ມອບບັດໃຫ້ພະນັກງານ-ລັດຖະກອນກະຊວງການເງິນ

ພິທີມອບ-ຮັບບັດພະນັກງານ-ລັດຖະກອນໃຫ້ແກ່ພະນັກງານ-ລັດຖະກອນຂອງບັນດາກົມອ້ອມຂ້າງກະຊວງການເງິນ ຊຸດທີ II ໃນຫວ່າງບໍ່ດົນມານີ້ ທີ່ ກະຊວງການເງິນ ເປັນປະທານຮ່ວມຂອງທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ແລະ ທ່ານ ສິງທະວອນ ດາລາວົງ ຫົວໜ້າກົມຄຸ້ມຄອງພະນັກງານ-ລັດຖະກອນ ກະຊວງພາຍໃນ ມີບັນດາຫົວໜ້າກົມ-ຮອງກົມ ຄະນະພະແນກ  ແລະ ພະນັກງານຫຼັກແຫຼ່ງຂອງກະຊວງການເງິນເຂົ້າຮ່ວມ.

ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ມີຄຳເຫັນວ່າ: ວຽກງານຄຸ້ມຄອງພະນັກງານ-ລັດຖະກອນໄດ້ປະຕິບັດຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດເວົ້າລວມເວົ້າສະເພາະແມ່ນກະຊວງການເງິນ ເຊິ່ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ບົນພື້ນຖານລະບຽບກົດໝາຍ ໂດຍໄດ້ອອກນິຕິກໍາສະເພາະຂອງກະຊວງການເງິນ ເພື່ອຈັດຕັ້ງຜັນຂະຫຍາຍບັນດານິຕິກໍາຂອງຂັ້ນເທີງໂດຍມີການແບ່ງຂັ້ນຄຸ້ມຄອງລະອຽດນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເຮັດໃຫ້ພະນັກງານ-ລັດຖະກອນ ໄດ້ເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນໄດ້ເປັນຢ່າງດີ.

ນັບແຕ່ປີ 2015 ເປັນຕົ້ນມາລັດຖະບານ ກໍຄື ກະຊວງພາຍໃນໄດ້ພັດທະນາລະບົບຄຸ້ມຄອງລັດຖະກອນໃຫ້ມີຄວາມທັນສະໄໝ  ແລະ ລວມສູນໃນຂອບເຂດທົ່ວປະເທດ ດ້ວຍການຄົ້ນຄວ້າການອອກບັດພະນັກງານ-ລັດຖະກອນແບບເອເລັກໂຕຣນິກ ເພື່ອໃຫ້ມີຄວາມສະດວກ ແລະ ຫັນເປັນທັນສະໄໝໃນການຄຸ້ມຄອງຂໍ້ມູນພະນັກງານ-ລັດຖະກອນ ທັງເປັນການຢັ້ງຢືນຄວາມຖືກຕ້ອງ ແລະ ພັດທະນາລະບົບກວດຜ່ານບັນຊີຈຳນວນພົນໂດຍຜ່ານລະບົບຖານຂໍ້ມູນພະນັກງານ-ລັດຖະກອນ ປັດຈຸບັນກະຊວງການເງິນກໍາລັງສຸມໃສ່ການຫັນເປັນສະໄໝໃນວຽກງານຄຸ້ມຄອງພະນັກງານ-ລັດຖະກອນໂດຍໄດ້ສ້າງໂປແກຣມ ສະເພາະເພື່ອລວມສູນພະນັກງານ-ລັດຖະກອນ ແລະ ມີຄວາມວ່ອງໄວ.

ສະນັ້ນ ການອອກບັດພະນັກງານ-ລັດຖະກອນ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ມີຜົນປະໂຫຍດຫຼາຍ ເພາະເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນເພື່ອໃຫ້ຖືກຕ້ອງ ສອດຄ່ອງຕາມລະບຽບການ ຫັນການຄຸ້ມຄອງພະນັກງານ-ລັດຖະກອນເຂົ້າສູ່ລະບຽບຫຼັກການ ແລະ ກົດໝາຍ ຫັນເປັນທັນສະໄໝ ບັດດັ່ງກ່າວນໍາໃຊ້ໄດ້ເປັນບັດລັດຖະກອນ ໃຊ້ແທນບັດປະກັນສັງຄົມ ແລະ ໃຊ້ແທນບັດ ATM ເຊິ່ງຈະເຮັດໃຫ້ການເບີກຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆຖືກຕ້ອງສອດຄ່ອງຕາມຄວາມເປັນຈິງຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທໍາ.

ໂອກາດນີ້ ທ່ານ ສິງທະວອນ ດາລາວົງ ພ້ອມດ້ວຍຄະນະຈາກກະຊວງພາຍໃນໄດ້ແນະນໍາວິທີການນໍາໃຊ້ບັດ ແລະ ໃຫ້ຮູ້ເຖິງຈຸດປະສົງການອອກບັດ ການອອກບັດພະນັກງານ-ລັດຖະກອນເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ກ່ຽວກັບການຫັນລະບົບຄຸ້ມຄອງພະນັກງານ-ລັດຖະກອນໄປສູ່ທັນສະໄໝ ແລະ ເປັນການກວດກາຄືນຈໍານວນພະນັກງານ-ລັດຖະກອນທີ່ມີໜ້າຕົວຈິງຢູ່ໃນອົງການບໍລິຫານລັດບໍ່ໃຫ້ມີຂໍ້ມູນຊໍ້າຊ້ອນ.

error: Content is protected !!