ຮອງປະທານປະເທດ ເນັ້ນແຂວງຈໍາປາສັກ ເອົາໃຈໃສ່ບາງບັນຫາກຽມຕ້ອນຮັບປີທ່ອງທ່ຽວລາວ 2024

     ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນວັນທີ 17 ຕຸລາ 2023 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍການນໍາຈາກສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ມີຫົວໜ້າພະແນກການ ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ກໍເນັ້ນໃຫ້ການການນໍາແຂວງ ເປັນເຈົ້າການໃນການຄົ້ນຄວ້າແກ້ໄຂບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ນັກທ່ອງທ່ຽວ ໂດຍສະເພາະແມ່ນ ແກ້ໄຂບັນຫາການເກັບຄ່າທໍານຽມທາງ ແລະ ຄ່າບໍລິການດ້ານຕ່າງໆ ຈາກນັກທ່ອງທ່ຽວ ໃຫ້ປະສານສົມທົບ-ຮ່ວມແຮງຮ່ວມໃຈກັບຜູ້ປະກອບການ ແລະ ປະຊາຊົນ ໃນການພັດທະນາການທ່ອງທ່ຽວ ໃຫ້ກາຍເປັນອຸດສະຫະກໍາການທ່ອງທ່ຽວ ທີ່ທັນສະໄໝ ເພາະວຽກງານການທ່ອງທ່ຽວ ເປັນວຽກໜຶ່ງທີ່ສໍາຄັນໃນການສ້າງລາຍໄດ້ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ຍ້ອນແນວນັ້ນ ວຽກງານທີ່ຕິດພັນກັບການທ່ອງທ່ຽວ ຕ້ອງຫັນເປັນວິຊາຊີບຮອບດ້ານ ແລະ ຫັນເປັນທັນສະໄໝ ດ້ວຍຮູບການຕ່າງໆ ລວມທັງການຄຸ້ມຄອງ ການໂຄສະນາການທ່ອງທ່ຽວ ກໍໃຫ້ທັນສະໄໝ ວ່ອງໄວ ແລະ ຂະຫຍາຍໄປທົ່ວໂລກ ພ້ອມນີ້ ການຈັດຕັ້ງປະຕິບັດວຽກງານການພັດທະນາແຫຼ່ງທ່ອງທ່ຽວ ຕ້ອງມີຈຸດສຸມ ແລະ ກໍານົດເປັນແຜນພັດທະນາໃນແຕ່ລະໄລຍະ ເຮັດໃຫ້ແຫຼ່ງທ່ອງທ່ຽວມີຄຸນນະພາບ ແລະ ປະສິດທິຜົນ ຄ່າບໍລິການກໍ່ສົມເຫດສົມຜົນ ທຸກຄົນຍອມຮັບໄດ້; ເອົາໃຈໃສ່ຊຸກຍູ້ການພັດທະນາແຫຼ່ງທ່ອງທ່ຽວ ໃຫ້ສາມາດແຂ່ງຂັນກັບແຫຼ່ງທ່ອງທ່ຽວຂອງປະເທດຕ່າງໆໃນອະນຸພາກພື້ນ ແລະ ໃນໂລກ ການພັດທະນາການທ່ອງທ່ຽວ ຕ້ອງໃຫ້ມີຄວາມຍືນຍົງ ຕິດພັນກັບການອະນຸລັກປົກປັກຮັກສາວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຕິດພັນກັບການອະນຸລັກຮັກສາດ້ານສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ນັກທ່ອງທ່ຽວ ທັງມີຄວາມສະຫງົບ ການພັດທະນາແຫຼ່ງທ່ອງທ່ຽວ ໃຫ້ກາຍເປັນຂອງທົ່ວປວງຊົນ ສືບຕໍ່ເສີມຂະຫຍາຍທ່າແຮງດ້ານການທ່ອງທ່ຽວທີ່ແຂວງມີ ປັບປຸງ ແລະ ສົ່ງເສີມໃຫ້ດີຂຶ້ນ ເອົາໃຈໃສ່ສ້າງສິ່ງດຶງດູດ ເພື່ອເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມນັບມື້ຫລາຍຂຶ້ນ ໜ້າວຽກຕ່າງໆ ຕ້ອງກໍານົດເປົ້າໝາຍພັດທະນາ ລວມທັງການກໍານົດຜະລິດຕະພັນການທ່ອງທ່ຽວໃນແຕ່ລະເຂດ ໃຫ້ລະອຽດຈະແຈ້ງ ເອົາໃຈໃສ່ພັດທະນາບຸກຄະລາກອນ ທີ່ຮັບໃຊ້ໃນວຽກງານການບໍລິການດ້ານການທ່ອງທ່ຽວ ພາກລັດຕ້ອງເປັນເຈົ້່າການ ແລະ ອໍານວຍຄວາມສະດວກໃນການຄຸ້ມຄອງ ໂດຍສະເພາະ ດ້ານລາຄາໂຮງແຮມ ອາຫານ ແລະ ເຄື່ອງດື່ມ ຕ້ອງມີນິຕິກໍາຮອງຮັບຄັກແນ່ ນອກນີ້ ກໍໃຫ້ມີສະຖາບັນ ສໍາລັບອົບຮົມບຸກຄະລາກອນດ້ານການທ່ອງທ່ຽວ ພະນັກງານນໍາທ່ຽວ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຮອບດ້ານ ມີຫຼັກໝັ້ນການເມືອງ ສາມາດກໍາແໜ້ນແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ທີ່ກໍານົດອອກໃນແຕ່ລະໄລຍະ ສ້າງພະນັກ ງານນໍາທ່ຽວ ໃຫ້ເປັນທັງໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

