເງິນເຟີ້ ແລະ ບັນຫາອັດຕາແລກປ່ຽນທີ່ເຫັນວ່າຍັງບໍ່ທັນແຂງແຮງເທື່ອ, ປັບປຸງຄືນລະບອບແບບແຜນເຮັດວຽກ, ກໍານົດກົນໄກມາດຕະການເຮັດວຽກຂອງຄະນະໃຫ້ຕິດພັນກັບວຽກວິຊາສະເພາະສິດໜ້າທີ່ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃນການປະຕິບັດລາຍຮັບໂດຍຜ່ານການສົ່ງເສີມຜະລິດພາຍໃນ ແລະ ສົ່ງອອກ ຈັດຕັ້ງເຜີຍແຜ່ປະຕິບັດຢ່າງເຂັ້ມງວດບັນດານິຕິກໍາຂອງລັດຖະບານທີ່ໄດ້ຈັດສົ່ງລົງມາ ໃຫ້ບັນດາພະແນກການສາຍຕັ້ງຂອງຕົນ, ພ້ອມດຽວກັນນັ້ນ ອົງການປົກຄອງແຂວງຕ້ອງໄດ້ກໍານົດນິຕິກໍາ ເພື່ອຈັດຕັ້ງຜັນຂະຫຍາຍແຜນງານຂອງລັດຖະບານ ໃຫ້ກວດກາແຜນງານຂອງບັນດາຂະແໜງການວ່າມີການ ຕະຫຼອດຮອດມາດຕະການຈັດຕັ້ງປະຕິບັດ ສໍາລັບພະແນກການ ພາຍຫຼັງສ້າງແຜນແລ້ວຄວນມີກອງປະຊຸມປຶກສາຫາລືແບບແຜນວິທີເຮັດວຽກ ແລະ ກົນໄກການການປະສານງານລະຫວ່າງ 6 ຂະແໜງການ ເພື່ອວາງກົນໄກກໍານົດຂັ້ນຕອນ ວິທີການຈັດຕັ້ງປະຕິບັດໃຫ້ເຂົ້າສູ່ລະບົບລະບຽບການ ທຸກພາກສ່ວນຕ້ອງສ້າງໜ່ວຍງານສະຖິຕິ ເພື່ອເກັບກໍາຂໍ້ມູນ ຢ່າງຊັດເຈນ, ພ້ອມກັນແກ້ໄຂບັນຫາເສດຖະກິດການເງິນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະພະແນກການທີ່ເປັນເສນາທິການທີ່ເຂັ້ມແຂງໃຫ້ແຂວງ ຕ້ອງໄດ້ບືນຕົວຂຶ້ນ ຫັນເຂົ້າສູ່ຄຸນນະພາບໃຫ້ຫຼາຍຂຶ້ນກວ່າເກົ່າ ມີຄວາມຮັບຜິດຊອບຫຼາຍຂຶ້ນກວ່າເກົ່າ ປະຕິບັດບົດບາດຄຸ້ມຄອງມະຫາພາກ ແລະ ກົນໄກປະສານງານຫຼາຍຂຶ້ນກວ່າເກົ່າ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ມີຄວາມເປັນເອກະພາບສູງຢູ່ພາຍໃນໜ່ວຍພັກຂອງແຕ່ລະພະແນກການ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາໆພາຂອງອົງຄະນະພັກແຂວງ ຈະພ້ອມກັນສູ້ຊົນແກ້ໄຂບັນຫາໃຫ້ມີຜົນສໍາເລັດ.

     ວັນດຽວກັນ ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ເຄື່ອນໄຫວຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໂຖງຢົງເຫີງ ຜູ້ອໍານວຍການ ບໍລິສັດ ດັ່ງກ່າວ ພ້ອມທັງລາຍງານຫຍໍ້ກ່ຽວກັບສະພາບ ການເຄື່ອນໄຫວຂຸດຄົ້ນ ແລະ ຈໍາໜ່າຍຜະລິດຕະພັນ ຂອງບໍລິສັດ ບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ  ໄດ້ຈົດທະບຽນສ້າງຕັ້ງຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນເດືອນ ພຶດສະພາ 2009, ເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ (ປຸ໋ຍໂປຕາສ) ແລະ ຈໍາໜ່າຍເກືອໂປຕາສ ບໍລິສັດ ດັ່ງກ່າວ ມຸ່ງໝັ້ນທີ່ຈະກໍ່ສ້າງໂຄງການເກືອໂປຕາສຢູ່ລາວໃຫ້ເປັນໂຄງການສີຂຽວ ເປັນມິດຕໍ່ສິ່ງແວດລ້ອມ ແລະ ພັດທະນາຢ່າງຍືນຍົງ ພາຍໃຕ້ການສະໜັບສະໜູນອັນໃຫຍ່ຫຼວງ ແລະ ນໍາພາ ຂອງລັດຖະບານທັງສອງປະເທດ, ຊີໂນ ໂປຕາສ ໄດ້ລົງເລິກພັດທະນາໃນຂົງເຂດເກືອໂປຕາສຢູ່ລາວເປັນເວລາ 10 ກວ່າປີແລ້ວ ປັດຈຸບັນພວມກໍ່ສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 3 ລ້ານໂຕນ/ປີ ແຜນການໄລຍະກາງແມ່ນຈະສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 5 ລ້ານໂຕນ/ປີ, ແຜນການໄລຍະຍາວແມ່ນຈະສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 10 ລ້ານໂຕນ/ປີ ເພື່ອປະກອບ ສ່ວນຊຸກຍູ້ເສດຖະກິດ-ສັງຄົມຂອງລາວໃຫ້ພັດທະນາວ່ອງໄວຂຶ້ນ, ເພື່ອສ້າງເປັນສິນຄ້າຍີ່ຫໍ້ດັງຂອງລາວ, ກາຍເປັນຜູ້ຜະລິດ ແລະ ຜູ້ສະໜອງເກືອໂປຕາສລະດັບໂລກ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜະລິດກະສິກໍາຂອງໂລກ ນອກນີ້ໃນເຂດດັ່ງກ່າວຍັງໄດ້ສ້າງເປັນສວນອຸດສາຫະກຳໝູນວຽນອັດສະລິຍະອາຊີ ໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກໍາໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ ມີເນື້ອທີ່ທັງໝົດປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາ.

