ໂດຍ: ສ.ແສງງາມ
ສື່ໄວໜຸ່ມແຂວງຫຼວງພະບາງ ໂດຍສະເພາະວິທະຍາໄວໜຸ່ມ ໄດ້ເປັນເຈົ້າການປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນດ້ານໂພຊະນາການ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ບໍລິໂພກຂໍ້ມູນຂ່າວສານທີ່ກ່ຽວພັນກັບວຽກງານດັ່ງກ່າວໄດ້ເປັນຢ່າງດີ ຈົນສາມາດເວົ້າໄດ້ວ່າ ສື່ໄວໜຸ່ມແຂວງຫຼວງພະບາງ ໄດ້ກາຍເປັນອີກຂົວຕໍ່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານເຂົ້າເຖິງກຸ່ມເປົ້າໝາຍໄດ້ເປັນຢ່າງດີ.

ທ່ານ ນາງ ລັດສະນີ ພົງສະຫວັດ ຮອງຜູ້ອຳນວຍການວິທະຍຸ-ໂທລະພາບ ຜູ້ຊີ້ນຳສື່ໄວໜຸ່ມແຂວງຫຼວງພະບາງ ໃຫ້ສຳພາດໃນໂອກາດສື່ມວນຊົນຈາກສູນກາງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງເມືອ ບໍ່ດົນຜ່ານມາວ່າ: ຕະ ຫຼອດໄລຍະຜ່ານມາ ສື່ໄວໜຸ່ມພວກເຮົາໄດ້ເອົາໃຈໃສ່ໃນການໂຄສະນາວຽກງານໂພຊະນາການ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ Unicef ເຊິ່ງຊ່ອງທາງການໂຄສະນາ ແມ່ນຜ່ານສະຖານີວິທະຍຸກະຈາຍສຽງແຂວງຫຼວງພະບາງ ລະບົບ AM 705 kh ທີ່ສາມາດກະຈາຍສຽງກວມເອົາ 70% ຂອງພື້ນທີ່ທົ່ວແຂວງ ນອກນີ້ຍັງໄດ້ສົ່ງຜ່ານສັນຍານດາວທຽມລາວແຊັດດ້ວຍລະບົບຊີແບນຕື່ມອີກ ການໂຄສະນາຂອງພວກເຮົາ ແມ່ນໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງ ທີ່ເປັນຜູ້ສະໜອງຂໍ້ມູນຂ່າວສານດ້ານສາທາລະນະສຸກ ບໍ່ວ່າຈະເປັນ ການລ້ຽງລູກດ້ວຍນົມແມ່ ການກິນອາຫານໃຫ້ຄົບໝູ່ ກິນນົມແມ່ແຕ່ມື້ເກີດຮອດ 6 ເດືອນ… ໂດຍມີຜູ້ຈັດລາຍການທີ່ເປັນເຈົ້າການໃນການໂຄສະນາ ແລະ ນຳພາຈັດກິດຈະກຳຕ່າງໆ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ແມ່ນມີຫຼາຍຢ່າງທີ່ເຮັດໃຫ້ໄດ້ດີ ສາມາດນຳຂໍ້ມູນຂ່າວສານໄປເຖິງພໍ່ແມ່ປະຊາຊົນໄດ້ຢ່າງທົ່ວເຖິງ ຢ່າງໃດກໍຕາມກໍຍັງປະຕິເສດບໍ່ໄດ້ສິ່ງທ້າທາຍໃນການເຄື່ອນໄຫວໂຄສະນາ ນັ້ນກໍຄືການເຕົ້າໂຮມພໍ່ແມ່ປະຊາຊົນ ກໍຄື ໄວໜຸ່ມ ຢູ່ທ້ອງຖິ່ນຕ່າງໆ ເຂົ້າຮ່ວມກິດຈະກຳ ໂດຍສະເພາະເວລາພັກຮຽນ ແລະ ອື່ນໆ.
ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ສື່ໄວໜຸ່ມພວກເຮົາ ກໍຈະສຶບຕໍ່ຈັດລາຍການວິທະຍຸເພື່ອເຜີຍແຜ່ຂໍ້ມູນຂ່າວສານທີ່ໄດ້ຮັບການສະໜອຈາກພາກກສ່ວນກ່ຽວຂ້ອງ ຄຽງຄູ່ກັນນັ້ນກໍເອົາໃຈໃສ່ໃນການພັດທະນາຮູບແບບການໂຄສະນາຜ່ານວິທະຍຸກະຈາຍສຽງ ພ້ອມລົງປະເມີນຜົນໃນການຈັດຕັ້ງປະຕິບັດວຽກງານຕົວຈິງເປັນແຕ່ລະໄລຍະ.