    ໃນໂອກາດດຽວກັນ ທ່ານ  ວັນນະໄຊ ຊາດຕະກຸນ  ຫົວໜ້າພະແນກ ຖວທ ແຂວງຈໍາປາສັກ ໄດ້ລາຍງານຫຍໍ້ກ່ຽວການພັດທະ ນາວຽກງານການທ່ອງທ່ຽວຂອງແຂວງ ໃນ 9 ເດືອນ ປີ 2023 ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ ສະພາບບັນຫາ ແລະ ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບວຽກງານການທ່ອງທ່ຽວໃນໄລຍະຜ່ານມາ ພ້ອມນີ້ ກໍໄດ້ລາຍງານແຜນວຽກຈຸດສຸມໃນ 3 ເດືອນທ້າຍປີ 2023 ແລະ ການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດກິດຈະກຳ ປີທ່ອງທ່ຽວລາວ 2024 ຢູ່ແຂວງຈຳປາສັກ ເປັນຕົ້ນ ແມ່ນການກະກຽມດ້ານນິຕິກໍາ ການປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ພ້ອມນີ້ ການນໍາພະແນກການທີ່ກ່ຽວຂ້ອງຂອງແຂວງ ກໍໄດ້ລາຍງານເພີ່ມເຕີມກ່ຽວກັບການກະກຽມດ້ານພາຫະນະ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ ການຊຸກຍູ້ການຜະລິດສິນຄ້າພາຍໃນ ເພື່ອທົດແທນການນໍາເຂົ້າ ການຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອເປັນເຄື່ອງທີ່ລະນຶກຕ້ອນຮັບນັກທ່ອງທ່ຽວ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການພາຍໃນແຂວງ ເຊິ່ງໄດ້ມີການຕິດຕາມກວດກາຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ການຈັດງານວາງສະແດງ-ຈໍາໜ່າຍ ແລະ ຊື້-ຂາຍສິນຄ້າ ການເກັບຄ່າທໍານຽມ ຄ່າວີຊາ ແລະ ຄ່າບໍລິການຕ່າງໆພາຍໃນດ່ານ ການຍາດແຍ່ງການລົງທຶນ ແລະ ການຈັດສັນງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາວຽກງານການທ່ອງທ່ຽວ.

ຂ່າວ-ພາບ: ທູນທອງໃຈ

error: Content is protected !!