    ໃນໂອກາດດຽວກັນ ທ່ານຮອງປະທານປະເທດ ຍັງໄດ້ມີຄໍາເຫັນຊີ້ນໍາ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວດໍາເນີນທຸລະກິດຂອງບໍລິສັດໃນໄລຍະຜ່ານມາ  ແລະ ສະເໜີມາຍັງບໍລິສັດ ມີສ່ວນຮ່ວມຊ່ວຍເຫຼືອໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂອງ ສປປ ລາວ ໂດຍສະເພາະແມ່ນບັນຫາການສົ່ງອອກສິນຄ້າ ບັນຫາການດຸ່ນດ່ຽງຊ່ວຍໜູນທາງດ້ານເງິນຕາຕ່າງປະເທດໃນການຄໍ້າຈູນເງິນກີບຂອງລາວ ສະແດງອອກໃນການນໍາເຂົ້າ-ສົ່ງອອກ ໃຫ້ຜ່ານລະບົບທະນາຄານ ໃຫ້ລັດພວກເຮົາສາມາດຄຸ້ມຄອງບໍລິສັດ ກໍຄືການຄຸ້ມຄອງເງິນຕາຕ່າງປະເທດ ເປັນສ່ວນຮ່ວມທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງພາກລັດ ແລະ ພາກທຸລະກິດ. ໃນເມື່ອຂຸດຄົ້ນສໍາເລັດຢູ່ແຕ່ລະຈຸດ ໃຫ້ບໍລິສັດນໍາໃຊ້ເຕັກນິກທີ່ທັນສະໄໝ ເພື່ອຈະຖົມຂຸມທີ່ຂຸດຄົ້ນແລ້ວ ເພື່ອໃຫ້ເຂດດັ່ງກ່າວກັບສູ່ສະພາບເດີມ ໃຫ້ສາມາດນໍາໃຊ້ເຂົ້າສູ່ການຜະລິດຕໍ່ໄປ ເພື່ອອະນາຄົດຂອງລູກຫຼານໃນຕໍ່ໜ້າ. ເອົາໃຈໃສ່ສືບຕໍ່ໃນການປົກປັກຮັກສາສິ່ງແວດລ້ອມໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະການລະບາຍນໍ້າເຄັມ ແລະ ບໍາບັດນໍ້າເປື້ອນ ເພື່ອເປັນຕົວແບບໃຫ້ບັນດາບໍລິສັດຂຸດຄົ້ນບໍ່ແຮ່ ໃນລາວ ເວົ້າສະເພາະກໍຄືຢູ່ແຂວງຄໍາມ່ວນ ທັງສະເໜີໃຫ້ບໍລິສັດ ນໍາເອົາເຕັກນິກວິຊາການກ່ຽວກັບໂຄງການປູກເຂົ້າທົດລອງ 3 ລະດູ/ປີ ຢູ່ແຂວງຈໍາປາສັກ ໂດຍນໍາໃຊ້ແນວພັນເຂົ້າຈາກ ສປ ຈີນ ໃນການສົ່ງເສີມຜະລິດເຂົ້າເພື່ອຄໍ້າປະກັນສະບຽບອາຫານ ເພື່ອສົ່ງອອກ  ເພື່ອຈະນໍາມາຂະຫຍາຍໃຫ້ບັນດາແຂວງທີ່ມີເງື່ອນໄຂ ດ້ານການຊຸກຍູ້ສົ່ງເສີມແຮງງານລາວໃຫ້ບໍລິສັດຄົ້ນຄວ້າພິຈາລະນາສ້າງສູນຝຶກອົບຮົມຍົກລະດັບສີມືແຮງງານຂອງລາວ ເພື່ອຊ່ວຍສ້າງບຸກຄະລາກອນ ແລະ ນັກວິຊາການເຕັກນິກທີ່ມີລະດັບສີມື, ມີຄວາມຮູ້  ເພື່ອຈະສືບຕໍ່ເຂົ້າມາເຮັດວຽກໃນບໍລິສັດໃຫ້ນັບມື້ນັບເພີ່ມຂຶ້ນ. ເອົາໃຈໃສ່ເພີ່ມທະວີປັບປຸງໃນເຂດໂຄງການແຫ່ງນີ້ໃຫ້ມີຄວາມສະອາດ, ສວຍງາມ, ມີຄວາມເປັນລະບຽບ ແລະ ສະຫງົບ ໃນວັນດຽວກັນນັ້ນ ທ່ານຮອງປະທານປະເທດ ຍັງໄດ້ເດີນທາງໄປຢ້ຽມຢາມຈຸດບໍລິການຄ່ຽນຖ່າຍຂົນສົ່ງສິນຄ້າຜ່ານແດນ ຢູ່ສາງເກັບມ້ຽນສິນຄ້າ ຂອງດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນຕື່ມອີກ.

(ຂ່າວ-ພາບ: ມະນີວັນ)

error: Content is protected !!