ນາງ ມະນີຈັນ ສຸວັນວອນ ນັກຈັດລາຍການວິທະຍຸໄວໜຸ່ມແຂວງຫຼວງພະບາງ ກ່າວວ່າ: ຕໍ່ກັບການປະກອບສ່ວນໂຄສະນາວຽກງານໂພຊະນາການໃນໄລຍະຜ່ານມານັ້ນ ພວກເຮົາມີລາຍການເປີດໃຈໄວໜຸ່ມ ເຊິ່ງລາຍການນີ້ໄດ້ມີຫົວຂ້ໍ້ດ້ານໂພຊະນາການ ທີ່ພວກເຮົາໄດ້ປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມນັ້ນກໍໄດ້ລົງເຄື່ອນໄຫວຜ່ານກິດຕະຕ່າງໆຢູ່ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ Unicef ແລະ ຫວັງວ່າທາງ Unicef ຈະສືບຕໍໃຫ້ການສະໜັບສະໜູນການໂຄສະໃນລາຍການວິທະຍຸຂອງພວກເຮົາເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບປະສິດທິຜົນ.
ທ້າວ ສີລິໄຊ ສຸຂະຜົນ ນັກຈັດລາຍການໄວໜຸ່ມກ່າວວ່າ: ການໂຄສະນາວຽງການໂພຊະນາການແມ່-ເດັກ ນອກຈາກຜ່ານຊ່ອງທາງວິທະຍຸ ການລົງຈັດກິດຈະກຳຢູ່ທ້ອງຖິ່ນຕ່າງໆແລ້ວ ພວກເຮົາຍັງໄດ້ໂຄສະນາຜ່ານເພຈໄວໜຸ່ມຕື່ມອີກ ແລະ ໃນຕໍ່ໜ້າພວກເຮົາພວກເຮົາຈະໄດ້ສຸມໃສ່ໃນການໂຄສະນາວຽກງານດັ່ງກ່າວ ໂດຍເນັ້ນໃສ່ການລົງໄປຊຸມຊົນ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານໂພຊະນາການໄດ້ເປັນຢ່າງດີ.
ການປະກອບສ່ວນເຂົ້າໃນການໂຄສະນາຂອງພວກເຮົາຈະເຮັດໄດ້ດີ ແລະ ມີຜະສິດທິຜົນນັ້ນ ກໍຕ້ອງຂໍຂອບໃຈອົງການ Unicef ທີ່ຍາມໃດກໍເຫັນຄວາມສຳຄັນຂອງໄວໜຸ່ມໃນການໂຄສະນາວຽກງານດັ່ງກ່າວ ແລະ ໄດ້ໃຫ້ການສະໜັນສະໜູນຕະຫຼອດມາ ແລະ ພວກເຮົາກໍພ້ອມແລ້ວທີ່ຈະເປັນສ່ວນໜຶ່ງເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມຈຸດປະສົງຕາມລະດັບຄາດໝາຍ.

ນາງ ແກ້ວພິລາ ມະໄລທອງ ແລະ ທ້າວ ພົມມະລາດ ພົມວະມິດ ອີກສອງນັກຈັດລາຍການໄວໜຸ່ມ ໄດ້ກ່າວເປັນສຽງດຽວກັນວ່າ: ພວກເຮົາໂຊກດີທີ່ໄດ້ເຂົ້າຮ່ວມເຝິກອົບຮົມ ກ່ຽວກັບວຽກງານໂຄຊະນາການ ແລະ ໄດ້ນຳເອົາຄວາມຮູ້ມາເຜີຍແຜ່ຜ່ານວິທະຍຸ ໂປສເຕີ ແລະ ເພຈ ພ້ອມນັ້ນໄລຍະຜ່ານມາກໍໄດ້ລົງເຄື່ອນໄຫວຈັດກິດຈະກຳຢູ່ຊຸມຊົນ ກໍຄື ທ້ອງຖິ່ນຕ່າງໆ ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຫຼາຍຂຶ້ນ ຢ່າງໃດກໍຕາມໃນຕໍ່ໜ້າ ວິທະຍຸໄວໜຸ່ມແຂວງຫຼວງພະບາງພວກເຮົາຍັງຈະສືບຕໍ່ພັດທະນາຊ່ອງທາງການໂຄສະນາ ຢູ່ສະເພາະຜ່ານສື່ສັງຄົມອອນລາຍ ກໍຄື Tiktok ເພື່ອເປັນຊ່ອງທາງໃນການເຂົ້າເຖິງຂໍ້ມູນຂ່າວສານໄດ້ສະດວກຍິ່ງຂຶ້ນ ໂດຍສະເພາະແມ່ນໃນກຸ່ມໄວໜຸ່ມ ເຊິ່ງກຸ່ມໄວໜຸ່ມນີ້ ຈະສາມາດກາຍເປັນຂົວຕໍ່ໃນການໂຄສະນາວຽກງານໂຄສະນາການ ໃຫ້ໄດ້ຮັບປະລິດທິຜົນຍິ່ງຂຶ້ນ.
ການປະກອບສ່ວນຂອງສທາໄວໜຸ່ມແຂວງຫຼວງພະບາງທີ່່ກ່າວມາຂ້າງເທິງນັ້ນ ແມ່ນຈະເປັນການປະກອບສ່ວນສຳຄັນເຂົ້າໃນບັ້ນໂຄສະນາວຽກງານໂພຊະນາການ ເພື່ອເຮັດມໃຫ້ວຽກງານດັັ່ງກ່າວບັນລຸຕາມແຜນການທີ່ວາງໄວ້.
ສຳລັບການເຄື່ອນໄຫວເຮັດວຽກຂອງຄະນະສື່ມວນຊົນຢູ່ແຂວງຫຼວງພະບາງ ນຳໂດຍ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຮັບການສະໜັບສະໜູນຈາກອົງການ Unicef ປະຈຳ ລາວ.