ສໍາມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມແຫ່ງຊາດ ແລະ ວຽກງານປະກັນສຸຂະພາບ

    ສໍາມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມແຫ່ງຊາດ ແລະ ວຽກງານປະກັນສຸຂະ ພາບ ຈັດຂຶ້ນໃນວັນທີ 19 ຕຸລາ 2023 ທີ່ອົງການປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ ມີທ່ານ ນາງ ໄບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກຳມະການສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ ຫ້ອງການປະກັນສຸຂະພາບແຫ່ງຊາດ ໃນບັນດາແຂວງທົ່ວປະເທດ ພ້ອມດ້ວຍຜູ້ຕາງໜ້າກະຊວງທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

    ທ່ານ ນາງ ໃບຄໍາ ຂັດທິຍະ ມີຄໍາເຫັນວ່າ: ກອງປະຊຸມສໍາມະນາຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເພື່ອຮັບປະກັນໃຫ້ແກ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ວຽກງານປະກັນສຸຂະພາບຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄືແຜນພັດທະນາວຽກງານສາທາລະນະສຸກ ໂດຍສືບຕໍ່ຄົ້ນຄວ້າ ແລະ ເປັນເອກະພາບສູງທິດຜັນຂະຫຍາຍ ແລະ ການຈັດຕັ້ງປະຕິ ບັດມະຕິເລກທີ 97 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ທັງເປັນການສືບຕໍ່ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສໍາມະນາວິຊາການ 2 ຄັ້ງທີ່ຜ່ານມາ ກ່ຽວກັບວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ເພື່ອແກ້ໄຂບັນຫາເຄັ່ງຮ້ອນທັງສອງວຽກຄື: ວຽກປະກັນສັງຄົມ ແລະ ການບໍລິການປິ່ນປົວສຸຂະພາບ ພ້ອມທັງປັບປຸງການປິ່ນປົວສຸຂະພາບໃຫ້ເປັນທີ່ເພິ່ງພໍໃຈຂອງສັງຄົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປະກັນສັງຄົມ ແລະ ປະກັນສຸຂະພາບໃນຕໍ່ໜ້າ.

    ໃນປີຜ່ານມາ ປະເທດເຮົາປະເຊີນກັບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ວິກິດການທາງດ້ານເສດຖະກິດ ແລະ ສະພາບຄວາມເຄັ່ງຕືງຂອງໂລກ ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະເທດພວກເຮົາ ໂດຍສະ ເພາະບັນຫາອັດຕາເງິນເຟີ້ ການສະໜອງດ້ານງົບປະມານບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານມີຄວາມຫຍຸ້ງຍາກ  ແລະ ສົ່ງຜົນກະທົບຕໍ່ການບໍລິການສັງຄົມ ຢ່າງໃດກໍ່ຕາມ ພັກ ແລະ ລັດຖະບານໄດ້ພະຍາຍາມແກ້ໄຂທຸກບັນຫາໃຫ້ດີຂື້ນ ແລະ ສະພາບການຈັດຕັ້ງປະຕິບັດວຽກງານການປະກັນສຸຂະພາບ ທີ່ກຳລັງເປັນຫາງສຽງຈົ່ມວ່າຂອງສັງຄົມ ໃນປັດຈຸບັນແມ່ນໜຶ່ງໃນບັນຫາທີ່ສະພາແຫ່ງຊາດ ແລະ ລັດຖະບານຖືເປັນບັນຫານສຳຄັນບຸລິມະສິດທີ່ຕ້ອງຮີບຮ້ອນແກ້ໄຂທັງໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະການຮ້ອງຮຽນກ່ຽວກັບການບໍລິການປິ່ນປົວຈາກຄົນເຈັບທີ່ເປັນສະມາຊິກຂອງກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບທີ່ຕ້ອງຈ່າຍເພີ່ມຄ່າບໍລິການທາງການແພດ ແລະ ຄ່າຢາຍ້ອນໃນໂຮງໝໍບໍ່ມີຢາປິ່ນປົວຄົນເຈັບ ສະພາບທີ່ໂຮງໝໍສຸນກາງ ໂຮງໝໍແຂວງ ແລະ ເມືອງເກີດມີໜີ້ສີນຄຸມເຄືອກັບບໍລິສັດຜູ້ສະໜອງຢາ ແລະ ອຸປະກອນການແພດ ໄດ້ກາຍເປັນບັນຫາໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ການຂະຫຍາຍອັດຕາປົກຄຸມຂອງລະບົບປະກັນສັງຄົມຢ່າງລີກລ່ຽງບໍ່ໄດ້.

ຂຽນໂດຍ: ບຸນຍັງ ພຸດສະຫວັດ

      ພາບ: ສັນນະຄອນ ບຽນທະນົງ ນັກຂ່າວປະກັນສັງຄົມ

error: Content is protected !!