ກິດຈະກຳ ແຂ່ງຂັນກີລາບານເຕະ ຊັ້ນປະຖົມສຶກສາສົມບູນ ຄັ້ງທີ I

ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ດີເອສໄອ ຈຳກັດ (DSI Co.,Ltd) ແລະ ອົງການ ກູດເນເບີສ໌ ລາວ (Good Neighbors Laos) ດັ່ງນັ້ນ ຫ້ອງການສຶກສາທິການ ແລະ ກີລາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳແຂ່ງຂັນກິລາບານເຕະຊັ້ນປະຖົມສຶກສາສົມບູນ ຄັ້ງທີ 1 ຂຶ້ນ ໃນວັນທີ 24 ຕຸລາ 2023 ທີ່ເດີ່ນຫຍ້າທຽມ ໂຮງຮຽນ ເຄເອັນຊີ ເມືອງດັ່ງກ່າວ ໂດຍມີທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ທ່ານ ຢອງຊາງ ລີ ອຳນວຍການ ບໍລິສັດ ດີເອສໄອ ຈຳກັດ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກກີລາເຂົ້າຮ່ວມ.

ໂດຍປະຕິບັດຕາມ 5 ຫຼັກມູນການສຶກສາແຫ່ງຊາດທີ່ກະຊວງສຶກສາທິການ ແລະ ກີລາ ວາງອອກ ແລະ ແຜນການເຄື່ອນໄຫວກິດຈະກຳປະຈຳສົກຮຽນ 2022-2023 ຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ວາງອອກ ພ້ອມນັ້ນກໍເພື່ອເປັນການສ້າງຂະບວນການຟົດຟື້ນ ຮັບໃຊ້ການຮຽນ-ການສອນ ໃຫ້ມີບັນຍາກາດຄຶກຄື້ນ ເປັນການເສີມສ້າງທັກສະດ້ານກີລາ ແລະ ສ້າງຄວາມສາມັກຄີ ລະຫວ່າງໂຮງຮຽນ ນັກຮຽນກັບຄູ-ອາຈານໄດ້ແລກປ່ຽນບົດຮຽນ ແລະ ທັກສະກີລານໍາກັນ ເປັນການ​ຮ່ວມ​ມືກັນ​ກັບຫ້ອງການສຶກສາ ປະຈຳເມືອງ ​ເພື່ອ​​​ພັດ​ທະ​ນາ​ຊຸມ​ຊົນ​ ແລະ ໂຮງຮຽນ ພ້ອມກັນນັ້ນ ເພື່ອມອບຂອງຂວັນໃຫ້ແກ່ນັກກິລາ (ຊຸດກິລາ) ແລະ ມອບອຸປະກອນກິລາໂຮງຮຽນຮຽນທີ່ເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ອີກດ້ວຍ.

ໃນກິດຈະກໍາການແຂ່ງຂັນ ຄັ້ງນີ້ ມີ 23 ໂຮງຮຽນເຂົ້າຮ່ວມ ສໍາລັບການແຂ່ງຂັນໃນຮອບຄັດເລືອກເລີ່ມເວລາ 15:00-17:00ໂມງ ວັນທີ 24/10/2023-31/10/2023 ຢູ່ເດີ່ນຫຍ້າທຽມ ໂຮງຮຽນ ເຄເອັນຊີ ແຂ່ງຂັນ 16 ນັດ ຄັດເລືອກເອົາ 7 ທີມ ເພື່ອໄປແຂ່ງຂັ້ນຮອບສຸດທ້າຍ ຢູ່ເດີນສະໜາມຟຸດຊໍ New Arena ແລະ ຮອບສຸດທ້າຍແຂ່ງຂັນ 8:30-16:30 ຂອງວັນທີ 16/12/2023 ແມ່ນສໍາເລັດ.

ຂວຽງມາ: 25.10.2023

error: Content is protected !!