ແລກປ່ຽນປະສົບການ ກ່ຽວກັບບັນຫາ ແລະ ສິ່ງທ້າທາຍ ໃນການພັດທະນາໄວໜຸ່ມ

    ສະຖາບັນສາທາລະນະສຸກສາດ ແລະ ການການແພດເຂດຮ້ອນ (LAO TPHI) ກະຊວງສາທາລະນະສຸກ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຈັດກອງປະຊຸມຄົ້ນ ຄວ້າວິທະຍາສາດກ່ຽວກັບໄວໜຸ່ມ ຄັ້ງທີ 8 ຂຶ້ນໃນວັນທີ 17 ຕຸລາ 2013 ທີ່ໂຮງແຮມຄຣາວພລາຊາ ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ ດຣ ຄໍາແພງ ຟອງລືຊາ ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການການແພດເຂດຮ້ອນ ມີບັນດາພາກສ່ວນຕ່າງໆ ໃນຂະແໜງການຂອງລັດຖະບານ ມະຫາວິທະຍາໄລ ສະຖາບັນຄົ້ນຄວ້າ ຫ້ອງການສາທາລະນະສຸກແຂວງ ອົງການຈັດຕັ້ງສາ ກົນ ຄູ່ຮ່ວມງານ ແລະ ກອງປະຊຸມທາງໄກ ເຂົ້າຮ່ວມ 90 ທ່ານ.

    ກອງປະຊຸມວິທະຍາສາດກ່ຽວກັບໄວໜຸ່ມ ແມ່ນເປັນເວທີສຳລັບບັນດານັກຄົ້ນຄວ້າວິທະຍາສາດອາວຸ ໂສ ແລະ ໜຸ່ມນ້ອຍ ຜູ້ຊ່ຽວຊານດ້ານສາທາລະນະສຸກ ຜູ້ກຳນົດຍະໂຍບາຍ ແລະ ບັນດາຄູ່ຮ່ວມພັດທະນາ ທັງພາຍ ແລະ ພາກພື້ນເອເຊຍຕາເວັນຕົກສຽງໃຕ້ ເພື່ອສົນທະນາ ແລະ ແບ່ງປັນ ພ້ອມທັງແລກປ່ຽນປະ ສົບການ ກ່ຽວກັບບັນຫາ ແລະ ສິ່ງທ້າທາຍ ໃນການພັດທະນາສຳລັບໄວໜຸ່ມ ກອງປະຊຸມຄົ້ນຄວ້າວິທະ ຍາສາດກ່ຽວກັບໄວໜູ່ມປີນີ້ ແມ່ນພາຍໃຕ້ ຫົວຂໍ້ “ສະຖານະພາບປັດຈຸບັນກ່ຽວກັບສຸຂະພາບ ແລະ ການພັດທະນາໄວໜຸ່ມ” ເພື່ອບັນລຸເປົ້າໝາຍຂອງກອບແຜນງານ ນາງນ້ອຍ 2030 ແລະ ລະບົບນິເວດ ສຳລັບນາງນ້ອຍ.

    ໂອກາດນີ້ ທ່ານ ປອ ດຣ ຄຳແພງ ຟອງມືຊາ ກ່າວວ່າ: ໄວໜຸ່ມແມ່ນໄລຍະອາຍຸໜຶ່ງທີ່ບໍ່ແມ່ນທັງໄວເດັກ ແລະ ຜູ້ໃຫຍ່ ມັນແມ່ນໄລຍະຂ້າມຜ່ານທີ່ຕ້ອງການຄວາມເອົາໃຈໃສ່ ແລະ ການປົກປ້ອງເປັນພິເສດ ທາງດ້ານຮ່າງກາຍເດັກມີການປ່ຽນແປງຫຼາຍຢ່າງ ໃນຂະນະທີ່ພວກເຂົາກຳລັງເຕີບໃຫຍ່ ດຽວນີ້ພວກເຮົາຮູ້ແລ້ວວ່າ ສະໝອງມີການພັດທະນາຢ່າງຫຼວງຫຼາຍ ໃນໄລຍະການເລີ່ມເຂົ້າສູ່ໄວໜຸ່ມ ເຊິ່ງມີຜົນກະທົບຕໍ່ທັກສະທາງດ້ານອາລົມ ພ້ອມທັງຄວາມສາມາດທາງດ້ານຮ່າງກາຍ ແລະ ຈິດໃຈ ໃນຈໍານວນພົນລະເມືອງທັງໝົດ 6,5 ລ້ານຄົນ ຢູ່ໃນ ສປປ ລາວ ມີປະມານ 59% ແມ່ນເດັກ ແລະ ໄວໜຸ່ມ ທີ່ມີອາຍຸຕໍ່າກວ່າ 25 ປີ ພວກເຂົາຕ້ອງຮູ້ກ່ຽວກັບສິດທິຂອງເຂົາເຈົ້າ ແລະ ໄດ້ຮັບການຊຸກຍູ້ ສະໜັບສະໜູນ ເພື່ອໃຫ້ເຂົາເຈົ້າໄດ້ເດີນຕາມຄວາມຝັນ ເຖິງຢ່າງໃດກໍຕາມ ພວກເຂົາຍັງຕ້ອງປະເຊີນກັບຫຼາຍບັນຫາ ນັບຕັ້ງແຕ່ຄວາມຮຸນແຮງ ການຂູດຮີດທາງເພດ ເຊິ່ງສ່ວນຫຼາຍແມ່ນເດັກຍິງ ແລະ ໄວໜຸ່ມ ການແຕ່ງງານກ່ອນໄວອັນຄວນ ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການເສຍຊີວິດກ່ອນໄວອັນຄວນຈາກອຸປະຕິເຫດ ຈົນເຖິງການຂ້າໂຕຕາຍ ການດື່ມສິ່ງມຶນເມົາ ການໃຊ້ສານເສບຕິດ ແລະ ອີກຫຼາຍໆບັນຫາ.

error: Content is protected !!