ກອງປະຊຸມ ລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ

    ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມ ລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ພາຍໃຕ້ຫົວຂໍ້: ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມຢ່າງຕັ້ງໜ້າ ໂດຍການນຳໃຊ້ຜົນປະໂຫຍດ ແລະ ເພີ່ມຄວາມສາມາດຂອງປະຊາກອນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ຕຸລາ ນີ້ ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີ ທ່ານ ແບກທີຢໍ ຄາດິເຣິບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳລາວບັນດາຮອງລັດຖະມົນຕີ ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ຕໍ່ ລັດຖະບານ ແຫ່ງ ສປປ ລາວ ເພື່ອໃຫ້ບັນດາພາກສ່ວນຕ່າງໆ ຈາກພາກລັດ ແລະ ຄູ່ຮ່ວມພັດທະນາ ສົນທະນາ ແລະ ປຶກສຫາລື ກ່ຽວກັບ ວິທີການແກ້ໄຂທີ່ເປັນຮູບປະທຳ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ທີ່ໄດ້ຮັບຮອງແລ້ວ ນອກນັ້ນຍັງເປັນການຈັດຕັ້ງຜັນຂະຫຍາຍຄວາມໝາຍໝັ້ນ ການປະຕິບັດກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25 ICDP30 SDGs). ໃນນີ້, ບັນຫາທີ່ຕ້ອງໄດ້ສຸມໃສ່ແມ່ນ “ປະຊາກອນໜຸ່ມ” ເນື່ອງຈາກ ສປປ ລາວ ມີປະຊາກອນໜຸ່ມກວມ 60ກວ່າ% ຂອງປະຊາກອນທັງໝົດ ເຊິ່ງເປັນທັງກາລະໂອກາດ ແລະ ສິ່ງທ້າທາຍ ສະນັ້ນ ຈະຕ້ອງໄດ້ສຸມໃສ່ການພັດທະນາປະຊາກອນໜຸ່ມເຫຼົ່ານີ້ ໃຫ້ກາຍເປັນປະຊາກອນທີ່ມີຄຸນນະພາບ ແລະ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ສິ່ງສຳຄັນອີກປະການໜຶ່ງ, ສປປ ລາວ ເປັນປະເທດກໍາລັງພັດທະນາ ເຊິ່ງມີຄວາມຕ້ອງການພັດທະນາໃນຫຼາຍດ້ານບໍ່ວ່າຈະເປັນທາງດ້ານເສດຖະກິດ ວັດທະ ນະທຳ-ສັງຄົມ ແລະ ລວມທັງການປົກປັກຮັກສາສິ່ງແວດລ້ອມ. ພ້ອມທັງຮຽກຮ້ອງໃນການມີສ່ວນຮ່ວມຈາກຫຼາຍພາກສ່ວນ ເປັນຕົ້ນຄູ່ຮ່ວມພັດທະນາ ພາກເອກະຊົນ ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ.

    ທ່ານກ່າວຕື່ມວ່າ: ໃນໄລຍະຜ່ານມາ ລັດຖະບານມີຄຳໝັ້ນສັນຍາທີ່ໜັກແໜ້ນ ໂດຍສະເພາະແມ່ນຈັດສັນງົບປະມານເຂົ້າໃສ່ການພັດທະນາຊັບພະຍາກອນມະນຸດ ແຕ່ເນື່ອງຈາກສະພາບປັດຈຸບັນພວກເຮົາພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ມີຄວາມຈຳກັດດ້ານງົບປະມານ ແລະ ບໍ່ທັນສາມາດຕອບສະໜອງທຶນຮອນ ເຂົ້າໃສ່ການພັດທະນາປະເທດຢ່າງເຕັມສ່ວນ ເວົ້າລວມ ເວົ້າສະເພາະແມ່ນການລົງທຶນໃສ່ການພັດທະນາຊັບສິນມະນຸດ ເພື່ອບັນລຸບັນດາເປົ້າໝາຍ ນະໂຍບາຍແຫ່ງຊາດ້ານປະຊາກອນ ແລະ ການພັດທະນາ ໃນຕໍ່ໜ້າລັດຖະບານ ຈະໄດ້ເອົາໃຈໃສ່ເພີ່ມທະວີການປະສານງານຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງກວ່າເກົ່າ ຈະສຸມງົບປະມານ ເຂົ້າໃນການພັດທະນາວຽກງານການສຶກສາ ສາທາລະນະສຸກ ໂດຍສະເພາະແມ່ນການລົງທຶນໃສ່ການວາງແຜນຄອບຄົວ, ຫຼຸດຜ່ອນການຖືພາກ່ອນໄວອັນຄວນ ແລະ ວຽກງານໂພຊະນາການ, ການຮັກສາເດັກນ້ອຍໃຫ້ສືບຕໍ່ຮຽນຢູ່ໃນໂຮງຮຽນ ແລະ ການມີວຽກເຮັດງານທຳຂອງແມ່ຍິງ ແລະ ສິ່ງສໍາຄັນ ແມ່ນຈະໄດ້ເພີ່ມທະວີການມີສ່ວນຮ່ວມ ແລະ ການຮ່ວມມືຢ່າງໃກ້ຊິດ ກັບບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງອື່ນໆ ເພື່ອລະດົມທຶນຮອນເຂົ້າໃນວຽກງານການພັດທະນາຊັບພະຍາກອນມະນຸດໃຫ້ຫຼາຍກວ່າເກົ່າ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເພີ່ມທະວີການຮ່ວມມື ແລະ ຂອດປະສານງານ ເພື່ອຈັດຕັ້ງປະຕິບັດວາລະທີ່ຍັງຄົງຄ້າງ ຂອງແຜນດໍາເນີນງານຂອງ ICPD ວາລະ 2030 ສໍາລັບການພັດທະນາແບບຍືນຍົງ ໂດຍອີງໃສ່ແນວຄວາມຄິດ ແລະ ຊັບພະຍາກອນໃໝ່ໆ ຈາກຫຼາຍພາກສ່ວນ ທັງພາກລັດ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງທາງສັງຄົມ ນັກວິຊາການ ພ້ອມທັງພາກເອກະຊົນ ເພື່ອສ້າງຄວາມເຂົ້າໃຈເພີ່ມເຕີມຕໍ່ການເຊື່ອມໂຍງກັນລະຫວ່າງການຂ້າມຜ່ານດ້ານປະຊາກອນ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ ກຳນົດການລົງທຶນ ແລະ ນະໂຍບາຍທີ່ສຳຄັນຂອງ ສປປ ລາວ ເພື່ອຮັບຮູ້ຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ຈາກການປ່ຽນແປງທາງດ້ານປະຊາກອນ ແລະ ຜົນປະໂຫຍດຈາກການຂ້າມຜ່ານຂອງປະຊາກອນ.

    ກອງປະຊຸມຄັ້ງນີ້ຍັງເປັນການເອົາພາກສ່ວນທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ ມາປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາຕົວຈິງ ເພື່ອຂັບເຄື່ອນການຈັດຕັ້ງປະຕິບັດນະໂຍບາຍດ້ານປະຊາກອນ ແລະ ການພັດທະນາແຫ່ງຊາດ (NPDP) ໃນໄລຍະປີ 2019-2030 ລວມທັງແຜນງານຂອງຂະແໜງການ ແລະ ແຜນຂັ້ນແຂວງ ເພື່ອຊຸກຍູ້ ແລະ ເພີ່ມທະວີການສະໜອງທຶນທັງພາຍໃນ ແລະ ຕ່າງປະເທດ ສໍາລັບວາລະທີ່ກ່ຽວຂ້ອງກັບປະຊາກອນ ແລະ ການພັດທະນາ ທັງເປັນເວທີປຶກສາຫາລືກ່ຽວກັບກົນໄກ ສໍາລັບວິທີການຮ່ວມມືລະ ຫວ່າງຂະແໜງການດ້ານປະຊາກອນ ແລະ ການພັດທະນາ ຢູ່ ສປປ ລາວ ໃນນັ້ນເປັນການເປີດໂອກາດໃຫ້ລັດຖະບານ ແຫ່ງ ສປປ ລາວ ຢັ້ງຢືນຕໍ່ຄຳໝັ້ນສັນຍາໃນການເລັ່ງລັດຈັດຕັ້ງປະຕິບັດແຜນດໍາເນີນງານ ICPD ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ໄດ້ຖືກສະທ້ອນເຂົ້າໃສ່ໃນການຮຽກຮ້ອງໃຫ້ມີການປະຕິບັດ ພ້ອມທັງເປັນການປະກອບສ່ວນແນວຄວາມຄິດ ແລະ ເນື້ອໃນຈິດໃຈອັນສຳຄັນໃຫ້ແກ່ການທົບທວນກາງສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.

(ຂ່າວ-ພາບ: ສຳນານ)

error: Content is protected !!